top of page

ນາງຍັກຂິນີປາຖນາຈະຟັງທັມ

Writer's picture: buddhavacanawordbuddhavacanaword

ສັງຍຸຕຕະນິກາຍ ສະຄາຖະວັຄ ໑໕/໒໕໒-໒໕໓/໘໒໒-໘໒໕


Photo by Johannes Plenio on Unsplash


ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ໃນພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ.

ສມັຍນັ້ນແລ ພຣະຜູ້ມີພຣະພາຄຊົງຍັງພິກຂຸທັງຫລາຍໃຫ້ເຫັນແຈ້ງ ໃຫ້ສະມາທານ ໃຫ້ອາດຫານ ໃຫ້ຣ່າເຣິງດ້ວຍທັມມິກະຖາອັນປະຕິສັງຍຸຕ(ອັນເນື່ອງດ້ວຍ) ນິພພານ. ພິກຂຸເຫລົ່ານັ້ນຕັ້ງໃຈມະນະສິກາຣ ປະມວນໄວ້ດ້ວຍໃຈທັງໝົດ ງ່ຽງໂສຕະລົງສະດັບທັມ.


ຄັ້ງນັ້ນແລ ນາງຍັກຂິນີຜູ້ເປັນມາຣດາຂອງປຸນັພພະສຸ ປອບບຸຕນ້ອຍຢ່າງນີ້ວ່າ:


ນິ້ງເສຍເຖີດລູກອຸຕຕຣາ! ນິ້ງເສຍເຖີດລູກປຸນັພພະສຸ! ຈົນກວ່າແມ່ຈະຟັງທັມຂອງພຣະພຸທທະເຈົ້າຜູ້ປະເສີດຜູ້ເປັນພຣະສາສດາຈົບ. ພຣະຜູ້ມີພຣະພາຄຕຣັສນິພພານອັນເປັນເຄື່ອງເປື້ອງຕົນເສຍຈາກກິເລສເຄື່ອງຜູກມັດທັງປວງ ເວລາທີ່ປາຖນາໃນທັມນັ້ນຈະລ່ວງເລີຍແມ່ໄປເສຍ.


ລູກຂອງຕົນເປັນທີ່ຮັກໃນໂລກ,

ຜົວຂອງຕົນເປັນທີ່ຮັກໃນໂລກ,

ແຕ່ຄວາມປາຖນາໃນທັມນັ້ນເປັນທີ່ຮັກຂອງແມ່ຍິ່ງກວ່າລູກແລະຜົວນັ້ນ ເພາະລູກຫລືຜົວທີ່ຮັກຍ່ອມປົດເປື້ອງຈາກທຸກຂ໌ບໍ່ໄດ້ເໝືອນກາຣຟັງທັມຍ່ອມປົດເປື້ອງເຫລົ່າສັຕຈາກທຸກຂ໌ໄດ້. ໃນເມື່ອໂລກອັນທຸກຂ໌ອ້ອມລ້ອມແລ້ວດ້ວຍຊະຣາແລະມະຣະນະ ແມ່ປາຖນາຈະຟັງທັມທີ່ພຣະພຸທທະເຈົ້າຕຣັສຮູ້ດ້ວຍພຣະປັນຍາອັນຍິ່ງ ເພື່ອພົ້ນຈາກຊະຣາແລະມະຣະນະ ຈົ່ງນິ້ງເສຍເຖີດລູກປຸນັພພະສຸ!


ປຸນັພພະສຸເວົ້າວ່າ:


ໂດຍແມ່! ລູກຈັກບໍ່ເວົ້າ

ອຸຕຕຣານ້ອງສາວຂອງລູກກໍຈັກເປັນຜູ້ນິ້ງ

ເຊີນແມ່ຟັງທັມຢ່າງດຽວ ກາຣຟັງພຣະສັທທັມນຳຄວາມສຸຂມາໃຫ້.


ແມ່! ເຮົາບໍ່ຮູ້ພຣະສັທທັມຈຶ່ງໄດ້ທ່ຽວໄປລຳບາກ

ພຣະພຸທທະເຈົ້າພຣະອົງຄ໌ນີ້ ເປັນຜູ້ທຳຄວາມສະວ່າງສະໄຫວແກ່ເທວະດາແລະມະນຸສຜູ້ລຸ່ມຫລົງ ມີພຣະສະຣີຣະຄັ້ງສຸດທ້າຍ ມີພຣະຈັກຂຸສະແດງທັມຢູ່.


ນາງຍັກຂິນີເວົ້າວ່າ:


ໜ້າຊື່ນຊົມຫລາຍ ລູກຜູ້ນອນເທິງເອິກຂອງແມ່ເປັນຄົນສລາດ ລູກຂອງແມ່ຍ່ອມຮັກໃຄ່ພຣະທັມອັນບໍຣິສຸທຂອງພຣະພຸທທະເຈົ້າຜູ້ປະເສີດ.


ປຸນັພພະສຸ! ເຈົ້າຈົ່ງມີຄວາມສຸຂເຖີດ ວັນນີ້ແມ່ເປັນຜູ້ຍ່າງຂຶ້ນໄປໃນພຣະສາສນາ ແມ່ແລະເຈົ້າເຫັນອະຣິຍະສັຈແລ້ວ ແມ່ນແຕ່ອຸຕຕຣາກໍຈົ່ງຟັງແມ່ເຖີດ.




69 views2 comments

Related Posts

See All

2 Comments

Rated 0 out of 5 stars.
No ratings yet

Add a rating
Guest
Feb 09, 2024
Rated 5 out of 5 stars.

🙏🙏🙏 ສາທຸ

Like

Thonglouane Keorajavongsay
Thonglouane Keorajavongsay
Feb 08, 2024
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມຄຳສອນອັນປະເສີດຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page