top of page
Search

ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌໘ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານ

  • Writer: buddhavacanaword
    buddhavacanaword
  • Jul 13, 2024
  • 3 min read

Updated: Jul 13, 2024

The Buddha's words

ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ ໒໓/໒໐໓-໒໐໔/໑໓໔



ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ກູຕາຄາຣະສາລາ ປ່າມະຫາວັນ ໃກ້ພຣະນະຄອຣເວສາລີ. ຄັ້ງນັ້ນແລ ວາເສຕຖະອຸປາສົກເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:


ວາເສຕຖະ! ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ອັນບຸຄຄົລຮັກສາແລ້ວ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍ.


ວາເສຕຖະ! ກໍອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ອັນບຸຄຄົລຮັກສາແລ້ວຢ່າງໃດ ຈຶ່ງມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍ?


ວາເສຕຖະ! ອະຣິຍະສາວົກໃນທັມວິນັຍນີ້ ຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະປານາຕິບາຕ ງົດເວັ້ນຈາກປານາຕິບາຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ເຖິງພ້ອມດ້ວຍຄວາມເອັນດູ ອະນຸເຄາະເກື້ອກູນແກ່ສັຕທັງປວງຢູ່ ຕລອດຊີວິຕ; ໃນວັນນີ້ ເຮົາກໍລະປານາຕິບາຕ ງົດເວັ້ນຈາກປານາຕິບາຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ເຖິງພ້ອມດ້ວຍຄວາມເອັນດູ ອະນຸເຄາະເກື້ອກູນແກ່ສັຕທັງປວງຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໑ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.


ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະອະທິນນາທານ, ງົດເວັ້ນຈາກອະທິນນາທານ, ຖືເອົາແຕ່ສິ່ງຂອງທີ່ເຂົາໃຫ້ ຫວັງແຕ່ສິ່ງຂອງທີ່ເຂົາໃຫ້ ບໍ່ເປັນຂະໂມຍ ເປັນຜູ້ສະອາດຢູ່ຕລອດຊີວິຕ; ໃນວັນນີ້ ເຮົາກໍລະອະທິນນາທານ, ງົດເວັ້ນຈາກອະທິນນາທານ, ຖືເອົາແຕ່ສິ່ງຂອງທີ່ເຂົາໃຫ້ ຫວັງແຕ່ສິ່ງຂອງທີ່ເຂົາໃຫ້ ບໍ່ເປັນຂະໂມຍ ເປັນຜູ້ສະອາດຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໒ ກໍຊື່ວ່າ ເຮົາໄດ້ສະມາ ທານຮັກສາແລ້ວ.


ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍ ລະອະພຣົມມະຈັນຍ໌ ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກ ເວັ້ນຈາກເມຖຸນອັນເປັນທັມຂອງຊາວບ້ານຕລອດຊີວິຕ; ໃນວັນນີ້ ເຮົາກໍລະອະພຣົມມະຈັນຍ໌ ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກ ເວັ້ນຈາກເມຖຸນອັນເປັນທັມຂອງຊາວບ້ານຕລອດຄືນໜຶ່ງກັບວັນໜຶ່ງ ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໓ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.


ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍ ລະມຸສາວາທ ງົດເວັ້ນຈາກມຸສາວາທ ເວົ້າແຕ່ຄຳຈິງ ດຳຣົງຄວາມສັຈ ມີຖ້ອຍຄຳທີ່ເຊື່ອຖືໄດ້ ບໍ່ກ່າວໃຫ້ຄາດເຄື່ອນຈາກຄວາມຈິງແກ່ໂລກຕລອດຊີວິຕ; ໃນວັນນີ້ ເຮົາກໍລະມຸສາວາທ ງົດເວັ້ນຈາກມຸສາວາທ ເວົ້າແຕ່ຄຳຈິງ ດຳຣົງຄວາມສັຈ ມີຖ້ອຍຄຳທີ່ເຊື່ອຖືໄດ້ ບໍ່ກ່າວໃຫ້ຄາດເຄື່ອນຈາກຄວາມຈິງແກ່ໂລກຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໔ ກໍຊື່ວ່າ ເຮົາໄດ້ສະມາ ທານຮັກສາແລ້ວ.


ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທຕລອດຊີວິຕ; ໃນວັນນີ້ ເຮົາກໍລະສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໕ ກໍຊື່ວ່າ ເຮົາໄດ້ສະມາ ທານຮັກສາແລ້ວ.


ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍເປັນຜູ້ບໍຣິໂພຄອາຫາຣຄັ້ງດຽວ ງົດກາຣບໍຣິໂພຄໃນຣາຕຣີ, ເວັ້ນຈາກກາຣບໍຣິໂພຄອາຫາຣໃນເວລາວິກາລຢູ່ຕລອດຊີວິຕ; ໃນວັນນີ້ ເຮົາກໍບໍຣິໂພຄອາຫາຣຄັ້ງດຽວ ງົດກາຣບໍຣິໂພຄໃນຣາຕຣີ, ເວັ້ນຈາກກາຣບໍຣິໂພຄອາຫາຣໃນເວລາວິກາລຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໖ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.


ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍງົດເວັ້ນຈາກກາຣຟ້ອນລຳ ຂັບຮ້ອງ ປະໂຄມດົນຕຣີ ເບິ່ງກາຣຫລິ້ນອັນເປັນຂ້າເສິກແກ່ກຸສົລ ແລະກາຣປະດັບຕົກແຕ່ງດ້ວຍດອກໄມ້ຂອງຫອມ ເຄື່ອງລູບທາອັນເປັນຖານແຫ່ງກາຣແຕ່ງໂຕຕລອດຊີວິຕ; ໃນວັນນີ້ ເຮົາກໍງົດເວັ້ນຈາກກາຣຟ້ອນລຳ ຂັບຮ້ອງ ປະໂຄມດົນຕຣີ ເບິ່ງກາຣຫລິ້ນອັນເປັນຂ້າເສິກແກ່ກຸສົລ ແລະກາຣປະດັບຕົກແຕ່ງດ້ວຍດອກໄມ້ຂອງຫອມ ເຄື່ອງລູບທາອັນເປັນຖານແຫ່ງກາຣແຕ່ງໂຕຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໗ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.


ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະທີ່ນອນອັນສູງໃຫຍ່ ງົດເວັ້ນຈາກທີ່ນອນອັນສູງໃຫຍ່ ສຳເຣັຈກາຣນອນໃນທີ່ນອນອັນຕ່ຳ ຄືເທິງຕຽງ ຫລືເຄື່ອງປູດ້ວຍຫຍ້າຕລອດຊີວິຕ; ໃນວັນນີ້ ເຮົາກໍລະທີ່ນອນອັນສູງໃຫຍ່ ງົດເວັ້ນຈາກທີ່ນອນອັນສູງໃຫຍ່ ສຳເຣັຈກາຣນອນໃນທີ່ນອນອັນຕ່ຳ ຄືເທິງຕຽງ ຫລືເຄື່ອງປູດ້ວຍຫຍ້າຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໘ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.


ວາເສຕຖະ! ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນີ້ແລ ອັນບຸຄຄົລຮັກສາແລ້ວ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍ.


ວາເສຕຖະ! ກໍອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນີ້ ອັນບຸຄຄົລຮັກສາແລ້ວ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍພຽງໃດ?


ວາເສຕຖະ! ປຽບເໝືອນພຣະຣາຊາສເວີຍຣາຊະສົມບັຕ ດຳຣົງອິສສະຣາທິປັຈໃນຊົນບົທໃຫຍ່ໆ ໑໖ ຣັຖ, ມີຣັຕນະ ໗ ປະກາຣມາກມາຍ, ເຫລົ່ານີ້ຄື ອັງຄະ ມະຄະທະ ກາສີ ໂກສົລ ວັຊຊີ ມັລລະ ເຈດີຍ໌ ວັງສະ ກຸຣຸ ປັນຈາລະ ມັຈສະ ສຸຣະເສນະ ອັສສະກະ ອະວັນຕີ ຄັນທາຣະ ກັມໂພຊະ ກາຣສເວີຍຣາຊະສົມບັຕ ດຳຣົງອິສສະຣາທິປັຈຂອງພຣະຣາຊານັ້ນ ຍ່ອມບໍ່ເຖິງສ້ຽວທີ ໑໖ ແຫ່ງອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ຂໍ້ນັ້ນເພາະເຫຕໃດ? ເພາະຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ.


ວາເສຕຖະ! ໕໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນຈາຕຸມມະຫາຣາຊິກາ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໕໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນຈາຕຸມມະຫາຣາຊິກາ.


ວາເສຕຖະ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນຈາຕຸມມະຫາຣາຊິກາ ນີ້ເປັນຖານະທີ່ຈະມີໄດ້.


ວາເສຕຖະ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ.


ວາເສຕຖະ! ໑໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນດາວະດຶງສ໌, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໑໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນດາວະດຶງສ໌.


ວາເສຕຖະ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນດາວະດຶງສ໌ ນີ້ເປັນຖານະທີ່ຈະມີໄດ້.


ວາເສຕຖະ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ.


ວາເສຕຖະ! ໒໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນຍາມາ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໒໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນຍາມາ.


ວາເສຕຖະ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນຍາມາ ນີ້ເປັນຖານະທີ່ຈະມີໄດ້.


ວາເສຕຖະ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ.


ວາເສຕຖະ! ໔໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນດຸສິຕ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໔໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນດຸສິຕ.


ວາເສຕຖະ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນດຸສິຕ ນີ້ເປັນຖານະທີ່ຈະມີໄດ້.

ວາເສຕຖະ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ.


ວາເສຕຖະ! ໘໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນນິມມານະຣະດີ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນ ໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໘໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນນິມມານະຣະດີ.


ວາເສຕຖະ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນນິມມານະຣະດີ ນີ້ເປັນຖານະທີ່ຈະມີໄດ້.


ວາເສຕຖະ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ.


ວາເສຕຖະ! ໑,໖໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນປະຣະນິມມິຕະວະສະວັຕດີ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໑໖,໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນປະຣະນິມມິຕະວະສະວັຕດີ.


ວາເສຕຖະ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນປະຣະນິມມິຕະວະສະວັຕດີ ນີ້ເປັນຖານະທີ່ຈະມີໄດ້.


ວາເສຕຖະ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ.


ບຸຄຄົລບໍ່ຄວນຂ້າສັຕ ບໍ່ຄວນຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ຄວນເວັ້ນຈາກເມຖຸນທັມ ອັນບໍ່ແມ່ນຄວາມປະພຶຕຂອງພຣົມ ບໍ່ຄວນເວົ້າຕົວະ ບໍ່ຄວນດື່ມນ້ຳເມົາ ບໍ່ຄວນບໍຣິໂພຄອາຫາຣໃນເວລາວິກາລ ໃນຣາຕຣີ ບໍ່ຄວນປະດັບຕົກແຕ່ງດ້ວຍດອກໄມ້ແລະຂອງຫອມ ຄວນນອນເທິງຕຽງ ເທິງແຜ່ນດິນ ຫລືເທິງເຄື່ອງລາດດ້ວຍຫຍ້າ ບັນດິຕທັງຫລາຍກ່າວອຸໂປສົຖ ໘ ປະກາຣ ທີ່ພຣະພຸທທະເຈົ້າຜູ້ເຖິງທີ່ສຸດແຫ່ງທຸກຂ໌ຊົງປະກາສແລ້ວ ດວງຈັນທ໌ແລະດວງອາທິຕທັງສອງສ່ອງແສງສະວ່າງສະໄຫວ ຍ່ອມໂຄຈອຣໄປຕາມວິຖີພຽງໃດ ດວງຈັນທ໌ແລະດວງອາທິຕນັ້ນກໍກຳຈັດຄວາມມືດໄດ້ພຽງນັ້ນ ລອຍຢູ່ເທິງອາກາສ ສ່ອງແສງທົ່ວທຸກທິສໃນທ້ອງຟ້າ ຊັພຍ໌ໃດອັນມີຢູ່ໃນລະຫວ່າງນີ້ ຄື ແກ້ວມຸກດາ ແກ້ວມະນີ ແກ້ວໄພທູຣຍ໌ ຫລືທອງຄຳມີສີສຸກໃສ ທີ່ຮຽກກັນວ່າ ຫະຕະກະ ດວງຈັນທ໌ດວງອາທິຕແລະຊັພຍ໌ ນັ້ນໆ ຍ່ອມບໍ່ເຖິງສ້ຽວທີ ໑໖ ແຫ່ງອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ປຽບເໝືອນຣັສມີຂອງດວງຈັນທ໌ຍ່ອມຂົ່ມໝູ່ດາວທັງຫລາຍ ສັນນັ້ນ. ເພາະເຫຕນັ້ນແລ ຍິງຫລືຊາຍຜູ້ມີສີລ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ກະທຳບຸນຍ໌ທັງຫລາຍອັນມີສຸຂເປັນກຳໄຣ ບໍ່ມີໃຜຕິຕຽນ ຍ່ອມເຂົ້າເຖິງສວັນ.


ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ວາເສຕຖະອຸປາສົກໄດ້ກຣາບທູລພຣະຜູ້ມີພຣະພາຄຢ່າງນີ້ວ່າ:


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າຍາຕສາຍໂລຫິຕຜູ້ເປັນທີ່ຮັກຂອງຂ້ານ້ອຍຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ຍາຕສາຍໂລຫິຕຜູ້ເປັນທີ່ຮັກຂອງຂ້ານ້ອຍ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າກະສັຕທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ກະສັຕທັງປວງ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າພຣາມນ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ພຣາມນ໌ທັງປວງ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າແພສຍ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ແພສຍ໌ທັງປວງ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າສູທທ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ສູທທ໌ທັງປວງ.


ວາເສຕຖະ! ຂໍ້ນີ້ເປັນຢ່າງນັ້ນ.

ວາເສຕຖະ! ຂໍ້ນີ້ເປັນຢ່າງນັ້ນ.


ວາເສຕຖະ! ຖ້າກະສັຕທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ກະສັຕທັງປວງ.


ວາເສຕຖະ! ຖ້າພຣາມນ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ພຣາມນ໌ທັງປວງ.


ວາເສຕຖະ! ຖ້າແພສຍ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ແພສຍ໌ທັງປວງ.


ວາເສຕຖະ! ຖ້າສູທທ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ສູທທ໌ທັງປວງ.


ວາເສຕຖະ! ຖ້າໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕ ພ້ອມທັງສະມະນະພຣາມນ໌ ເທວະດາແລະມະນຸສ ຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕ ພ້ອມທັງສະມະນະພຣາມນ໌ ເທວະດາແລະມະນຸສ.


ວາເສຕຖະ! ຖ້າທ່ານຜູ້ມະຫາສາຣເຫລົ່ານີ້ຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ທ່ານຜູ້ມະຫາສາຣເຫລົ່ານີ້ ຖ້າຫາກວ່າຕັ້ງໃຈ ຈະກ່າວຫຍັງເຖິງມະນຸສໜໍ.



 
 
 

1 Comment

Rated 0 out of 5 stars.
No ratings yet

Add a rating
Guest
Sep 17, 2024
Rated 5 out of 5 stars.

🙏🙏🙏ສາທຸຂ້ານ້ອຍ

Edited
Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page