top of page

ຄວາມເຫລື້ອມໃສໃນສິ່ງທີ່ເລີດ ໔ ປະກາຣ

Writer: buddhavacanawordbuddhavacanaword

The Buddha's words

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໓໔-໓໕/໓໔



ພິກຂຸທັງຫລາຍ! ຄວາມເຫລື້ອມໃສໃນສິ່ງທີ່ເລີດ ໔ ປະກາຣນີ້, ໔ ປະກາຣເປັນຢ່າງໃດ?


ພິກຂຸທັງຫລາຍ! ສັຕທັງຫລາຍ ບໍ່ມີເທົ້າກໍຕາມ, ໒ ເທົ້າກໍຕາມ, ໔ ເທົ້າກໍຕາມ, ມີຫລາຍເທົ້າກໍຕາມ, ມີຣູປຫລືບໍ່ມີຣູປກໍຕາມ, ມີສັນຍາຫລືບໍ່ມີສັນຍາກໍຕາມ, ມີສັນຍາກໍບໍ່ແມ່ນ ບໍ່ມີສັນຍາກໍບໍ່ແມ່ນກໍຕາມ ມີປະມານພຽງໃດ ພຣະຕະຖາຄົຕອະຣະຫັນຕະສັມມາສັມພຸທທະ ອັນຊາວໂລກກ່າວວ່າເລີດກວ່າສັຕເຫລົ່ານັ້ນ. ຊົນເຫລົ່າໃດເຫລື້ອມໃສໃນພຣະພຸທທະເຈົ້າ ຊົນເຫລົ່ານັ້ນຊື່ວ່າ ເຫລື້ອມໃສໃນສິ່ງທີ່ເລີດ ແລະວິບາກອັນເລີດຍ່ອມມີແກ່ຊົນຜູ້ເຫລື້ອມໃສໃນສິ່ງທີ່ເລີດ.


ພິກຂຸທັງຫລາຍ! ທັມທີ່ມີປັຈຈັຍປຸງແຕ່ງມີປະມານເທົ່າໃດ ອະຣິຍະມັຄປະກອບດ້ວຍອົງຄ໌ ໘ ເຮົາກ່າວວ່າ ເລີດກວ່າທັມເຫລົ່ານັ້ນ (ຍາວະຕາ ພິກຂະເວ ທັມມາ ສັງຂະຕາ ອະຣິໂຍ ອັຕຖັງຄິໂກ ມັຄໂຄ ເຕສັງ ອັຄຄະມັກຂາຍະຕິ). ຊົນເຫລົ່າໃດເຫລື້ອມໃສໃນອະຣິຍະມັຄປະກອບດ້ວຍອົງຄ໌ ໘ ຊົນເຫລົ່ານັ້ນຊື່ວ່າ ເຫລື້ອມໃສໃນສິ່ງທີ່ເລີດ ແລະວິບາກອັນເລີດຍ່ອມມີແກ່ຊົນຜູ້ເຫລື້ອມໃສໃນສິ່ງທີ່ເລີດ.


ພິກຂຸທັງຫລາຍ! ທັມທີ່ມີປັຈຈັຍປຸງແຕ່ງຫລືບໍ່ມີປັຈຈັຍປຸງແຕ່ງມີປະມານເທົ່າໃດ ວິຣາຄະຄືທັມອັນຢ່ຳຍີຄວາມເມົາ ທັມເຄື່ອງກຳຈັດຄວາມກະຫາຍ ຄວາມຖອນເສຍເຊິ່ງອາລັຍ ຄວາມເຂົ້າໄປຕັດວັຕຕະ ທັມເປັນທີ່ສິ້ນຕັນຫາ ເປັນຄວາມຄາຍກຳນັດ ເປັນຄວາມດັບ ເປັນນິພພານ ເຮົາກ່າວວ່າ ເລີດກວ່າທັມເຫລົ່ານັ້ນ (ຍາວະຕາ ພິກຂະເວ ທັມມາ ສັງຂະຕາ ວາ ອະສັງຂະຕາ ວາ ວິຣາໂຄ ເຕສັງ ອັຄຄະມັກຂາຍະຕິ ຍະທິທັງ ມະທະນິມມະທະໂນ ປິປາສະວິນະໂຍ ອາລະຍະສະມຸຄຄາໂຕ ວັຕຕູປັຈເສໂທ ຕັນຫັກຂະໂຍ ວິຣາໂຄ ນິໂຣໂທ ນິພ-ພານັງ). ຊົນເຫລົ່າໃດເຫລື້ອມໃສໃນວິຣາຄະ ຊົນເຫລົ່ານັ້ນຊື່ວ່າ ເຫລື້ອມໃສໃນສິ່ງທີ່ເລີດ ແລະວິບາກອັນເລີດຍ່ອມມີແກ່ຊົນຜູ້ເຫລື້ອມໃສໃນສິ່ງທີ່ເລີດ.


ພິກຂຸທັງຫລາຍ! ໝູ່ກໍດີ ຄະນະກໍດີ ມີປະມານເທົ່າໃດ ສົງຄ໌ສາວົກຂອງຕະຖາຄົຕໄດ້ແກ່ ຄູ່ແຫ່ງບຸຣຸສ ໔ ຄູ່ ນັບຮຽງຕົວໄດ້ ໘ ບຸຣຸສ ຄືສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ເປັນຜູ້ຄວນຂອງຄຳນັບ, ເປັນຜູ້ຄວນຂອງຕ້ອນຮັບ, ເປັນຜູ້ຄວນຂອງທຳບຸນຍ໌, ເປັນຜູ້ຄວນທຳອັນຊະລີ, ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ເຮົາກ່າວວ່າ ເລີດກວ່າໝູ່ຫລືຄະນະເຫລົ່ານັ້ນ. ຊົນເຫລົ່າໃດເຫລື້ອມໃສໃນສົງຄ໌ ຊົນເຫລົ່ານັ້ນຊື່ວ່າ ເຫລື້ອມໃສໃນສິ່ງທີ່ເລີດ ແລະວິບາກອັນເລີດຍ່ອມມີແກ່ຊົນຜູ້ເຫລື້ອມໃສໃນສິ່ງທີ່ເລີດ.


ພິກຂຸທັງຫລາຍ! ຄວາມເຫລື້ອມໃສໃນສິ່ງທີ່ເລີດ ໔ ປະກາຣນີ້ແລ.


ບຸນຍ໌ທີ່ເລີດ ອາຍຸ ວັນນະ ຍົສ ກຽດຕິຄຸນ ສຸຂ ແລະພະລະອັນເລີດ ຍ່ອມຈະເຣີນແກ່ບຸຄຄົລຜູ້ຮູ້ແຈ້ງເຊິ່ງທັມອັນເລີດ ເຫລື້ອມໃສໂດຍຄວາມເປັນຂອງເລີດ ເຫລື້ອມໃສໃນພຣະພຸທທະເຈົ້າຜູ້ເລີດ ຜູ້ເປັນທັກຂິເນີຍຍະບຸຄຄົລຊັ້ນຢ້ຽມ, ເຫລື້ອມໃສໃນພຣະທັມອັນເລີດເຊິ່ງເປັນທັມອັນປາສະຈາກຣາຄະ ສງົບແລະເປັນສຸຂ, ເຫລື້ອມໃສໃນພຣະສົງຄ໌ຜູ້ເລີດ ເຊິ່ງເປັນບຸນຍະເຂຕຊັ້ນຢ້ຽມ ຖວາຍທານໃນທ່ານຜູ້ເລີດນັ້ນ ຜູ້ມີປັນຍາຕັ້ງໝັ້ນແລ້ວໃນທັມອັນເລີດ ໃຫ້ທານແກ່ທ່ານຜູ້ເປັນບຸນຍະເຂຕອັນເລີດ ຈະເກີດເປັນເທວະດາຫລືມະນຸສກໍຕາມ ຍ່ອມເຖິງຄວາມເປັນຜູ້ເລີດບັນເທິງຢູ່.




 
 
 

1 Comment

Rated 0 out of 5 stars.
No ratings yet

Add a rating
Guest
Mar 18, 2024
Rated 5 out of 5 stars.

🙏🙏🙏ສາທຸຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page