top of page

ອານາປານະສະຕິສະມາທິ

Writer: buddhavacanawordbuddhavacanaword

The Buddha's words

ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໙໙-໑໐໒/໖໐



ພິກຂຸທັງຫລາຍ! ອານາປານະສະຕິອັນບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່. ກໍອານາປານະສະຕິ ອັນບຸຄຄົລຈະເຣີນແລ້ວຢ່າງໃດ ກະທຳໃຫ້ຫລາຍແລ້ວຢ່າງໃດ ຈຶ່ງມີຜົລໃຫຍ່ ມີອານິສົງສ໌ໃຫຍ່?


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ໄປສູ່ປ່າກໍດີ ໄປສູ່ເຫງົ້າໄມ້ກໍດີ ໄປສູ່ເຮືອນວ່າງກໍດີ ນັ່ງຄູ້ບັນລັງ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ເຂົາມີສະຕິຫາຍໃຈເຂົ້າ ມີສະຕິ ຫາຍໃຈອອກ.


ເມື່ອຫາຍໃຈເຂົ້າຍາວ ກໍຮູ້ວ່າ ເຮົາຫາຍໃຈເຂົ້າຍາວ; ເມື່ອຫາຍໃຈອອກຍາວ ກໍຮູ້ວ່າ ເຮົາຫາຍໃຈອອກຍາວ.


ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ວ່າ ເຮົາຫາຍໃຈເຂົ້າສັ້ນ; ເມື່ອຫາຍໃຈອອກສັ້ນ ກໍຮູ້ວ່າ ເຮົາຫາຍໃຈອອກສັ້ນ.

ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ.

ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາຈັກກະທຳກາຍສັງຂາຣໃຫ້ສງົບຣະງັບ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາຈັກກະທຳກາຍສັງຂາຣໃຫ້ສງົບຣະງັບ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸຂ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸຂ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕຕະສັງຂາຣໃຫ້ສງົບຣະງັບ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕຕະສັງຂາຣໃຫ້ສງົບຣະງັບ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕໃຫ້ປາໂມທຢ່າງຍິ່ງ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕໃຫ້ປາໂມທຢ່າງຍິ່ງ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕໃຫ້ຕັ້ງໝັ້ນ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕໃຫ້ຕັ້ງໝັ້ນ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕໃຫ້ປ່ອຍຢູ່ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິຕໃຫ້ປ່ອຍຢູ່ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ ຫາຍໃຈເຂົ້າ


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫລືອຢູ່ເປັນປະຈຳ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫລືອຢູ່ເປັນປະຈຳ ຫາຍໃຈອອກ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈເຂົ້າ.


ຍ່ອມທຳກາຣຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈອອກ.


ພິກຂຸທັງຫລາຍ! ອານາປານະສະຕິອັນບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວຢ່າງນີ້ແລ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່.


ພິກຂຸທັງຫລາຍ ເມື່ອອານາປານະສະຕິ ອັນບຸຄຄົລຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຜົລອານິສົງສ໌ຢ່າງໃດຢ່າງໜຶ່ງໃນບັນດາຜົລ ໒ ປະກາຣ ເປັນສິ່ງທີ່ຫວັງໄດ້ຄື: ອະຣະຫັຕຕະຜົລໃນປັຈຈຸບັນ ຫລືຖ້າຍັງມີອຸປາທິເຫລືອຢູ່ ກໍຈັກເປັນອະນາຄາມີ.



 
 
 

3件のコメント

5つ星のうち0と評価されています。
まだ評価がありません

評価を追加
ゲスト
2024年5月15日
5つ星のうち5と評価されています。

🙏🙏🙏

いいね!

ゲスト
2024年5月10日
5つ星のうち5と評価されています。

Sadhu Khanoi

いいね!

Thonglouane Keorajavongsay
Thonglouane Keorajavongsay
2024年5月09日
5つ星のうち5と評価されています。

🪷🙏🙏🙏🪷ໃນພຣະທັມຄຳສອນຂອງ ພຣະຕຖາຄົຕ ຂ້ານ້ອຍ

いいね!
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page