top of page

ທັມເປັນສິ່ງທີ່ຜູ້ໄດ້ບັນລຸຍ່ອມເຫັນເອງ

Writer: buddhavacanawordbuddhavacanaword

Updated: Aug 5, 2024

The Buddha's words

ອັງຄຸຕຕຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໕໐-໑໕໑/໔໙໓


Photo by Patrick Schneider on Unsplash


ຄັ້ງນັ້ນແລ ພຣາມນ໌ຄົນໜຶ່ງໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ໄດ້ປຣາສັຍກັບພຣະຜູ້ມີພຣະພາຄ ຄັນຜ່ານກາຣປຣາສັຍພໍໃຫ້ຣະນຶກເຖິງກັນໄປແລ້ວ ຈຶ່ງນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູລຖາມພຣະຜູ້ມິພຣະພາຄວ່າ:


ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ພຣະອົງຄ໌ຍ່ອມຕຣັສວ່າ “ທັມອັນຜູ້ໄດ້ບັນລຸຍ່ອມເຫັນເອງ, ທັມອັນຜູ້ໄດ້ບັນລຸຍ່ອມເຫັນເອງ ດັ່ງນີ້”


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ດ້ວຍເຫຕພຽງເທົ່າໃດໜໍ ທັມຈຶ່ງເປັນສິ່ງທີ່ຜູ້ໄດ້ບັນລຸຍ່ອມເຫັນເອງ, ບໍ່ປະກອບດ້ວຍກາລ, ຄວນຮຽກໃຫ້ມາເບິ່ງ, ຄວນນ້ອມເຂົ້າມາ, ອັນວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ?


ພຣະຜູ້ມີພຣະພາຄຕຣັສຕອບວ່າ:


ພຣາມນ໌! ບຸຄຄົລຜູ້ກຳນັດ ຖືກຣາຄະຄອບງຳແລ້ວ ມີຈິຕອັນຣາຄະກຸ້ມຣຸມແລ້ວ ຍ່ອມຄິດເພື່ອບຽດບຽນຕົນເອງແດ່, ຍ່ອມຄິດເພື່ອບຽດບຽນຄົນອື່ນແດ່, ຍ່ອມຄິດເພື່ອບຽດບຽນຕົນເອງແລະຄົນອື່ນທັງສອງຝ່າຍແດ່, ຍ່ອມສເວີຍທຸກຂ໌ໂທມະນັສອັນເປັນໄປໃນທາງຈິຕແດ່ ເມື່ອລະຣາຄະໄດ້ເດັດຂາດແລ້ວ ຍ່ອມບໍ່ຄິດເພື່ອບຽດບຽນຕົນເອງເລີຍ, ຍ່ອມບໍ່ຄິດເພື່ອບຽດບຽນຄົນອື່ນ, ຍ່ອມບໍ່ຄິດເພື່ອບຽດບຽນຕົນເອງແລະຄົນອື່ນທັງສອງຝ່າຍ, ຍ່ອມບໍ່ສເວີຍທຸກຂ໌ໂທມະນັສອັນເປັນໄປໃນທາງຈິຕດ້ວຍ. ພຣາມນ໌ ດ້ວຍເຫຕດັ່ງທີ່ກ່າວມານີ້ແລ ທັມຈຶ່ງເປັນສິ່ງທີ່ຜູ້ໄດ້ບັນລຸຍ່ອມເຫັນເອງ, ບໍ່ປະກອບດ້ວຍກາລ, ຄວນຮຽກໃຫ້ມາເບິ່ງ, ຄວນນ້ອມເຂົ້າມາ, ອັນວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ.


ພຣາມນ໌! ບຸຄຄົລຜູ້ມີໂທສະ ຖືກໂທສະຄອບງຳແລ້ວ ມີຈິຕອັນໂທສະກຸ້ມຣຸມແລ້ວ ຍ່ອມຄິດເພື່ອບຽດບຽນຕົນເອງແດ່, ຍ່ອມຄິດເພື່ອບຽດບຽນຄົນອື່ນແດ່, ຍ່ອມຄິດເພື່ອບຽດບຽນຕົນເອງແລະຄົນອື່ນທັງສອງຝ່າຍແດ່, ຍ່ອມສເວີຍທຸກຂ໌ໂທມະນັສອັນເປັນໄປໃນທາງຈິຕແດ່ ເມື່ອລະໂທສະໄດ້ເດັດຂາດແລ້ວ ຍ່ອມບໍ່ຄິດເພື່ອບຽດບຽນຕົນເອງເລີຍ, ຍ່ອມບໍ່ຄິດເພື່ອບຽດບຽນຄົນອື່ນ, ຍ່ອມບໍ່ຄິດເພື່ອບຽດບຽນຕົນເອງແລະຄົນອື່ນທັງສອງຝ່າຍ, ຍ່ອມບໍ່ສເວີຍທຸກຂ໌ໂທມະນັສອັນເປັນໄປໃນທາງຈິຕດ້ວຍ. ພຣາມນ໌ ດ້ວຍເຫຕດັ່ງທີ່ກ່າວມານີ້ແລ ທັມຈຶ່ງເປັນສິ່ງທີ່ຜູ້ໄດ້ບັນລຸຍ່ອມເຫັນເອງ, ບໍ່ປະກອບດ້ວຍກາລ, ຄວນຮຽກໃຫ້ມາເບິ່ງ, ຄວນນ້ອມເຂົ້າມາ, ອັນວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ.


ພຣາມນ໌! ບຸຄຄົລຜູ້ມີໂມຫະ ຖືກໂມຫະຄອບງຳແລ້ວ ມີຈິຕອັນໂມຫະກຸ້ມຣຸມແລ້ວ ຍ່ອມຄິດເພື່ອບຽດບຽນຕົນເອງແດ່, ຍ່ອມຄິດເພື່ອບຽດບຽນຄົນອື່ນແດ່, ຍ່ອມຄິດເພື່ອບຽດບຽນຕົນເອງແລະຄົນອື່ນທັງສອງຝ່າຍແດ່, ຍ່ອມສເວີຍທຸກຂ໌ໂທມະນັສອັນເປັນໄປໃນທາງຈິຕແດ່ ເມື່ອລະໂມຫະໄດ້ເດັດຂາດແລ້ວ ຍ່ອມບໍ່ຄິດເພື່ອບຽດບຽນຕົນເອງເລີຍ, ຍ່ອມບໍ່ຄິດເພື່ອບຽດບຽນຄົນອື່ນ, ຍ່ອມບໍ່ຄິດເພື່ອບຽດບຽນຕົນເອງແລະຄົນອື່ນທັງສອງຝ່າຍ, ຍ່ອມບໍ່ສເວີຍທຸກຂ໌ໂທມະນັສອັນເປັນໄປໃນທາງຈິຕດ້ວຍ. ພຣາມນ໌ ດ້ວຍເຫຕດັ່ງທີ່ກ່າວມານີ້ແລ ທັມຈຶ່ງເປັນສິ່ງທີ່ຜູ້ໄດ້ບັນລຸຍ່ອມເຫັນເອງ, ບໍ່ປະກອບດ້ວຍກາລ, ຄວນຮຽກໃຫ້ມາເບິ່ງ, ຄວນນ້ອມເຂົ້າມາ, ອັນວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ.


ພຣາມນ໌ນັ້ນກຣາບທູລວ່າ ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ພຣະອົງຄ໌ຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນຫງາຍຂອງທີ່ຄວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີປໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປໄດ້ ສັນນັ້ນ. ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ຂ້ານ້ອຍຂໍເຖິງພຣະຜູ້ມີພຣະພາຄ ກັບທັງພຣະທັມແລະພຣະພິກຂຸສົງຄ໌ເປັນສະຣະນະ ຂໍພຣະອົງຄ໌ຈົ່ງຊົງຈຳຂ້ານ້ອຍວ່າ ເປັນອຸປາສົກຜູ້ເຖິງສະຣະນະຕລອດທຣີຍ໌ວິຕຕັ້ງແຕ່ວັນນີ້ເປັນຕົ້ນໄປ.




 
 
 

3 Comments

Rated 0 out of 5 stars.
No ratings yet

Add a rating
Guest
Aug 08, 2024
Rated 5 out of 5 stars.

🙏🙏🙏

Like

Thonglouane Keorajavongsay
Thonglouane Keorajavongsay
Aug 04, 2024
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະສາສດາຂ້ານ້ອຍ

Like

Guest
Aug 04, 2024
Rated 4 out of 5 stars.

🙏🙏🙏ສາທຸຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page