top of page

ອານິສົງສ໌ ໔ ປະກາຣ ຂອງທັມທັງຫລາຍທີ່ບຸຄຄົລຟັງເນື່ອງໆ

Writer: buddhavacanawordbuddhavacanaword

Updated: Sep 21, 2024

The Buddha's words

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໑໗໘/໑໙໑



ພິກຂຸທັງຫລາຍ ອານິສົງສ໌ ໔ ປະກາຣຂອງທັມທັງຫລາຍທີ່ບຸຄຄົລຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິຍ່ອມຫວັງໄດ້; ອານິສົງສ໌ ໔ ປະກາຣເປັນຢ່າງໃດ?


ພິກຂຸທັງຫລາຍ ພິກຂຸໃນທັມວິນັຍນີ້ ຍ່ອມເລົ່າຮຽນທັມຄື ສຸຕຕະ ເຄີຍຍະ ໄວຍາກາຣະນະ ຄາຖາ ອຸທານ ອິຕິວຸຕຕະກະ ຊາຕະກະ ອັພພູຕະທັມ ເວທັລລະ ທັມເຫລົ່ານັ້ນເປັນທັມທີ່ພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິ ເຂົາມີສະຕິຫລົງລືມເມື່ອທຳກາລະ ຍ່ອມເຂົ້າເຖິງເທພນິກາຍໝູ່ໃດໝູ່ໜຶ່ງ ບົທແຫ່ງທັມທັງຫລາຍຍ່ອມປາກົຕແກ່ເຂົາຜູ້ມີຄວາມສຸຂໃນພົພນັ້ນ ສະຕິບັງເກີດຂຶ້ນຊ້າ ແຕ່ສັຕນັ້ນຍ່ອມບັນລຸຄຸນວິເສສໄດ້ຢ່າງວ່ອງໄວ. ພິກຂຸທັງຫລາຍ ນີ້ເປັນອານິສົງສ໌ ປະກາຣທີ ໑ ຂອງທັມທັງຫລາຍທີ່ບຸຄຄົລຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິອັນບຸຄຄົລຍ່ອມຫວັງໄດ້.


ພິກຂຸທັງຫລາຍ ອີກປະກາຣໜຶ່ງ ພິກຂຸຍ່ອມເລົ່າຮຽນທັມຄື ສຸຕຕະ ເຄີຍຍະ ໄວຍາກາຣະນະ ຄາຖາ ອຸທານ ອິຕິວຸຕຕະກະ ຊາຕະກະ ອັພພູຕະທັມ ເວທັລລະ ທັມເຫລົ່ານັ້ນເປັນທັມທີ່ພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິ ເຂົາມີສະຕິຫລົງລືມເມື່ອທຳກາລະ ຍ່ອມເຂົ້າເຖິງເທພນິກາຍໝູ່ໃດໝູ່ໜຶ່ງ ບົທແຫ່ງທັມທັງຫລາຍຍ່ອມບໍ່ປາກົຕແກ່ເຂົາຜູ້ມີຄວາມສຸຂໃນພົພນັ້ນເລີຍ ແຕ່ພິກຂຸຜູ້ມີລິທ ເຖິງຄວາມຊຳນານທາງຈິຕ ໄປສະແດງທັມແກ່ເທພບໍຣິສັທ ເຂົາມີຄວາມຄິດຢ່າງນີ້ວ່າ ໃນກາລກ່ອນເຮົາໄດ້ປະພຶດພຣົມມະຈັນຍ໌ໃນທັມວິນັຍໃດ ນີ້ຄືທັມວິນັຍນັ້ນ ສະຕິບັງເກີດຂຶ້ນຊ້າ ແຕ່ສັຕນັ້ນຍ່ອມບັນລຸຄຸນວິເສສໄດ້ຢ່າງວ່ອງໄວ.


ພິກຂຸທັງຫລາຍ ບຸຣຸສຜູ້ສະຫລາດຕໍ່ສຽງກອງ ເຂົາເດີນທາງໄກ ໄດ້ຍິນສຽງກອງ ເຂົາຍ່ອມບໍ່ມີຄວາມສົງໄສ ຫລືເຄືອບແຄງໃຈວ່າ ສຽງກອງຫລືບໍ່ໜໍ ທີ່ແທ້ເຂົາຍ່ອມເຖິງຄວາມຕົກລົງໃຈວ່າ ນີ້ສຽງກອງ ສັນໃດ; ພິກຂຸກໍສັນນັ້ນເໝືອນກັນ ຍ່ອມເລົ່າຮຽນທັມຄື ສຸຕຕະ ເຄີຍຍະ ໄວຍາກາຣະນະ ຄາຖາ ອຸທານ ອິຕິວຸຕຕະກະ ຊາຕະກະ ອັພພູຕະທັມ ເວທັລລະ ທັມເຫລົ່ານັ້ນເປັນທັມທີ່ພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິ ເຂົາມີສະຕິຫລົງລືມເມື່ອທຳກາລະ ຍ່ອມເຂົ້າເຖິງເທພນິກາຍໝູ່ໃດໝູ່ໜຶ່ງ ບົທແຫ່ງທັມທັງຫລາຍຍ່ອມບໍ່ປາກົຕແກ່ເຂົາຜູ້ມີຄວາມສຸຂໃນພົພນັ້ນເລີຍ ແຕ່ພິກຂຸຜູ້ມີລິທ ເຖິງຄວາມຊຳນານທາງຈິຕ ໄປສະແດງທັມແກ່ເທພບໍຣິສັທ ເຂົາມີຄວາມຄິດຢ່າງນີ້ວ່າ ໃນກາລກ່ອນເຮົາໄດ້ປະພຶດພຣົມມະຈັນຍ໌ໃນທັມວິນັຍໃດ ນີ້ຄືທັມວິນັຍນັ້ນ ສະຕິບັງເກີດຂຶ້ນຊ້າ ແຕ່ສັຕນັ້ນຍ່ອມບັນລຸຄຸນວິເສສໄດ້ຢ່າງວ່ອງໄວ. ພິກຂຸທັງຫລາຍ ນີ້ເປັນອານິສົງສ໌ ປະກາຣທີ ໒ ຂອງທັມທັງຫລາຍທີ່ບຸຄຄົລຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິອັນບຸຄຄົລຍ່ອມຫວັງໄດ້.


ພິກຂຸທັງຫລາຍ ອີກປະກາຣໜຶ່ງ ພິກຂຸຍ່ອມເລົ່າຮຽນທັມຄື ສຸຕຕະ ເຄີຍຍະ ໄວຍາກາຣະນະ ຄາຖາ ອຸທານ ອິຕິວຸຕຕະກະ ຊາຕະກະ ອັພພູຕະທັມ ເວທັລລະ ທັມເຫລົ່ານັ້ນເປັນທັມທີ່ພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິ ເຂົາມີສະຕິຫລົງລືມເມື່ອທຳກາລະ ຍ່ອມເຂົ້າເຖິງເທພນິກາຍໝູ່ໃດໝູ່ໜຶ່ງ ບົທແຫ່ງທັມທັງຫລາຍຍ່ອມບໍ່ປາກົຕແກ່ເຂົາຜູ້ມີຄວາມສຸຂໃນພົພນັ້ນເລີຍ ແລະພິກຂຸຜູ້ມີລິທ ເຖິງຄວາມຊຳນານທາງຈິຕ ກໍບໍ່ໄດ້ສະແດງທັມແກ່ເທພບໍຣິສັທເລີຍ ແຕ່ເທພບຸຕຍ່ອມສະແດງທັມໃນເທພບໍຣິສັທ ເຂົາມີຄວາມຄິດຢ່າງນີ້ວ່າ ໃນກາລກ່ອນເຮົາໄດ້ປະພຶດພຣົມມະຈັນຍ໌ໃນທັມວິນັຍໃດ ນີ້ຄືທັມວິນັຍນັ້ນ ສະຕິບັງເກີດຂຶ້ນຊ້າ ແຕ່ສັຕນັ້ນຍ່ອມບັນລຸຄຸນວິເສສໄດ້ຢ່າງວ່ອງໄວ.


ພິກຂຸທັງຫລາຍ ບຸຣຸສຜູ້ສະຫລາດຕໍ່ສຽງສັງຂ໌ ເຂົາເດີນທາງໄກ ໄດ້ຍິນສຽງສັງຂ໌ ເຂົາຍ່ອມບໍ່ມີຄວາມສົງໄສ ຫລືເຄືອບແຄງໃຈວ່າ ສຽງສັງຂ໌ຫລືບໍ່ໜໍ ທີ່ແທ້ເຂົາຍ່ອມເຖິງຄວາມຕົກລົງໃຈວ່າ ນີ້ສຽງສັງຂ໌ ສັນໃດ; ພິກຂຸກໍສັນນັ້ນເໝືອນກັນ ຍ່ອມເລົ່າຮຽນທັມຄື ສຸຕຕະ ເຄີຍຍະ ໄວຍາກາຣະນະ ຄາຖາ ອຸທານ ອິຕິວຸຕຕະກະ ຊາຕະກະ ອັພພູຕະທັມ ເວທັລລະ ທັມເຫລົ່ານັ້ນເປັນທັມທີ່ພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິ ເຂົາມີສະຕິຫລົງລືມເມື່ອທຳກາລະ ຍ່ອມເຂົ້າເຖິງເທພນິກາຍໝູ່ໃດໝູ່ໜຶ່ງ ບົທແຫ່ງທັມທັງຫລາຍຍ່ອມບໍ່ປາກົຕແກ່ເຂົາຜູ້ມີຄວາມສຸຂໃນພົພນັ້ນເລີຍ ແລະພິກຂຸຜູ້ມີລິທ ເຖິງຄວາມຊຳນານທາງຈິຕ ກໍບໍ່ໄດ້ສະແດງທັມແກ່ເທພບໍຣິສັທເລີຍ ແຕ່ເທພບຸຕຍ່ອມສະແດງທັມໃນເທພບໍຣິສັທ ເຂົາມີຄວາມຄິດຢ່າງນີ້ວ່າ ໃນກາລກ່ອນເຮົາໄດ້ປະພຶດພຣົມມະຈັນຍ໌ໃນທັມວິນັຍໃດ ນີ້ຄືທັມວິນັຍນັ້ນ ສະຕິບັງເກີດຂຶ້ນຊ້າ ແຕ່ສັຕນັ້ນຍ່ອມບັນລຸຄຸນວິເສສໄດ້ຢ່າງວ່ອງໄວ. ພິກຂຸທັງຫລາຍ ນີ້ເປັນອານິສົງສ໌ ປະກາຣທີ ໓ ຂອງທັມທັງຫລາຍທີ່ບຸຄຄົລຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິອັນບຸຄຄົລຍ່ອມຫວັງໄດ້.


ພິກຂຸທັງຫລາຍ ອີກປະກາຣໜຶ່ງ ພິກຂຸຍ່ອມເລົ່າຮຽນທັມຄື ສຸຕຕະ ເຄີຍຍະ ໄວຍາກາຣະນະ ຄາຖາ ອຸທານ ອິຕິວຸຕຕະກະ ຊາຕະກະ ອັພພູຕະທັມ ເວທັລລະ ທັມເຫລົ່ານັ້ນເປັນທັມທີ່ພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິ ເຂົາມີສະຕິຫລົງລືມເມື່ອທຳກາລະ ຍ່ອມເຂົ້າເຖິງເທພນິກາຍໝູ່ໃດໝູ່ໜຶ່ງ ບົທແຫ່ງທັມທັງຫລາຍຍ່ອມບໍ່ປາກົຕແກ່ເຂົາຜູ້ມີຄວາມສຸຂໃນພົພນັ້ນເລີຍ ພິກຂຸຜູ້ມີລິທ ເຖິງຄວາມຊຳນານທາງຈິຕ ກໍບໍ່ໄດ້ສະແດງທັມແກ່ເທພບໍຣິສັທເລີຍ ແມ່ນແຕ່ເທພບຸຕກໍບໍ່ໄດ້ສະແດງທັມໃນເທພບໍຣິສັທ ແຕ່ເທພບຸຕຜູ້ເກີດກ່ອນມາເຕືອນເທພບຸຕຜູ້ເກີດທີ່ຫລັງວ່າ ທ່ານຜູ້ນິຣະທຸກຂ໌ ຣະນຶກໄດ້ຫລືບໍ່ວ່າ ເຮົາໄດ້ປະພຶດພຣົມມະຈັນຍ໌ໃນກາລກ່ອນ ເຂົາກໍກ່າວຢ່າງນີ້ວ່າ ທ່ານຜູ້ນິຣະທຸກຂ໌ ເຮົາຣະນຶກໄດ້ ເຮົາຣະນຶກໄດ້ ສັນໃດ; ສະຕິບັງເກີດຂຶ້ນຊ້າ ແຕ່ສັຕນັ້ນຍ່ອມບັນລຸຄຸນວິເສສໄດ້ຢ່າງວ່ອງໄວ.


ພິກຂຸທັງຫລາຍ ສະຫາຍ ໒ ຄົນຫລິ້ນຝຸ່ນດ້ວຍກັນ ເຂົາມາພົບກັນບາງຄັ້ງບາງຄາວໃນທີ່ບາງແຫ່ງ ສະຫາຍຄົນໜຶ່ງໄດ້ກ່າວກັບສະຫາຍຄົນນັ້ນຢ່າງນີ້ວ່າ ສະຫາຍ ທ່ານຣະນຶກເຖິງການກະທຳນີ້ໄດ້ຫລືໜໍ ເຂົາກໍກ່າວຢ່າງນີ້ວ່າ ເຮົາຣະນຶກໄດ້ ເຮົາຣະນຶກໄດ້ ສັນໃດ; ພິກຂຸກໍສັນນັ້ນເໝືອນກັນ ຍ່ອມເລົ່າຮຽນທັມຄື ສຸຕຕະ ເຄີຍຍະ ໄວຍາກາຣະນະ ຄາຖາ ອຸທານ ອິຕິວຸຕຕະກະ ຊາຕະກະ ອັພພູຕະທັມ ເວທັລລະ ທັມເຫລົ່ານັ້ນເປັນທັມທີ່ພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິ ເຂົາມີສະຕິຫລົງລືມເມື່ອທຳກາລະ ຍ່ອມເຂົ້າເຖິງເທພນິກາຍໝູ່ໃດໝູ່ໜຶ່ງ ບົທແຫ່ງທັມທັງຫລາຍຍ່ອມບໍ່ປາກົຕແກ່ເຂົາຜູ້ມີຄວາມສຸຂໃນພົພນັ້ນເລີຍ ພິກຂຸຜູ້ມີລິທ ເຖິງຄວາມຊຳນານທາງຈິຕ ກໍບໍ່ໄດ້ສະແດງທັມແກ່ເທພບໍຣິສັທເລີຍ ແມ່ນແຕ່ເທພບຸຕກໍບໍ່ໄດ້ສະແດງທັມໃນເທພບໍຣິສັທ ແຕ່ເທພບຸຕຜູ້ເກີດກ່ອນມາເຕືອນເທພບຸຕຜູ້ເກີດທີ່ຫລັງວ່າ ທ່ານຜູ້ນິຣະທຸກຂ໌ ຣະນຶກໄດ້ຫລືບໍ່ວ່າ ເຮົາໄດ້ປະພຶດພຣົມມະຈັນຍ໌ໃນກາລກ່ອນ ເຂົາກໍກ່າວຢ່າງນີ້ວ່າ ທ່ານຜູ້ນິຣະທຸກຂ໌ ເຮົາຣະນຶກໄດ້ ເຮົາຣະນຶກໄດ້ ສັນໃດ; ສະຕິບັງເກີດຂຶ້ນຊ້າ ແຕ່ສັຕນັ້ນຍ່ອມບັນລຸຄຸນວິເສສໄດ້ຢ່າງວ່ອງໄວ. ພິກຂຸທັງຫລາຍ ນີ້ເປັນອານິສົງສ໌ ປະກາຣທີ ໔ ຂອງທັມທັງຫລາຍທີ່ບຸຄຄົລຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິອັນບຸຄຄົລຍ່ອມຫວັງໄດ້.


ພິກຂຸທັງຫລາຍ ອານິສົງສ໌ ໔ ປະກາຣນີ້ແລ ຂອງທັມທັງຫລາຍທີ່ບຸຄຄົລຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິຍ່ອມຫວັງໄດ້.



 
 
 

3 Comments

Rated 0 out of 5 stars.
No ratings yet

Add a rating
Guest
Sep 22, 2024
Rated 5 out of 5 stars.

🙏🙏🙏

Like

Guest
Sep 21, 2024
Rated 5 out of 5 stars.

🙏🙏🙏ສາທຸຂ້ານ້ອຍ

Like

Thonglouane Keorajavongsay
Thonglouane Keorajavongsay
Sep 20, 2024
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະຕຖາຄົຕ ຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page