top of page

ຈົ່ງມີຕົນເປັນທີ່ເພິ່ງ ມີທັມເປັນທີ່ເພິ່ງ

Writer: buddhavacanawordbuddhavacanaword

The Buddha's words

ສັງຍຸຕຕະນິກາຍ ຂັນທະວາຣະວັຄ ໑໗/໔໒-໔໓/໘໗-໘໘



ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອຣສາວັຕຖີ ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸທັງຫລາຍວ່າ:


ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ, ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະເປັນຢູ່ເຖີດ.


ພິກຂຸທັງຫລາຍ! ເມື່ອພວກເຈົ້າທັງຫລາຍມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ, ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະເປັນຢູ່ ຄວນພິຈາຣະນາໂດຍຣະອຽດວ່າ ໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ແລະອຸປາຍາສະທັງຫລາຍ ມີກຳເນີດມາຢ່າງໃດ ເກີດມາຈາກອັນໃດ?


ພິກຂຸທັງຫລາຍ! ກໍໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ແລະອຸປາຍາສະທັງຫລາຍ ມີກຳເນີດມາຢ່າງໃດ ເກີດມາຈາກອັນໃດ?


ພິກຂຸທັງຫລາຍ! ປຸຖຸຊົນຜູ້ບໍ່ໄດ້ສະດັບໃນໂລກນີ້ ເປັນຜູ້ບໍ່ໄດ້ເຫັນພຣະອະຣິຍະ ບໍ່ສລາດໃນທັມຂອງພຣະອະຣິຍະ ບໍ່ໄດ້ຝຶກໃນທັມຂອງພຣະອະຣິຍະ ບໍ່ໄດ້ເຫັນສັປບຸຣຸສ ບໍ່ສລາດໃນທັມຂອງສັປບຸຣຸສ ບໍ່ໄດ້ຝຶກໃນທັມຂອງສັປບຸຣຸສ ຍ່ອມເຫັນຣູປໂດຍຄວາມເປັນຕົນ ເຫັນຕົນມີຣູປ ເຫັນຣູປໃນຕົນ ເຫັນຕົນໃນຣູປ, ຣູປຂອງເຂົານັ້ນຍ່ອມປ່ຽນແປງໄປ ຍ່ອມເປັນຢ່າງອື່ນໄປ ໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະທັງຫລາຍຈຶ່ງເກີດຂຶ້ນແກ່ເຂົາ ເພາະຣູປປ່ຽນແປງໄປ ເປັນຢ່າງອື່ນໄປ.

ຍ່ອມເຫັນເວທະນາໂດຍຄວາມເປັນຕົນ ເຫັນຕົນມີເວທະນາ ເຫັນເວທະນາໃນຕົນ ເຫັນຕົນໃນເວທະນາ, ເວທະນາຂອງເຂົານັ້ນຍ່ອມປ່ຽນແປງໄປ ຍ່ອມເປັນຢ່າງອື່ນໄປ ໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະທັງຫລາຍຈຶ່ງເກີດຂຶ້ນແກ່ເຂົາ ເພາະເວທະນາປ່ຽນແປງໄປ ເປັນຢ່າງອື່ນໄປ.


ຍ່ອມເຫັນສັນຍາໂດຍຄວາມເປັນຕົນ ເຫັນຕົນມີສັນຍາ ເຫັນສັນຍາໃນຕົນ ເຫັນຕົນໃນສັນຍາ, ສັນຍາຂອງເຂົານັ້ນຍ່ອມປ່ຽນແປງໄປ ຍ່ອມເປັນຢ່າງອື່ນໄປ ໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະທັງຫລາຍຈຶ່ງເກີດຂຶ້ນແກ່ເຂົາ ເພາະສັນຍາປ່ຽນແປງໄປ ເປັນຢ່າງອື່ນໄປ.


ຍ່ອມເຫັນສັງຂາຣທັງຫລາຍໂດຍຄວາມເປັນຕົນ ເຫັນຕົນມີສັງຂາຣທັງຫລາຍ ເຫັນສັງຂາຣທັງຫລາຍໃນຕົນ ເຫັນຕົນໃນສັງຂາຣທັງຫລາຍ, ສັງຂາຣທັງຫລາຍຂອງເຂົານັ້ນຍ່ອມປ່ຽນແປງໄປ ຍ່ອມເປັນຢ່າງອື່ນໄປ ໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະທັງຫລາຍຈຶ່ງເກີດຂຶ້ນແກ່ເຂົາ ເພາະສັງຂາຣທັງຫລາຍປ່ຽນແປງໄປ ເປັນຢ່າງອື່ນໄປ.


ຍ່ອມເຫັນວິນຍານໂດຍຄວາມເປັນຕົນ ເຫັນຕົນມີວິນຍານ ເຫັນວິນຍານໃນຕົນ ເຫັນຕົນໃນວິນຍານ, ວິນຍານຂອງເຂົານັ້ນຍ່ອມປ່ຽນແປງໄປ ຍ່ອມເປັນຢ່າງອື່ນໄປ ໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະທັງຫລາຍຈຶ່ງເກີດຂຶ້ນແກ່ເຂົາ ເພາະວິນຍານປ່ຽນແປງໄປ ເປັນຢ່າງອື່ນໄປ.


ພິກຂຸທັງຫລາຍ! ເມື່ອພິກຂຸຮູ້ວ່າ ຣູປບໍ່ທ່ຽງ ປ່ຽນແປງໄປ ຄາຍໄປ ດັບໄປ ແລະເຫັນຕາມຄວາມເປັນຈິງດ້ວຍປັນຍາອັນຊອບຢ່າງນີ້ວ່າ ຣູປໃນກາລກ່ອນແລະຣູປທັງມວນໃນບັດນີ້ ລ້ວນບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທັມມະດາ ດັ່ງນີ້, ຍ່ອມລະໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະທັງຫລາຍໄດ້ ເພາະລະໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະທັງຫລາຍໄດ້ ຈຶ່ງບໍ່ສະດຸ້ງ ເມື່ອບໍ່ສະດຸ້ງ ຍ່ອມຢູ່ເປັນສຸຂ ພິກຂຸຜູ້ມີປົກກະຕິຢູ່ເປັນສຸຂ ເຮົາກ່າວວ່າ ຜູ້ດັບແລ້ວດ້ວຍອົງຄ໌ນັ້ນ.


ພິກຂຸທັງຫລາຍ! ເມື່ອພິກຂຸຮູ້ວ່າ ເວທະນາບໍ່ທ່ຽງ ປ່ຽນແປງໄປ ຄາຍໄປ ດັບໄປ ແລະເຫັນຕາມຄວາມເປັນຈິງດ້ວຍປັນຍາອັນຊອບຢ່າງນີ້ວ່າ ເວທະນາໃນກາລກ່ອນແລະເວທະນາທັງມວນໃນບັດນີ້ ລ້ວນບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທັມມະດາ ດັ່ງນີ້, ຍ່ອມລະໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະທັງຫລາຍໄດ້ ເພາະລະໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະທັງຫລາຍໄດ້ ຈຶ່ງບໍ່ສະດຸ້ງ ເມື່ອບໍ່ສະດຸ້ງ ຍ່ອມຢູ່ເປັນສຸຂ ພິກຂຸຜູ້ມີປົກກະຕິຢູ່ເປັນສຸຂ ເຮົາກ່າວວ່າ ຜູ້ດັບແລ້ວດ້ວຍອົງຄ໌ນັ້ນ.


ພິກຂຸທັງຫລາຍ! ເມື່ອພິກຂຸຮູ້ວ່າ ສັນຍາບໍ່ທ່ຽງ ປ່ຽນແປງໄປ ຄາຍໄປ ດັບໄປ ແລະເຫັນຕາມຄວາມເປັນຈິງດ້ວຍປັນຍາອັນຊອບຢ່າງນີ້ວ່າ ສັນຍາໃນກາລກ່ອນແລະສັນຍາທັງມວນໃນບັດນີ້ ລ້ວນບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທັມມະດາ ດັ່ງນີ້, ຍ່ອມລະໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະທັງຫລາຍໄດ້ ເພາະລະໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະທັງຫລາຍໄດ້ ຈຶ່ງບໍ່ສະດຸ້ງ ເມື່ອບໍ່ສະດຸ້ງ ຍ່ອມຢູ່ເປັນສຸຂ ພິກຂຸຜູ້ມີປົກກະຕິຢູ່ເປັນສຸຂ ເຮົາກ່າວວ່າ ຜູ້ດັບແລ້ວດ້ວຍອົງຄ໌ນັ້ນ.


ພິກຂຸທັງຫລາຍ! ເມື່ອພິກຂຸຮູ້ວ່າ ສັງຂາຣທັງຫລາຍບໍ່ທ່ຽງ ປ່ຽນແປງໄປ ຄາຍໄປ ດັບໄປ ແລະເຫັນຕາມຄວາມເປັນຈິງດ້ວຍປັນຍາອັນຊອບຢ່າງນີ້ວ່າ ສັງຂາຣທັງຫລາຍໃນກາລກ່ອນແລະສັງຂາຣທັງຫລາຍທັງມວນໃນບັດນີ້ ລ້ວນບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທັມມະດາ ດັ່ງນີ້, ຍ່ອມລະໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະທັງຫລາຍໄດ້ ເພາະລະໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະທັງຫລາຍໄດ້ ຈຶ່ງບໍ່ສະດຸ້ງ ເມື່ອບໍ່ສະດຸ້ງ ຍ່ອມຢູ່ເປັນສຸຂ ພິກຂຸຜູ້ມີປົກກະຕິຢູ່ເປັນສຸຂ ເຮົາກ່າວວ່າ ຜູ້ດັບແລ້ວດ້ວຍອົງຄ໌ນັ້ນ.


ພິກຂຸທັງຫລາຍ! ເມື່ອພິກຂຸຮູ້ວ່າ ວິນຍານບໍ່ທ່ຽງ ປ່ຽນແປງໄປ ຄາຍໄປ ດັບໄປ ແລະເຫັນຕາມຄວາມເປັນຈິງດ້ວຍປັນຍາອັນຊອບຢ່າງນີ້ວ່າ ວິນຍານໃນກາລກ່ອນແລະວິນຍານທັງມວນໃນບັດນີ້ ລ້ວນບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທັມມະດາ ດັ່ງນີ້, ຍ່ອມລະໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະທັງຫລາຍໄດ້ ເພາະລະໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ອຸປາຍາສະທັງຫລາຍໄດ້ ຈຶ່ງບໍ່ສະດຸ້ງ ເມື່ອບໍ່ສະດຸ້ງ ຍ່ອມຢູ່ເປັນສຸຂ ພິກຂຸຜູ້ມີປົກກະຕິຢູ່ເປັນສຸຂ ເຮົາກ່າວວ່າ ຜູ້ດັບແລ້ວດ້ວຍອົງຄ໌ນັ້ນ.




 
 
 

2 Comments

Rated 0 out of 5 stars.
No ratings yet

Add a rating
Guest
Mar 10, 2024
Rated 5 out of 5 stars.

🙏🙏🙏 Sadhu Khanoi

Like

Thonglouane Keorajavongsay
Thonglouane Keorajavongsay
Mar 10, 2024
Rated 5 out of 5 stars.

💐🙏🙏🙏ທີ່ປະກາສພຣະທັມຄຳສອນຂອງພຣະຕະຖາຄົຕ ຂ້ານ້ອຍ💐

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page