top of page

ຄຸນສົມບັຕຂອງອຸປາສົກ

Writer: buddhavacanawordbuddhavacanaword

The Buddha's words

ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໓໙໒/໑໕໙໐



ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ໃນນິໂຄທາຣາມ ໃກ້ພຣະນະຄອຣກະບິນລະພັຕ ແຄວ້ນສັກກະ ຄັ້ງນັ້ນ ພຣະເຈົ້າມະຫານາມະສັກກາຍະຣາຊສະເດັຈເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຊົງອະພິວາທແລ້ວ ປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູລຖາມພຣະຜູ້ມີພຣະພາຄວ່າ:


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ດ້ວຍເຫຕພຽງເທົ່າໃດ ບຸຄຄົລຈິ່ງຊື່ວ່າ ອຸປາສົກ?


ມະຫານາມະ! ບຸຄຄົລຜູ້ເຖິງພຣະພຸທທະເຈົ້າເປັນສະຣະນະ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ. ມະຫານາມະ ດ້ວຍເຫຕພຽງເທົ່ານີ້ແລ ບຸຄຄົລຈິ່ງຊື່ວ່າ ອຸປາສົກ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ດ້ວຍເຫຕພຽງເທົ່າໃດ ອຸປາສົກຈິ່ງຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍສີລ?


ມະຫານາມະ! ອຸປາສົກເປັນຜູ້ງົດເວັ້ນຈາກປານາຕິບາຕ, ເປັນຜູ້ງົດເວັ້ນຈາກອະທິນນາທານ, ເປັນຜູ້ງົດເວັ້ນຈາກກາເມສຸມິຈສາຈາຣ, ເປັນຜູ້ງົດເວັ້ນຈາກມຸສາວາທ, ເປັນຜູ້ງົດເວັ້ນຈາກສຸຣາເມຣະຍະມັຊຊະປະມາທັຕຖານະ. ມະຫານາມະ ດ້ວຍເຫຕພຽງເທົ່ານີ້ແລ ອຸປາສົກຈິ່ງຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍສີລ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ດ້ວຍເຫຕພຽງເທົ່າໃດ ອຸປາສົກຈິ່ງຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍສັທທາ?


ມະຫານາມະ! ອຸປາສົກໃນທັມວິນັຍນີ້ ເປັນຜູ້ມີສັທທາ ເຊື່ອພຣະປັນຍາເຄື່ອງຕຣັສຮູ້ຂອງຕະຖາຄົຕວ່າ ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນພຣະອະຣະຫັນຕ໌, ຕຣັສຮູ້ເອງໂດຍຊອບ, ເຖິງພ້ອມດ້ວຍວິຊຊາແລະຈະຣະນະ, ສະເດັຈໄປດີແລ້ວ, ຊົງຮູ້ແຈ້ງໂລກ, ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີໃຜຍິ່ງກວ່າ, ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ, ເປັນຜູ້ເບີກບານ, ເປັນຜູ້ຈຳແນກທັມ ດັ່ງນີ້. ມະຫານາມະ ດ້ວຍເຫຕພຽງເທົ່ານີ້ແລ ອຸປາສົກຈິ່ງຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍສັທທາ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ດ້ວຍເຫຕພຽງເທົ່າໃດ ອຸປາສົກຈິ່ງຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍຈາຄະ?


ມະຫານາມະ! ອຸປາສົກໃນທັມວິນັຍນີ້ ມີໃຈປາສະຈາກມັຈສະຣິຍະອັນເປັນມົລທິນ ມີຈາຄະອັນສະລະແລ້ວ ມີຝາມືອັນຊຸ່ມ ຍິນດີໃນກາຣສະລະ ເປັນຜູ້ຄວນແກ່ກາຣຂໍ ຍິນດີໃນກາຣແຈກຈ່າຍທານ ຢູ່ຄອງເຮືອນ. ມະຫານາມະ ດ້ວຍເຫຕພຽງເທົ່ານີ້ແລ ອຸປາສົກຈິ່ງຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍຈາຄະ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ດ້ວຍເຫຕພຽງເທົ່າໃດ ອຸປາສົກຈິ່ງຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍປັນຍາ?


ມະຫານາມະ! ອຸປາສົກໃນທັມວິນັຍນີ້ ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ. ມະຫານາມະ ດ້ວຍເຫຕພຽງເທົ່ານີ້ແລ ອຸປາສົກຈິ່ງຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍປັນຍາ.




 
 
 

2 Comments

Rated 0 out of 5 stars.
No ratings yet

Add a rating
Guest
Apr 01, 2024
Rated 5 out of 5 stars.

🙏🙏🙏 ສາທຸຂ້ານ້ອຍ

Like

Thonglouane Keorajavongsay
Thonglouane Keorajavongsay
Apr 01, 2024
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະຕຖາຄົຕ ຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page