top of page

ກາຣຢູ່ດ້ວຍຄວາມປະມາທ ແລະບໍ່ປະມາທຂອງອະຣິຍະສາວົກ

Writer: buddhavacanawordbuddhavacanaword

Updated: Nov 3, 2024

The Buddha's words

ສັງຍຸຕຕະນິກາຍ ມະຫາວາຣະວັຄ ພາສາໄທ ສະບັບຫລວງ ໑໙/໓໙໔/໑໕໙໙


Photo by Anna Jiménez Calaf on Unsplash


ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ໃນນິໂຄທາຣາມ ໃກ້ພຣະນະຄອຣກະບິລະພັສ ແຄວ້ນສັກກະ ຄັ້ງນັ້ນ ເຈົ້າສັກກະຍະພຣະນາມວ່າ ນັນທິຍະ ສະເດັຈເຂົ້າເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຊົງຖວາຍບັງຄົມພຣະຜູ້ມີພຣະພາຄແລ້ວ ປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອະຣິຍະສາວົກໃດບໍ່ມີໂສຕາປັຕຕິຍັງຄະ ໔ ປະກາຣ ໂດຍປະກາຣທັງປວງ ໃນກາລທຸກເມື່ອ ອະຣິຍະສາວົກນັ້ນຫລືໜໍທີ່ພຣະອົງຄ໌ຕຣັສຮຽກວ່າ ຢູ່ດ້ວຍຄວາມປະມາທ? ພຣະຜູ້ມີພຣະພາຄຕຣັສວ່າ:


ນັນທິຍະ! ບຸຄຄົລໃດບໍ່ມີໂສຕາປັຕຕິຍັງຄະ ໔ ປະກາຣ ເຮົາຮຽກບຸຄຄົລນັ້ນວ່າ ເປັນຄົນພາຍນອກ ຕັ້ງຢູ່ໃນຝ່າຍປຸຖຸຊົນ. ອີກຢ່າງໜຶ່ງ ອະຣິຍະສາວົກເປັນຜູ້ຢູ່ດ້ວຍຄວາມປະມາທ ແລະຢູ່ດ້ວຍຄວາມບໍ່ປະມາທໂດຍວິທີໃດ ທ່ານຈົ່ງຟັງວິທີນັ້ນ ຈົ່ງໃສ່ໃຈໃຫ້ດີ ເຮົາຈັກກ່າວ.


ນັນທິຍະສັກກະຍະທູລຮັບພຣະຜູ້ມີພຣະພາຄແລ້ວ ພຣະຜູ້ມີພຣະພາຄຕຣັສວ່າ:


ນັນທິຍະ! ກໍອະຣິຍະສາວົກເປັນຜູ້ຢູ່ດ້ວຍຄວາມປະມາທເປັນຢ່າງໃດ?


ນັນທິຍະ! ອະຣິຍະສາວົກໃນທັມວິນັຍນີ້ ປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະພຸທທະເຈົ້າວ່າ ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄ ພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌, ຕຣັສຮູ້ເອງໂດຍຊອບ, ເຖິງພ້ອມດ້ວຍວິຊຊາແລະຈະຣະນະ, ສະເດັຈໄປດີແລ້ວ, ຊົງຮູ້ແຈ້ງໂລກ, ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ, ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ, ເປັນຜູ້ເບີກບານແລ້ວ, ເປັນຜູ້ຈຳແນກທັມ ດັ່ງນີ້, ອະຣິຍະສາວົກນັ້ນພໍໃຈແລ້ວດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະພຸທທະເຈົ້ານັ້ນ ບໍ່ພະຍາຍາມໃຫ້ຍິ່ງຂຶ້ນໄປ ເພື່ອຄວາມສງັດໃນກາງເວັນ ເພື່ອກາຣຫລີກເຣັ້ນໃນກາງຄືນ ເມື່ອອະຣິຍະສາວົກນັ້ນເປັນຜູ້ປະມາທຢູ່ຢ່າງນີ້ ຍ່ອມບໍ່ມີປຣາໂມທ ເມື່ອບໍ່ມີປຣາໂມທ ກໍບໍ່ມີປີຕິ ເມື່ອບໍ່ມີປີຕິ ກໍບໍ່ມີປັສສັທທິ ເມື່ອບໍ່ມີປັສສັທທິ ຍ່ອມຢູ່ເປັນທຸກຂ໌ ຈິຕຂອງຜູ້ມີຄວາມທຸກຂ໌ ຍ່ອມບໍ່ຕັ້ງໝັ້ນ ເມື່ອຈິຕບໍ່ຕັ້ງໝັ້ນ ທັມທັງຫລາຍຍ່ອມບໍ່ປາກົຕ ເພາະທັມທັງຫລາຍບໍ່ປາກົຕ ອະຣິຍະສາວົກນັ້ນຍ່ອມເຖິງຄວາມນັບວ່າ ຢູ່ດ້ວຍຄວາມປະມາທ.


ນັນທິຍະ! ອີກປະກາຣໜຶ່ງ ອະຣິຍະສາວົກເປັນຜູ້ປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະທັມວ່າ ພຣະທັມເປັນສິ່ງທີ່ພຣະຜູ້ມີພຣະພາຄຕຣັສໄວ້ດີແລ້ວ, ເປັນສິ່ງທີ່ຜູ້ສຶກສາແລະປະຕິບັດຍ່ອມເຫັນໄດ້ດ້ວຍຕົນເອງ,​ ເປັນສິ່ງທີ່ປະຕິບັດໄດ້ແລະໃຫ້ຜົລໄດ້ບໍ່ຈໍາກັດກາລ, ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີດ, ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ຕົວ, ເປັນສິ່ງທີ່ວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ ດັ່ງນີ້, ອະຣິຍະສາວົກນັ້ນພໍໃຈແລ້ວດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະທັມນັ້ນ ບໍ່ພະຍາຍາມໃຫ້ຍິ່ງຂຶ້ນໄປ ເພື່ອຄວາມສງັດໃນກາງເວັນ ເພື່ອກາຣຫລີກເຣັ້ນໃນກາງຄືນ ເມື່ອອະຣິຍະສາວົກນັ້ນເປັນຜູ້ປະມາທຢູ່ຢ່າງນີ້ ຍ່ອມບໍ່ມີປຣາໂມທ ເມື່ອບໍ່ມີປຣາໂມທ ກໍບໍ່ມີປີຕິ ເມື່ອບໍ່ມີປີຕິ ກໍບໍ່ມີປັສສັທທິ ເມື່ອບໍ່ມີປັສສັທທິ ຍ່ອມຢູ່ເປັນທຸກຂ໌ ຈິຕຂອງຜູ້ມີຄວາມທຸກຂ໌ ຍ່ອມບໍ່ຕັ້ງໝັ້ນ ເມື່ອຈິຕບໍ່ຕັ້ງໝັ້ນ ທັມທັງຫລາຍຍ່ອມບໍ່ປາກົຕ ເພາະທັມທັງຫລາຍບໍ່ປາກົຕ ອະຣິຍະສາວົກນັ້ນຍ່ອມເຖິງຄວາມນັບວ່າ ຢູ່ດ້ວຍຄວາມປະມາທ.


ນັນທິຍະ! ອີກປະກາຣໜຶ່ງ ອະຣິຍະສາວົກເປັນຜູ້ປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະສົງຄ໌ວ່າ ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນຜູ້ປະຕິບັຕດີແລ້ວ, ເປັນຜູ້ປະຕິບັຕຕົງແລ້ວ, ເປັນຜູ້ປະຕິບັຕໃຫ້ຮູ້ທັມເຄື່ອງອອກຈາກທຸກຂ໌ແລ້ວ, ເປັນຜູ້ປະຕິບັຕສົມຄວນແລ້ວ, ໄດ້ແກ່ບຸຄຄົລເຫລົ່ານີ້ຄື ຄູ່ແຫ່ງບຸຣຸສສີ່ຄູ່ ນັບຮຽງຕົວບຸຣຸສໄດ້ ໘ ບຸຣຸສ ນັ້ນແຫລະຄື ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ, ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົານຳມາບູຊາ, ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ, ເປັນສົງຄ໌ຄວນຮັບທັກຂິນາທານ, ເປັນສົງຄ໌ທີ່ບຸຄຄົລທົ່ວໄປຄວນທຳອັນຊະລີ, ເປັນສົງຄ໌ທີ່ເປັນນາບຸນຂອງໂລກ ບໍ່ມີນາບຸນອື່ນຍິ່ງກວ່າ ດັ່ງນີ້, ອະຣິຍະສາວົກນັ້ນພໍໃຈແລ້ວດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະສົງຄ໌ນັ້ນ ບໍ່ພະຍາຍາມໃຫ້ຍິ່ງຂຶ້ນໄປ ເພື່ອຄວາມສງັດໃນກາງເວັນ ເພື່ອກາຣຫລີກເຣັ້ນໃນກາງຄືນ ເມື່ອອະຣິຍະສາວົກນັ້ນເປັນຜູ້ປະມາທຢູ່ຢ່າງນີ້ ຍ່ອມບໍ່ມີປຣາໂມທ ເມື່ອບໍ່ມີປຣາໂມທ ກໍບໍ່ມີປີຕິ ເມື່ອບໍ່ມີປີຕິ ກໍບໍ່ມີປັສສັທທິ ເມື່ອບໍ່ມີປັສສັທທິ ຍ່ອມຢູ່ເປັນທຸກຂ໌ ຈິຕຂອງຜູ້ມີຄວາມທຸກຂ໌ ຍ່ອມບໍ່ຕັ້ງໝັ້ນ ເມື່ອຈິຕບໍ່ຕັ້ງໝັ້ນ ທັມທັງຫລາຍຍ່ອມບໍ່ປາກົຕ ເພາະທັມທັງຫລາຍບໍ່ປາກົຕ ອະຣິຍະສາວົກນັ້ນຍ່ອມເຖິງຄວາມນັບວ່າ ຢູ່ດ້ວຍຄວາມປະມາທ.


ນັນທິຍະ! ອີກປະກາຣໜຶ່ງ ອະຣິຍະສາວົກເປັນຜູ້ປະກອບດ້ວຍສີລທີ່ພຣະອະຣິຍະເຈົ້າໃຄ່ແລ້ວ ບໍ່ຂາດ ບໍ່ທະລຸ ບໍ່ດ່າງ ບໍ່ພ້ອຍ ເປັນອິສສະຣະ ວິນຍູຊົນສັນລະເສີນ ບໍ່ມີອັນໃດຄອບງຳ ເປັນໄປເພື່ອສະມາທິ ອະຣິຍະສາວົກນັ້ນພໍໃຈແລ້ວດ້ວຍສີລທີ່ພຣະອະຣິຍະເຈົ້າໃຄແລ້ວ ບໍ່ພະຍາຍາມໃຫ້ຍິ່ງຂຶ້ນໄປ ເພື່ອຄວາມສງັດໃນກາງເວັນ ເພື່ອກາຣຫລີກເຣັ້ນໃນກາງຄືນ ເມື່ອອະຣິຍະສາວົກນັ້ນເປັນຜູ້ປະມາທຢູ່ຢ່າງນີ້ ຍ່ອມບໍ່ມີປຣາໂມທ ເມື່ອບໍ່ມີປຣາໂມທ ກໍບໍ່ມີປີຕິ ເມື່ອບໍ່ມີປີຕິ ກໍບໍ່ມີປັສສັທທິ ເມື່ອບໍ່ມີປັສສັທທິ ຍ່ອມຢູ່ເປັນທຸກຂ໌ ຈິຕຂອງຜູ້ມີຄວາມທຸກຂ໌ ຍ່ອມບໍ່ຕັ້ງໝັ້ນ ເມື່ອຈິຕບໍ່ຕັ້ງໝັ້ນ ທັມທັງຫລາຍຍ່ອມບໍ່ປາກົຕ ເພາະທັມທັງຫລາຍບໍ່ປາກົຕ ອະຣິຍະສາວົກນັ້ນຍ່ອມເຖິງຄວາມນັບວ່າ ຢູ່ດ້ວຍຄວາມປະມາທ. ນັນທິຍະ ອະຣິຍະສາວົກເປັນຜູ້ຢູ່ດ້ວຍຄວາມປະມາທເປັນຢ່າງນີ້ແລ.


ນັນທິຍະ! ອະຣິຍະສາວົກເປັນຜູ້ຢູ່ດ້ວຍຄວາມບໍ່ປະມາທເປັນຢ່າງໃດ?


ນັນທິຍະ! ອະຣິຍະສາວົກໃນທັມວິນັຍນີ້ ປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະພຸທທະເຈົ້າວ່າ ເພາະເຫດຢ່າງນີ້ໆ ພຣະຜູ້ມີພຣະພາຄ ພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌, ຕຣັສຮູ້ເອງໂດຍຊອບ, ເຖິງພ້ອມດ້ວຍວິຊຊາແລະຈະຣະນະ, ສະເດັຈໄປດີແລ້ວ, ຊົງຮູ້ແຈ້ງໂລກ, ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ, ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ, ເປັນຜູ້ເບີກບານແລ້ວ, ເປັນຜູ້ຈຳແນກທັມ  ດັ່ງນີ້, ອະຣິຍະສາວົກນັ້ນບໍ່ພໍໃຈດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະພຸທທະເຈົ້ານັ້ນ ພະຍາຍາມໃຫ້ຍິ່ງຂຶ້ນໄປ ເພື່ອຄວາມສງັດໃນກາງເວັນ ເພື່ອກາຣຫລີກເຣັ້ນໃນກາງຄືນ ເມື່ອອະຣິຍະສາວົກນັ້ນເປັນຜູ້ບໍ່ປະມາທຢູ່ຢ່າງນີ້ ຍ່ອມເກີດປຣາໂມທ ເມື່ອເກີດປຣາໂມທ ຍ່ອມເກີດປີຕິ ເມື່ອໃຈມີປີຕິ ກາຍຍ່ອມສງົບ ຜູ້ມີກາຍສງົບ ຍ່ອມໄດ້ສະເຫວີຍສຸຂ ຈິຕຂອງຜູ້ມີຄວາມສຸຂ ຍ່ອມຕັ້ງໝັ້ນ ເມື່ອຈິຕຕັ້ງໝັ້ນ ທັມທັງຫລາຍຍ່ອມປາກົຕ ເພາະທັມທັງຫລາຍປາກົຕ ອະຣິຍະສາວົກນັ້ນຍ່ອມເຖິງຄວາມນັບວ່າ ຢູ່ດ້ວຍຄວາມບໍ່ປະມາທ.


ນັນທິຍະ! ອີກປະກາຣໜຶ່ງ ອະຣິຍະສາວົກເປັນຜູ້ປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະທັມວ່າ ພຣະທັມເປັນສິ່ງທີ່ພຣະຜູ້ມີພຣະພາຄຕຣັສໄວ້ດີແລ້ວ, ເປັນສິ່ງທີ່ຜູ້ສຶກສາແລະປະຕິບັດຍ່ອມເຫັນໄດ້ດ້ວຍຕົນເອງ,​ ເປັນສິ່ງທີ່ປະຕິບັດໄດ້ແລະໃຫ້ຜົລໄດ້ບໍ່ຈໍາກັດກາລ, ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີດ, ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ຕົວ, ເປັນສິ່ງທີ່ວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ ດັ່ງນີ້, ອະຣິຍະສາວົກນັ້ນບໍ່ພໍໃຈດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະທັມນັ້ນ ພະຍາຍາມໃຫ້ຍິ່ງຂຶ້ນໄປ ເພື່ອຄວາມສງັດໃນກາງເວັນ ເພື່ອກາຣຫລີກເຣັ້ນໃນກາງຄືນ ເມື່ອອະຣິຍະສາວົກນັ້ນເປັນຜູ້ບໍ່ປະມາທຢູ່ຢ່າງນີ້ ຍ່ອມເກີດປຣາໂມທ ເມື່ອເກີດປຣາໂມທ ຍ່ອມເກີດປີຕິ ເມື່ອໃຈມີປີຕິ ກາຍຍ່ອມສງົບ ຜູ້ມີກາຍສງົບ ຍ່ອມໄດ້ສະເຫວີຍສຸຂ ຈິຕຂອງຜູ້ມີຄວາມສຸຂ ຍ່ອມຕັ້ງໝັ້ນ ເມື່ອຈິຕຕັ້ງໝັ້ນ ທັມທັງຫລາຍຍ່ອມປາກົຕ ເພາະທັມທັງຫລາຍປາກົຕ ອະຣິຍະສາວົກນັ້ນຍ່ອມເຖິງຄວາມນັບວ່າ ຢູ່ດ້ວຍຄວາມບໍ່ປະມາທ.


ນັນທິຍະ! ອີກປະກາຣໜຶ່ງ ອະຣິຍະສາວົກເປັນຜູ້ປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະສົງຄ໌ວ່າ ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນຜູ້ປະຕິບັຕດີແລ້ວ, ເປັນຜູ້ປະຕິບັຕຕົງແລ້ວ, ເປັນຜູ້ປະຕິບັຕໃຫ້ຮູ້ທັມເຄື່ອງອອກຈາກທຸກຂ໌ແລ້ວ, ເປັນຜູ້ປະຕິບັຕສົມຄວນແລ້ວ, ໄດ້ແກ່ບຸຄຄົລເຫລົ່ານີ້ຄື ຄູ່ແຫ່ງບຸຣຸສສີ່ຄູ່ ນັບຮຽງຕົວບຸຣຸສໄດ້ ໘ ບຸຣຸສ ນັ້ນແຫລະຄື ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ, ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົານຳມາບູຊາ, ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ, ເປັນສົງຄ໌ຄວນຮັບທັກຂິນາທານ, ເປັນສົງຄ໌ທີ່ບຸຄຄົລທົ່ວໄປຄວນທຳອັນຊະລີ, ເປັນສົງຄ໌ທີ່ເປັນນາບຸນຂອງໂລກ ບໍ່ມີນາບຸນອື່ນຍິ່ງກວ່າ ດັ່ງນີ້, ອະຣິຍະສາວົກນັ້ນບໍ່ພໍໃຈດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະສົງຄ໌ ພະຍາຍາມໃຫ້ຍິ່ງຂຶ້ນໄປ ເພື່ອຄວາມສງັດໃນກາງເວັນ ເພື່ອກາຣຫລີກເຣັ້ນໃນກາງຄືນ ເມື່ອອະຣິຍະສາວົກນັ້ນເປັນຜູ້ບໍ່ປະມາທຢູ່ຢ່າງນີ້ ຍ່ອມເກີດປຣາໂມທ ເມື່ອເກີດປຣາໂມທ ຍ່ອມເກີດປີຕິ ເມື່ອໃຈມີປີຕິ ກາຍຍ່ອມສງົບ ຜູ້ມີກາຍສງົບ ຍ່ອມໄດ້ສະເຫວີຍສຸຂ ຈິຕຂອງຜູ້ມີຄວາມສຸຂ ຍ່ອມຕັ້ງໝັ້ນ ເມື່ອຈິຕຕັ້ງໝັ້ນ ທັມທັງຫລາຍຍ່ອມປາກົຕ ເພາະທັມທັງຫລາຍປາກົຕ ອະຣິຍະສາວົກນັ້ນຍ່ອມເຖິງຄວາມນັບວ່າ ຢູ່ດ້ວຍຄວາມບໍ່ປະມາທ.


ນັນທິຍະ! ອີກປະກາຣໜຶ່ງ ອະຣິຍະສາວົກເປັນຜູ້ປະກອບດ້ວຍສີລທີ່ພຣະອະຣິຍະເຈົ້າໃຄ່ແລ້ວ ບໍ່ຂາດ ບໍ່ທະລຸ ບໍ່ດ່າງ ບໍ່ພ້ອຍ ເປັນອິສສະຣະ ວິນຍູຊົນສັນລະເສີນ ບໍ່ມີອັນໃດຄອບງຳ ເປັນໄປເພື່ອສະມາທິ ອະຣິຍະສາວົກນັ້ນບໍ່ພໍໃຈດ້ວຍສີລທີ່ພຣະອະຣິຍະເຈົ້າໃຄແລ້ວ ພະຍາຍາມໃຫ້ຍິ່ງຂຶ້ນໄປ ເພື່ອຄວາມສງັດໃນກາງເວັນ ເພື່ອກາຣຫລີກເຣັ້ນໃນກາງຄືນ ເມື່ອອະຣິຍະສາວົກນັ້ນເປັນຜູ້ບໍ່ປະມາທຢູ່ຢ່າງນີ້ ຍ່ອມເກີດປຣາໂມທ ເມື່ອເກີດປຣາໂມທ ຍ່ອມເກີດປີຕິ ເມື່ອໃຈມີປີຕິ ກາຍຍ່ອມສງົບ ຜູ້ມີກາຍສງົບ ຍ່ອມໄດ້ສະເຫວີຍສຸຂ ຈິຕຂອງຜູ້ມີຄວາມສຸຂ ຍ່ອມຕັ້ງໝັ້ນ ເມື່ອຈິຕຕັ້ງໝັ້ນ ທັມທັງຫລາຍຍ່ອມປາກົຕ ເພາະທັມທັງຫລາຍປາກົຕ ອະຣິຍະສາວົກນັ້ນຍ່ອມເຖິງຄວາມນັບວ່າ ຢູ່ດ້ວຍຄວາມບໍ່ປະມາທ.


ນັນທິຍະ! ອະຣິຍະສາວົກເປັນຜູ້ຢູ່ດ້ວຍຄວາມບໍ່ປະມາທເປັນຢ່າງນີ້ແລ.



 
 
 

2 Comments

Rated 0 out of 5 stars.
No ratings yet

Add a rating
Guest
Nov 02, 2024
Rated 5 out of 5 stars.

🙏🙏🙏

Like

Guest
Nov 02, 2024
Rated 5 out of 5 stars.

🙏🏻🙏🏻🙏🏻ສາທຸຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page