top of page
Search

ກາຍະຄະຕາສະຕິ

  • Writer: buddhavacanaword
    buddhavacanaword
  • May 12, 2024
  • 4 min read

Updated: Jan 21

The Buddha's words

ມັຊຊິມະນິກາຍ ອຸປະຣິປັນນາສ ໑໔/໑໖໑-໑໗໑/໒໙໔-໓໑໗


Photo by form PxHere


ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ. ຄັ້ງນັ້ນແລ ພິກຂຸຈຳນວນຫລາຍກັບຈາກບິນທະບາຕແລ້ວ ພາຍຫລັງເວລາປັຈສາພັຕ ນັ່ງປະຊຸມກັນໃນອຸປັຕຖານະສາລາ ເກີດຂໍ້ສົນທະນາກັນຂຶ້ນໃນລະຫວ່າງດັ່ງນີ້ວ່າ:


ທ່ານອາວຸໂສທັງຫລາຍ! ໜ້າອັສສະຈັນຍ໌ຈິງ ບໍ່ໜ້າເປັນໄປໄດ້ເລີຍ ເທົ່າທີ່ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຊົງຮູ້ ຊົງເຫັນ ເປັນພຣະອະຣະຫັນຕະສັມມາສັມພຸທທະ ຕຣັສກາຍະຄະຕາສະຕິທີ່ພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວວ່າ ມີຜົລຫລາຍ ມີອານິສົງສ໌ຫລາຍ. ກາຣສົນທະນາກັນໃນລະຫວ່າງຂອງພິກຂຸເຫລົ່ານັ້ນ ຄ້າງຢູ່ພຽງເທົ່ານີ້ແລ.


ຂະນະນັ້ນ ພຣະຜູ້ມີພຣະພາຄສະເດັຈອອກຈາກທີ່ຫລີກເຣັ້ນໃນຕອນແລງ ສະເດັຈເຂົ້າໄປຍັງອຸປັຕຖານະສາລານັ້ນ ຄັນແລ້ວຈຶ່ງປະທັບນັ່ງເທິງອາສະນະທີ່ປູລາດໄວ້ ແລ້ວຕຣັສຖາມພິກຂຸທັງຫລາຍວ່າ:


ພິກຂຸທັງຫລາຍ! ບັດນີ້ ພວກເຈົ້າທັງຫລາຍນັ່ງປະຊຸມສົນທະນາກັນເຣື່ອງອັນໃດ ແລະພວກເຈົ້າທັງຫລາຍສົນທະນາເຣື່ອງອັນໃດຄ້າງຢູ່ໃນລະຫວ່າງ?


ພິກຂຸເຫລົ່ານັ້ນທູລວ່າ:


ຂ້າແຕ່ພຣະອົງຄ໌ຜູ້ຈະຣີນ! ເມື່ອພວກຂ້ານ້ອຍທັງຫລາຍກັບຈາກບິນທະບາຕແລ້ວ ພາຍຫລັງເວລາປັຈສາພັຕ ນັ່ງປະຊຸມກັນໃນອຸປັຕຖານະສາລາ ເກີດຂໍ້ສົນທະນາກັນຂຶ້ນໃນລະຫວ່າງດັ່ງນີ້ວ່າ:


ທ່ານອາວຸໂສທັງຫລາຍ! ໜ້າອັສສະຈັນຍ໌ຈິງ ບໍ່ໜ້າເປັນໄປໄດ້ເລີຍ ເທົ່າທີ່ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຊົງຮູ້ ຊົງເຫັນ ເປັນພຣະອະຣະຫັນຕະສັມມາສັມພຸທທະ ຕຣັສກາຍະຄະຕາສະຕິທີ່ພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວວ່າ ມີຜົລຫລາຍ ມີອານິສົງສ໌ຫລາຍ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍ້ສົນທະນາກັນໃນລະຫວ່າງຂອງພວກຂ້ານ້ອຍໄດ້ຄ້າງຢູ່ພຽງເທົ່ານີ້ ພໍດີພຣະຜູ້ມີພຣະພາຄກໍສະເດັຈມາເຖິງ.


ພຣະຜູ້ມີພຣະພາຄຕຣັສວ່າ:


ພິກຂຸທັງຫລາຍ! ກາຍະຄະຕາສະຕິອັນບຸຄຄົລຈະເຣີນແລ້ວຢ່າງໃດ ກະທຳໃຫ້ຫລາຍແລ້ວຢ່າງໃດ ຈຶ່ງມີຜົລຫລາຍ ມີອານິສົງສ໌ຫລາຍ?


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ໄປສູ່ປ່າກໍດີ ໄປສູ່ເຫງົ້າໄມ້ກໍດີ ໄປສູ່ເຮືອນວ່າງກໍດີ ນັ່ງຄູ້ບັນລັງ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ເຂົາມີສະຕິຫາຍໃຈເຂົ້າ ມີສະຕິ ຫາຍໃຈອອກ;


ເມື່ອຫາຍໃຈເຂົ້າຍາວ ກໍຮູ້ວ່າ ເຮົາຫາຍໃຈເຂົ້າຍາວ; ເມື່ອຫາຍໃຈອອກຍາວ ກໍຮູ້ວ່າ ເຮົາຫາຍໃຈອອກຍາວ.


ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ວ່າ ເຮົາຫາຍໃຈເຂົ້າສັ້ນ; ເມື່ອຫາຍໃຈອອກສັ້ນ ກໍຮູ້ວ່າ ເຮົາຫາຍໃຈອອກສັ້ນ.


ຍ່ອມທຳກາຣຝຶກຫັດສຶກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ ເຮົາຈັກກະທຳກາຍສັງຂາຣໃຫ້ສງົບຣະງັບ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ ເຮົາຈັກກະທຳກາຍສັງຂາຣໃຫ້ສງົບຣະງັບ ຫາຍໃຈອອກ.


ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເມື່ອເດີນຢູ່ ກໍຮູ້ວ່າ ເຮົາກໍາລັງເດີນຢູ່; ເມື່ອຢືນຢູ່ ກໍຮູ້ວ່າ ເຮົາກຳລັງຢືນຢູ່; ເມື່ອນັ່ງຢູ່ ກໍຮູ້ວ່າ ເຮົາກໍາລັງນັ່ງຢູ່; ເມື່ອນອນຢູ່ ກໍຮູ້ວ່າ ເຮົາກໍາລັງນອນຢູ່ ຫລືເຂົາຕັ້ງກາຍໄວ້ດ້ວຍອາກາຣຢ່າງໃດຢ່າງໜຶ່ງ ກໍຮູ້ແຈ້ງດ້ວຍອາກາຣຢ່າງນັ້ນໆ.


ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ມີສັມປະຊັນຍະໃນກາຣກ້າວໄປແລະຖອຍກັບ, ມີສັມປະຊັນຍະໃນກາຣຫລຽວໄປຂ້າງໜ້າ ແລະຫລຽວຊ້າຍ ຫລຽວຂວາ, ມີສັມປະຊັນຍະໃນກາຣຄູ້ອະວັຍຍະວະເຂົ້າ ແລະຢຽດອອກ, ມີສັມປະຊັນຍະໃນກາຣຊົງຜ້າສັງຄາຕິ ບາຕ ແລະຈີວອຣ, ມີສັມປະຊັນຍະໃນກາຣກິນ ກາຣດື່ມ ກາຣຄ້ຽວ ກາຣຊີມ, ມີສັມປະຊັນຍະໃນກາຣຖ່າຍອຸຈຈາຣະ ກາຣຖ່າຍປັສສາວະ, ມີສັມປະຊັນຍະໃນກາຣເດີນ ກາຣຢືນ ກາຣນັ່ງ ກາຣນອນ ກາຣຕື່ນ ກາຣເວົ້າ ກາຣນິ້ງ.


ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຍ່ອມພິຈາຣະນາເຫັນກາຍນີ້ ເບື້ອງເທິງແຕ່ພື້ນຕີນຂຶ້ນໄປ ເບື້ອງລຸ່ມແຕ່ປາຍຜົມລົງມາ ມີໜັງເປັນທີ່ສຸດຮອບເຕັມດ້ວຍຂອງບໍ່ສະອາດມີປະກາຣຕ່າງໆວ່າ ມີຢູ່ໃນກາຍນີ້ຄື ຜົມ ຂົນ ເລັບ ຟັນ ໜັງ ຊີ້ນ ເອັນ ກະດູກ ເຍື່ອໃນກະດູກ ມ້າມ ຫົວໃຈ ຕັບ ພັງຜືດ ໄຕ ປອດ ໄສ້ໃຫຍ່ ໄສ້ນ້ອຍ ອາຫາຣໃໝ່ ອາຫາຣເກົ່າ ບີ ກະເທີ່ ນ້ຳໜອງ ເລືອດ ເຫື່ອ ໄຂມັນຂຸ້ນ ນ້ຳຕາ ໄຂມັນແຫລວ ນ້ຳລາຍ ນ້ຳມູກ ໄຂຂໍ້ ປັສສາວະ ເໝືອນໄຖ່ມີປາກສອງຂ້າງເຕັມດ້ວຍທັນຍະຊາຕຕ່າງໆຄື ເຂົ້າສາລີ ເຂົ້າເປືອກ ຖົ່ວຂຽວ ຖົ່ວເຫລືອງ ງາ ເຂົ້າສານ ບຸຣຸສຜູ້ມີຕາດີ ແກ້ໄຖ່ນັ້ນອອກແລ້ວຍ່ອມເຫັນໄດ້ວ່າ ນີ້ເຂົ້າສາລີ ນີ້ເຂົ້າເປືອກ ນີ້ຖົ່ວຂຽວ ນີ້ຖົ່ວເຫລືອງ ນີ້ງາ ນີ້ເຂົ້າສານ ສັນໃດ; ພິກຂຸກໍສັນນັ້ນເໝືອນກັນ ພິກຂຸຍ່ອມພິຈາຣະນາເຫັນກາຍນີ້ ເບື້ອງເທິງແຕ່ພື້ນຕີນຂຶ້ນໄປ ເບື້ອງລຸ່ມແຕ່ປາຍຜົມລົງມາ ມີໜັງເປັນທີ່ສຸດຮອບ ເຕັມດ້ວຍຂອງບໍ່ສະອາດມີປະກາຣຕ່າງໆວ່າ ມີຢູ່ໃນກາຍນີ້ຄື ຜົມ ຂົນ ເລັບ ຟັນ ໜັງ ຊີ້ນ ເອັນ ກະດູກ ເຍື່ອໃນກະດູກ ມ້າມ ຫົວໃຈ ຕັບ ພັງຜືດ ໄຕ ປອດ ໄສ້ໃຫຍ່ ໄສ້ນ້ອຍ ອາຫາຣໃໝ່ ອາຫາຣເກົ່າ ບີ ກະເທີ່ ນ້ຳໜອງ ເລືອດ ເຫື່ອ ໄຂມັນຂຸ້ນ ນ້ຳຕາ ໄຂມັນແຫລວ ນ້ຳລາຍ ນ້ຳມູກ ໄຂຂໍ້ ປັສສາວະ.


ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຍ່ອມພິຈາຣະນາເຫັນກາຍນີ້ ເຊິ່ງຕັ້ງຢູ່ຕາມທີ່ຕັ້ງຕາມປົກກະຕິ ໂດຍຄວາມເປັນທາຕວ່າ ມີຢູ່ໃນກາຍນີ້ຄື ທາຕດິນ ທາຕນໍ້າ ທາຕໄຟ ທາຕລົມ.


ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸໄດ້ເຫັນສົບທີ່ເຂົາຖິ້ມໄວ້ໃນປ່າຊ້າ ຕາຍແລ້ວວັນໜຶ່ງແດ່ ສອງວັນແດ່ ສາມວັນແດ່ ທີ່ຂຶ້ນອືດ ມີສີຂຽວໜ້າລັງກຽດ ນ້ຳເຫລືອງໄຫລ ໜ້າລັງກຽດ ເຂົາຍ່ອມນ້ອມເຂົ້າມາສູ່ກາຍນີ້ວ່າ ກໍຮ່າງກາຍນີ້ໜໍ ກໍມີແນວນີ້ເປັນທັມມະດາ ຄົງເປັນແນວນີ້ ບໍ່ລ່ວງພົ້ນຄວາມເປັນແນວນີ້ໄປໄດ້.


ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸໄດ້ເຫັນສົບທີ່ເຂົາຖິ້ມໄວ້ໃນປ່າຊ້າ ອັນຝູງກາຈິກກິນຢູ່ແດ່ ຝູງແຮ້ງຈິກກິນຢູ່ແດ່ ຝູງນົກພາກັນຈິກກິນຢູ່ແດ່ ໝູ່ໝາກັດກິນຢູ່ແດ່ ໝູ່ ໝາຈອກກັດກິນຢູ່ແດ່ ໝູ່ສັຕຕ່າງໆກັດກິນຢູ່ແດ່ ເຂົາຍ່ອມນ້ອມເຂົ້າມາສູ່ກາຍນີ້ວ່າ ກໍຮ່າງກາຍນີ້ໜໍ ກໍມີແນວນີ້ເປັນທັມມະດາ ຄົງເປັນແນວນີ້ ບໍ່ລ່ວງພົ້ນຄວາມເປັນແນວນີ້ໄປໄດ້.


ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸໄດ້ເຫັນສົບທີ່ເຂົາຖິ້ມໄວ້ໃນປ່າຊ້າ ເປັນຮ່າງກະດູກ ຍັງມີເນື້ອແລະເລືອດ ຍັງມີເສັ້ນເອັນຜູກຮັດຢູ່...


ເຫັນສົບທີ່ເຂົາຖິ້ມໄວ້ໃນປ່າຊ້າ ເປັນຮ່າງກະດູກເປື້ອນເລືອດ ແຕ່ປາສະຈາກເນື້ອ ຍັງມີເສັ້ນເອັນຜູກຮັດຢູ່ ຯລຯ


ເປັນຮ່າງກະດູກ ປາສະຈາກເນື້ອແລະເລືອດແລ້ວ ຍັງມີເສັ້ນເອັນຮັດຢູ່ ຯລຯ


ເປັນຮ່າງກະດູກ ປາສະຈາກເສັ້ນເອັນຜູກຮັດແລ້ວ ຢັງຢາຍໄປໃນທິສນ້ອຍທິສໃຫຍ່ ຄືກະດູກມືໄປທາງໜຶ່ງ ກະດູກຕີນໄປທາງໜຶ່ງ ກະດູກແຂ່ງໄປທາງໜຶ່ງ ກະດູກຂາໄປທາງໜຶ່ງ ກະດູກແອວໄປທາງໜຶ່ງ ກະດູກຂໍ້ສັນຫລັງໄປທາງໜຶ່ງ ກະດູກຊີກໂຄງໄປທາງໜຶ່ງ ກະດູກໜ້າເອິກໄປທາງໜຶ່ງ ກະດູກແຂນໄປທາງໜຶ່ງ ກະດູກບ່າໄຫລ່ໄປທາງໜຶ່ງ ກະດູກຄໍໄປທາງໜຶ່ງ ກະດູກຄາງໄປທາງໜຶ່ງ ກະດູກຟັນໄປທາງໜຶ່ງ ກະໂຫລກຫົວໄປທາງ ໜຶ່ງ ເຂົາຍ່ອມນ້ອມເຂົ້າມາສູ່ກາຍນີ້ວ່າ ກໍຮ່າງກາຍນີ້ໜໍ ກໍມີແນວນີ້ເປັນທັມມະດາ ຄົງເປັນແນວນີ້ ບໍ່ລ່ວງພົ້ນຄວາມເປັນແນວນີ້ໄປໄດ້.


ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເຫັນສົບທີ່ເຂົາຖິ້ມໄວ້ໃນປ່າຊ້າ ມີພຽງແຕ່ກະດູກສີຂາວປຽບດັ່ງສີສັງຂ໌...


ເຫັນສົບທີ່ເຂົາຖິ້ມໄວ້ໃນປ່າຊ້າ ເປັນທ່ອນກະດູກຢາຍເປັນກອງໆ ມີອາຍຸເກີນປີໜຶ່ງ...


ເຫັນສົບທີ່ເຂົາຖິ້ມໄວ້ໃນປ່າຊ້າ ມີພຽງແຕ່ກະດູກ ຜຸເປັນຈຸນ ເຂົາຍ່ອມນ້ອມເຂົ້າມາສູ່ກາຍນີ້ວ່າ ກໍຮ່າງກາຍນີ້ໜໍ ກໍມີແນວນີ້ເປັນທັມມະດາ ຄົງເປັນແນວນີ້ ບໍ່ລ່ວງພົ້ນຄວາມເປັນແນວນີ້ໄປໄດ້. ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກ ມີວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່ ເຂົາກະທຳກາຍນີ້ແລ ໃຫ້ຊຸ່ມຊື່ນເອີບອາບຊາບຊ່ານດ້ວຍປີຕິແລະສຸຂອັນເກີດແຕ່ວິເວກ ບໍ່ມີເອກະເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕ ທີ່ປີຕິແລະສຸຂອັນເກີດແຕ່ວິເວກຈະບໍ່ຖືກຕ້ອງ. ພິກຂຸທັງຫລາຍ ປຽບເໝືອນພະນັກງານສົງສນານຫລືລູກນ້ອງຂອງພະນັກງານສົງສນານຜູ້ສລາດ ໃສ່ຈຸນສີໂຕລົງໃນພາຊະນະສຳຣິດ ແລ້ວພຣົມດ້ວຍນ້ຳ ໝັກໄວ້ ເຖິງເວລາຕອນແລງ ກ້ອນຈຸນສີໂຕເຊິ່ງຢ່າງຊຶມໄປຈັບຕິດກັນທົ່ວທັງໝົດ ຍ່ອມບໍ່ກະແຈກກະຈາຍອອກ ສັນໃດ; ພິກຂຸທັງຫລາຍ ພິກຂຸກໍສັນນັ້ນແລ ກະທຳກາຍນີ້ແລ ໃຫ້ຊຸ່ມຊື່ນເອີບອາບຊາບຊ່ານດ້ວຍປີຕິແລະສຸຂອັນເກີດແຕ່ວິເວກ ບໍ່ມີເອກະເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕ ທີ່ປີຕິແລະສຸຂອັນເກີດແຕ່ວິເວກຈະບໍ່ຖືກຕ້ອງ. ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ເພາະວິຕົກ ວິຈາຣສງົບໄປ ບໍ່ມີວິຕົກ ບໍ່ມີວິຈາຣ ມີປີຕິແລະສຸຂອັນເກີດແຕ່ສະມາທິຢູ່ ເຂົາກະທຳກາຍນີ້ແລ ໃຫ້ຊຸ່ມຊື່ນເອີບອາບຊາບຊ່ານດ້ວຍປີຕິແລະສຸຂອັນເກີດແຕ່ສະມາທິ ບໍ່ມີເອກະເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕ ທີ່ປີຕິແລະສຸຂອັນເກີດແຕ່ສະມາທິຈະບໍ່ຖືກຕ້ອງ. ພິກຂຸທັງຫລາຍ ປຽບເໝືອນວັງນ້ຳເລິກມີນ້ຳປັ່ນປ່ວນ ບໍ່ມີທາງທີ່ນ້ຳຈະໄຫລມາໄດ້ ທັງໃນດ້ານຕາເວັນອອກ ດ້ານໃຕ້ ດ້ານຕາເວັນຕົກ ດ້ານເໜືອ ທັງຝົນກໍບໍ່ຕົກເພີ່ມຕາມລະດູກາລ ແຕ່ສາຍນ້ຳເຢັນພຸຂຶ້ນຈາກວັງນ້ຳນັ້ນແລ້ວ ຍ່ອມກະທຳວັງນ້ຳນັ້ນແລໃຫ້ຊຸ່ມຊື່ນເອີບອາບຊາບຊຶມດ້ວຍນ້ຳເຢັນ ບໍ່ມີເອກະເທສໃດໆແຫ່ງວັງນ້ຳນັ້ນທັງໝົດ ທີ່ນ້ຳເຢັນຈະບໍ່ຖືກຕ້ອງ ສັນໃດ; ພິກຂຸທັງຫລາຍ ພິກຂຸກໍສັນນັ້ນແລ ຍ່ອມກະທຳກາຍນີ້ແລ ໃຫ້ຊຸ່ມຊື່ນເອີບອາບຊາບຊ່ານດ້ວຍປີຕິແລະສຸຂອັນເກີດແຕ່ສະມາທິ ບໍ່ມີເອກະເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕ ທີ່ປີຕິແລະສຸຂອັນເກີດແຕ່ສະມາທິຈະບໍ່ຖືກຕ້ອງ. ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸມີອຸເປກຂາ ມີສະຕິ ສັມປະຊັນຍະ ສເວີຍສຸຂດ້ວຍກາຍ ເພາະປີຕິສິ້ນໄປ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິ ຢູ່ເປັນສຸຂ ເຂົາກະທຳກາຍນີ້ແລ ໃຫ້ຊຸ່ມຊື່ນເອີບອາບຊາບຊ່ານດ້ວຍສຸຂອັນປາສະຈາກປີຕິ ບໍ່ມີເອກະເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕທີ່ສຸຂປາສະຈາກປີຕິຈະບໍ່ຖືກຕ້ອງ. ພິກຂຸທັງຫລາຍ ປຽບເໝືອນໃນກໍບົວອຸບົລ ໃນກໍບົວປະທຸມ ຫລືໃນກໍບົວບຸນທະຣິກ, ດອກບົວອຸບົລ ດອກບົວປະທຸມ ຫລືດອກບົວບຸນທະຣິກ ບາງເຫລົ່າເຊິ່ງເກີດໃນນ້ຳ ຈະເຣີນໃນນ້ຳ ຍັງບໍ່ພົ້ນນ້ຳ ຈົມຢູ່ໃນນ້ຳ ອັນນ້ຳຫລໍ່ລ້ຽງໄວ້ ດອກບົວເຫລົ່ານັ້ນ ຊຸ່ມຊື່ນເອີບອາບຊາບຊຶມດ້ວຍນ້ຳເຢັນຕລອດຍອດ ຕລອດເຫງົ້າ ບໍ່ມີເອກະເທສໃດໆແຫ່ງດອກບົວອຸບົລ ດອກບົວປະທຸມ ຫລືດອກບົວບຸນທະຣິກທົ່ວທຸກສ່ວນ ທີ່ນ້ຳເຢັນຈະບໍ່ຖືກຕ້ອງ ສັນໃດ; ພິກຂຸທັງຫລາຍ ພິກຂຸກໍສັນນັ້ນແລ ຍ່ອມກະທຳກາຍນີ້ແລ ໃຫ້ຊຸ່ມຊື່ນເອີບອາບຊາບຊ່ານດ້ວຍສຸຂອັນປາສະຈາກປີຕິ ບໍ່ມີເອກະເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕທີ່ສຸຂປາສະຈາກປີຕິຈະບໍ່ຖືກຕ້ອງ. ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ ບໍ່ມີສຸຂ ເພາະລະສຸຂລະທຸກຂ໌ ແລະດັບໂສມະນັສໂທມະນັສກ່ອນໆໄດ້ ມີອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່ ເຂົານັ່ງແຜ່ໄປທົ່ວກາຍນີ້ແລ ດ້ວຍໃຈອັນບໍຣິສຸທຜຸດຜ່ອງ ບໍ່ມີເອກເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕ ທີ່ໃຈອັນບໍຣິສຸທຜຸດຜ່ອງຈະບໍ່ຖືກຕ້ອງ. ພິກຂຸທັງຫລາຍ ປຽບເໝືອນບຸຣຸສນັ່ງຄຸມໂຕ ຕລອດຫົວດ້ວຍຜ້າຂາວ ບໍ່ມີເອກເທສໃດໆແຫ່ງກາຍທຸກໆສ່ວນຂອງເຂົາທີ່ຜ້າຂາວຈະບໍ່ຖືກຕ້ອງ ສັນໃດ; ພິກຂຸທັງຫລາຍ ພິກຂຸກໍສັນນັ້ນແລ ເຂົານັ່ງແຜ່ໄປທົ່ວກາຍນີ້ແລ ດ້ວຍໃຈອັນບໍຣິສຸທຜຸດຜ່ອງ ບໍ່ມີເອກເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕ ທີ່ໃຈອັນບໍຣິສຸທຜຸດຜ່ອງຈະບໍ່ຖືກຕ້ອງ. ເມື່ອພິກຂຸບໍ່ປະມາທ ມີຄວາມພຽນ ມີຕົນສົ່ງໄປໃນທັມຢູ່ຢ່າງນີ້ ຍ່ອມລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້; ເພາະລະຄວາມຣະນຶກ ແລະຄວາມດຳຣິອັນອາສັຍເຮືອນເສຍໄດ້ ຈິຕກໍຕັ້ງຢູ່ດ້ວຍດີ ສງົບຣະງັບຢູ່ດ້ວຍດີ ເປັນທັມອັນເອກຜຸດຂຶ້ນ ເປັນສະມາທິຢູ່ໃນພາຍໃນ. ພິກຂຸທັງຫລາຍ ຢ່າງນີ້ແລ ພິກຂຸຊື່ວ່າ ຈະເຣີນກາຍະຄະຕາສະຕິ.


ພິກຂຸທັງຫລາຍ! ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກຸສົລທັມຢ່າງໃດຢ່າງໜຶ່ງອັນເປັນໄປໃນສ່ວນແຫ່ງວິຊຊາ ຍ່ອມຢັ່ງລົງໃນພາຍໃນຂອງພິກຂຸນັ້ນ. ພິກຂຸທັງຫລາຍ ປຽບເໝືອນມະຫາສະໝຸດອັນຜູ້ໃດຜູ້ໜຶ່ງຖືກຕ້ອງດ້ວຍໃຈແລ້ວ ແມ່ນ້ຳນ້ອຍສາຍໃດສາຍໜຶ່ງຍ່ອມໄຫລລົງສູ່ມະຫາສະໝຸດ ສັນໃດ; ພິກຂຸທັງຫລາຍ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກຸສົລທັມຢ່າງໃດຢ່າງໜຶ່ງອັນເປັນໄປໃນສ່ວນແຫ່ງວິຊຊາ ຍ່ອມຢັ່ງລົງໃນພາຍໃນຂອງພິກຂຸນັ້ນ ສັນນັ້ນເໝືອນກັນ.


ພິກຂຸທັງຫລາຍ! ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ບໍ່ຈະເຣີນແລ້ວ ບໍ່ກະທຳໃຫ້ຫລາຍແລ້ວ ມາຣຍ່ອມໄດ້ຊ່ອງ ຍ່ອມໄດ້ອາຣົມນ໌. ພິກຂຸທັງຫລາຍ ປຽບເໝືອນບຸຣຸສຫວ່ຽງກ້ອນສິລາໜັກໄປທີ່ກອງດິນປຽກ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ກ້ອນສິລາໜັກນັ້ນຈະໄດ້ຊ່ອງໃນກອງດິນປຽກຫລືໜໍ?


ພິກຂຸເຫລົ່ານັ້ນກຣາບທູລວ່າ ໄດ້ ພຣະອົງຄ໌ຜູ້ຈະເຣີນ!


ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ບໍ່ຈະເຣີນແລ້ວ ບໍ່ກະທຳໃຫ້ຫລາຍແລ້ວ ມາຣຍ່ອມໄດ້ຊ່ອງ ຍ່ອມໄດ້ອາຣົມນ໌.


ພິກຂຸທັງຫລາຍ! ປຽບເໝືອນໄມ້ແຫ້ງສະໜິດ ຕໍ່ມາ ບຸຣຸສນຳໄປເປັນໄມ້ສີໄຟ ດ້ວຍຫວັງວ່າ ເຮົາຈັກກໍ່ໄຟໃຫ້ເກີດຄວາມຮ້ອນຂຶ້ນ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ຄື ບຸຣຸສນັ້ນໃຊ້ໄມ້ທີ່ແຫ້ງສະໜິດນັ້ນມາກະທຳເປັນໄມ້ສີໄຟແລ້ວສີໃຫ້ເກີດໄຟ ໃຫ້ເກີດຄວາມຮ້ອນໄດ້ຫລືໜໍ?


ໄດ້ ພຣະອົງຄ໌ຜູ້ຈະເຣີນ!


ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ບໍ່ຈະເຣີນແລ້ວ ບໍ່ກະທຳໃຫ້ຫລາຍແລ້ວ ມາຣຍ່ອມໄດ້ຊ່ອງ ຍ່ອມໄດ້ອາຣົມນ໌.


ພິກຂຸທັງຫລາຍ! ປຽບເໝືອນໝໍ້ນ້ຳວ່າງເປົ່າ ອັນເຂົາຕັ້ງໄວ້ເທິງເຄື່ອງຮອງ ຕໍ່ມາ ມີບຸຣຸສຖືເອົາໝໍ້ນ້ຳນັ້ນມາເປັນເຄື່ອງຕັກນ້ຳ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ຄື ບຸຣຸສນັ້ນຈະຕັກນ້ຳໄດ້ຫລືໜໍ?


ໄດ້ ພຣະອົງຄ໌ຜູ້ຈະເຣີນ!


ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ບໍ່ຈະເຣີນແລ້ວ ບໍ່ກະທຳໃຫ້ຫລາຍແລ້ວ ມາຣຍ່ອມໄດ້ຊ່ອງ ຍ່ອມໄດ້ອາຣົມນ໌.


ພິກຂຸທັງຫລາຍ! ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ມາຣຍ່ອມບໍ່ໄດ້ຊ່ອງ ຍ່ອມບໍ່ໄດ້ອາຣົມນ໌. ພິກຂຸທັງຫລາຍ ປຽບເໝືອນບຸຣຸສໂຍນກຸ່ມດ້າຍເບົາໆລົງທີ່ແຜ່ນກະດານລຽທີ່ກະທຳດ້ວຍໄມ້ແກ່ນລ້ວນ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ກຸ່ມດ້າຍເບົາໆນັ້ນຈະໄດ້ຊ່ອງເທິງແຜ່ນກະດານລຽບທີ່ກະທຳດ້ວຍໄມ້ແກ່ນລ້ວນຫລືໜໍ?


ບໍ່ໄດ້ເລີຍ ພຣະອົງຄ໌ຜູ້ຈະເຣີນ!


ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ມາຣຍ່ອມບໍ່ໄດ້ຊ່ອງ ຍ່ອມບໍ່ໄດ້ອາຣົມນ໌.


ພິກຂຸທັງຫລາຍ! ປຽບເໝືອນໄມ້ສົດມີຢາງ ຕໍ່ມາ ບຸຣຸສນຳໄປເປັນໄມ້ສີໄຟ ດ້ວຍຫວັງວ່າ ເຮົາຈັກກໍ່ໄຟໃຫ້ເກີດຄວາມຮ້ອນຂຶ້ນ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ຄື ບຸຣຸສນັ້ນໃຊ້ໄມ້ສົດທີ່ມີຢາງນັ້ນມາກະທຳເປັນໄມ້ສີໄຟແລ້ວສີໃຫ້ເກີດໄຟ ໃຫ້ເກີດຄວາມຮ້ອນໄດ້ຫລືໜໍ?


ບໍ່ໄດ້ເລີຍ ພຣະອົງຄ໌ຜູ້ຈະເຣີນ!


ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ມາຣຍ່ອມບໍ່ໄດ້ຊ່ອງ ຍ່ອມບໍ່ໄດ້ອາຣົມນ໌.


ພິກຂຸທັງຫລາຍ! ປຽບເໝືອນໝໍ້ນ້ຳທີ່ມີນ້ຳເຕັມປ່ຽມສະເໝີຂອບປາກ ພໍທີ່ກາຈະດື່ມໄດ້ ອັນເຂົາຕັ້ງໄວ້ເທິງເຄື່ອງຮອງ ຕໍ່ມາ ມີບຸຣຸສຖືເອົາໝໍ້ນ້ຳນັ້ນມາເປັນເຄື່ອງຕັກນ້ຳ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ຄື ບຸຣຸສນັ້ນຈະຕັກນ້ຳໄດ້ຫລືໜໍ?


ບໍ່ໄດ້ເລີຍ ພຣະອົງຄ໌ຜູ້ຈະເຣີນ!


ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ມາຣຍ່ອມບໍ່ໄດ້ຊ່ອງ ຍ່ອມບໍ່ໄດ້ອາຣົມນ໌.


ພິກຂຸທັງຫລາຍ! ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ພິກຂຸນັ້ນນ້ອມຈິຕໄປເພື່ອກະທຳໃຫ້ແຈ້ງທັມທີ່ຄວນກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງໃດໆ ເມື່ອມີສະຕິເປັນເຫຕ ເຂົາຍ່ອມເຖິງຄວາມເປັນຜູ້ສາມາດໃນທັມທີ່ຄວນກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງນັ້ນໆໄດ້.


ພິກຂຸທັງຫລາຍ! ປຽບເໝືອນໝໍ້ນ້ຳທີ່ມີນ້ຳເຕັມປ່ຽມສະເໝີຂອບປາກ ພໍທີ່ກາຈະດື່ມໄດ້ ອັນເຂົາຕັ້ງໄວ້ເທິງເຄື່ອງຮອງ ບຸຣຸສຜູ້ມີກຳລັງມາສັ່ນໝໍ້ນ້ຳນັ້ນໂດຍວິທີໃດໆ ນ້ຳນັ້ນຍ່ອມຈະໄຫລມາໂດຍວິທີນັ້ນໆໄດ້ຫລືໜໍ?


ໄດ້ ພຣະອົງຄ໌ຜູ້ຈະເຣີນ!


ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ພິກຂຸນັ້ນນ້ອມຈິຕໄປເພື່ອກະທຳໃຫ້ແຈ້ງທັມທີ່ຄວນກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງໃດໆ ເມື່ອມີສະຕິເປັນເຫຕ ເຂົາຍ່ອມເຖິງຄວາມເປັນຜູ້ສາມາດໃນທັມທີ່ຄວນກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງນັ້ນໆໄດ້.


ພິກຂຸທັງຫລາຍ! ປຽບເໝືອນສະໂບກຂະຣະນີສີ່ຫລ່ຽມ ໃນພູມີພາຄທີ່ຮາບພຽງທີ່ເຂົາພູນຄັນໄວ້ ນ້ຳເຕັມປ່ຽມສະເໝີຂອບປາກ ພໍທີ່ກາຈະດື່ມໄດ້ ບຸຣຸສຜູ້ມີກຳລັງເຈາະຄັນສະໂບກຂະຣະນີນັ້ນທາງດ້ານໃດໆ ຈະເຖິງນ້ຳທາງດ້ານນັ້ນໆໄດ້ຫລືໜໍ?


ໄດ້ ພຣະອົງຄ໌ຜູ້ຈະເຣີນ!


ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ພິກຂຸນັ້ນນ້ອມຈິຕໄປເພື່ອກະທຳໃຫ້ແຈ້ງທັມທີ່ຄວນກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງໃດໆ ເມື່ອມີສະຕິເປັນເຫຕ ເຂົາຍ່ອມເຖິງຄວາມເປັນຜູ້ສາມາດໃນທັມທີ່ຄວນກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງນັ້ນໆໄດ້.


ພິກຂຸທັງຫລາຍ! ປຽບເໝືອນຣົຖມ້າອາຊາໄນຍ ທີ່ເຂົາທຽມມ້າແລ້ວ ມີແສ້ສຽບໄວ້ໃນທີ່ລະຫວ່າງມ້າທັງສອງ ຈອດຢູ່ໃນພື້ນທີ່ຮາບພຽງທີ່ທາງໃຫຍ່ ໔ ແຍກ ນາຍສາຣະຖີຜູ້ຝຶກມ້າ ເປັນອາຈາຣຍ໌ຂັບຂີ່ຜູ້ສລາດ ຂຶ້ນຣົຖນັ້ນແລ້ວ ມືຊ້າຍຈັບສາຍບັງຫຽນ ມືຂວາຈັບແສ້ ຍ່ອມຂັບຣົຖໄປຍັງທີ່ປາຖນາໄດ້ ສັນໃດ; ພິກຂຸທັງຫລາຍ ສັນນັ້ນເໝືອນກັນແລ ກາຍະຄະຕາສະຕິອັນພິກຂຸອົງຄ໌ໃດອົງຄ໌ໜຶ່ງ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ພິກຂຸນັ້ນນ້ອມຈິຕໄປເພື່ອກະທຳໃຫ້ແຈ້ງທັມທີ່ຄວນກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງໃດໆ ເມື່ອມີສະຕິເປັນເຫຕ ເຂົາຍ່ອມເຖິງຄວາມເປັນຜູ້ສາມາດໃນທັມທີ່ຄວນກະທຳໃຫ້ແຈ້ງດ້ວຍປັນຍາອັນຍິ່ງນັ້ນໆໄດ້.


ພິກຂຸທັງຫລາຍ! ກາຍະຄະຕາສະຕິ ອັນພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶຕສັ່ງສົມເນື່ອງໆ ປຣາຣົພສະໝໍ່າສະເໝີດີແລ້ວ ຍ່ອມຫວັງອານິສົງສ໌ ໑໐ ປະກາຣຄື:


ເປັນຜູ້ອົດທົນຕໍ່ຄວາມຍິນດີແລະຄວາມບໍ່ຍິນດີໄດ້ ບໍ່ຖືກຄວາມບໍ່ຍິນດີຄອບງຳ ຍ່ອມຄອບງຳຄວາມບໍ່ຍິນດີທີ່ເກີດຂຶ້ນແລ້ວດ້ວຍ.


ອົດທົນຕໍ່ພັຍແລະຄວາມຢ້ານກົວໄດ້ ບໍ່ຖືກພັຍແລະຄວາມຢ້ານກົວຄອບງຳ ຍ່ອມຄອບງຳພັຍແລະຄວາມຢ້ານກົວທີ່ເກີດຂຶ້ນແລ້ວດ້ວຍ.


ເປັນຜູ້ມີປົກກະຕິອົດທົນຕໍ່ຄວາມໜາວ ຄວາມຮ້ອນ ຄວາມຫິວ ຄວາມກະຫາຍ ອົດທົນຕໍ່ເຫລືອກ ຍຸງ ລົມ ແດດ ແລະສັຕເລືອຄານທັງຫລາຍ, ອົດທົນຕໍ່ຄຳຫຍາບຄາຍ ອົດທົນຕໍ່ທຸກຂະເວທະນາທາງກາຍທີ່ເກີດຂຶ້ນແລ້ວ ອັນກ້າແຂັງ ເຜັດຮ້ອນ ອັນບໍ່ເປັນທີ່ຊື່ນໃຈ ບໍ່ເປັນທີ່ຊອບໃຈ ສາມາດພາກຊີວິຕໄປໄດ້.


ເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງຊານທັງ ໔ ອັນເປັນມະຫາຄະຕະຈິຕ ເປັນເຄື່ອງຢູ່ເປັນສຸຂໃນປັຈຈຸບັນ.


ຍ່ອມສະແດງລິທໄດ້ໂດຍອະເນກປະກາຣຄື: ຄົນດຽວເຮັດເປັນຫລາຍຄົນກໍໄດ້; ຫລາຍຄົນເປັນຄົນດຽວກໍໄດ້; ຫາຍຕົວໄປນອກຝາ ນອກກຳແພງ ນອກພູເຂົາໄດ້ໂດຍບໍ່ຕິດຂັດເໝືອນໄປໃນທີ່ວ່າງກໍໄດ້; ທຳກາຣຜຸດຂຶ້ນຫລືມຸດລົງໃນແຜ່ນດິນເໝືອນໃນນ້ຳກໍໄດ້; ເດີນເທິງນ້ຳບໍ່ແຕກເໝືອນເດີນໃນແຜ່ນດິນກໍໄດ້; ເຫາະໄປໃນອາກາສທັງທີ່ຍັງນັ່ງຄູ້ບັນລັງເໝືອນນົກກໍໄດ້; ລູບຄຳດວງຈັນທ໌ ດວງອາທິຕເຊິ່ງມີລິທຫລາຍ ມີອານຸພາບຫລາຍດ້ວຍຝາມືກໍໄດ້; ໃຊ້ອຳນາຈທາງກາຍໄປຈົນເຖິງພຣົມມະໂລກກໍໄດ້.


ສາມາດຟັງສຽງທັງ ໒ ຄື ສຽງທິພແລະສຽງມະນຸສທັງໃນທີ່ໄກແລະທີ່ໃກ້ ດ້ວຍທິພພະໂສຕະອັນບໍຣິສຸທ ລ່ວງໂສຕະຂອງມະນຸສ.


ສາມາດກຳນົດຮູ້ໃຈຂອງສັຕອື່ນ ແລະບຸຄຄົລອື່ນໄດ້ດ້ວຍໃຈຄື: ຈິຕມີຣາຄະ ກໍຮູ້ວ່າ ຈິຕມີຣາຄະ; ຈິຕປາສະຈາກຣາຄະ ກໍຮູ້ວ່າ ຈິຕປາສະຈາກຣາຄະ; ຈິຕມີໂທສະ ກໍຮູ້ວ່າ ຈິຕມີໂທສະ; ຈິຕປາສະຈາກໂທສະ ກໍຮູ້ວ່າ ຈິຕປາສະຈາກໂທສະ; ຈິຕມີໂມຫະ ກໍຮູ້ວ່າ ຈິຕມີໂມຫະ; ຈິຕປາສະຈາກໂມຫະ ກໍຮູ້ວ່າ ຈິຕປາສະຈາກໂມຫະ; ຈິຕຫົດຫູ່ ກໍຮູ້ວ່າ ຈິຕຫົດຫູ່; ຈິຕຟຸ້ງຊ່ານ ກໍຮູ້ວ່າ ຈິຕຟຸ້ງຊ່ານ; ຈິຕເປັນມະຫັຄຄະຕະ ກໍຮູ້ວ່າ ຈິຕເປັນມະຫັຄຄະຕະ; ຈິຕບໍ່ເປັນມະຫັຄຄະຕະ ກໍຮູ້ວ່າ ຈິຕບໍ່ເປັນມະຫັຄຄະຕະ; ຈິຕມີຈິຕອື່ນຍິ່ງກວ່າ ກໍຮູ້ວ່າ ຈິຕມີຈິຕອື່ນຍິ່ງກວ່າ; ຈິຕບໍ່ມີຈິຕອື່ນຍິ່ງກວ່າ ກໍຮູ້ວ່າ ຈິຕບໍ່ມີຈິຕອື່ນຍິ່ງກວ່າ; ຈິຕຕັ້ງໝັ້ນ ກໍຮູ້ວ່າ ຈິຕຕັ້ງໝັ້ນ; ຈິຕບໍ່ຕັ້ງໝັ້ນ ກໍຮູ້ວ່າ ຈິຕບໍ່ຕັ້ງໝັ້ນ; ຈິຕຫລຸດພົ້ນ ກໍຮູ້ວ່າ ຈິຕຫລຸດພົ້ນ; ຈິຕບໍ່ຫລຸດພົ້ນ ກໍຮູ້ວ່າ ຈິຕບໍ່ຫລຸດພົ້ນ.


ຍ່ອມຣະນຶກເຖິງຂັນທ໌ທີ່ຢູ່ອາສັຍໃນຊາຕກ່ອນໄດ້ເປັນອະເນກປະກາຣຄື ຣະນຶກໄດ້ຊາຕໜຶ່ງແດ່ ສອງຊາຕແດ່ ສາມຊາຕແດ່ ສີ່ຊາຕແດ່ ຫ້າຊາຕແດ່ ສິບຊາຕແດ່ ຊາວຊາຕແດ່ ສາມສິບຊາຕແດ່ ສີ່ສິບຊາຕແດ່ ຫ້າສິບຊາຕແດ່ ຮ້ອຍຊາຕແດ່ ພັນຊາຕແດ່ ແສນຊາຕແດ່ ຫລາຍສັງວັຕຕະກັປ ຫລາຍວິວັຕຕະກັປແດ່ ຫລາຍສັງວັຕຕະວິວັຕຕະກັປແດ່ ວ່າໃນພົພນັ້ນ ເຮົາມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສເວີຍສຸຂສເວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ. ເຮົານັ້ນຈຸຕິຈາກພົພນັ້ນແລ້ວ ໄດ້ໄປບັງເກີດໃນພົພນັ້ນ ແມ່ນແຕ່ໃນພົພນັ້ນ ເຮົາກໍມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສເວີຍສຸຂສເວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ ເຮົານັ້ນຈຸຕິຈາກພົພນັ້ນແລ້ວ ໄດ້ມາບັງເກີດໃນພົພນີ້ ຍ່ອມຣະນຶກເຖິງຊາຕກ່ອນໄດ້ເປັນອັນມາກ ພ້ອມທັງອາກາຣ ພ້ອມທັງອຸເທສ ດ້ວຍປະກາຣຢ່າງນີ້.


ຍ່ອມມອງເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕຜູ້ເປັນໄປຕາມກັມວ່າ ສັຕເຫລົ່ານີ້ປະກອບດ້ວຍກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນມິຈສາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈມິຈສາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ສ່ວນສັຕເຫລົ່ານີ້ປະກອບດ້ວຍກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈສັມມາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງສຸຄະຕິໂລກສວັນ ດັ່ງນີ້. ເຂົາຍ່ອມເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕທີ່ເປັນໄປຕາມກັມ ດ້ວຍປະກາຣຢ່າງນີ້.


ຍ່ອມກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸຕ ປັນຍາວິມຸຕ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປດ້ວຍປັນຍາອັນຍິ່ງເອງໃນປັຈຈຸບັນເຂົ້າເຖິງຢູ່.


ພິກຂຸທັງຫລາຍ! ກາຍະຄະຕາສະຕິ ອັນພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງ ປະພຶຕສັ່ງສົມເນື່ອງໆ ປຣາຣົພສະໝໍ່າສະເໝີດີແລ້ວ ຍ່ອມຫວັງອານິສົງສ໌ ໑໐ ປະກາຣດັ່ງນີ້ແລ.


ພຣະຜູ້ມີພຣະພາຄໄດ້ຕຣັສພາສິຕນີ້ແລ້ວ ພິກຂຸເຫລົ່ານັ້ນຕ່າງຊື່ນຊົມຍິນດີພຣະພາສິຕຂອງພຣະຜູ້ມີພຣະພາຄແລ.



 
 
 

3 Comments

Rated 0 out of 5 stars.
No ratings yet

Add a rating
Guest
Jan 19
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມຄຳສອນອັນປະເສິດຂອງພຣະຜູ້ມີພຣະພາຄເຈົ້າ ຂ້ານ້ອຍ

Like

Guest
Jun 01, 2024
Rated 4 out of 5 stars.

ສາທຸໆ

Like

Thonglouane Keorajavongsay
Thonglouane Keorajavongsay
May 13, 2024
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະຕຖາຄົຕ ຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page