top of page

ຄວາມດີ ຄົນດີເຮັດໄດ້ງ່າຍ, ຄວາມດີ ຄົນຊົ່ວເຮັດໄດ້ຍາກ...

Writer's picture: buddhavacanawordbuddhavacanaword

Updated: Nov 8, 2024

The Buddha's words

ຂຸທທະກະນິກາຍ ຂຸທທະກະປາຖະ-ທັມມະບົທ-ອຸທານ-ອິຕິວຸຕຕະກະ-ສຸຕຕະນິບາທ ໒໕/໑໑໖/໑໒໔




ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ກລັນທະກະນິວາປະສະຖານ ໃກ້ພຣະນະຄອຣຣາຊະຄຶຫ໌ ກໍສມັຍນັ້ນ ໃນວັນອຸໂປສົຖ ເວລາເຊົ້າ ທ່ານພຣະອານົນທ໌ນຸ່ງແລ້ວ ຖືບາຕແລະຈີວອຣ ເຂົ້າໄປບິນທະບາຕໃນພຣະນະຄອຣຣາຊະຄຶຫ໌ ພຣະເທວະທັຕໄດ້ເຫັນທ່ານພຣະອານົນທ໌ກຳລັງທ່ຽວບິນທະບາຕຢູ່ໃນພຣະນະຄອຣຣາຊະຄຶຫ໌ ຈິ່ງເຂົ້າໄປຫາທ່ານພຣະອານົນທ໌ ແລ້ວໄດ້ກ່າວກັບທ່ານພຣະອານົນທ໌ວ່າ:


ອາວຸໂສອານົນທ໌! ບັດນີ້ ຂ້ານ້ອຍຈັກກະທຳອຸໂປສົຖສັງຄະກັມແຍກຈາກພຣະຜູ້ມີພຣະພາຄ ແຍກຈາກພິກຂຸສົງຄ໌ຕັ້ງແຕ່ວັນນີ້ເປັນຕົ້ນໄປ.


ຄັ້ງນັ້ນ ທ່ານພຣະອານົນທ໌ທ່ຽວບິນທະບາຕໃນພຣະນະຄອຣຣາຊະຄຶຫ໌ ກັບຈາກບິນທະບາຕ ພາຍຫລັງສັນອາຫາຣແລ້ວ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ກຣາບອະພິວາທແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍປະທານພຣະວະໂຣກາສ ເວລາເຊົ້າ ຂ້ານ້ອຍນຸ່ງແລ້ວ ຖືບາຕແລະຈີວອຣ ເຂົ້າໄປບິນທະບາຕໃນພຣະນະຄອຣຣາຊະຄຶຫ໌ ພຣະເທວະທັຕໄດ້ເຫັນຂ້ານ້ອຍກຳລັງທ່ຽວບິນທະບາຕຢູ່ໃນພຣະນະຄອຣຣາຊະຄຶຫ໌ ຈິ່ງເຂົ້າໄປຫາຂ້ານ້ອຍແລ້ວໄດ້ກ່າວກັບຂ້ານ້ອຍວ່າ ອາວຸໂສອານົນທ໌ ບັດນີ້ ຂ້ານ້ອຍຈັກກະທຳອຸໂປສົຖສັງຄະກັມແຍກຈາກພຣະຜູ້ມີພຣະພາຄ ແຍກຈາກພິກຂຸສົງຄ໌ຕັ້ງແຕ່ວັນນີ້ເປັນຕົ້ນໄປ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ວັນນີ້ ພຣະເທວະທັຕຈັກທຳລາຍສົງຄ໌ ຈະກະທຳອຸໂປສົຖແລະສັງຄະກັມ.


ລຳດັບນັ້ນແລ ພຣະຜູ້ມີພຣະພາຄຊົງຊາບເນື້ອຄວາມນັ້ນແລ້ວ ຊົງເປັ່ງອຸທານໃນເວລານັ້ນວ່າ:


ຄວາມດີ ຄົນດີເຮັດໄດ້ງ່າຍ,

ຄວາມດີ ຄົນຊົ່ວເຮັດໄດ້ຍາກ,

ຄວາມຊົ່ວ ຄົນຊົ່ວເຮັດໄດ້ງ່າຍ,

ຄວາມຊົ່ວ ພຣະອະຣິຍະເຈົ້າທັງຫລາຍເຮັດໄດ້ຍາກ.



133 views3 comments

Related Posts

See All

3 Comments

Rated 0 out of 5 stars.
No ratings yet

Add a rating
Guest
Nov 03, 2024
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະຕຖາຄົຕ ຂ້ານ້ອຍ

Like

Guest
Nov 03, 2024
Rated 5 out of 5 stars.

💕 🙏🙏🙏💕

Like

Guest
Nov 03, 2024
Rated 5 out of 5 stars.

🙏🙏🙏ສາທຸ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page