top of page

ຂັນທ໌ ໕ ບໍ່ແມ່ນຂອງເຮົາ ຈົ່ງລະເສຍ

Writer: buddhavacanawordbuddhavacanaword

The Buddha's words

ສັງຍຸຕຕະນິກາຍ ຂັນທະວາຣະວັຄ ໑໗/໓໓/໗໑-໗໒


Photo by Daniel Brubaker on Unsplash


ພິກຂຸທັງຫລາຍ! ສິ່ງໃດບໍ່ແມ່ນຂອງພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງລະສິ່ງນັ້ນເສຍ ສິ່ງນັ້ນອັນພວກເຈົ້າທັງຫລາຍລະໄດ້ແລ້ວ ຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ.


ພິກຂຸທັງຫລາຍ! ກໍອັນໃດບໍ່ແມ່ນຂອງພວກເຈົ້າທັງຫລາຍ?


ຣູປບໍ່ແມ່ນຂອງພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງລະຣູປນັ້ນເສຍ ຣູປນັ້ນອັນພວກເຈົ້າທັງຫລາຍລະໄດ້ແລ້ວ ຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ.


ເວທະນາບໍ່ແມ່ນຂອງພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງລະເວທະນານັ້ນເສຍ ເວທະນານັ້ນອັນພວກເຈົ້າທັງຫລາຍລະໄດ້ແລ້ວ ຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ.


ສັນຍາບໍ່ແມ່ນຂອງພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງລະສັນຍານັ້ນເສຍ ສັນຍານັ້ນອັນພວກເຈົ້າທັງຫລາຍລະໄດ້ແລ້ວ ຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ.


ສັງຂາຣທັງຫລາຍບໍ່ແມ່ນຂອງພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງລະສັງຂາຣທັງຫລາຍນັ້ນເສຍ ສັງຂາຣທັງຫລາຍນັ້ນອັນພວກເຈົ້າທັງຫລາຍລະໄດ້ແລ້ວ ຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ.


ວິນຍານບໍ່ແມ່ນຂອງພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງລະວິນຍານນັ້ນເສຍ ວິນຍານນັ້ນອັນພວກເຈົ້າທັງຫລາຍລະໄດ້ແລ້ວ ຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ.


ພິກຂຸທັງຫລາຍ! ປຽບເໝືອນຊົນຍ່ອມນຳໄປ ຍ່ອມເຜົາ ຫລືກະທຳຕາມປັຈຈັຍເຊິ່ງຫຍ້າ ໄມ້ ກິ່ງໄມ້ ແລະໃບໄມ້ ໃນເຊຕະວັນວິຫາຣນີ້ ກໍພວກເຈົ້າທັງຫລາຍຍ່ອມຄິດຢ່າງນີ້ຫລືວ່າ ຊົນຍ່ອມນຳໄປ ຍ່ອມເຜົາ ຫລືກະທຳຕາມປັຈຈັຍເຊິ່ງເຮົາທັງຫລາຍ?


ພິກຂຸທັງຫລາຍກຣາບທູລວ່າ: ບໍ່ເປັນຢ່າງນັ້ນ ພຣະອົງຄ໌ຜູ້ຈະເຣີນ


ຂໍ້ນັ້ນເພາະເຫຕໃດ?


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ເພາະສິ່ງນັ້ນບໍ່ແມ່ນຕົນ ຫລືສິ່ງທີ່ເນື່ອງດ້ວຍຕົນ.


ພິກຂຸທັງຫລາຍ! ສັນນັ້ນເໝືອນກັນ ຣູປບໍ່ແມ່ນຂອງພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງລະຣູປນັ້ນເສຍ ຣູປນັ້ນອັນພວກເຈົ້າທັງຫລາຍລະໄດ້ແລ້ວ ຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ.


ເວທະນາບໍ່ແມ່ນຂອງພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງລະເວທະນານັ້ນເສຍ ເວທະນານັ້ນອັນພວກເຈົ້າທັງຫລາຍລະໄດ້ແລ້ວ ຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ.


ສັນຍາບໍ່ແມ່ນຂອງພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງລະສັນຍານັ້ນເສຍ ສັນຍານັ້ນອັນພວກເຈົ້າທັງຫລາຍລະໄດ້ແລ້ວ ຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ.


ສັງຂາຣທັງຫລາຍບໍ່ແມ່ນຂອງພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງລະສັງຂາຣທັງຫລາຍນັ້ນເສຍ ສັງຂາຣທັງຫລາຍນັ້ນອັນພວກເຈົ້າທັງຫລາຍລະໄດ້ແລ້ວ ຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ.


ວິນຍານບໍ່ແມ່ນຂອງພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງລະວິນຍານນັ້ນເສຍ ວິນຍານນັ້ນອັນພວກເຈົ້າທັງຫລາຍລະໄດ້ແລ້ວ ຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ.




 
 
 

3 comentarios

Obtuvo 0 de 5 estrellas.
Aún no hay calificaciones

Agrega una calificación
Invitado
26 may 2024
Obtuvo 5 de 5 estrellas.

ສາທຸ

Me gusta

Invitado
24 may 2024
Obtuvo 5 de 5 estrellas.

ສາທຸພັນເຕ

Me gusta

Thonglouane Keorajavongsay
Thonglouane Keorajavongsay
13 abr 2024
Obtuvo 5 de 5 estrellas.

ກຣາບ🌷🙏🙏🙏🌷ໃນພຣະທັມຄຳສອນ ຂອງພຣະຕຖາຄົຕ ຂ້ານ້ອຍ

Me gusta
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page