top of page

ສັທທາຂອງອະຣິຍະສາວົກ

Writer's picture: buddhavacanawordbuddhavacanaword

Updated: May 28, 2024

The Buddha's words

ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໒໔໕-໒໔໗/໑໐໑໐-໑໐໒໒



ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ນິຄົມຂອງຊາວອັງຄະຊື່ອາປະນະ ໃນແຄວ້ນອັງຄະ ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກທ່ານພຣະສາຣີບຸຕມາແລ້ວຕຣັສວ່າ:


ສາຣີບຸຕ! ອະຣິຍະສາວົກໃດມີສັທທາຕັ້ງໝັ້ນ ເຫລື້ອມໃສຢ່າງຍິ່ງໃນຕະຖາຄົຕ ອະຣິຍະສາວົກນັ້ນຍ່ອມບໍ່ເຄືອບແຄງຫລືສົງໃສໃນຕະຖາຄົຕ ຫລືໃນສາສນາຂອງຕະຖາຄົຕ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອະຣິຍະສາວົກໃດມີສັທທາຕັ້ງໝັ້ນ ເຫລື້ອມໃສຢ່າງຍິ່ງໃນພຣະຕະຖາຄົຕ ອະຣິຍະສາວົກນັ້ນຍ່ອມບໍ່ເຄືອບແຄງຫລືສົງໃສໃນພຣະຕະຖາຄົຕ ຫລືໃນສາສນາຂອງພຣະຕະຖາຄົຕ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອີກຢ່າງໜຶ່ງ ອະຣິຍະສາວົກຜູ້ມີສັທທາຍ່ອມຫວັງຂໍ້ນີ້ໄດ້ວ່າ ຈັກເປັນຜູ້ປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ກໍວິຣິຍະຂອງອະຣິຍະສາວົກນັ້ນ ເປັນວິຣິຍິນທຣີຍ໌.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອີກຢ່າງໜຶ່ງ ອະຣິຍະສາວົກຜູ້ມີສັທທາ ປຣາຣົພຄວາມພຽນແລ້ວ ຍ່ອມຫວັງຂໍ້ນີ້ໄດ້ວ່າ ຈັກເປັນຜູ້ມີສະຕິ ປະກອບດ້ວຍສະຕິເປັນເຄື່ອງຮັກສາຕົນຢ່າງຍິ່ງ ຍ່ອມຣະນຶກເຖິງສິ່ງທີ່ເຄີຍທຳ ຄຳທີ່ເຄີຍເວົ້າແມ່ນແຕ່ນານໄດ້. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ກໍສະຕິຂອງອະຣິຍະສາວົກນັ້ນ ເປັນສະຕິນທຣີຍ໌.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອີກຢ່າງໜຶ່ງ ອະຣິຍະສາວົກຜູ້ມີສັທທາ ປຣາຣົພຄວາມພຽນ ມີສະຕິຕັ້ງໝັ້ນ ຍ່ອມຫວັງຂໍ້ນີ້ໄດ້ວ່າ ຈັກກະທຳໂວສສັຄຄະໃຫ້ເປັນອາຣົມ ໄດ້ສະມາທິ ໄດ້ເອກັຄຄະຕາຈິຕ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ກໍສະມາທິຂອງອະຣິຍະສາວົກນັ້ນ ເປັນສະມາທິນທຣີຍ໌.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອີກຢ່າງໜຶ່ງ ອະຣິຍະສາວົກຜູ້ມີສັທທາ ປຣາຣົພຄວາມພຽນ ມີສະຕິຕັ້ງໝັ້ນ ມີຈິຕຕັ້ງ ໝັ້ນ ຍ່ອມຫວັງຂໍ້ນີ້ໄດ້ວ່າ ຈັກຮູ້ແຈ້ງວ່າ ເບື້ອງຕົ້ນແລະທີ່ສຸດແຫ່ງສົງສາຣອັນບຸຄຄົລຮູ້ບໍ່ໄດ້ແລ້ວ ເບື້ອງຕົ້ນແລະທີ່ສຸດຍ່ອມບໍ່ປາກົຕແກ່ເຫລົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ແລ່ນໄປຢູ່ ທ່ອງທ່ຽວໄປຢູ່ ເພາະຄວາມຈາງຄາຍດັບໄປໂດຍບໍ່ເຫລືອແຫ່ງອະວິຊຊານັ້ນໆແລ ນັ້ນຄືບົທອັນສງົບ ນັ້ນຄືບົທອັນປະນີຕ (ສັນຕະເມຕັງ ປະທັງ ປະນີຕະເມຕັງ ປະທັງ) ຄືຄວາມສງົບຣະງັບແຫ່ງສັງຂາຣທັງປວງ ຄວາມສະລະຄືນເຊິ່ງອຸປະທິທັງປວງ ຄວາມສິ້ນຕັນຫາ ຄວາມສິ້ນຄວາມກຳນັດ ຄວາມດັບ ນິພພານ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ກໍປັນຍາຂອງອະຣິຍະສາວົກນັ້ນ ເປັນປັນຍິນທຣີຍ໌.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອະຣິຍະສາວົກນັ້ນແລ ມີສັທທາຢ່າງນີ້ ພະຍາຍາມຢ່າງນີ້ ຄັນພະຍາຍາມແລ້ວ ຣະນຶກຢ່າງນີ້ ຄັນຣະນຶກແລ້ວ ຕັ້ງໝັ້ນຢ່າງນີ້ ຄັນຕັ້ງໝັ້ນແລ້ວ ຮູ້ແຈ້ງຢ່າງນີ້ ຄັນຮູ້ແຈ້ງແລ້ວ ຍ່ອມເຊື່ອໝັ້ນຢ່າງນີ້ວ່າ ທັມເຫລົ່ານີ້ ເປັນທັມທີ່ເຮົາເຄີຍໄດ້ຟັງມາແຕ່ກ່ອນ ບັດນີ້ເຮົາຖືກຕ້ອງດ້ວຍກາຍຢູ່ ແລະເຫັນແຈ້ງແທງຕລອດດ້ວຍປັນຍາ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກໍສັທທາຂອງອະຣິຍະສາວົກນັ້ນ ເປັນສັທທິນທຣີຍ໌ ດັ່ງນີ້ແລ.


ສາທຸ ສາທຸ ສາຣີບຸຕ!


ສາຣີບຸຕ! ອະຣິຍະສາວົກໃດມີສັທທາຕັ້ງໝັ້ນ ເຫລື້ອມໃສຢ່າງຍິ່ງໃນຕະຖາຄົຕ ອະຣິຍະສາວົກນັ້ນຍ່ອມບໍ່ເຄືອບແຄງຫລືສົງໃສໃນຕະຖາຄົຕ ຫລືໃນສາສນາຂອງຕະຖາຄົຕ.


ສາຣີບຸຕ! ອະຣິຍະສາວົກຜູ້ມີສັທທາຍ່ອມຫວັງຂໍ້ນີ້ໄດ້ວ່າ ຈັກເປັນຜູ້ປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ. ສາຣີບຸຕ ກໍວິຣິຍະຂອງອະຣິຍະສາວົກນັ້ນ ເປັນວິຣິຍິນທຣີຍ໌.


ສາຣີບຸຕ! ອະຣິຍະສາວົກຜູ້ມີສັທທາ ປຣາຣົພຄວາມພຽນແລ້ວ ຍ່ອມຫວັງຂໍ້ນີ້ໄດ້ວ່າ ຈັກເປັນຜູ້ມີສະຕິ ປະກອບດ້ວຍສະຕິເປັນເຄື່ອງຮັກສາຕົນຢ່າງຍິ່ງ ຍ່ອມຣະນຶກເຖິງສິ່ງທີ່ເຄີຍທຳ ຄຳທີ່ເຄີຍເວົ້າແມ່ນແຕ່ນານໄດ້. ສາຣີບຸຕ ກໍສະຕິຂອງອະຣິຍະສາວົກນັ້ນ ເປັນສະຕິນທຣີຍ໌.


ສາຣີບຸຕ! ອະຣິຍະສາວົກຜູ້ມີສັທທາ ປຣາຣົພຄວາມພຽນ ມີສະຕິຕັ້ງໝັ້ນ ຍ່ອມຫວັງຂໍ້ນີ້ໄດ້ວ່າ ຈັກກະທຳໂວສສັຄຄະໃຫ້ເປັນອາຣົມ ໄດ້ສະມາທິ ໄດ້ເອກັຄຄະຕາຈິຕ. ສາຣີບຸຕ ກໍສະມາທິຂອງອະຣິຍະສາວົກນັ້ນ ເປັນສະມາທິນທຣີຍ໌.


ສາຣີບຸຕ! ອະຣິຍະສາວົກຜູ້ມີສັທທາ ປຣາຣົພຄວາມພຽນ ມີສະຕິຕັ້ງໝັ້ນ ມີຈິຕຕັ້ງໝັ້ນ ຍ່ອມຫວັງຂໍ້ນີ້ໄດ້ວ່າ ຈັກຮູ້ແຈ້ງວ່າ ເບື້ອງຕົ້ນແລະທີ່ສຸດແຫ່ງສົງສາຣອັນບຸຄຄົລຮູ້ບໍ່ໄດ້ແລ້ວ ເບື້ອງຕົ້ນແລະທີ່ສຸດຍ່ອມບໍ່ປາກົຕແກ່ເຫລົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ແລ່ນໄປຢູ່ ທ່ອງທ່ຽວໄປຢູ່ ເພາະຄວາມຈາງຄາຍດັບໄປໂດຍບໍ່ເຫລືອແຫ່ງອະວິຊຊານັ້ນໆແລ ນັ້ນຄືບົທອັນສງົບ ນັ້ນຄືບົທອັນປະນີຕ (ສັນຕະເມຕັງ ປະທັງ ປະນີຕະເມຕັງ ປະທັງ) ຄືຄວາມສງົບຣະງັບແຫ່ງສັງຂາຣທັງປວງ ຄວາມສະລະຄືນເຊິ່ງອຸປະທິທັງປວງ ຄວາມສິ້ນຕັນຫາ ຄວາມສິ້ນຄວາມກຳນັດ ຄວາມດັບ ນິພພານ. ສາຣີບຸຕ ກໍປັນຍາຂອງອະຣິຍະສາວົກນັ້ນ ເປັນປັນຍິນທຣີຍ໌.


ສາຣີບຸຕ! ອະຣິຍະສາວົກນັ້ນ ມີສັທທາຢ່າງນີ້ ພະຍາຍາມຢ່າງນີ້ ຄັນພະຍາຍາມແລ້ວ ຣະນຶກຢ່າງນີ້ ຄັນຣະນຶກແລ້ວ ຕັ້ງໝັ້ນຢ່າງນີ້ ຄັນຕັ້ງໝັ້ນແລ້ວ ຮູ້ແຈ້ງຢ່າງນີ້ ຄັນຮູ້ແຈ້ງແລ້ວ ຍ່ອມເຊື່ອໝັ້ນຢ່າງນີ້ວ່າ ທັມເຫລົ່ານີ້ ເປັນທັມທີ່ເຮົາເຄີຍໄດ້ຟັງມາແຕ່ກ່ອນ ບັດນີ້ເຮົາຖືກຕ້ອງດ້ວຍກາຍຢູ່ ແລະເຫັນແຈ້ງແທງຕລອດດ້ວຍປັນຍາ. ສາຣີບຸຕ ກໍສັທທາຂອງອະຣິຍະສາວົກນັ້ນ ເປັນສັທທິນທຣີຍ໌ ດັ່ງນີ້ແລ.



118 views4 comments

Related Posts

See All

4 Comments

Rated 0 out of 5 stars.
No ratings yet

Add a rating
Guest
Dec 30, 2024
Rated 5 out of 5 stars.

ສາທຸ ສາທຸ ສາທຸ

Like

Guest
Nov 07, 2024
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມຂອງພຣຕຖາຄົຕຂ້ານ້ອ້ຍ

Like

Guest
May 28, 2024
Rated 5 out of 5 stars.

ສາທຸ🪷🪷🪷🙏🏻

Like

Guest
May 27, 2024
Rated 5 out of 5 stars.

🙏🙏🙏 Sadhu khanoi

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page