top of page

ທັມປະຣິຍາຍທີ່ຄວນນ້ອມເຂົ້າມາໃນຕົນ

Writer's picture: buddhavacanawordbuddhavacanaword

Updated: Jan 10, 2024

The Buddha's words

ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໓໕໓-໓໕໖/໑໔໕໔-໑໔໖໘



ສມັຍໜຶ່ງ ພຣະຜູ້ມີພຣະພາຄສະເດັຈທ່ຽວຈາຣິກໄປໃນໂກສົລຊົນບົທພ້ອມດ້ວຍພິກຂຸສົງຄ໌ໝູ່ໃຫຍ່ ສະເດັຈເຖິງພຣາມມະນະຄາມຂອງຊາວໂກສົລຊື່ ເວລຸທະວາຣະ.


ພຣາມແລະຄະຫະບໍດີຊາວເວລຸທະວາຣະໄດ້ສະດັບຂ່າວວ່າ ພຣະສະມະນະໂຄດົມຜູ້ເປັນໂອຣົສຂອງເຈົ້າສາກະຍະ ສະເດັຈອອກຜະນວດຈາກສາກະຍະສະກຸລ ສະເດັຈທ່ຽວຈາຣິກໄປໃນໂກສົລຊົນບົທພ້ອມດ້ວຍພິກຂຸສົງຄ໌ໝູ່ໃຫຍ່ ສະເດັຈເຖິງເວລຸທະວາຣະຄາມແລ້ວ ກໍກິຕຕິສັພອັນງາມຂອງທ່ານພຣະໂຄດົມພຣະອົງຄ໌ນັ້ນຂະຈອຣໄປຢ່າງນີ້ວ່າ:


ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌ ຕຣັສຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ສະເດັຈໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີໃຜຍິ່ງກວ່າ ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກທັມ. ພຣະສະມະນະໂຄດົມພຣະອົງຄ໌ນັ້ນ ຊົງກະທຳໂລກນີ້ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກໃຫ້ແຈ້ງຊັດດ້ວຍພຣະປັນຍາອັນຍິ່ງເອງແລ້ວ ຊົງສອນໝູ່ສັຕ ພ້ອມທັງສະມະນະພຣາມ ເທວະດາແລະມະນຸສໃຫ້ຮູ້ຕາມ ພຣະອົງຄ໌ຊົງສະແດງທັມງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ຊົງປະກາສພຣົມມະຈັນຍ໌ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງ ກໍກາຣໄດ້ເຫັນພຣະອະຣະຫັນຕ໌ເຫັນປານນັ້ນເປັນກາຣດີ.


ຄັ້ງນັ້ນ ພຣາມແລະຄະຫະບໍດີຊາວເວລຸທະວາຣະຄາມໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ບາງພວກອະພິວາທພຣະຜູ້ມີພຣະພາຄ ບາງພວກໄດ້ປາສັຍກັບພຣະຜູ້ມີພຣະພາຄ ບາງພວກປະນົມມືອັນຊະລີໄປທາງພຣະຜູ້ມີພຣະພາຄ ບາງພວກປະກາສຊື່ແລະໂຄຕໃນສຳນັກຂອງພຣະຜູ້ມີພຣະພາຄແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:


ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ພວກຂ້ານ້ອຍທັງຫລາຍມີຄວາມປາຖນາ ມີຄວາມພໍໃຈ ມີຄວາມປະສົງຢ່າງນີ້ໆວ່າ ຂໍເຮົາທັງຫລາຍຈົ່ງແອອັດໄປດ້ວຍບຸຕຢູ່ຄອງເຮືອນ ໄດ້ລູບທາແກ່ນຈັນທີ່ເຂົານຳມາຈາກແຄວ້ນກາສີ ໄດ້ປະດັບມາລາຂອງຫອມແລະເຄື່ອງລູບທາ ມີຄວາມຍິນດີເງິນແລະຄຳ ເມື່ອແຕກກາຍຕາຍໄປ ຂໍໄດ້ເຂົ້າເຖິງສຸຄະຕິໂລກສວັນ. ພວກຂ້ານ້ອຍທັງຫລາຍຈະແອອັດໄປດ້ວຍບຸຕຢູ່ຄອງເຮືອນ ໄດ້ລູບທາແກ່ນຈັນທີ່ເຂົານຳມາຈາກແຄວ້ນກາສີ ໄດ້ປະດັບມາລາຂອງຫອມແລະເຄື່ອງລູບທາ ຍິນດີເງິນແລະຄຳ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນໄດ້ດ້ວຍປະກາຣໃດ ຂໍທ່ານພຣະໂຄດົມໂປດຊົງສະແດງທັມດ້ວຍປະກາຣນັ້ນແກ່ພວກຂ້ານ້ອຍທັງຫລາຍຜູ້ມີຄວາມປາຖນາ ມີຄວາມພໍໃຈ ມີຄວາມປະສົງຢ່າງນັ້ນໆເຖີດ.



ພຣາມແລະຄະຫະບໍດີຊາວເວລຸທະວາຣະຄາມທູລຮັບພຣະດຳຣັສພຣະຜູ້ມີພຣະພາຄແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:


ພຣາມແລະຄະຫະບໍດີທັງຫລາຍ! ທັມປະຣິຍາຍທີ່ຄວນນ້ອມເຂົ້າມາໃນຕົນເປັນຢ່າງໃດ?


ພຣາມແລະຄະຫະບໍດີທັງຫລາຍ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ເຮົາຢາກເປັນຢູ່ ບໍ່ຢາກຕາຍ ຮັກສຸຂ ລັງກຽດທຸກຂ໌ ຜູ້ໃດຈະປົງຊີວິຕຂອງເຮົາຜູ້ຢາກເປັນຢູ່ ບໍ່ຢາກຕາຍ ຮັກສຸຂ ລັງກຽດທຸກຂ໌ ຂໍ້ນັ້ນບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາເລີຍ ອີກຢ່າງໜຶ່ງ ເຮົາຈະປົງຊີວິຕຂອງຜູ້ອື່ນຜູ້ຢາກເປັນຢູ່ ບໍ່ຢາກຕາຍ ຮັກສຸຂ ລັງກຽດທຸກຂ໌ ຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ທັມຂໍ້ນັ້ນ ກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ເຮົາຈະປະກອບຜູ້ອື່ນໄວ້ດ້ວຍທັມຂໍ້ນັ້ນໄດ້ຢ່າງໃດ. ອະຣິຍະສາວົກນັ້ນພິຈາຣະນາເຫັນດັ່ງນີ້ແລ້ວ ຕົນເອງຍ່ອມງົດເວັ້ນຈາກປານາຕິບາຕດ້ວຍ, ຊັກຊວນຜູ້ອື່ນໃຫ້ງົດເວັ້ນຈາກປານາຕິບາຕດ້ວຍ, ກ່າວສັນລະເສີນຄຸນແຫ່ງກາຣງົດເວັ້ນຈາກປານາຕິບາຕດ້ວຍ, ກາຍສະມາຈາຣຂອງອະຣິຍະສາວົກນັ້ນຍ່ອມບໍຣິສຸທໂດຍສ່ວນສາມຢ່າງນີ້.


ພຣາມແລະຄະຫະບໍດີທັງຫລາຍ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ຜູ້ໃດຖືເອົາສິ່ງຂອງທີ່ເຮົາບໍ່ໄດ້ໃຫ້ດ້ວຍອາກາຣແຫ່ງຂະໂມຍ ຂໍ້ນັ້ນບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາເລີຍ ອີກຢ່າງໜຶ່ງ ເຮົາຈະຖືເອົາສິ່ງຂອງທີ່ຜູ້ອື່ນບໍ່ໄດ້ໃຫ້ດ້ວຍອາກາຣແຫ່ງຂະໂມຍ ຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ທັມຂໍ້ນັ້ນ ກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ເຮົາຈະປະກອບຜູ້ອື່ນໄວ້ດ້ວຍທັມຂໍ້ນັ້ນໄດ້ຢ່າງໃດ. ອະຣິຍະສາວົກນັ້ນພິຈາຣະນາເຫັນດັ່ງນີ້ແລ້ວ ຕົນເອງຍ່ອມງົດເວັ້ນຈາກອະທິນນາທານດ້ວຍ, ຊັກຊວນຜູ້ອື່ນໃຫ້ງົດເວັ້ນຈາກອະທິນນາທານດ້ວຍ, ກ່າວສັນລະເສີນຄຸນແຫ່ງກາຣງົດເວັ້ນຈາກອະທິນນາທານດ້ວຍ, ກາຍສະມາຈາຣຂອງອະຣິຍະສາວົກນັ້ນຍ່ອມບໍຣິສຸທໂດຍສ່ວນສາມຢ່າງນີ້.


ພຣາມແລະຄະຫະບໍດີທັງຫລາຍ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ຜູ້ໃດປະພຶດຜິດໃນພັລຍາຂອງເຮົາ ຂໍ້ນັ້ນບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາເລີຍ ອີກຢ່າງໜຶ່ງ ເຮົາຈະປະພຶດຜິດໃນພັລຍາຂອງຜູ້ອື່ນ ຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ທັມຂໍ້ນັ້ນ ກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ເຮົາຈະປະກອບຜູ້ອື່ນໄວ້ດ້ວຍທັມຂໍ້ນັ້ນໄດ້ຢ່າງໃດ. ອະຣິຍະສາວົກນັ້ນພິຈາຣະນາເຫັນດັ່ງນີ້ແລ້ວ ຕົນເອງຍ່ອມງົດເວັ້ນຈາກກາເມສຸມິຈສາຈາຣດ້ວຍ, ຊັກຊວນຜູ້ອື່ນໃຫ້ງົດເວັ້ນຈາກກາເມສຸມິຈສາຈາຣດ້ວຍ, ກ່າວສັນລະເສີນຄຸນແຫ່ງກາຣງົດເວັ້ນຈາກກາເມສຸມິຈສາຈາຣດ້ວຍ, ກາຍສະມາຈາຣຂອງອະຣິຍະສາວົກນັ້ນຍ່ອມບໍຣິສຸທໂດຍສ່ວນສາມຢ່າງນີ້.


ພຣາມແລະຄະຫະບໍດີທັງຫລາຍ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ຜູ້ໃດຈະທຳລາຍປະໂຍຊນ໌ຂອງເຮົາດ້ວຍກາຣກ່າວຕົວະ ຂໍ້ນັ້ນບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາເລີຍ ອີກຢ່າງໜຶ່ງ ເຮົາຈະທຳລາຍປະໂຍຊນ໌ຂອງຜູ້ອື່ນດ້ວຍກາຣກ່າວຕົວະ ຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ທັມຂໍ້ນັ້ນ ກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ເຮົາຈະປະກອບຜູ້ອື່ນໄວ້ດ້ວຍທັມຂໍ້ນັ້ນໄດ້ຢ່າງໃດ. ອະຣິຍະສາວົກນັ້ນພິຈາຣະນາເຫັນດັ່ງນີ້ແລ້ວ ຕົນເອງຍ່ອມງົດເວັ້ນຈາກມຸສາວາທດ້ວຍ, ຊັກຊວນຜູ້ອື່ນໃຫ້ງົດເວັ້ນຈາກມຸສາວາທດ້ວຍ, ກ່າວສັນລະເສີນຄຸນແຫ່ງກາຣງົດເວັ້ນຈາກມຸສາວາທດ້ວຍ, ວະຈີສະມາຈາຣຂອງອະຣິຍະສາວົກນັ້ນຍ່ອມບໍຣິສຸທໂດຍສ່ວນສາມຢ່າງນີ້.


ພຣາມແລະຄະຫະບໍດີທັງຫລາຍ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ຜູ້ໃດຈະຍຸຍົງໃຫ້ເຮົາແຕກຈາກມິຕດ້ວຍຄຳສໍ່ສຽດ ຂໍ້ນັ້ນບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາເລີຍ ອີກຢ່າງໜຶ່ງ ເຮົາຈະຍຸຍົງໃຫ້ຜູ້ອື່ນແຕກຈາກມິຕດ້ວຍຄຳສໍ່ສຽດ ຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ທັມຂໍ້ນັ້ນ ກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ເຮົາຈະປະກອບຜູ້ອື່ນໄວ້ດ້ວຍທັມຂໍ້ນັ້ນໄດ້ຢ່າງໃດ. ອະຣິຍະສາວົກນັ້ນພິຈາຣະນາເຫັນດັ່ງນີ້ແລ້ວ ຕົນເອງຍ່ອມງົດເວັ້ນຈາກປິສຸນາວາຈາດ້ວຍ, ຊັກຊວນຜູ້ອື່ນໃຫ້ງົດເວັ້ນຈາກປິສຸນາວາຈາດ້ວຍ, ກ່າວສັນລະເສີນຄຸນແຫ່ງກາຣງົດເວັ້ນຈາກປິສຸນາວາຈາດ້ວຍ, ວະຈີສະມາຈາຣຂອງອະຣິຍະສາວົກນັ້ນຍ່ອມບໍຣິສຸທໂດຍສ່ວນສາມຢ່າງນີ້.


ພຣາມແລະຄະຫະບໍດີທັງຫລາຍ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ຜູ້ໃດຈະເວົ້າກັບເຮົາດ້ວຍຄຳຫຍາບ ຂໍ້ນັ້ນບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາເລີຍ ອີກຢ່າງໜຶ່ງ ເຮົາຈະເວົ້າກັບຜູ້ອື່ນດ້ວຍຄຳຫຍາບ ຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ທັມຂໍ້ນັ້ນ ກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ເຮົາຈະປະກອບຜູ້ອື່ນໄວ້ດ້ວຍທັມຂໍ້ນັ້ນໄດ້ຢ່າງໃດ. ອະຣິຍະສາວົກນັ້ນພິຈາຣະນາເຫັນດັ່ງນີ້ແລ້ວ ຕົນເອງຍ່ອມງົດເວັ້ນຈາກຜະຣຸສະວາຈາດ້ວຍ, ຊັກຊວນຜູ້ອື່ນໃຫ້ງົດເວັ້ນຈາກຜະຣຸສະວາຈາດ້ວຍ, ກ່າວສັນລະເສີນຄຸນແຫ່ງກາຣງົດເວັ້ນຈາກຜະຣຸສະວາຈາດ້ວຍ, ວະຈີສະມາຈາຣຂອງອະຣິຍະສາວົກນັ້ນຍ່ອມບໍຣິສຸທໂດຍສ່ວນສາມຢ່າງນີ້.


ພຣາມແລະຄະຫະບໍດີທັງຫລາຍ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ຜູ້ໃດຈະເວົ້າກັບເຮົາດ້ວຍຄຳສັມຜັປປະລາປະ ຂໍ້ນັ້ນບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາເລີຍ ອີກຢ່າງໜຶ່ງ ເຮົາຈະເວົ້າກັບຜູ້ອື່ນດ້ວຍຄຳສັມຜັປປະລາປະ ຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ທັມຂໍ້ນັ້ນກໍບໍ່ເປັນທີ່ຮັກທີ່ພໍໃຈຂອງຜູ້ອື່ນ ທັມຂໍ້ໃດບໍ່ເປັນທີ່ຮັກທີ່ພໍໃຈຂອງເຮົາ ເຮົາຈະປະກອບຜູ້ອື່ນໄວ້ດ້ວຍທັມຂໍ້ນັ້ນໄດ້ຢ່າງໃດ. ອະຣິຍະສາວົກນັ້ນພິຈາຣະນາເຫັນດັ່ງນີ້ແລ້ວ ຕົນເອງຍ່ອມງົດເວັ້ນຈາກສັມຜັປປະລາປະດ້ວຍ, ຊັກຊວນຜູ້ອື່ນໃຫ້ງົດເວັ້ນຈາກສັມຜັປປະລາປະດ້ວຍ, ກ່າວສັນລະເສີນຄຸນແຫ່ງກາຣງົດເວັ້ນຈາກສັມຜັປປະລາປະດ້ວຍ, ວະຈີສະມາຈາຣຂອງອະຣິຍະສາວົກນັ້ນຍ່ອມບໍຣິສຸທໂດຍສ່ວນສາມຢ່າງນີ້.


ອະຣິຍະສາວົກນັ້ນປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະພຸທທະເຈົ້າວ່າ:

ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄ ພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌, ຕຣັສຮູ້ເອງໂດຍຊອບ,

ເຖິງພ້ອມດ້ວຍວິຊຊາແລະຈະຣະນະ, ສະເດັຈໄປດີແລ້ວ, ຊົງຮູ້ແຈ້ງໂລກ, ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກໄດ້ຢ່າງບໍ່ມີໃຜຍິ່ງກວ່າ, ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ, ເປັນຜູ້ເບີກບານແລ້ວ,

ເປັນຜູ້ຈຳແນກທັມ ດັ່ງນີ້.


ອະຣິຍະສາວົກນັ້ນປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະທັມວ່າ:

ພຣະທັມເປັນສິ່ງທີ່ພຣະຜູ້ມີພຣະພາຄຕຣັສໄວ້ດີແລ້ວ, ເປັນສິ່ງທີ່ຜູ້ສຶກສາແລະປະຕິບັຕຍ່ອມເຫັນໄດ້ດ້ວຍຕົນເອງ, ເປັນສິ່ງທີ່ປະຕິບັຕໄດ້ແລະໃຫ້ຜົລໄດ້ບໍ່ຈໍາກັດກາລ, ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີດ, ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ຕົວ, ເປັນສິ່ງທີ່ວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ ດັ່ງນີ້.


ອະຣິຍະສາວົກນັ້ນປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະສົງຄ໌ວ່າ:

ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ເປັນຜູ້ປະຕິບັຕດີແລ້ວ, ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ

ເປັນຜູ້ປະຕິບັຕຕົງແລ້ວ, ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ເປັນຜູ້ປະຕິບັຕຊອບແລ້ວ,

ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ເປັນຜູ້ປະຕິບັຕສົມຄວນແລ້ວ, ໄດ້ແກ່ບຸຄຄົລເຫລົ່ານີ້ຄື:

ຄູ່ແຫ່ງບຸຣຸສສີ່ຄູ່ ນັບຮຽງຕົວໄດ້ ໘ ບຸຣຸສ ນັ້ນແຫລະຄືສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ,

ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົານຳມາບູຊາ, ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ,

ເປັນສົງຄ໌ຄວນຮັບທັກຂິນາທານ, ເປັນສົງຄ໌ທີ່ບຸຄຄົລທົ່ວໄປຄວນທຳອັນຊະລີ, ເປັນສົງຄ໌ທີ່ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ດັ່ງນີ້.

ເປັນຜູ້ປະກອບດ້ວຍສີລທີ່ພຣະອະຣິຍະເຈົ້າໃຄ່ແລ້ວ ບໍ່ຂາດ ບໍ່ທະລຸ ບໍ່ດ່າງ ບໍ່ພ້ອຍ ເປັນອິສສະຣະ ວິນຍູຊົນສັນລະເສີນ ບໍ່ມີອັນໃດຄອບງຳ ເປັນໄປເພື່ອສະມາທິ.


ພຣາມແລະຄະຫະບໍດີທັງຫລາຍ! ເມື່ອໃດ ອະຣິຍະສາວົກປະກອບດ້ວຍສັທທັມ ໗ ປະກາຣເຫລົ່ານີ້ ແລະດ້ວຍຖານະອັນເປັນທີ່ຕັ້ງແຫ່ງຄວາມຫວັງ ໔ ປະກາຣເຫລົ່ານີ້ ເມື່ອນັ້ນ ອະຣິຍະສາວົກນັ້ນຫວັງຢູ່ ຍ່ອມພະຍາກອນຕົນດ້ວຍຕົນເອງໄດ້ວ່າ ເຮົາມີນະຣົກສິ້ນແລ້ວ ມີກຳເນີດດິຣັຈສານສິ້ນແລ້ວ ມີເປຕວິສັຍສິ້ນແລ້ວ ມີອະບາຍ ທຸຄະຕິ ວິນິບາຕສິ້ນແລ້ວ ເຮົາເປັນໂສດາບັນ ມີຄວາມບໍ່ຕົກຕ່ຳເປັນທັມມະດາ ເປັນຜູ້ທ່ຽງແທ້ທີ່ຈະຕຣັສຮູ້ໃນເບື້ອງໜ້າ.


ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ພຣາມແລະຄະຫະບໍດີຊາວເວລຸທະວາຣະຄາມໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:


ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ພຣະອົງຄ໌ຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືຕາມປະທີບໄວ້ໃນທີ່ມືດດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປໄດ້ສັນນັ້ນ ພວກຂ້ານ້ອຍທັງຫລາຍຂໍເຖິງທ່ານພຣະໂຄດົມກັບທັງພຣະທັມແລະພຣະພິກຂຸສົງຄ໌ວ່າເປັນສະຣະນະ ຂໍທ່ານພຣະໂຄດົມໂປດຊົງຈຳພວກຂ້ານ້ອຍວ່າ ເປັນອຸປາສົກຜູ້ເຖິງສະຣະນະຕະຫລອດຊີວິຕຕັ້ງແຕ່ວັນນີ້ເປັນຕົ້ນໄປ.




78 views2 comments

Related Posts

See All

2 Comments

Rated 0 out of 5 stars.
No ratings yet

Add a rating
Guest
Nov 24, 2023
Rated 5 out of 5 stars.

ສາທຸຂ້ານ້ອຍ

Like

Thonglouane Keorajavongsay
Thonglouane Keorajavongsay
Sep 28, 2023
Rated 5 out of 5 stars.

🙏🙏🙏ໃນພຣະທັມ ຂອງພຣະສາສດາ ຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page