The Buddha's Words
ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໖/໖

Photo by Ben White on Unsplash
ພິກຂຸທັງຫລາຍ! ບຸຄຄົລ ໔ ຈຳພວກນີ້ ມີປາກົຕຢູ່ໃນໂລກ, ໔ ຈຳພວກເປັນຢ່າງໃດ? ຄື:
ບຸຄຄົລຜູ້ມີສຸຕະໜ້ອຍ ທັງບໍ່ເຂົ້າເຖິງດ້ວຍສຸຕະ,
ບຸຄຄົລຜູ້ມີສຸຕະໜ້ອຍ ແຕ່ເຂົ້າເຖິງດ້ວຍສຸຕະ,
ບຸຄຄົລຜູ້ມີສຸຕະຫລາຍ ແຕ່ບໍ່ເຂົ້າເຖິງດ້ວຍສຸຕະ,
ບຸຄຄົລຜູ້ມີສຸຕະຫລາຍ ທັງເຂົ້າເຖິງດ້ວຍສຸຕະ,
ພິກຂຸທັງຫລາຍ! ບຸຄຄົລຜູ້ມີສຸຕະໜ້ອຍ ທັງບໍ່ເຂົ້າເຖິງດ້ວຍສຸຕະເປັນຢ່າງໃດ? ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ມີສຸຕະຄື ສຸຕຕະ ເຄີຍຍະ ໄວຍາກະຣະນະ ຄາຖາ ອຸທານ ອິຕິວຸຕຕະກະ ຊາຕະກະ ອັພພູຕະທັມ ເວທັລລະໜ້ອຍ ເຂົາບໍ່ຮູ້ອັຕຖະບໍ່ຮູ້ທັມຂອງສຸຕະໜ້ອຍນັ້ນ ແລະບໍ່ປະຕິບັຕທັມສົມຄວນແກ່ທັມ. ພິກຂຸທັງຫລາຍ ບຸຄຄົລຜູ້ມີສຸຕະໜ້ອຍ ທັງບໍ່ເຂົ້າເຖິງດ້ວຍສຸຕະເປັນຢ່າງນີ້ແລ.
ພິກຂຸທັງຫລາຍ! ບຸຄຄົລຜູ້ມີສຸຕະໜ້ອຍ ແຕ່ເຂົ້າເຖິງດ້ວຍສຸຕະເປັນຢ່າງໃດ? ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ມີສຸຕະຄື ສຸຕຕະ ເຄີຍຍະ ໄວຍາກະຣະນະ ຄາຖາ ອຸທານ ອິຕິວຸຕຕະກະ ຊາຕະກະ ອັພພູຕະທັມ ເວທັລລະໜ້ອຍ ເຂົາຍ່ອມຮູ້ອັຕຖະຍ່ອມຮູ້ທັມຂອງສຸຕະໜ້ອຍນັ້ນ ແລ້ວປະຕິບັຕທັມສົມຄວນແກ່ທັມ. ພິກຂຸທັງຫລາຍ ບຸຄຄົລຜູ້ມີສຸຕະໜ້ອຍ ແຕ່ເຂົ້າເຖິງດ້ວຍສຸຕະເປັນຢ່າງນີ້ແລ.
ພິກຂຸທັງຫລາຍ! ບຸຄຄົລຜູ້ມີສຸຕະຫລາຍ ແຕ່ບໍ່ເຂົ້າເຖິງດ້ວຍສຸຕະເປັນຢ່າງໃດ? ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ມີສຸຕະຄື ສຸຕຕະ ເຄີຍຍະ ໄວຍາກະຣະນະ ຄາຖາ ອຸທານ ອິຕິວຸຕຕະກະ ຊາຕະກະ ອັພພູຕະທັມ ເວທັລລະຫລາຍ ແຕ່ເຂົາບໍ່ຮູ້ທົ່ວເຖິງອັຕຖະບໍ່ຮູ້ທົ່ວເຖິງທັມຂອງສຸຕະຫລາຍນັ້ນ ແລະບໍ່ປະຕິບັຕທັມສົມຄວນແກ່ທັມ. ພິກຂຸທັງຫລາຍ ບຸຄຄົລຜູ້ມີສຸຕະຫລາຍ ແຕ່ບໍ່ເຂົ້າເຖິງດ້ວຍສຸຕະເປັນຢ່າງນີ້ແລ.
ພິກຂຸທັງຫລາຍ! ບຸຄຄົລ ໔ ຈຳພວກນີ້ແລ ມີປາກົຕຢູ່ໃນໂລກ.
ຖ້າບຸຄຄົລມີສຸຕະໜ້ອຍ ທັງບໍ່ຕັ້ງໝັ້ນໃນສີລ ບັນດິຕທັງຫລາຍຍ່ອມຕິຕຽນເຂົາໂດຍສີລແລະສຸຕະທັງສອງນັ້ນ.
ຖ້າບຸຄຄົລມີສຸຕະໜ້ອຍ ແຕ່ຕັ້ງໝັ້ນແລ້ວໃນສີລ ບັນດິຕທັງຫລາຍຍ່ອມສັນລະເສີນເຂົາໂດຍສີລ ແຕ່ສຸຕະຂອງເຂົາບໍ່ສົມບູນ
ຖ້າບຸຄຄົລມີສຸຕະຫລາຍ ແຕ່ບໍ່ຕັ້ງໝັ້ນໃນສີລ ບັນດິຕທັງຫລາຍຍ່ອມຕິຕຽນເຂົາໂດຍສີລ ແຕ່ສຸຕະຂອງເຂົາສົມບູນ.
ຖ້າບຸຄຄົລມີສຸຕະຫລາຍ ທັງຕັ້ງໝັ້ນແລ້ວໃນສີລ ບັນດິຕທັງຫລາຍຍ່ອມສັນລະເສີນເຂົາທັງໂດຍສີລແລະສຸຕະທັງສອງນັ້ນ ໃຜຈະສາມາດຕິຕຽນເຂົາຜູ້ເປັນພະຫູສູຕ ເປັນຜູ້ຊົງທັມ ເປັນພຸທທະສາວົກຜູ້ມີປັນຍາ ຜູ້ເປັນເໝືອນແທ່ງຄຳຊົມພູນຸທ ແມ່ນເທວດາກໍຊື່ນຊົມ ພຣົມກໍສັນລະເສີນເຂົາ.
🙏🙏🙏
🙏🙏🙏ສາທຸຂ້ານ້ອຍ
🪷🙏🙏🙏🪷 ໃນພຣະທັທຄຳສອນຂອງພຣະສາສດາ ຂ້ານອ້ຍ