top of page
Search

ຈົ່ງມີຈິຕຕັ້ງໝັ້ນດ້ວຍດີໃນສະຕິປັຕຖານ ໔

  • Writer: buddhavacanaword
    buddhavacanaword
  • Sep 2, 2023
  • 1 min read

Updated: Nov 4, 2023

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງມີຈິຕຕັ້ງໝັ້ນດ້ວຍດີໃນສະຕິປັຕຖານ ໔ ຢູ່ເຖີດ ຢ່າມີຈິຕບໍ່ຕັ້ງໝັ້ນຢູ່ເລີຍ ອະມະຕະຈະມີແກ່ພວກເຈົ້າທັງຫລາຍ.


ສະຕິປັຕຖານ ໔ ເປັນຢ່າງໃດ?


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມພິຈາຣະນາເຫັນກາຍໃນກາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້;


ຍ່ອມພິຈາຣະນາເຫັນເວທະນາໃນເວທະນາທັງຫລາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້;

ຍ່ອມພິຈາຣະນາເຫັນຈິຕໃນຈິຕຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້;


ຍ່ອມພິຈາຣະນາເຫັນທັມໃນທັມທັງຫລາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້.


ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງມີຈິຕຕັ້ງໝັ້ນດ້ວຍດີໃນສະຕິປັຕຖານ ໔ ເຫລົ່ານີ້ຢູ່ເຖີດ ຢ່າມີຈິຕບໍ່ຕັ້ງໝັ້ນຢູ່ເລີຍ ອະມະຕະຈະມີແກ່ພວກເຈົ້າທັງຫລາຍ.



ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໒໐໓/໘໑໘

 
 
 

3 commentaires

Noté 0 étoile sur 5.
Pas encore de note

Ajouter une note
Invité
06 nov. 2023
Noté 5 étoiles sur 5.

Sadhu khanoi

J'aime

Invité
14 oct. 2023
Noté 5 étoiles sur 5.

Sadhu khanoi

J'aime

Thonglouane Keorajavongsay
Thonglouane Keorajavongsay
03 sept. 2023
Noté 5 étoiles sur 5.

🙏🙏🙏ໃນພຣະທັມຄຳສອນຂອງພຣະຕະຖາຄົຕຂ້ານ້ອຍ

J'aime
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page