top of page

ບຸຄຄົລ ໓ ຈຳພວກ

Writer: buddhavacanawordbuddhavacanaword

Updated: Dec 16, 2023

The Buddha's words

ອັງຄຸຕຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໒໓-໑໒໕/໔໖໙


Photo by Pijarn Jangsawang form PxHere


ພິກຂຸທັງຫລາຍ! ບຸຄຄົລ ໓ ຈຳພວກນີ້ ມີປາກົຕຢູ່ໃນໂລກ, ໓ ຈຳພວກເປັນຢ່າງໃດ?

 

ບຸຄຄົລມີປັນຍາຂວ້ຳ,

ບຸຄຄົລມີປັນຍາເຊັ່ນກັບຕັກ,

ບຸຄຄົລມີປັນຍາກວ້າງຂວາງ,

 

ພິກຂຸທັງຫລາຍ! ບຸຄຄົລມີປັນຍາຂວ້ຳເປັນຢ່າງໃດ? ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ໝັ່ນໄປວັດເພື່ອຟັງທັມໃນສຳນັກຂອງພິກຂຸສະເໝີ ພິກຂຸຍ່ອມສະແດງທັມອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສພຣົມມະຈັນຍ໌ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງແກ່ເຂົາ ເຂົານັ່ງເທິງອາສະນະນັ້ນ ຈຳເບື້ອງຕົ້ນ ທ່າມກາງ ທີ່ສຸດຂອງກະຖານັ້ນບໍ່ໄດ້ ເຖິງລຸກຈາກອາສະນະແລ້ວ ກໍຈຳເບື້ອງຕົ້ນ ທ່າມກາງ ທີ່ສຸດຂອງກະຖານັ້ນບໍ່ໄດ້ ປຽບເໝືອນໝໍ້ຂວ້ຳ ເຖິງຈະເອົານ້ຳເທລົງທີ່ໝໍ້ນັ້ນ ກໍຍ່ອມເຮ່ຍໄປ ບໍ່ສາມາດຂັງຢູ່ໄດ້ ສັນໃດ, ບຸຄຄົລບາງຄົນໃນໂລກນີ້ກໍສັນນັ້ນເໝືອນກັນ ໝັ່ນໄປວັດເພື່ອຟັງທັມໃນສຳນັກຂອງພິກຂຸສະເໝີ ພິກຂຸຍ່ອມສະແດງທັມອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສພຣົມມະຈັນຍ໌ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງແກ່ເຂົາ ເຂົານັ່ງເທິງອາສະນະນັ້ນ ຈຳເບື້ອງຕົ້ນ ທ່າມກາງ ທີ່ສຸດຂອງກະຖານັ້ນບໍ່ໄດ້ ເຖິງລຸກຈາກອາສະນະແລ້ວ ກໍຈຳເບື້ອງຕົ້ນ ທ່າມກາງ ທີ່ສຸດຂອງກະຖານັ້ນບໍ່ໄດ້. ພິກຂຸທັງຫລາຍ ນີ້ຮຽກວ່າ ບຸຄຄົລມີປັນຍາຂວ້ຳ.

 

ພິກຂຸທັງຫລາຍ! ບຸຄຄົລມີປັນຍາເຊັ່ນກັບຕັກເປັນຢ່າງໃດ? ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ໝັ່ນໄປວັດເພື່ອຟັງທັມໃນສຳນັກຂອງພິກຂຸສະເໝີ ພິກຂຸຍ່ອມສະແດງທັມອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສພຣົມມະຈັນຍ໌ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງແກ່ເຂົາ ເຂົານັ່ງເທິງອາສະນະນັ້ນ ຈຳເບື້ອງຕົ້ນ ທ່າມກາງ ທີ່ສຸດຂອງກະຖານັ້ນໄດ້ ຄັນລຸກຈາກອາສະນະແລ້ວ ກໍຈຳເບື້ອງຕົ້ນ ທ່າມກາງ ທີ່ສຸດຂອງກະຖານັ້ນບໍ່ໄດ້ ປຽບເໝືອນເທິງຕັກຂອງບຸຣຸສມີຂອງຄ້ຽວນານາຊະນິດຄື ງາ ເຂົ້າສານ ຂະໜົມຕົ້ມ ພຸທຣາ ເກື່ອນກາດ ເຂົາລຸກຈາກອາສະນັ້ນ ຍ່ອມກະທຳເຮ່ຍລາດໄປ ເພາະເຜີສະຕິ ສັນໃດ, ບຸຄຄົລບາງຄົນໃນໂລກນີ້ ກໍສັນນັ້ນເໝືອນກັນ ໝັ່ນໄປວັດເພື່ອຟັງທັມໃນສຳນັກຂອງພິກຂຸສະເໝີ ພິກຂຸຍ່ອມສະແດງທັມອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສພຣົມມະຈັນຍ໌ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງແກ່ເຂົາ ເຂົານັ່ງເທິງອາສະນະນັ້ນ ຈຳເບື້ອງຕົ້ນ ທ່າມກາງ ທີ່ສຸດຂອງກະຖານັ້ນໄດ້ ຄັນລຸກຈາກອາສະນະແລ້ວ ກໍຈຳເບື້ອງຕົ້ນ ທ່າມກາງ ທີ່ສຸດຂອງກະຖານັ້ນບໍ່ໄດ້. ພິກຂຸທັງຫລາຍ ນີ້ຮຽກວ່າ ບຸຄຄົລມີປັນຍາເຊັ່ນກັບຕັກ.

 

ພິກຂຸທັງຫລາຍ! ບຸຄຄົລມີປັນຍາກວ້າງຂວາງເປັນຢ່າງໃດ? ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ໝັ່ນໄປວັດເພື່ອຟັງທັມໃນສຳນັກຂອງພິກຂຸສະເໝີ ພິກຂຸຍ່ອມສະແດງທັມອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສພຣົມມະຈັນຍ໌ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງແກ່ເຂົາ ເຂົານັ່ງເທິງອາສະນະນັ້ນ ຈຳເບື້ອງຕົ້ນ ທ່າມກາງ ທີ່ສຸດຂອງກະຖານັ້ນໄດ້ ເຖິງລຸກຈາກອາສະນະແລ້ວ ກໍຈຳເບື້ອງຕົ້ນ ທ່າມກາງ ທີ່ສຸດຂອງກະຖານັ້ນໄດ້ ປຽບເໝືອນໝໍ້ຫງາຍ ເອົານ້ຳເທໃສ່ໄປໃນໝໍ້ນັ້ນ ຍ່ອມຂັງຢູ່ ບໍ່ໄຫລອອກ ສັນໃດ, ບຸຄຄົລບາງຄົນໃນໂລກນີ້ ກໍສັນນັ້ນເໝືອນກັນ ໝັ່ນໄປວັດເພື່ອຟັງທັມໃນສຳນັກຂອງພິກຂຸສະເໝີ ພິກຂຸຍ່ອມສະແດງທັມອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສພຣົມມະຈັນຍ໌ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງແກ່ເຂົາ ເຂົານັ່ງເທິງອາສະນະນັ້ນ ຈຳເບື້ອງຕົ້ນ ທ່າມກາງ ທີ່ສຸດຂອງກະຖານັ້ນໄດ້ ເຖິງລຸກຈາກອາສະນະແລ້ວ ກໍຈຳເບື້ອງຕົ້ນ ທ່າມກາງ ທີ່ສຸດຂອງກະຖານັ້ນໄດ້. ພິກຂຸທັງຫລາຍ ນີ້ຮຽກວ່າ ບຸຄຄົລມີປັນຍາກວ້າງຂວາງ.

 

ພິກຂຸທັງຫລາຍ! ບຸຄຄົລ ໓ ຈຳພວກນີ້ແລ ມີປາກົຕຢູ່ໃນໂລກ.

 

ບຸຣຸສມີປັນຍາຂວ້ຳ ເປັນຄົນໂງ່ເຂົາ ໄຮ້ປັນຍາເປັນເຄື່ອງພິຈາຣະນາ ບຸຣຸສເຊັ່ນນັ້ນເຖິງຈະໝັ່ນໄປໃນສຳນັກຂອງພິກຂຸສະເໝີ ກໍບໍ່ສາມາດຈະເລົ່າຮຽນເບື້ອງຕົ້ນ ທ່າມກາງແລະທີ່ສຸດຂອງກະຖາໄດ້ ເພາະເຂົາບໍ່ມີປັນຍາ ບຸຣຸສມີປັນຍາເໝືອນຕັກ ເຮົາກ່າວວ່າດີກວ່າບຸຣຸສມີປັນຍາຂວ້ຳ ບຸຣຸສເຊັ່ນນັ້ນເຖິງຈະໝັ່ນໄປໃນສຳນັກຂອງພິກຂຸສະເໝີ ນັ່ງເທິງອາສະນະນັ້ນ ຮຽນເບື້ອງຕົ້ນ ທ່າມກາງແລະທີ່ສຸດຂອງກະຖາໄດ້ ຄັນລຸກມາແລ້ວ ກຳນົດຈົດຈຳພະຍັນຊະນະບໍ່ໄດ້ ເພາະພະຍັນຊະນະທີ່ເຂົາຮຽນແລ້ວເລິເລືອນໄປ. ສ່ວນບຸຣຸສມີປັນຍາກວ້າງຂວາງ ເຮົາກ່າວວ່າດີກວ່າບຸຣຸສທີ່ມີປັນຍາເໝືອນຕັກ ບຸຣຸສເຊັ່ນນັ້ນ ໄປໃນສຳນັກຂອງພິກຂຸສະເໝີ ນັ່ງເທິງອາສະນະນັ້ນ ເລົ່າຮຽນເບື້ອງຕົ້ນ ທ່າມກາງ ແລະທີ່ສຸດຂອງກະຖາໄດ້ ແລ້ວຈຳພະຍັນຊະນະໄວ້ ເປັນຄົນມີຄວາມດຳຣິປະເສີດສຸດ ມີໃຈບໍ່ສົງສັຍ ປະຕິບັຕທັມສົມຄວນແກ່ທັມ ຍ່ອມກະທຳທີ່ສຸດແຫ່ງທຸກຂ໌ໄດ້.



 
 
 

3 Comments

Rated 0 out of 5 stars.
No ratings yet

Add a rating
Guest
Dec 14, 2023
Rated 5 out of 5 stars.

Paid homage to the Blessed One, the arahant, the perfectly enlightened One. Sadhu sadhu

Like

Guest
Dec 14, 2023
Rated 5 out of 5 stars.

🙏🙏🙏ສາທຸຂ້ານ້ອຍ

Like

Thonglouane Keorajavongsay
Thonglouane Keorajavongsay
Dec 13, 2023
Rated 5 out of 5 stars.

ສາທຸໃນພຣະທັມຄຳສອນຂອງພຣະຕະຖາຄົຕ ຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page