top of page

ກາຣປະຕິບັຕປະຕິປະທາທີ່ສົມຄວນແກ່ຄະຣືຫັສຖ໌

  • Sep 19, 2024
  • 1 min read

Updated: May 27

The Buddha's words

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໖໓-໖໔/໖໐



ຄັ້ງນັ້ນແລ ທ່ານອະນາຖະບິນດິກະຄະຫະບໍດີເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:


ຄະຫະບໍດີ! ອະຣິຍະສາວົກຜູ້ປະກອບດ້ວຍທັມ ໔ ປະກາຣ ຊື່ວ່າເປັນຜູ້ປະຕິບັຕປະຕິປະທາອັນສົມຄວນແກ່ຄະຣືຫັສຖ໌ ອັນເປັນເຫຕໃຫ້ໄດ້ຍົສ ແລະເປັນໄປເພື່ອເກີດໃນສວັນ. ທັມ ໔ ປະກາຣເປັນຢ່າງໃດ?


ຄະຫະບໍດີ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ບຳຣຸງພິກຂຸສົງຄ໌ດ້ວຍຈີວອຣ, ບຳຣຸງພິກຂຸສົງຄ໌ດ້ວຍບິນທະບາຕ, ບຳຣຸງພິກຂຸສົງຄ໌ດ້ວຍເສນາສະນະ, ບຳຣຸງພິກຂຸສົງຄ໌ດ້ວຍຄິລານະປັຈຈັຍເພສັຊບໍຣິຂາຣ. ຄະຫະບໍດີ! ອະຣິຍະສາວົກຜູ້ປະກອບດ້ວຍທັມ ໔ ປະກາຣນີ້ແລ ຊື່ວ່າເປັນຜູ້ປະຕິບັຕປະຕິປະທາອັນສົມຄວນແກ່ຄະຣືຫັສຖ໌ ອັນເປັນເຫຕໃຫ້ໄດ້ຍົສ ແລະເປັນໄປເພື່ອເກີດໃນສວັນ.


ບັນດິຕທັງຫລາຍບຳຣຸງທ່ານຜູ້ມີສີລ ຜູ້ດຳເນີນໄປໂດຍຊອບດ້ວຍຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣ ຊື່ວ່າຍ່ອມປະຕິບັຕປະຕິປະທາອັນສົມຄວນແກ່ຄະຣືຫັສຖ໌ ບຸນຍ໌ຍ່ອມຈະເຣີນແກ່ເຂົາທຸກເມື່ອ ທັງກາງເວັນແລະກາງຄືນ ເຂົາກະທຳກັມອັນຈະເຣີນແລ້ວ ຍ່ອມເຂົ້າເຖິງຖານະຄືສວັນ.



 
 
 

3 Comments

Rated 0 out of 5 stars.
No ratings yet

Add a rating
Guest
May 28
Rated 5 out of 5 stars.

🙏🙏🙏ສາທຸ

Like

Guest
May 27
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະສາສດາ ຂ້ານ້ອຍ

Like

Guest
Sep 19, 2024
Rated 5 out of 5 stars.

🙏🙏🙏ສາທຸຂ້ານ້ອຍ

Edited
Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page