top of page

ມານັຕຖັທທະພຣາມນ໌ຜູ້ມີມານະ

Writer's picture: buddhavacanawordbuddhavacanaword

The Buddha's words

ສັງຍຸຕຕະນິກາຍ ສະຄາຖະວັຄ ໑໕/໒໑໕-໒໑໗/໖໙໔-໗໐໐

 

Photo by Pablo Heimplatz on Unsplash


ສມັຍນັ້ນ ພຣາມນ໌ມີນາມວ່າ ມານັຕຖັທທະ ສຳນັກຢູ່ໃນພຣະນະຄອຣສາວັຕຖີ ເຂົາບໍ່ໄຫວ້ມາຣດາ ບໍ່ໄຫວ້ບິດາ ບໍ່ໄຫວ້ອາຈາຣຍ໌ ບໍ່ໄຫວ້ອ້າຍ.

 

ສມັຍນັ້ນ ພຣະຜູ້ມີພຣະພາຄອັນບໍຣິສັທໝູ່ໃຫຍ່ແວດລ້ອມຊົງສະແດງທັມຢູ່. ຄັ້ງນັ້ນ ມານັຕຖັທທະພຣາມນ໌ມີຄວາມດຳຣິວ່າ ພຣະສະມະນະໂຄດົມນີ້ອັນບໍຣິສັທໝູ່ໃຫຍ່ແວດລ້ອມສະແດງທັມຢູ່ ຖ້າເຊັ່ນນັ້ນ ເຮົາຈະເຂົ້າໄປເຝົ້າພຣະສະມະນະໂຄດົມຍັງທີ່ປະທັບ ຖ້າພຣະສະມະນະໂຄດົມຕຣັສກັບເຮົາ ເຮົາກໍຈະເວົ້າກັບທ່ານ ຖ້າພຣະສະມະນະໂຄດົມບໍ່ຕຣັສກັບເຮົາ ເຮົາກໍຈະບໍ່ເວົ້າກັບທ່ານ.. ລຳດັບນັ້ນແລ ມານັຕຖັທທະພຣາມນ໌ເຂົ້າໄປເຝົ້າພຣະຜູ້ມີພຣະພາຄຍັງທີ່ປະທັບ ແລ້ວຢືນຢູ່ໃນທີ່ຄວນສ່ວນຂ້າງໜຶ່ງ. ຄັ້ງນັ້ນ ພຣະຜູ້ມີພຣະພາຄບໍ່ຕຣັສດ້ວຍ ມານັຕຖັທທະພຣາມນ໌ຕ້ອງກາຣຈະກັບຈາກທີ່ນັ້ນ ດ້ວຍຄິດວ່າ ພຣະສະມະນະໂຄດົມນີ້ບໍ່ຮູ້ອັນໃດ.

 

ພຣະຜູ້ມີພຣະພາຄຊົງຊາບຄວາມປະຣິວິຕົກໃນໃຈຂອງມານັຕຖັທທະພຣາມນ໌ດ້ວຍພຣະທັຍແລ້ວ ໄດ້ຕຣັສກັບມານັຕຖັທທະພຣາມນ໌ດ້ວຍພຣະຄາຖາວ່າ:

 

ດູກ່ອນພຣາມນ໌! ຜູ້ໃດໃນໂລກນີ້ມີມານະບໍ່ດີເລີຍ ຜູ້ໃດມາດ້ວຍປະໂຍຊນ໌ໃດ ຜູ້ນັ້ນຄວນເພີ່ມພູນປະໂຍຊນ໌ນັ້ນແລ.

 

ຄັ້ງນັ້ນ ມານັຕຖັທທະພຣາມນ໌ຄິດວ່າ ພຣະສະມະນະໂຄດົມຊາບຈິຕເຮົາ ຈຶ່ງໝອບລົງແທບພຣະບາທຂອງພຣະຜູ້ມີພຣະພາຄໃນທີ່ນັ້ນເອງ ແລ້ວຈູບພຣະບາທຂອງພຣະຜູ້ມີພຣະພາຄດ້ວຍປາກ ແລະນວດດ້ວຍມື ປະກາສຊື່ວ່າ ຂ້າແຕ່ທ່ານພຣະໂຄດົມ ຂ້ານ້ອຍມີນາມວ່າ ມານັຕຖັທທະ, ຂ້ານ້ອຍມີນາມວ່າ ມານັຕຖັທທະ.

 

ຄັ້ງນັ້ນ ບໍຣິສັທນັ້ນເກີດຄວາມປະຫລາດໃຈວ່າ ໜ້າອັຈສະຈັນຍ໌ຈິງ ບໍ່ເຄີຍມີໜໍ ມານັຕຖັທທະພຣາມນ໌ນີ້ບໍ່ໄຫວ້ມາຣດາ ບໍ່ໄຫວ້ບິດາ ບໍ່ໄຫວ້ອາຈາຣຍ໌ ບໍ່ໄຫວ້ອ້າຍ ແຕ່ພຣະສະມະນະໂຄດົມຊົງກະທຳຄົນເຫັນປານນີ້ໃຫ້ກະທຳກາຣນອບນ້ອມໄດ້ເປັນຢ່າງດີຍິ່ງ.

 

ລຳດັບນັ້ນ ພຣະຜູ້ມີພຣະພາຄຕຣັສກັບມານັຕຖັທທະພຣາມນ໌ວ່າ ພໍລະພຣາມນ໌ ເຊີນລຸກຂຶ້ນນັ່ງເທິງອາສະນະຂອງຕົນເຖີດ ເພາະທ່ານມີຈິຕເຫລື້ອມໃສໃນເຮົາແລ້ວ.

 

ລຳດັບນັ້ນ ມານັຕຖັທທະພຣາມນ໌ນັ່ງເທິງອາສະນະຂອງຕົນແລ້ວ ໄດ້ກຣາບທູລພຣະຜູ້ມີພຣະພາຄດ້ວຍຄາຖາວ່າ:

 

ບໍ່ຄວນກະທຳມານະໃນໃຜ ຄວນມີຄວາມເຄົາຣົພໃນໃຜ ຄວນຢຳເກງໃນໃຜ ບູຊາໃຜດ້ວຍດີແລ້ວຈຶ່ງເປັນກາຣດີ?

 

ພຣະຜູ້ມີພຣະພາຄຕຣັສຕອບວ່າ:

 

ບໍ່ຄວນກະທຳມານະໃນມາຣດາ ບິດາ ອ້າຍ ແລະອາຈາຣຍ໌ເປັນທີ ໔ ຄວນມີຄວາມເຄົາຣົພໃນບຸຄຄົລເຫລົ່ານັ້ນ ຄວນຢຳເກງໃນບຸຄຄົລເຫລົ່ານັ້ນ ບູຊາບຸຄຄົລເຫລົ່ານັ້ນດ້ວຍດີແລ້ວຈຶ່ງເປັນກາຣດີ. ບຸຄຄົລຄວນທຳລາຍມານະເສຍ ບໍ່ຄວນມີຄວາມກະດ້າງໃນພຣະອະຣະຫັນຕ໌ຜູ້ເຢັນສນິທ ຜູ້ກະທຳກິຈສຳເຣັຈແລ້ວ ຫາອາສະວະບໍ່ໄດ້ ບໍ່ມີຜູ້ອື່ນຍິ່ງກວ່າເພາະອະນຸສັຍນັ້ນ.

 

ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ມານັຕຖັທທະພຣາມນ໌ໄດ້ກຣາບທູລພຣະຜູ້ມີພຣພຣະພາຄວ່າ:

 

ຂ້າແຕ່ທ່ານພຣະໂຄດົມ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ຂ້າແຕ່ທ່ານພຣະໂຄດົມ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ພຣະອົງຄ໌ຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນຫງາຍຂອງທີ່ຄວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີປໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປໄດ້ ສັນນັ້ນ. ຂ້າແຕ່ທ່ານພຣະໂຄດົມ ຂ້ານ້ອຍຂໍເຖິງພຣະຜູ້ມີພຣະພາຄ ກັບທັງພຣະທັມແລະພຣະພິກຂຸສົງຄ໌ເປັນສະຣະນະ ຂໍພຣະອົງຄ໌ຈົ່ງຊົງຈຳຂ້ານ້ອຍວ່າ ເປັນອຸປາສົກຜູ້ເຖິງສະຣະນະຕລອດທຣີຍ໌ວິຕຕັ້ງແຕ່ວັນນີ້ເປັນຕົ້ນໄປ.



64 views2 comments

Related Posts

See All

2 comentarios

Obtuvo 0 de 5 estrellas.
Aún no hay calificaciones

Agrega una calificación
Invitado
21 ene 2024
Obtuvo 5 de 5 estrellas.

🙏🙏🙏 Sadhu Khanoi

Editado
Me gusta

Thonglouane Keorajavongsay
Thonglouane Keorajavongsay
21 ene 2024
Obtuvo 5 de 5 estrellas.

ກຣາບ🌷🙏🙏🙏🌷ໃນກາຣອະນຸເຄາະພຣະທັມອັນປະເສິດຂອງພຣະທັມຕຖາຄົຕ ຂ້ານ້ອຍ

Me gusta
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page