top of page

ບຸຄຄົລອາສັຍບຸຄຄົລຜູ້ມີສັທທາຍ່ອມຈະເຣີນດ້ວຍສັທທາໄດ້

Writer: buddhavacanawordbuddhavacanaword

Updated: Jan 18

The Buddha's words

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໓໙/໔໐



ພິກຂຸທັງຫລາຍ! ຕົ້ນສາລະໃຫຍ່ອາສັຍພູເຂົາຫິມະວັນຍ່ອມຈະເຣີນດ້ວຍຄວາມຈະເຣີນ ໕ ປະກາຣ; ໕ ປະກາຣເປັນຢ່າງໃດ? ຄື:

ຍ່ອມຈະເຣີນດ້ວຍກິ່ງແລະໃບ,

ຍ່ອມຈະເຣີນດ້ວຍເປືອກ,

ຍ່ອມຈະເຣີນດ້ວຍສະເກັດ,

ຍ່ອມຈະເຣີນດ້ວຍມອກ,

ຍ່ອມຈະເຣີນດ້ວຍແກ່ນ.


ພິກຂຸທັງຫລາຍ! ຕົ້ນສາລະໃຫຍ່ອາສັຍພູເຂົາຫິມະວັນຍ່ອມຈະເຣີນດ້ວຍຄວາມຈະເຣີນ ໕ ປະກາຣນີ້ ສັນໃດ; ພິກຂຸທັງຫລາຍ! ຊົນພາຍໃນອາສັຍເຈົ້າເຮືອນຜູ້ມີສັທທາຍ່ອມຈະເຣີນດ້ວຍຄວາມຈະເຣີນ ໕ ປະກາຣ ສັນນັ້ນເໝືອນກັນ. ຄວາມຈະເຣີນ ໕ ປະກາຣເປັນຢ່າງໃດ? ຄື:


ຍ່ອມຈະເຣີນດ້ວຍສັທທາ,

ຍ່ອມຈະເຣີນດ້ວຍສີລ,

ຍ່ອມຈະເຣີນດ້ວຍສຸຕະ,

ຍ່ອມຈະເຣີນດ້ວຍຈາຄະ,

ຍ່ອມຈະເຣີນດ້ວຍປັນຍາ.


ພິກຂຸທັງຫລາຍ! ຊົນພາຍໃນອາສັຍເຈົ້າເຮືອນຜູ້ມີສັທທາຍ່ອມຈະເຣີນດ້ວຍຄວາມຈະເຣີນ ໕ ປະກາຣນີ້ແລ.


ຕົ້ນໄມ້ທັງຫລາຍອາສັຍບັນພົຕສິລາລ້ວນໃນປ່າໃຫຍ່ ຍ່ອມຈະເຣີນຂຶ້ນເປັນໄມ້ໃຫຍ່ ສັນໃດ;

ບຸຕ ພະຣິຍາ ມິຕ ອະມາຕ ໝູ່ຍາຕແລະຄົນທີ່ເຂົ້າໄປອາສັຍລ້ຽງຊີບທັງຫລາຍໃນໂລກນີ້ ໄດ້ອາສັຍກຸລະບຸຕຜູ້ມີສັທທາ ສົມບູນດ້ວຍສີລ ຍ່ອມຈະເຣີນໄດ້ ສັນນັ້ນເໝືອນກັນ ຊົນເຫລົ່ານັ້ນເຫັນສີລ ຈາຄະ ແລະສຸຈະຣິຕທັງຫລາຍຂອງກຸລະບຸຕຜູ້ມີສີລ ມີຈາຄະແລະສຸຈະຣິຕນັ້ນ ເມື່ອຮູ້ແລ້ວຍ່ອມປະພຶຕຕາມຊົນເຫລົ່ານັ້ນ ຄັນປະພຶຕທັມອັນເປັນໄປສູ່ສຸຄະຕິໃນໂລກນີ້ແລ້ວ ຍ່ອມເປັນຜູ້ເພີດເພີນ ພຽບພ້ອມດ້ວຍກາມ ບັນເທິງຢູ່ໃນເທວະໂລກ.




 
 
 

3 Comments

Rated 0 out of 5 stars.
No ratings yet

Add a rating
Guest
Apr 11, 2024
Rated 5 out of 5 stars.

🙏🙏😁

Like

Guest
Apr 10, 2024
Rated 5 out of 5 stars.

🙏🙏🙏ສາທຸ

Like

Thonglouane Keorajavongsay
Thonglouane Keorajavongsay
Apr 10, 2024
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະຕຖາຄົຕ ຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page