top of page

ພຣະຜູ້ມີພຣະພາຄຊົງຈຳແນກປະຕິຈຈະສະມຸປບາທ

Writer's picture: buddhavacanawordbuddhavacanaword

Updated: Dec 4, 2024

The Buddha's words

ສັງຍຸຕຕະນິກາຍ ນິທານະວັຄ ໑໖/໒-໔/໔-໑໘


Photo by Bruno Aguirre on Unsplash


ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ...ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:


ພິກຂຸທັງຫລາຍ! ເຮົາຈັກສະແດງ ຈັກຈຳແນກປະຕິຈຈະສະມຸປບາທແກ່ພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງຟັງປະຕິຈຈະສະມຸປບາທນັ້ນ ຈົ່ງໃສໃຈໃຫ້ດີ ເຮົາຈັກກ່າວ.


ພິກຂຸເຫລົ່ານັ້ນທູລຮັບພຣະຜູ້ມີພຣະພາຄແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:


ພິກຂຸທັງຫລາຍ! ກໍປະຕິຈຈະສະມຸປບາທເປັນຢ່າງໃດ?


ພິກຂຸທັງຫລາຍ ເພາະມີອະວິຊຊາເປັນປັຈຈັຍ ຈຶ່ງມີສັງຂາຣທັງຫລາຍ,


ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ,


ເພາະມີວິນຍານເປັນປັຈຈັຍ ຈຶ່ງມີນາມຣູປ,


ເພາະມີນາມຣູປເປັນປັຈຈັຍ ຈຶ່ງມີສະລາຍະຕະນະ,


ເພາະມີສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ,


ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ,


ເພາະມີເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ,


ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ,


ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົພ,


ເພາະມີພົພເປັນປັຈຈັຍ ຈຶ່ງມີຊາຕິ,


ເພາະມີຊາຕິເປັນປັຈຈັຍ ຊະຣາມະຣະນະ ໂສກະ ປະຣິເທວະ ທຸກຂະ ໂທມະນັສ ອຸປາຍາສະທັງຫລາຍຈຶ່ງເກີດຂຶ້ນຄົບຖ້ວນ ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີດ້ວຍອາກາຣຢ່າງນີ້.


ພິກຂຸທັງຫລາຍ! ກໍຊະຣາແລະມະຣະນະເປັນຢ່າງໃດ? ຄວາມແກ່, ພາວະຂອງຄວາມແກ່, ແຂ້ວຫລ່ອນ, ຜົມຫງອກ, ໜັງຢ່ອນຍານ, ຄວາມເສື່ອມແຫ່ງອາຍຸ, ຄວາມແກ່ງອມແຫ່ງອິນຊີໃນໝູ່ສັຕນັ້ນໆ ຂອງເຫລົ່າສັຕນັ້ນໆ. ພິກຂຸທັງຫລາຍ ນີ້ຮຽກວ່າ: ຊະຣາ. ກໍມະຣະນະເປັນຢ່າງໃດ? ຄວາມເຄື່ອນ, ພາວະຂອງຄວາມເຄື່ອນ, ຄວາມແຕກທຳລາຍ, ຄວາມຫາຍໄປ, ຄວາມຕາຍ, ຄວາມທຳກາລະ, ຄວາມທຳລາຍແຫ່ງຂັນທ໌, ຄວາມປ່ອຍຖິ້ມຊາກສົບໄວ້, ຄວາມຂາດສູນແຫ່ງຊີວິຕອິນຊີໃນໝູ່ສັຕນັ້ນໆ ຂອງເຫລົ່າສັຕນັ້ນໆ. ພິກຂຸທັງຫລາຍ ນີ້ຮຽກວ່າ: ມະຣະນະ. ດັ່ງພັນນະນາມານີ້ ຮຽກວ່າ ຊະຣາແລະມະຣະນະ.


ພິກຂຸທັງຫລາຍ! ກໍຊາຕເປັນຢ່າງໃດ? ຄວາມເກີດ, ຄວາມບັງເກີດ, ຄວາມຫຍັ່ງລົງເກີດ, ເກີດຈຳເພາະ, ຄວາມປາກົຕແຫ່ງຂັນທ໌, ຄວາມໄດ້ອາຍະຕະນະຄົບໃນໝູ່ສັຕນັ້ນໆ ຂອງເຫລົ່າສັຕນັ້ນໆ. ພິກຂຸທັງຫລາຍ ນີ້ຮຽກວ່າ: ຊາຕ.


ພິກຂຸທັງຫລາຍ! ກໍພົພເປັນຢ່າງໃດ? ພິກຂຸທັງຫລາຍ ພົພ ໓ ຢ່າງເຫລົ່ານີ້ຄື ກາມພົພ ຣູປພົພ ອະຣູປພົພ. ພິກຂຸທັງຫລາຍ ນີ້ຮຽກວ່າ: ພົພ.


ພິກຂຸທັງຫລາຍ! ກໍອຸປາທານເປັນຢ່າງໃດ? ພິກຂຸທັງຫລາຍ ອຸປາທານ ໔ ເຫລົ່ານີ້ຄື ກາມຸປາທານ ທິຕຖຸປາທານ ສີລັພພັຕຕຸປາທານ ອັຕຕະວາທຸປາທານ. ພິກຂຸທັງຫລາຍ ນີ້ຮຽກວ່າ: ອຸປາທານ.


ພິກຂຸທັງຫລາຍ! ກໍຕັນຫາເປັນຢ່າງໃດ? ພິກຂຸທັງຫລາຍ ຕັນຫາ ໖ ໝວດເຫລົ່ານີ້ຄື ຣູປຕັນຫາ ສັທທະຕັນຫາ ຄັນທະຕັນຫາ ຣະສະຕັນຫາ ໂຜຕຖັພພະຕັນຫາ ທັມມະຕັນຫາ. ພິກຂຸທັງຫລາຍ ນີ້ຮຽກວ່າ: ຕັນຫາ.


ພິກຂຸທັງຫລາຍ! ກໍເວທະນາເປັນຢ່າງໃດ? ພິກຂຸທັງຫລາຍ ເວທະນາ ໖ ໝວດເຫລົ່ານີ້ຄື ຈັກຂຸສັມຜັສສະຊາເວທະນາ, ໂສຕະສັມຜັສສະຊາເວທະນາ, ຄານະສັມຜັສສະຊາເວທະນາ, ຊິວຫາສັມຜັສສະຊາເວທະນາ, ກາຍະສັມຜັສສະຊາເວທະນາ, ມະໂນສັມຜັສສະຊາເວທະນາ. ພິກຂຸທັງຫລາຍ ນີ້ຮຽກວ່າ ເວທະນາ.


ພິກຂຸທັງຫລາຍ! ກໍຜັສສະເປັນຢ່າງໃດ? ພິກຂຸທັງຫລາຍ ຜັສສະ ໖ ໝວດເຫລົ່ານີ້ຄື ຈັກຂຸສັມຜັສສະ ໂສຕະສັມຜັສສະ ຄານະສັມຜັສສະ ຊິວຫາສັມຜັສສະ ກາຍະສັມຜັສສະ ມະໂນສັມຜັສສະ. ພິກຂຸທັງຫລາຍ ນີ້ຮຽກວ່າ: ຜັສສະ.


ພິກຂຸທັງຫລາຍ! ກໍສະລາຍະຕະນະເປັນຢ່າງໃດ? ອາຍະຕະນະຄືຕາ ອາຍະຕະນະຄືຫູ ອາຍະຕະນະຄືດັງ ອາຍະຕະນະຄືລິ້ນ ອາຍະຕະນະຄືກາຍ ອາຍະຕະນະຄືໃຈ ພິກຂຸທັງຫລາຍ ນີ້ຮຽກວ່າ: ສະລາຍະຕະນະ.


ພິກຂຸທັງຫລາຍ! ກໍນາມຣູປເປັນຢ່າງໃດ? ເວທະນາ ສັນຍາ ເຈຕະນາ ຜັສສະ ມະນະສິກາຣ ນີ້ຮຽກວ່າ: ນາມ. ມະຫາພູຕະທັງ ໔ ແລະຣູປທີ່ອາສັຍມະຫາພູຕະທັງ ໔ ນີ້ຮຽກວ່າ: ຣູປ. ນາມແລະຣູປດັ່ງພັນນະນາມານີ້ ຮຽກວ່າ: ນາມຣູປ.


ພິກຂຸທັງຫລາຍ! ກໍວິນຍານເປັນຢ່າງໃດ? ພິກຂຸທັງຫລາຍ ວິນຍານ ໖ ໝວດເຫລົ່ານີ້ຄື ຈັກຂຸວິນຍານ ໂສຕະວິນຍານ ຄານະວິນຍານ ຊິວຫາວິນຍານ ກາຍວິນຍານ ມະໂນວິນຍານ. ພິກຂຸທັງຫລາຍ ນີ້ຮຽກວ່າ: ວິນຍານ.


ພິກຂຸທັງຫລາຍ! ກໍສັງຂາຣທັງຫລາຍເປັນຢ່າງໃດ? ພິກຂຸທັງຫລາຍ ສັງຂາຣ ໓ ຢ່າງເຫລົ່ານີ້ຄື ກາຍສັງຂາຣ ວະຈີສັງຂາຣ ຈິຕຕະສັງຂາຣ. ພິກຂຸທັງຫລາຍ ນີ້ຮຽກວ່າ: ສັງຂາຣທັງຫລາຍ.


ພິກຂຸທັງຫລາຍ! ກໍອະວິຊຊາເປັນຢ່າງໃດ? ພິກຂຸທັງຫລາຍ ຄວາມບໍ່ຮູ້ໃນທຸກຂ໌ ຄວາມບໍ່ຮູ້ໃນເຫຕເກີດແຫ່ງທຸກຂ໌ ຄວາມບໍ່ຮູ້ໃນຄວາມດັບແຫ່ງທຸກຂ໌ ຄວາມບໍ່ຮູ້ໃນປະຕິປະທາໃຫ້ເຖິງຄວາມດັບແຫ່ງທຸກຂ໌. ພິກຂຸທັງຫລາຍ ນີ້ຮຽກວ່າ: ອະວິຊຊາ.


ພິກຂຸທັງຫລາຍ ເພາະມີອະວິຊຊາເປັນປັຈຈັຍ ຈຶ່ງມີສັງຂາຣທັງຫລາຍ,


ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ,


ເພາະມີວິນຍານເປັນປັຈຈັຍ ຈຶ່ງມີນາມຣູປ,


ເພາະມີນາມຣູປເປັນປັຈຈັຍ ຈຶ່ງມີສະລາຍະຕະນະ,


ເພາະມີສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ,


ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ,


ເພາະມີເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ,


ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ,


ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົພ,


ເພາະມີພົພເປັນປັຈຈັຍ ຈຶ່ງມີຊາຕິ,


ເພາະມີຊາຕິເປັນປັຈຈັຍ ຊະຣາມະຣະນະ ໂສກະ ປະຣິເທວະ ທຸກຂະ ໂທມະນັສ ອຸປາຍາສະທັງຫລາຍຈຶ່ງເກີດຂຶ້ນຄົບຖ້ວນ ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີດ້ວຍອາກາຣຢ່າງນີ້.


ເພາະຄວາມຈາງຄາຍດັບໄປໂດຍບໍ່ເຫລືອແຫ່ງອະວິຊຊານັ້ນໆແລ ຈຶ່ງມີຄວາມດັບແຫ່ງສັງຂາຣ,


ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ,


ເພາະມີຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຣູປ,


ເພາະມີຄວາມດັບແຫ່ງນາມຣູປ ຈຶ່ງມີຄວາມດັບແຫ່ງສະລາຍະຕະນະ,


ເພາະມີຄວາມດັບແຫ່ງສະລາຍະຕະນະ ຈຶ່ງມີຄວາມດັບແຫ່ງຜັສສະ,


ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ,


ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ,


ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ,


ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົພ,


ເພາະມີຄວາມດັບແຫ່ງພົພ ຈຶ່ງມີຄວາມດັບແຫ່ງຊາຕິ,


ເພາະມີຄວາມດັບແຫ່ງຊາຕິນັ້ນແລ ຊະຣາມະຣະນະ ໂສກະ ປະຣິເທວະ ທຸກຂະ ໂທມະນັສ ອຸປາຍາສະທັງຫລາຍຈຶ່ງດັບສິ້ນ ຄວາມດັບລົງແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີດ້ວຍອາກາຣຢ່າງນີ້, ດັ່ງນີ້.





158 views4 comments

Related Posts

See All

4 Comments

Rated 0 out of 5 stars.
No ratings yet

Add a rating
Guest
Oct 30, 2024
Rated 5 out of 5 stars.

🙏🙏🙏 ສາທຸຂ້ານ້ອຍ

Like

Thonglouane Keorajavongsay
Thonglouane Keorajavongsay
Oct 28, 2024
Rated 5 out of 5 stars.

🌷🙏🙏🙏🌷

Like

Guest
Oct 28, 2024
Rated 5 out of 5 stars.

🙏🙏🙏

Like

Guest
Oct 28, 2024
Rated 5 out of 5 stars.

🙏🙏🙏

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page