top of page

ສະມາທິພາວະນາ ໔ ປະກາຣ

Writer: buddhavacanawordbuddhavacanaword

Updated: Jan 10, 2024

The Buddha's words

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໔໔-໔໕/໔໑



ພິກຂຸທັງຫລາຍ! ສະມາທິພາວະນາ ໔ ປະກາຣນີ້; ໔ ປະກາຣເປັນຢ່າງໃດ? ຄື:


ສະມາທິພາວະນາທີ່ບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອກາຣຢູ່ເປັນສຸຂໃນປັຈຈຸບັນມີຢູ່;


ສະມາທິພາວະນາທີ່ບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອໄດ້ສະເພາະເຊິ່ງຍານທັສສະນະມີຢູ່ (ຍານະທັສສະນະປະຕິລາພາຍະ ສັງວັຕຕະຕິ);


ສະມາທິພາວະນາທີ່ບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອສະຕິສັມປະຊັນຍະມີຢູ່;


ສະມາທິພາວະນາທີ່ບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍມີຢູ່;


ພິກຂຸທັງຫລາຍ! ກໍສະມາທິພາວະນາທີ່ບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອກາຣຢູ່ເປັນສຸຂໃນປັຈຈຸບັນເປັນຢ່າງໃດ?


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່; ເພາະວິຕົກວິຈາຣສງົບໄປ ຍ່ອມບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິຢູ່; ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສເວີຍສຸຂດ້ວຍກາຍ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸຂ. ເພາະລະສຸຂລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ຍ່ອມບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ອຸເປກຂາ ເປັນເຫຕໃຫ້ສະຕິອັນບໍຣິສຸທຢູ່. ພິກຂຸທັງຫລາຍ! ສະມາທິພາວະນານີ້ແລ ທີ່ບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອກາຣຢູ່ເປັນສຸຂໃນປັຈຈຸບັນ.


ພິກຂຸທັງຫລາຍ! ກໍສະມາທິພາວະນາທີ່ບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອໄດ້ສະເພາະເຊິ່ງຍານທັສສະນະເປັນຢ່າງໃດ?


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ມະນະສິກາຣອາໂລກະສັນຍາ(ກາຣກຳນົດໝາຍໃນແສງສະວ່າງ) ອະທິຕຖານທິວາສັນຍາ(ສັນຍາວ່າເປັນກາງເວັນ) ວ່າ ກາງຄືນເໝືອນກາງເວັນ ກາງເວັນເໝືອນກາງຄືນ ມີໃຈສງົບປາສະຈາກເຄື່ອງຜູກມັດ ອົບຮົມຈິຕໃຫ້ສະວ່າງຢູ່. ພິກຂຸທັງຫລາຍ! ສະມາທິພາວະນານີ້ແລ ອັນບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອໄດ້ສະເພາະເຊິ່ງຍານທັສສະນະ.


ພິກຂຸທັງຫລາຍ! ກໍສະມາທິພາວະນາທີ່ບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອສະຕິ ສັມປະຊັນຍະເປັນຢ່າງໃດ?


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຮູ້ແຈ້ງເຊິ່ງເວທະນາທີ່ເກີດຂຶ້ນ ຮູ້ແຈ້ງເຊິ່ງເວທະນາທີ່ຕັ້ງຢູ່ ຮູ້ແຈ້ງເຊິ່ງເວທະນາທີ່ດັບໄປ; ຮູ້ແຈ້ງເຊິ່ງສັນຍາທີ່ເກີດຂຶ້ນ ຮູ້ແຈ້ງເຊິ່ງສັນຍາທີ່ຕັ້ງຢູ່ ຮູ້ແຈ້ງເຊິ່ງສັນຍາທີ່ດັບໄປ; ຮູ້ແຈ້ງເຊິ່ງວິຕົກທີ່ເກີດຂຶ້ນ ຮູ້ແຈ້ງເຊິ່ງວິຕົກທີ່ຕັ້ງຢູ່ ຮູ້ແຈ້ງເຊິ່ງວິຕົກທີ່ດັບໄປ. ພິກຂຸທັງຫລາຍ ສະມາທິພາວະນານີ້ແລ ທີ່ບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອສະຕິ ສັມປະຊັນຍະ.


ພິກຂຸທັງຫລາຍ! ກໍສະມາທິພາວະນາທີ່ບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍເປັນຢ່າງໃດ?


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ມີປົກກະຕິພິຈາຣະນາເຫັນຄວາມເກີດຂຶ້ນແລະຄວາມເສື່ອມໄປໃນອຸປາທານຂັນທ໌໕ ຢູ່ວ່າ:

ຣູປເປັນດັ່ງນີ້,

ຄວາມເກີດຂຶ້ນຂອງຣູປເປັນດັ່ງນີ້,

ຄວາມດັບໄປຂອງຣູປເປັນດັ່ງນີ້;


ເວທະນາເປັນດັ່ງນີ້,

ຄວາມເກີດຂຶ້ນຂອງເວທະນາເປັນດັ່ງນີ້,

ຄວາມດັບໄປຂອງເວທະນາເປັນດັ່ງນີ້;


ສັນຍາເປັນດັ່ງນີ້,

ຄວາມເກີດຂຶ້ນຂອງສັນຍາເປັນດັ່ງນີ້,

ຄວາມດັບໄປຂອງສັນຍາເປັນດັ່ງນີ້;


ສັງຂາຣທັງຫລາຍເປັນດັ່ງນີ້,

ຄວາມເກີດຂຶ້ນຂອງສັງຂາຣທັງຫລາຍເປັນດັ່ງນີ້,

ຄວາມດັບໄປຂອງສັງຂາຣທັງຫລາຍເປັນດັ່ງນີ້;


ວິນຍານເປັນດັ່ງນີ້,

ຄວາມເກີດຂຶ້ນຂອງວິນຍານເປັນດັ່ງນີ້,

ຄວາມດັບໄປຂອງວິນຍານເປັນດັ່ງນີ້.


ພິກຂຸທັງຫລາຍ! ສະມາທິພາວະນານີ້ແລ ທີ່ບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍ. ພິກຂຸທັງຫລາຍ ສະມາທິພາວະນາ ໔ ປະກາຣນີ້ແລ.


ພິກຂຸທັງຫລາຍ! ກໍຄຳທີ່ເຮົາກ່າວໄວ້ໃນປຸນນະກະປັນຫາໃນປາຣາຍະນະວັຄມີໃຈຄວາມວ່າ:


ຄວາມຫວັ່ນໄຫວຍ່ອມບໍ່ມີແກ່ບຸຄຄົລຜູ້ຮູ້ຄວາມສູງຕ່ຳໃນໂລກ ບຸຄຄົລນັ້ນເປັນຜູ້ສງົບປາສະຈາກຄວັນຄື ຄວາມໂກທ ເປັນຜູ້ບໍ່ມີຄວາມຄັບແຄ້ນ ບໍ່ມີຄວາມຫວັງໃດໆ ເຮົາກ່າວວ່າ ຂ້າມພົ້ນຊາຕແລະຊະຣາໄດ້ແລ້ວ.




 
 
 

3 Comments

Rated 0 out of 5 stars.
No ratings yet

Add a rating
Guest
Feb 10, 2024
Rated 5 out of 5 stars.

🙏🙏🙏 Sadhu Khanoi

Like

Thonglouane Keorajavongsay
Thonglouane Keorajavongsay
Jan 02, 2024
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະສາສດາ ຂ້ານ້ອຍ

Like

Guest
Dec 28, 2023
Rated 5 out of 5 stars.

Sadhu khanoi

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page