top of page

ຄວາມແຕກຕ່າງລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ້ບໍ່ໄດ້ສະດັບເມື່ອສເວີຍເວທະນາ

Writer: buddhavacanawordbuddhavacanaword

The Buddha's words

ສັງຍຸຕຕະນິກາຍ ສລາຍະຕະນະວັຄ ໑໘/໒໒໒-໒໒໔/໓໖໙-໓໗໓


Photo by form PxHere


ພິກຂຸທັງຫລາຍ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ຍ່ອມສເວີຍສຸຂະເວທະນາແດ່ ທຸກຂະເວທະນາແດ່ ອະທຸກຂະມະສຸຂະເວທະນາແດ່, ອະຣິຍະສາວົກຜູ້ໄດ້ສະດັບແລ້ວ ກໍຍ່ອມສເວີຍສຸຂະເວທະນາແດ່ ທຸກຂະເວທະນາແດ່ ອະທຸກຂະມະສຸຂະເວທະນາແດ່. ພິກຂຸທັງຫລາຍ ໃນຊົນ ໒ ຈຳພວກນັ້ນ ອັນໃດເປັນຄວາມພິເສສ ເປັນຄວາມແປກ ເປັນເຄື່ອງກະທຳໃຫ້ຕ່າງກັນລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ້ບໍ່ໄດ້ສະດັບ?


ພິກຂຸເຫລົ່ານັ້ນກຣາບທູລວ່າ:


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ທັມຂອງພວກຂ້ານ້ອຍທັງຫລາຍມີພຣະຜູ້ມີພຣະພາຄເປັນມູລ ມີພຣະຜູ້ມີພຣະພາຄເປັນຜູ້ນຳ ມີພຣະຜູ້ມີພຣະພາຄເປັນທີ່ເພິ່ງອາສັຍ ຂໍປະທານໂອກາສ ຂໍເນື້ອຄວາມແຫ່ງພາສິຕນີ້ຈົ່ງແຈ່ມແຈ້ງກັບພຣະຜູ້ມີພຣະພາຄເຖີດ ພິກຂຸທັງຫລາຍໄດ້ຟັງຕໍ່ພຣະຜູ້ມີພຣະພາຄແລ້ວຈັກຊົງຈຳໄວ້.


ພິກຂຸທັງຫລາຍ! ຖ້າເຊັ່ນນັ້ນພວກເຈົ້າທັງຫລາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີເຮົາຈະກ່າວ.


ພິກຂຸທັງຫລາຍ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ອັນທຸກຂະເວທະນາຖືກຕ້ອງແລ້ວ ຍ່ອມເສົ້າໂສກ ຮ່ຳໄຮຣຳພັນ ທຸບເອິກ ຄ່ຳຄວນ ຍ່ອມເຖິງຄວາມງົມງາຍ ເຂົາຍ່ອມສເວີຍເວທະນາ ໒ ຢ່າງຄື ເວທະນາທາງກາຍແລະເວທະນາທາງໃຈ.


ພິກຂຸທັງຫລາຍ! ປຽບເໝືອນນາຍຂະມັງທະນູ ຍ່ອມຍິງບຸຣຸສດ້ວຍລູກສອນ ຍິງຊ້ຳບຸຣຸສນັ້ນດ້ວຍລູກສອນດອກທີ ໒ ອີກ ເມື່ອເປັນຢ່າງນີ້ ບຸຣຸສນັ້ນຍ່ອມສເວີຍເວທະນາເພາະລູກສອນ ໒ ລູກ. ພິກຂຸທັງຫລາຍ ປຸຖຸຊົນຜູ້ບໍ່ໄດ້ສະດັບ ກໍສັນນັ້ນເໝືອນກັນ ອັນທຸກຂະເວທະນາຖືກຕ້ອງແລ້ວ ຍ່ອມເສົ້າໂສກ ຮ່ຳໄຮຣຳພັນ ທຸບເອິກ ຄ່ຳຄວນ ຍ່ອມເຖິງຄວາມງົມງາຍ ເຂົາຍ່ອມສເວີຍເວທະນາ ໒ ຢ່າງຄື ເວທະນາທາງກາຍແລະເວທະນາທາງໃຈ.


ອີກຢ່າງໜຶ່ງ ເຂົາເປັນຜູ້ມີຄວາມຂັດເຄືອງເພາະທຸກຂະເວທະນານັ້ນ ປະຕິຄານຸສັຍເພາະທຸກຂະເວທະນານັ້ນຍ່ອມນອນຕາມເຂົາຜູ້ຂັດຂັດເຄືອງເພາະທຸກຂະເວທະນາ ເຂົາເປັນຜູ້ອັນທຸກຂະເວທະນາຖືກຕ້ອງແລ້ວ ຍ່ອມເພີດເພີນກາມະສຸຂ ຂໍ້ນັ້ນເພາະເຫຕໃດ? ເພາະປຸຖຸຊົນຜູ້ບໍ່ໄດ້ສະດັບ ຍ່ອມບໍ່ຮູ້ອຸບາຍເຄື່ອງສະລັດອອກຈາກທຸກຂະເວທະນານອກຈາກກາມະສຸຂ ແລະເມື່ອເຂົາເພີດເພີນກາມະສຸຂຢູ່ ຣາຄານຸສັຍເພາະສຸຂະເວທະນານັ້ນຍ່ອມນອນເນື່ອງ ເຂົາບໍ່ຮູ້ເຫຕເກີດ ຄວາມດັບ ຄຸນ ໂທສ ແລະອຸບາຍເຄື່ອງສະລັດອອກແຫ່ງເວທະນາເຫລົ່ານັ້ນຕາມຄວາມເປັນຈິງ ເມື່ອເຂົາບໍ່ຮູ້ເຫຕເກີດ ຄວາມດັບ ຄຸນ ໂທສ ແລະອຸບາຍເຄື່ອງສະລັດອອກແຫ່ງເວທະນາເຫລົ່ານັ້ນຕາມຄວາມເປັນຈິງ ອະວິຊຊານຸສັຍຍ່ອມນອນເນື່ອງ ເຂົາຍ່ອມສເວີຍສຸຂະເວທະນາ ເປັນຜູ້ປະກອບດ້ວຍກິເລສສເວີຍສຸຂະເວທນານັ້ນ, ຍ່ອມສເວີຍທຸກຂະເວທະນາ ເປັນຜູ້ປະກອບດ້ວຍກິເລສສເວີຍທຸກຂະເວທນານັ້ນ, ແລະຍ່ອມສເວີຍອະທຸກຂະມະສຸຂະເວທະນາ ກໍເປັນຜູ້ປະກອບດ້ວຍກິເລສສເວີຍອະທຸກຂະມະສຸຂະເວທະນານັ້ນ. ພິກຂຸທັງຫລາຍ ປຸຖຸຊົນຜູ້ບໍ່ໄດ້ສະດັບນີ້ ເຮົາຮຽກວ່າ ເປັນຜູ້ປະກອບດ້ວຍຊາຕ ຊະຣາ ມະຣະນະ ໂສກະ ປະຣິເທວະ ທຸກຂະໂທມະນັສ ແລະອຸປາຍາສະທັງຫລາຍ ເຮົາກ່າວວ່າ ເປັນຜູ້ປະກອບດ້ວຍທຸກຂ໌.


ພິກຂຸທັງຫລາຍ! ສ່ວນອະຣິຍະສາວົກຜູ້ໄດ້ສະດັບແລ້ວ ອັນທຸກຂະເວທະນາຖືກຕ້ອງແລ້ວ ຍ່ອມບໍ່ເສົ້າໂສກ ບໍ່ຮ່ຳໄຮຣຳພັນ ບໍ່ທຸບເອິກ ບໍ່ຄ່ຳຄວນ ຍ່ອມບໍ່ເຖິງຄວາມງົມງາຍ ເຂົາຍ່ອມສເວີຍເວທະນາທາງກາຍຢ່າງດຽວ ບໍ່ໄດ້ສເວີຍເວທະນາທາງໃຈ.


ພິກຂຸທັງຫລາຍ! ປຽບເໝືອນນາຍຂະມັງທະນູ ຍ່ອມຍິງບຸຣຸສດ້ວຍລູກສອນ ຍິງຊ້ຳບຸຣຸສນັ້ນດ້ວຍລູກສອນດອກທີ ໒ ຜິດໄປ ເມື່ອເປັນຢ່າງນີ້ ບຸຣຸສນັ້ນຍ່ອມສເວີຍເວທະນາເພາະລູກສອນດອກດຽວ. ພິກຂຸທັງຫລາຍ ອະຣິຍະສາວົກຜູ້ໄດ້ສະດັບ ກໍສັນນັ້ນເໝືອນກັນ ຍ່ອມບໍ່ເສົ້າໂສກ ບໍ່ຮ່ຳໄຮຣຳພັນ ບໍ່ທຸບເອິກ ບໍ່ຄ່ຳຄວນ ຍ່ອມບໍ່ເຖິງຄວາມງົມງາຍ ເຂົາຍ່ອມສເວີຍເວທະນາທາງກາຍຢ່າງດຽວ ບໍ່ໄດ້ສເວີຍເວທະນາທາງໃຈ.


ອີກຢ່າງໜຶ່ງ ເຂົາຍ່ອມບໍ່ມີຄວາມຂັດເຄືອງເພາະທຸກຂະເວທະນານັ້ນ ປະຕິຄານຸສັຍເພາະທຸກຂະເວທະນານັ້ນຍ່ອມບໍ່ນອນຕາມເຂົາຜູ້ບໍ່ມີຄວາມຂັດຂັດເຄືອງເພາະທຸກຂະເວທະນາ ເຂົາເປັນຜູ້ອັນທຸກຂະເວທະນາຖືກຕ້ອງແລ້ວ ຍ່ອມບໍ່ເພີດເພີນກາມະສຸຂ ຂໍ້ນັ້ນເພາະເຫຕໃດ? ເພາະອະຣິຍະສາວົກຜູ້ໄດ້ສະດັບນັ້ນ ຍ່ອມຮູ້ຊັດເຊິ່ງອຸບາຍເປັນເຄື່ອງສະລັດອອກຈາກທຸກຂະເວທະນາເວັ້ນຈາກກາມະສຸຂ ແລະເມື່ອເຂົາບໍ່ເພີດເພີນກາມະສຸຂ ຣາຄານຸສັຍເພາະສຸຂະເວທະນານັ້ນຍ່ອມບໍ່ນອນເນື່ອງ ເຂົາຍ່ອມຮູ້ຊັດເຊິ່ງເຫຕເກີດ ຄວາມດັບ ຄຸນ ໂທສ ແລະອຸບາຍເຄື່ອງສະລັດອອກແຫ່ງເວທະນາເຫລົ່ານັ້ນຕາມຄວາມເປັນຈິງ ເມື່ອເຂົາຮູ້ຊັດເຊິ່ງເຫຕເກີດ ຄວາມດັບ ຄຸນ ໂທສ ແລະອຸບາຍເຄື່ອງສະລັດອອກແຫ່ງເວທະນາເຫລົ່ານັ້ນຕາມຄວາມເປັນຈິງ ອະວິຊຊານຸສັຍຍ່ອມບໍ່ນອນເນື່ອງ ຖ້າເຂົາສເວີຍສຸຂະເວທະນາ ຍ່ອມເປັນຜູ້ປາສະຈາກກິເລສສເວີຍສຸຂະເວທນານັ້ນ, ຖ້າສເວີຍທຸກຂະເວທະນາ ຍ່ອມເປັນຜູ້ປາສະຈາກກິເລສສເວີຍທຸກຂະເວທນານັ້ນ, ຖ້າສເວີຍອະທຸກຂະມະສຸຂະເວທະນາ ຍ່ອມເປັນຜູ້ປາສະຈາກກິເລສສເວີຍອະທຸກຂະມະສຸຂະເວທະນານັ້ນ. ພິກຂຸທັງຫລາຍ ອະຣິຍະສາວົກຜູ້ໄດ້ສະດັບນີ້ ເຮົາຮຽກວ່າ ເປັນຜູ້ປາສະຈາກດ້ວຍຊາຕ ຊະຣາ ມະຣະນະ ໂສກະ ປະຣິເທວະ ທຸກຂະໂທມະນັສ ແລະອຸປາຍາສະທັງຫລາຍ ເຮົາກ່າວວ່າ ເປັນຜູ້ປາສະຈາກທຸກຂ໌.


ພິກຂຸທັງຫລາຍ! ນີ້ແລ ເປັນຄວາມພິເສສ ເປັນຄວາມແປກກັນ ເປັນເຄື່ອງກະທຳໃຫ້ຕ່າງກັນລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ້ບໍ່ໄດ້ສະດັບ.


ອະຣິຍະສາວົກນັ້ນເປັນຜູ້ມີປັນຍາ ທັງເປັນພະຫູສູຕ ຍ່ອມບໍ່ສເວີຍທັງສຸຂະເວທະນາ ທັງທຸກຂະເວທະນາ ນີ້ແລ ເປັນຄວາມແປກກັນລະຫວ່າງທີຣະຊົນຜູ້ສລາດກັບປຸຖຸຊົນ ທັມສ່ວນທີ່ໜ້າປາຖນາຍ່ອມບໍ່ຍ່ຳຍີຈິຕຂອງອະຣິຍະສາວົກນັ້ນ ຜູ້ມີທັມອັນຮູ້ແຈ້ງແລ້ວ ເປັນພະຫູສູຕ ເຫັນແຈ້ງໂລກນີ້ແລະໂລກໜ້າຢູ່ ທ່ານຍອ່ມບໍ່ເຖິງຄວາມຂັດເຄືອງເພາະອະນິຕຖາຣົມນ໌ ອີກຢ່າງໜຶ່ງ ເວທະນາເປັນອັນຕັ້ງຢູ່ບໍ່ໄດ້ ເພາະອະຣິຍະສາວົກນັ້ນບໍ່ຍິນດີແລະບໍ່ຍິນຮ້າຍ ອະຣິຍະສາວົກນັ້ນຮູ້ທາງດຳເນີນອັນປາສະຈາກທຸລີແລະຫາຄວາມໂສກບໍ່ໄດ້ ຍ່ອມເປັນຜູ້ເຖິງຝັ່ງແຫ່ງພົພເພາະຮູ້ໂດຍຊອບ.



 
 
 

2件のコメント

5つ星のうち0と評価されています。
まだ評価がありません

評価を追加
Thonglouane Keorajavongsay
Thonglouane Keorajavongsay
2024年9月07日
5つ星のうち5と評価されています。

🌷🙏🙏🙏ໃນພຣະທັມຄຳສອນຂອງພຣະຕຖາຄົຕ ຂ້ານ້ອຍ

いいね!

Thonglouane Keorajavongsay
Thonglouane Keorajavongsay
2024年9月07日
5つ星のうち5と評価されています。

🙏🙏🙏🌷ໃນທັມຂ້ານ້ອຍ

いいね!
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page