top of page

ວິບາກກັມຂອງນັກເຕັ້ນລຳ

Writer: buddhavacanawordbuddhavacanaword

The Buddha's words

ສັງຍຸຕຕະນິກາຍ ສະລາຍະຕະນະວັຄ ໑໘/໓໑໔/໕໘໙


Photo by Tijs van Leur on Unsplash


ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເວລຸວັນ ກລັນທະກະນິວາປະສະຖານ ໃກ້ພຣະນະຄອຣຣາຊະຄຶ ຄັ້ງນັ້ນແລ ນາຍບ້ານນັກເຕັ້ນລຳນາມວ່າ ຕາລະບຸຕ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູລຖາມພຣະຜູ້ມີພຣະພາຄວ່າ:


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍເຄີຍໄດ້ຍິນຄຳຂອງນັກເຕັ້ນລຳຜູ້ເປັນອາຈາຣຍ໌ແລະປາຈາຣຍ໌ກ່ອນໆກ່າວວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ປະຫາສະ ໃນຂໍ້ນີ້ພຣະຜູ້ມີພຣະພາຄຊົງຕຣັສຢ່າງໃດ?


ພຣະຜູ້ມີພຣະພາຄຕຣັສວ່າ:


ຢ່າເລີຍຄາມະນິ ຂໍພັກຂໍ້ນີ້ໄວ້ເສຍເຖີດ ທ່ານຢ່າຖາມຂໍ້ນີ້ກັບເຮົາເລີຍ.


ແມ່ນແຕ່ຄັ້ງທີ ໒ ນາຍບ້ານນັກເຕັ້ນລຳນາມວ່າ ຕາລະບຸຕ ກໍໄດ້ທູລຖາມພຣະຜູ້ມີພຣະພາຄວ່າ:


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍເຄີຍໄດ້ຍິນຄຳຂອງນັກເຕັ້ນລຳຜູ້ເປັນອາຈາຣຍ໌ແລະປາຈາຣຍ໌ກ່ອນໆກ່າວວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ປະຫາສະ ໃນຂໍ້ນີ້ພຣະຜູ້ມີພຣະພາຄຊົງຕຣັສຢ່າງໃດ?


ພຣະຜູ້ມີພຣະພາຄຕຣັສວ່າ:


ຢ່າເລີຍຄາມະນິ ຂໍພັກຂໍ້ນີ້ໄວ້ເສຍເຖີດ ທ່ານຢ່າຖາມຂໍ້ນີ້ກັບເຮົາເລີຍ.


ແມ່ນແຕ່ຄັ້ງທີ ໓ ນາຍບ້ານນັກເຕັ້ນລຳນາມວ່າ ຕາລະບຸຕ ກໍໄດ້ທູລຖາມພຣະຜູ້ມີພຣະພາຄວ່າ:


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍເຄີຍໄດ້ຍິນຄຳຂອງນັກເຕັ້ນລຳຜູ້ເປັນອາຈາຣຍ໌ແລະປາຈາຣຍ໌ກ່ອນໆກ່າວວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ປະຫາສະ ໃນຂໍ້ນີ້ພຣະຜູ້ມີພຣະພາຄຊົງຕຣັສຢ່າງໃດ?


ພຣະຜູ້ມີພຣະພາຄຕຣັສວ່າ:


ຄາມະນິ! ເຮົາຫ້າມທ່ານບໍ່ໄດ້ແລ້ວວ່າ ຢ່າເລີຍ ຄາມະນິ ຂໍພັກຂໍ້ນີ້ໄວ້ເສຍເຖີດ ທ່ານຢ່າຖາມຂໍ້ນີ້ກັບເຮົາເລີຍ, ເຮົາຈັກພະຍາກອຣໃຫ້ທ່ານ.


ຄາມະນິ! ເມື່ອກ່ອນສັຕທັງຫລາຍຍັງບໍ່ປາສະຈາກຣາຄະ ອັນກິເລສເຄື່ອງຜູກຄືຣາຄະຜູກໄວ້ ນັກເຕັ້ນລຳລວບລວມເຂົ້າໄວ້ເຊິ່ງທັມອັນເປັນທີ່ຕັ້ງແຫ່ງຄວາມກຳນັດ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພແກ່ສັຕເຫລົ່ານັ້ນຫລາຍຍິ່ງຂຶ້ນ.


ຄາມະນິ! ເມື່ອກ່ອນສັຕທັງຫລາຍຍັງບໍ່ປາສະຈາກໂທສະ ອັນກິເລສເຄື່ອງຜູກຄືໂທສະຜູກໄວ້ ນັກເຕັ້ນລຳລວບລວມເຂົ້າໄວ້ເຊິ່ງທັມອັນເປັນທີ່ຕັ້ງແຫ່ງໂທສະ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພແກ່ສັຕເຫລົ່ານັ້ນຫລາຍຍິ່ງຂຶ້ນ.


ຄາມະນິ! ເມື່ອກ່ອນສັຕທັງຫລາຍຍັງບໍ່ປາສະຈາກໂມຫະ ອັນກິເລສເຄື່ອງຜູກຄືໂມຫະຜູກໄວ້ ນັກເຕັ້ນລຳລວບລວມເຂົ້າໄວ້ເຊິ່ງທັມອັນເປັນທີ່ຕັ້ງແຫ່ງໂມຫະ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພແກ່ສັຕເຫລົ່ານັ້ນຫລາຍຍິ່ງຂຶ້ນ ນັກເຕັ້ນລຳນັ້ນ ຕົນເອງກໍມົວເມົາປະມາທ ຕັ້ງຢູ່ໃນຄວາມປະມາທ ເມື່ອແຕກກາຍຕາຍໄປ ຍ່ອມບັງເກີດໃນນະຣົກຊື່ ປະຫາສະ.


ອີກຢ່າງໜຶ່ງ ຖ້າເຂົາມີຄວາມເຫັນຢ່າງນີ້ວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ ປະຫາສະ ຄວາມເຫັນຂອງເຂົານັ້ນເປັນຄວາມເຫັນຜິດ.


ຄາມະນິ! ເຮົາຍ່ອມກ່າວຄະຕິ ໒ ຢ່າງຄື ນະຣົກ ຫລືກຳເນີດດິຣັຈສານ ຢ່າງໃດຢ່າງໜຶ່ງຂອງບຸຄຄົລຜູ້ມີຄວາມເຫັນຜິດ.


ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ນາຍບ້ານນັກເຕັ້ນລຳ ນາມວ່າ ຕາລະບຸຕ ຮ້ອງໄຫ້ ສະອື້ນ ນ້ຳຕາໄຫລ.


ພຣະຜູ້ມີພຣະພາຄຕຣັສວ່າ:


ຄາມະນິ! ເຮົາໄດ້ຫ້າມທ່ານແລ້ວບໍ່ແມ່ນຫລືວ່າ ຢ່າເລີຍ ຄາມະນິ ຂໍພັກຂໍ້ນີ້ເສຍເຖີດ ຢ່າຖາມຂໍ້ນີ້ກັບເຮົາເລີຍ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍບໍ່ໄດ້ຮ້ອງໄຫ້ເຖິງຂໍ້ທີ່ພຣະຜູ້ມີພຣະພາຄຕຣັສຢ່າງນີ້ກັບຂ້ານ້ອຍດອກ, ແຕ່ຂ້ານ້ອຍຖືກນັກເຕັ້ນລຳຜູ້ເປັນອາຈາຣຍ໌ແລະປາຈາຣຍ໌ກ່ອນໆຫລອກລວງໃຫ້ຫລົງສິ້ນກາລນານວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ ປະຫາສະ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພຣະທັມມະເທສນາຂອງພຣະອົງຄ໌ແຈ່ມແຈ້ງຫລາຍ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພຣະທັມມະເທສນາຂອງພຣະອົງຄ໌ແຈ່ມແຈ້ງຫລາຍ. ພຣະຜູ້ມີພຣະພາຄຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືຕາມປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປ ສັນນັ້ນ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍຂໍເຖິງພຣະຜູ້ມີພຣະພາຄ ກັບທັງພຣະທັມແລະພຣະພິກຂຸສົງຄ໌ວ່າ ເປັນສະຣະນະ ຂ້ານ້ອຍຂໍບັນພະຊາອຸປະສົມບົທໃນສຳນັກຂອງພຣະຜູ້ມີພຣະພາຄ.


ທ່ານນະຕະຄາມະນິນາມວ່າ ຕາລະບຸຕໄດ້ບັນພະຊາ ໄດ້ອຸປະສົມບົທໃນສຳນັກຂອງພຣະຜູ້ມີພຣະພາຄແລ້ວ ທ່ານຕາລະບຸຕອຸປະສົມບົທແລ້ວບໍ່ນານ ຫລີກອອກຈາກໝູ່ ຢູ່ຜູ້ດຽວ ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວຢູ່ ບໍ່ນານເທົ່າໃດກໍກະທຳໃຫ້ແຈ້ງເຊິ່ງທີ່ສຸດແຫ່ງພຣົມມະຈັນຍ໌ ອັນບໍ່ມີທັມອື່ນຍິ່ງກວ່າ ທີ່ກຸລະບຸຕທັງຫລາຍຜູ້ອອກຈາກເຮືອນບວຊເປັນບັນພະຊິຕໂດຍຊອບມີຄວາມຕ້ອງກາຣດ້ວຍປັນຍາອັນຍິ່ງເອງ ໃນປັຈຈຸບັນເຂົ້າເຖິງຢູ່ ຮູ້ຊັດວ່າ ຊາຕສິ້ນແລ້ວ ພຣົມມະຈັນຍ໌ຢູ່ຈົບແລ້ວ ກິຈທີ່ຄວນທຳໄດ້ທຳສຳເຣັຈແລ້ວ ກິຈອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ ກໍແລທ່ານພຣະຕາລະບຸຕໄດ້ເປັນພຣະອະຣະຫັນຕ໌ອົງຄ໌ໜຶ່ງໃນຈຳນວນພຣະອະຣະຫັນຕ໌ທັງຫລາຍ.


 
 
 

2 Comments

Rated 0 out of 5 stars.
No ratings yet

Add a rating
Guest
Aug 18, 2024
Rated 5 out of 5 stars.

🙏🙏🙏ສາທຸຂ້ານ້ອຍ

Like

Thonglouane Keorajavongsay
Thonglouane Keorajavongsay
Aug 11, 2024
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະຕຖາຄົຕ ຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page