top of page

ວ່າດ້ວຍສັກກາຍະ ສັກກາຍະສະມຸທັຍ ສັກກາຍະນິໂຣທ ແລະສັກກາຍະນິໂຣທະຄາມິນີປະຕິປະທາ

Writer's picture: buddhavacanawordbuddhavacanaword

Updated: Sep 24, 2024

The Buddha's words

ສັງຍຸຕຕະນິກາຍ ຂັນທະວາຣະວັຄ ໑໗/໑໕໑/໒໘໔


Photo by form PxHere


ທີ່ພຣະນະຄອຣສາວັຕຖີ. ພິກຂຸທັງຫລາຍ ເຮົາຈັກສະແດງສັກກາຍະ ສັກກາຍະສະມຸທັຍ ສັກກາຍະນິໂຣທ ແລະສັກກາຍະນິໂຣທະຄາມິນີປະຕິປະທາ ແກ່ພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງຟັງ.


ພິກຂຸທັງຫລາຍ! ສັກກາຍະເປັນຢ່າງໃດ? ຄວນກ່າວວ່າ ອຸປາທານຂັນທ໌ ໕; ອຸປາທານຂັນທ໌ ໕ ເປັນຢ່າງໃດ? ໄດ້ແກ່ ອຸປາທານຂັນທ໌ຄືຣູປ, ອຸປາທານຂັນທ໌ຄືເວທະນາ, ອຸປາທານຂັນທ໌ຄືສັນຍາ, ອຸປາທານຂັນທ໌ຄືສັງຂາຣທັງຫລາຍ, ອຸປາທານຂັນທ໌ຄືວິນຍານ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັກກາຍະ.


ພິກຂຸທັງຫລາຍ! ສັກກາຍະສະມຸທັຍເປັນຢ່າງໃດ? ຕັນຫານີ້ເອງ ອັນເປັນເຄື່ອງນຳໃຫ້ມີກາຣເກີດໃນພົພໃໝ່ ປະກອບດ້ວຍຄວາມກຳນັດດ້ວຍອຳນາຈແຫ່ງຄວາມເພີນ ເພີດເພີນຢ່າງຍິ່ງໃນອາຣົມນັ້ນໆ ໄດ້ແກ່ ກາມຕັນຫາ, ພະວະຕັນຫາ, ວິພະວະຕັນຫາ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັກກາຍະສະມຸທັຍ.


ພິກຂຸທັງຫລາຍ! ສັກກາຍະນິໂຣທເປັນຢ່າງໃດ? ເພາະຄວາມຈາງຄາຍດັບໄປໂດຍບໍ່ເຫລືອແຫ່ງຕັນຫານັ້ນໆແລ ຄວາມສະລະ ຄວາມສະລັດຖິ້ມໄປ ຄວາມປ່ອຍວາງ ຄວາມບໍ່ອາລັຍເຊິ່ງຕັນຫານັ້ນ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັກກາຍະນິໂຣທ.


ພິກຂຸທັງຫລາຍ! ສັກກາຍະນິໂຣທະຄາມິນີປະຕິປະທາເປັນຢ່າງໃດ? ຄື ອະຣິຍະມັຄປະກອບດ້ວຍອົງຄ໌ ໘ ນີ້ເອງຄື ສັມມາທິຕຖິ, ສັມມາສັງກັປປະ, ສັມມາວາຈາ, ສັມມາກັມມັນຕະ ສັມມາອາຊີວະ, ສັມມາວາຍາມະ, ສັມມາສະຕິ, ສັມມາສະມາທິ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັກກາຍະນິໂຣທະຄາມິນີປະຕິປະທາ.



57 views1 comment

Related Posts

See All

1 comentario

Obtuvo 0 de 5 estrellas.
Aún no hay calificaciones

Agrega una calificación
Thonglouane Keorajavongsay
Thonglouane Keorajavongsay
23 sept 2024
Obtuvo 5 de 5 estrellas.

🌷🙏🙏🙏🌷 ໃນພຣະທັມຄຳສອນ ຂອງພຣະຕຖາຄົຕ ຂ້ານ້ອຍ

Me gusta
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page