top of page

ພັຍ ໓ ຢ່າງ ທີ່ເປັນອະມາຕາປຸຕຕິກະພັຍ

Writer's picture: buddhavacanawordbuddhavacanaword

The Buddha's words

ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໗໐-໑໗໓/໕໐໒


Photo by Daiga Ellaby on Unsplash


ພິກຂຸທັງຫລາຍ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ຍ່ອມກ່າວພັຍ ໓ ຢ່າງນີ້ວ່າ ເປັນອະມາຕາປຸຕຕິກະພັຍ. ພັຍ ໓ ຢ່າງເປັນຢ່າງໃດ?


ພິກຂຸທັງຫລາຍ! ສມັຍທີ່ມີກາຣເກີດໄຟໃໝ້ໃຫຍ່ ເມື່ອເກີດໄຟໃໝ້ໃຫຍ່ແລ້ວ ແມ່ນແຕ່ບ້ານກໍຖືກໄຟເຜົາ ແມ່ນແຕ່ນິຄົມກໍຖືກໄຟເຜົາ ແມ່ນແຕ່ນະຄອຣກໍຖືກໄຟເຜົາ, ເມື່ອບ້ານກໍດີ ນິຄົມກໍດີ ນະຄອຣກໍດີຖືກໄຟເຜົາຢູ່ ໃນທີ່ນັ້ນໆ ແມ່ນແຕ່ມາຣດາກໍບໍ່ພົບບຸຕ ແມ່ນແຕ່ບຸຕກໍບໍ່ພົບມາຣດາ. ພິກຂຸທັງຫລາຍ ປຸຖຸຊົນຜູ້ບໍ່ໄດ້ສະດັບ ຍ່ອມກ່າວພັຍຂໍ້ທີ ໑ ນີ້ວ່າ ເປັນອະມາຕາປຸຕຕິກະພັຍ.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ສມັຍທີ່ມະຫາເມກຕັ້ງຂຶ້ນມີຢູ່ ເມື່ອມະຫາເມກຕັ້ງຂຶ້ນແລ້ວ ຍ່ອມເກີດຫ້ວງນ້ຳໃຫຍ່ ເມື່ອເກີດຫ້ວງນ້ຳໃຫຍ່ແລ້ວ ແມ່ນແຕ່ບ້ານກໍຖືກນ້ຳພັດໄປ ແມ່ນແຕ່ນິຄົມກໍຖືກນ້ຳພັດໄປ ແມ່ນແຕ່ນະຄອຣກໍຖືກນ້ຳພັດໄປ, ເມື່ອບ້ານກໍດີ ນິຄົມກໍດີ ນະຄອຣກໍດີຖືກນ້ຳພັດໄປ ໃນທີ່ນັ້ນໆ ແມ່ນແຕ່ມາຣດາກໍບໍ່ພົບບຸຕ ແມ່ນແຕ່ບຸຕກໍບໍ່ພົບມາຣດາ. ພິກຂຸທັງຫລາຍ ປຸຖຸຊົນຜູ້ບໍ່ໄດ້ສະດັບ ຍ່ອມກ່າວພັຍຂໍ້ທີ ໒ ນີ້ວ່າ ເປັນອະມາຕາປຸຕຕິກະພັຍ.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ສມັຍທີ່ມີພັຍຄືໂຈຣປ່າກຳເຣີບ ພວກຊາວຊົນບົທຕ່າງພາກັນຂຶ້ນຍານໜີໄປ ໃນທີ່ນັ້ນໆ ແມ່ນແຕ່ມາຣດາກໍບໍ່ພົບບຸຕ ແມ່ນແຕ່ບຸຕກໍບໍ່ພົບມາຣດາ. ພິກຂຸທັງຫລາຍ ປຸຖຸຊົນຜູ້ບໍ່ໄດ້ສະດັບ ຍ່ອມກ່າວພັຍຂໍ້ທີ ໓ ນີ້ວ່າ ເປັນອະມາຕາປຸຕຕິກະພັຍ.


ພິກຂຸທັງຫລາຍ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ຍ່ອມກ່າວພັຍ ໓ ຢ່າງນີ້ແລວ່າ ເປັນອະມາຕາປຸຕຕິກະພັຍ. ພິກຂຸທັງຫລາຍ ແຕ່ປຸຖຸຊົນຜູ້ບໍ່ໄດ້ສະດັບ ຍ່ອມກ່າວສະມາຕາປຸຕຕິກະພັຍແທ້ໆ ໓ ຢ່າງນີ້ແລວ່າ ເປັນອະມາຕາປຸຕຕິກະພັຍ. ພັຍ ໓ ຢ່າງເປັນຢ່າງໃດ?


ພິກຂຸທັງຫລາຍ! ສມັຍທີ່ມີກາຣເກີດໄຟໃໝ້ໃຫຍ່ ເມື່ອເກີດໄຟໃໝ້ໃຫຍ່ແລ້ວ ແມ່ນແຕ່ບ້ານກໍຖືກໄຟເຜົາ ແມ່ນແຕ່ນິຄົມກໍຖືກໄຟເຜົາ ແມ່ນແຕ່ນະຄອຣກໍຖືກໄຟເຜົາ, ເມື່ອບ້ານກໍດີ ນິຄົມກໍດີ ນະຄອຣກໍດີຖືກໄຟເຜົາຢູ່, ສມັຍທີ່ມາຣດາກໍພົບບຸຕ ແມ່ນແຕ່ບຸຕກໍພົບມາຣດາ ເປັນບາງຄັ້ງບາງແຫ່ງມີຢູ່ ພິກຂຸທັງຫລາຍ ປຸຖຸຊົນຜູ້ບໍ່ໄດ້ສະດັບ ຍ່ອມກ່າວສະມາຕາປຸຕຕິກະພັຍແທ້ໆ ຂໍ້ທີ ໑ ນີ້ວ່າ ເປັນອະມາຕາປຸຕຕິກະພັຍ.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ສມັຍທີ່ມະຫາເມກຕັ້ງຂຶ້ນມີຢູ່ ເມື່ອມະຫາເມກຕັ້ງຂຶ້ນແລ້ວ ຍ່ອມເກີດຫ້ວງນ້ຳໃຫຍ່ ເມື່ອເກີດຫ້ວງນ້ຳໃຫຍ່ແລ້ວ ແມ່ນແຕ່ບ້ານກໍຖືກນ້ຳພັດໄປ ແມ່ນແຕ່ນິຄົມກໍຖືກນ້ຳພັດໄປ ແມ່ນແຕ່ນະຄອຣກໍຖືກນ້ຳພັດໄປ, ເມື່ອບ້ານກໍດີ ນິຄົມກໍດີ ນະຄອຣກໍດີຖືກນ້ຳພັດໄປຢູ່, ສມັຍທີ່ມາຣດາກໍພົບບຸຕ ແມ່ນແຕ່ບຸຕກໍພົບມາຣດາ ເປັນບາງຄັ້ງບາງແຫ່ງມີຢູ່ ພິກຂຸທັງຫລາຍ ປຸຖຸຊົນຜູ້ບໍ່ໄດ້ສະດັບ ຍ່ອມກ່າວສະມາຕາປຸຕຕິກະພັຍແທ້ໆ ຂໍ້ທີ ໒ ນີ້ວ່າ ເປັນອະມາຕາປຸຕຕິກະພັຍ.


ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ສມັຍທີ່ມີພັຍຄືໂຈຣປ່າກຳເຣີບ ພວກຊາວຊົນບົທຕ່າງພາກັນຂຶ້ນຍານໜີໄປ, ສມັຍທີ່ມາຣດາກໍພົບບຸຕ ແມ່ນແຕ່ບຸຕກໍພົບມາຣດາ ເປັນບາງຄັ້ງບາງແຫ່ງມີຢູ່ ພິກຂຸທັງຫລາຍ ປຸຖຸຊົນຜູ້ບໍ່ໄດ້ສະດັບ ຍ່ອມກ່າວສະມາຕາປຸຕຕິກະພັຍແທ້ໆ ຂໍ້ທີ ໓ ນີ້ວ່າ ເປັນອະມາຕາປຸຕຕິກະພັຍ.


ພິກຂຸທັງຫລາຍ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ຍ່ອມກ່າວສະມາຕາປຸຕຕິກະພັຍແທ້ໆ ໓ ຢ່າງນີ້ແລວ່າ ເປັນອະມາຕາປຸຕຕິກະພັຍ.


ພິກຂຸທັງຫລາຍ! ພັຍ ໓ ຢ່າງນີ້ ເປັນອະມາຕາປຸຕຕິກະພັຍ, ໓ ຢ່າງນັ້ນເປັນຢ່າງໃດ? ຄື: ພັຍຄືຄວາມແກ່, ພັຍຄືຄວາມເຈັບໄຂ້, ພັຍຄືຄວາມຕາຍ.


ພິກຂຸທັງຫລາຍ! ເມື່ອບຸຕແກ່ ມາຣດາຍ່ອມບໍ່ໄດ້ຕາມໃຈຫວັງດັ່ງນີ້ວ່າ ເຮົາຈົ່ງແກ່ ບຸຕຂອງເຮົາຢ່າໄດ້ແກ່ເລີຍ ຫລືວ່າ ເມື່ອມາຣດາແກ່ ບຸຕຍ່ອມບໍ່ໄດ້ຕາມໃຈຫວັງດັ່ງນີ້ວ່າ ເຮົາຈົ່ງແກ່ ມາຣດາຂອງເຮົາຢ່າໄດ້ແກ່ເລີຍ.


ເມື່ອບຸຕເຈັບໄຂ້ ມາຣດາຍ່ອມບໍ່ໄດ້ຕາມໃຈຫວັງດັ່ງນີ້ວ່າ ເຮົາຈົ່ງເຈັບໄຂ້ ບຸຕຂອງເຮົາຢ່າໄດ້ເຈັບໄຂ້ເລີຍ ຫລືວ່າ ເມື່ອມາຣດາເຈັບໄຂ້ ບຸຕຍ່ອມບໍ່ໄດ້ຕາມໃຈຫວັງດັ່ງນີ້ວ່າ ເຮົາຈົ່ງເຈັບໄຂ້ ມາຣດາຂອງເຮົາຢ່າໄດ້ເຈັບໄຂ້ເລີຍ.


ເມື່ອບຸຕກຳລັງຈະຕາຍ ມາຣດາຍ່ອມບໍ່ໄດ້ຕາມໃຈຫວັງດັ່ງນີ້ວ່າ ເຮົາຈົ່ງຕາຍ ບຸຕຂອງເຮົາຢ່າໄດ້ຕາຍເລີຍ ຫລືວ່າ ເມື່ອມາຣດາກຳລັງຈະຕາຍ ບຸຕຍ່ອມບໍ່ໄດ້ຕາມໃຈຫວັງດັ່ງນີ້ວ່າ ເຮົາຈົ່ງຕາຍ ມາຣດາຂອງເຮົາຢ່າໄດ້ຕາຍເລີຍ.


ພິກຂຸທັງຫລາຍ! ພັຍ ໓ ຢ່າງນີ້ແລ ເປັນອະມາຕາປຸຕຕິກະພັຍ.


ພິກຂຸທັງຫລາຍ! ມັຄຄາປະຕິປະທາເຊິ່ງເປັນໄປເພື່ອລະ ເພື່ອກ້າວລ່ວງສະມາຕາປຸຕຕິກະພັຍ ໓ ຢ່າງນີ້ ແລະອະມາຕາປຸຕຕິກະພັຍ ໓ ຢ່າງນີ້ ມີຢູ່. ພິກຂຸທັງຫລາຍ ກໍມັຄຄາປະຕິປະທາເຊິ່ງເປັນໄປເພື່ອລະ ເພື່ອກ້າວລ່ວງສະມາຕາປຸຕຕິກະພັຍ ໓ ຢ່າງນີ້ ແລະອະມາຕາປຸຕຕິກະພັຍ ໓ ຢ່າງນີ້ເປັນຢ່າງໃດ? ຄື: ອະຣິຍະມັຄອັນປະກອບດ້ວຍອົງຄ໌ ໘ ນີ້ແລ ກ່າວຄື ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຍາມະ ສັມມາສະຕິ ສັມມາສະມາທິ. ພິກຂຸທັງຫລາຍ ມັຄຄາປະຕິປະທາເຊິ່ງເປັນໄປເພື່ອລະ ເພື່ອກ້າວລ່ວງສະມາຕາປຸຕຕິກະພັຍ ໓ ຢ່າງ ແລະອະມາຕາປຸຕຕິກະພັຍ ໓ ຢ່າງ ເປັນຢ່າງນີ້ແລ.



78 views2 comments

Related Posts

See All

2 Comments

Rated 0 out of 5 stars.
No ratings yet

Add a rating
Guest
Nov 03, 2024
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະຕຖາຄົຕ ຂ້ານ້ອຍ

Like

Guest
Oct 30, 2024
Rated 5 out of 5 stars.

ສາທຸຂ້ານ້ອຍ🙏🙏🙏

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page