top of page
Writer's picturebuddhavacanaword

ອິທທິບາທ ໔

Updated: Sep 9, 2023

ພິກຂຸທັງຫລາຍ! ເມື່ອກ່ອນແຕ່ຕຣັສຮູ້ ຄັ້ງເຮົາເປັນໂພທິສັຕ ຍັງບໍ່ໄດ້ຕຣັສຮູ້ ໄດ້ມີຄວາມຄິດຢ່າງນີ້ວ່າ ອັນໃດໜໍ ເປັນມັຄຄາ ເປັນປະຕິປະທາແຫ່ງກາຣຈະເຣີນອິທທິບາທ.


ພິກຂຸທັງຫລາຍ! ເຮົາໄດ້ມີຄວາມຄິດຢ່າງນີ້ວ່າ ພິກຂຸນັ້ນຍ່ອມຈະເຣີນອິທທິບາທອັນປະກອບດ້ວຍສັນທະສະມາທິແລະປະທານະສັງຂາຣດັ່ງນີ້ວ່າ ສັນທະຂອງເຮົາຈັກບໍ່ຍໍ້ຢ່ອນເກີນໄປ ບໍ່ຕ້ອງປະຄອງເກີນໄປ ບໍ່ຫົດຫູ່ໃນພາຍໃນ ບໍ່ຟຸ້ງຊ່ານໃນພາຍນອກ ແລະເຂົາມີຄວາມສຳຄັນໃນເບື້ອງຫລັງແລະເບື້ອງໜ້າຢູ່ວ່າ ເບື້ອງໜ້າສັນໃດ ເບື້ອງຫລັງກໍສັນນັ້ນ ເບື້ອງຫລັງສັນໃດ ເບື້ອງໜ້າກໍສັນນັ້ນ ເບື້ອງລຸ່ມສັນໃດ ເບື້ອງເທິງກໍສັນນັ້ນ ເບື້ອງເທິງສັນໃດ ເບື້ອງລຸ່ມກໍສັນນັ້ນ ກາງເວັນສັນໃດ ກາງຄືນກໍສັນນັ້ນ ກາງຄືນສັນໃດ ກາງເວັນກໍສັນນັ້ນ ເຂົາມີຈິຕເປີດເຜີຍ ບໍ່ມີອັນໃດຫໍ່ຫຸ້ມ ອົບຮົມຈິຕໃຫ້ສວ່າງຢູ່ ດ້ວຍປະກາຣຢ່າງນີ້.


ພິກຂຸຍ່ອມຈະເຣີນອິທທິບາທອັນປະກອບດ້ວຍວິຣິຍະສະມາທິແລະປະທານະສັງຂາຣດັ່ງນີ້ວ່າ ວິຣິຍະຂອງເຮົາຈັກບໍ່ຍໍ້ຢ່ອນເກີນໄປ ບໍ່ຕ້ອງປະຄອງເກີນໄປ ບໍ່ຫົດຫູ່ໃນພາຍໃນ ບໍ່ຟຸ້ງຊ່ານໃນພາຍນອກ ແລະເຂົາມີຄວາມສຳຄັນໃນເບື້ອງຫລັງແລະເບື້ອງໜ້າຢູ່ວ່າ ເບື້ອງໜ້າສັນໃດ ເບື້ອງຫລັງກໍສັນນັ້ນ ເບື້ອງຫລັງສັນໃດ ເບື້ອງໜ້າກໍສັນນັ້ນ ເບື້ອງລຸ່ມສັນໃດ ເບື້ອງເທິງກໍສັນນັ້ນ ເບື້ອງເທິງສັນໃດ ເບື້ອງລຸ່ມກໍສັນນັ້ນ ກາງເວັນສັນໃດ ກາງຄືນກໍສັນນັ້ນ ກາງຄືນສັນໃດ ກາງເວັນກໍສັນນັ້ນ ເຂົາມີຈິຕເປີດເຜີຍ ບໍ່ມີອັນໃດຫໍ່ຫຸ້ມ ອົບຮົມຈິຕໃຫ້ສວ່າງຢູ່ ດ້ວຍປະກາຣຢ່າງນີ້.


ພິກຂຸຍ່ອມຈະເຣີນອິທທິບາທອັນປະກອບດ້ວຍຈິຕຕະສະມາທິແລະປະທານະສັງຂາຣດັ່ງນີ້ວ່າ ຈິຕຂອງເຮົາຈັກບໍ່ຍໍ້ຢ່ອນເກີນໄປ ບໍ່ຕ້ອງປະຄອງເກີນໄປ ບໍ່ຫົດຫູ່ໃນພາຍໃນ ບໍ່ຟຸ້ງຊ່ານໃນພາຍນອກ ແລະເຂົາມີຄວາມສຳຄັນໃນເບື້ອງຫລັງແລະເບື້ອງໜ້າຢູ່ວ່າ ເບື້ອງໜ້າສັນໃດ ເບື້ອງຫລັງກໍສັນນັ້ນ ເບື້ອງຫລັງສັນໃດ ເບື້ອງໜ້າກໍສັນນັ້ນ ເບື້ອງລຸ່ມສັນໃດ ເບື້ອງເທິງກໍສັນນັ້ນ ເບື້ອງເທິງສັນໃດ ເບື້ອງລຸ່ມກໍສັນນັ້ນ ກາງເວັນສັນໃດ ກາງຄືນກໍສັນນັ້ນ ກາງຄືນສັນໃດ ກາງເວັນກໍສັນນັ້ນ ເຂົາມີຈິຕເປີດເຜີຍ ບໍ່ມີອັນໃດຫໍ່ຫຸ້ມ ອົບຮົມຈິຕໃຫ້ສວ່າງຢູ່ ດ້ວຍປະກາຣຢ່າງນີ້.


ພິກຂຸຍ່ອມຈະເຣີນອິທທິບາທອັນປະກອບດ້ວຍວີມັງສາສະມາທິແລະປະທານະສັງຂາຣດັ່ງນີ້ວ່າ ວີມັງສາຂອງເຮົາຈັກບໍ່ຍໍ້ຢ່ອນເກີນໄປ ບໍ່ຕ້ອງປະຄອງເກີນໄປ ບໍ່ຫົດຫູ່ໃນພາຍໃນ ບໍ່ຟຸ້ງຊ່ານໃນພາຍນອກ ແລະເຂົາມີຄວາມສຳຄັນໃນເບື້ອງຫລັງແລະເບື້ອງໜ້າຢູ່ວ່າ ເບື້ອງໜ້າສັນໃດ ເບື້ອງຫລັງກໍສັນນັ້ນ ເບື້ອງຫລັງສັນໃດ ເບື້ອງໜ້າກໍສັນນັ້ນ ເບື້ອງລຸ່ມສັນໃດ ເບື້ອງເທິງກໍສັນນັ້ນ ເບື້ອງເທິງສັນໃດ ເບື້ອງລຸ່ມກໍສັນນັ້ນ ກາງເວັນສັນໃດ ກາງຄືນກໍສັນນັ້ນ ກາງຄືນສັນໃດ ກາງເວັນກໍສັນນັ້ນ ເຂົາມີຈິຕເປີດເຜີຍ ບໍ່ມີອັນໃດຫໍ່ຫຸ້ມ ອົບຮົມຈິຕໃຫ້ສວ່າງຢູ່ ດ້ວຍປະກາຣຢ່າງນີ້.



ພິກຂຸທັງຫລາຍ! ເມື່ອພິກຂຸຈະເຣີນ ກະທຳໃຫ້ຫລາຍເຊິ່ງອິທທິບາທ ໔ ຢ່າງນີ້ ຍ່ອມສະແດງລິທໄດ້ຫລາຍຢ່າງຄື ຄົນດຽວເປັນຫລາຍຄົນກໍໄດ້;

ຫລາຍຄົນເປັນຄົນດຽວກໍໄດ້;

ຫາຍໂຕໄປນອກຝາ ນອກກຳແພງ ນອກພູເຂົາໄດ້ໂດຍບໍ່ຕິດຂັດເໝືອນໄປໃນທີ່ວ່າງກໍໄດ້;

ກະທຳກາຣຜຸດຂຶ້ນຫລືມຸດລົງໃນແຜ່ນດິນເໝືອນໃນນ້ຳກໍໄດ້;

ເດີນເທິງນ້ຳບໍ່ແຕກເໝືອນເດີນເທິງແຜ່ນດິນກໍໄດ້;

ເຫາະໄປໃນອາກາສທັງໆທີ່ຍັງນັ່ງຄູ້ບັລລັງກ໌ເໝືອນນົກກໍໄດ້; ລູບຄຳດວງຈັນທ໌ ດວງອາທິຕເຊິ່ງມີລິທຫລາຍ ມີອານຸພາບຫລາຍດ້ວຍຝາມືກໍໄດ້;

ໃຊ້ອຳນາຈທາງກາຍໄປຈົນເຖິງພຣົມມະໂລກກໍໄດ້.


ພິກຂຸທັງຫລາຍ! ເມື່ອພິກຂຸຈະເຣີນ ກະທຳໃຫ້ຫລາຍເຊິ່ງອິທທິບາທ ໔ ຢ່າງນີ້ ຍ່ອມໄດ້ຍິນສຽງທັງ ໒ ຄື ສຽງທິພແລະສຽງມະນຸສທັງໃນທີ່ໄກແລະໃນທີ່ໃກ້ ດ້ວຍທິພພະໂສຕະ(ຫູທິບ) ອັນບໍຣິສຸທ ລ່ວງໂສຕະຂອງມະນຸສ.


ພິກຂຸທັງຫລາຍ! ເມື່ອພິກຂຸຈະເຣີນ ກະທຳໃຫ້ຫລາຍເຊິ່ງອິທທິບາທ ໔ ຢ່າງນີ້ ຍ່ອມກຳນົດຮູ້ໃຈຂອງສັຕອື່ນ ແລະບຸຄຄົລອື່ນໄດ້ດ້ວຍໃຈຄື:

ຈິຕມີຣາຄະ ກໍຮູ້ວ່າ ຈິຕມີຣາຄະ;

ຈິຕປາສະຈາກຣາຄະ ກໍຮູ້ວ່າ ຈິຕປາສະຈາກຣາຄະ;

ຈິຕມີໂທສະ ກໍຮູ້ວ່າ ຈິຕມີໂທສະ;

ຈິຕປາສະຈາກໂທສະ ກໍຮູ້ວ່າ ຈິຕປາສະຈາກໂທສະ;

ຈິຕມີໂມຫະ ກໍຮູ້ວ່າ ຈິຕມີໂມຫະ;

ຈິຕປາສະຈາກໂມຫະ ກໍຮູ້ວ່າ ຈິຕປາສະຈາກໂມຫະ;

ຈິຕຫົດຫູ່ ກໍຮູ້ວ່າ ຈິຕຫົດຫູ່;

ຈິຕຟຸ້ງຊ່ານ ກໍຮູ້ວ່າ ຈິຕຟຸ້ງຊ່ານ;

ຈິຕເປັນມະຫັຄຄະຕະ ກໍຮູ້ວ່າ ຈິຕເປັນມະຫັຄຄະຕະ;

ຈິຕບໍ່ເປັນມະຫັຄຄະຕະ ກໍຮູ້ວ່າ ຈິຕບໍ່ເປັນມະຫັຄຄະຕະ;

ຈິຕມີຈິຕອື່ນຍິ່ງກວ່າ ກໍຮູ້ວ່າ ຈິຕມີຈິຕອື່ນຍິ່ງກວ່າ;

ຈິຕບໍ່ມີຈິຕອື່ນຍິ່ງກວ່າ ກໍຮູ້ວ່າ ຈິຕບໍ່ມີຈິຕອື່ນຍິ່ງກວ່າ;

ຈິຕຕັ້ງໝັ້ນ ກໍຮູ້ວ່າ ຈິຕຕັ້ງໝັ້ນ;

ຈິຕບໍ່ຕັ້ງໝັ້ນ ກໍຮູ້ວ່າ ຈິຕບໍ່ຕັ້ງໝັ້ນ;

ຈິຕຫລຸດພົ້ນ ກໍຮູ້ວ່າ ຈິຕຫລຸດພົ້ນ;

ຈິຕບໍ່ຫລຸດພົ້ນ ກໍຮູ້ວ່າ ຈິຕບໍ່ຫລຸດພົ້ນ.


ພິກຂຸທັງຫລາຍ! ເມື່ອພິກຂຸຈະເຣີນ ກະທຳໃຫ້ຫລາຍເຊິ່ງອິທທິບາທ ໔ ຢ່າງນີ້ ຍ່ອມຣະນຶກຊາຕກ່ອນໄດ້ເປັນອັນມາກຄື ຣະນຶກໄດ້ຊາຕໜຶ່ງແດ່ ສອງຊາຕແດ່ ສາມຊາຕແດ່ ສີ່ຊາຕແດ່ ຫ້າຊາຕແດ່ ສິບຊາຕແດ່ ຊາວຊາຕແດ່ ສາມສິບຊາຕແດ່ ສີ່ສິບຊາຕແດ່ ຫ້າສິບຊາຕແດ່ ຮ້ອຍຊາຕແດ່ ພັນຊາຕແດ່ ແສນຊາຕແດ່ ຫລາຍສັງວັຕຕະກັປ ຫລາຍວິວັຕຕະກັປແດ່ ຫລາຍສັງວັຕຕະວິວັຕຕະກັປແດ່ ວ່າໃນພົພນັ້ນ ເຮົາມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສເວີຍສຸຂສເວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ. ເຮົານັ້ນຄັນຈຸຕິຈາກພົພນັ້ນແລ້ວ ໄດ້ໄປບັງເກີດໃນພົພນັ້ນ ແມ່ນແຕ່ໃນພົພນັ້ນ ເຮົາກໍມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສເວີຍສຸຂສເວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ ເຮົານັ້ນຄັນຈຸຕິຈາກພົພນັ້ນແລ້ວ ໄດ້ມາບັງເກີດໃນພົພນີ້ ຍ່ອມຣະນຶກເຖິງຊາຕກ່ອນໄດ້ເປັນອັນມາກ ພ້ອມທັງອາກາຣ ພ້ອມທັງອຸເທສ ດ້ວຍປະກາຣຢ່າງນີ້.


ພິກຂຸທັງຫລາຍ! ເມື່ອພິກຂຸຈະເຣີນ ກະທຳໃຫ້ຫລາຍເຊິ່ງອິທທິບາທ ໔ ຢ່າງນີ້ ຍ່ອມມອງເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕຜູ້ເປັນໄປຕາມກັມວ່າ ສັຕເຫລົ່ານີ້ປະກອບດ້ວຍກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນມິຈສາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈມິຈສາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ສ່ວນສັຕເຫລົ່ານີ້ປະກອບດ້ວຍກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈສັມມາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງສຸຄະຕິໂລກ ສວັນ ດັ່ງນີ້. ເຂົາຍ່ອມເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕທີ່ເປັນໄປຕາມກັມ ດ້ວຍປະກາຣຢ່າງນີ້.


ພິກຂຸທັງຫລາຍ! ເມື່ອພິກຂຸຈະເຣີນ ກະທຳໃຫ້ຫລາຍເຊິ່ງອິທທິບາທ ໔ ຢ່າງນີ້ ຍ່ອມກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸຕ ປັນຍາວິມຸຕ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປດ້ວຍປັນຍາອັນຍິ່ງເອງໃນປັຈຈຸບັນເຂົ້າເຖິງຢູ່.


ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໒໙໒/໑໒໐໕-໑໒໐໗


175 views4 comments

4 comentarios

Obtuvo 0 de 5 estrellas.
Aún no hay calificaciones

Agrega una calificación
Invitado
19 dic 2024
Obtuvo 5 de 5 estrellas.

🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະຕຖາຄົຕ ຂ້ານ້ອຍ

Me gusta

Invitado
02 sept 2024
Obtuvo 5 de 5 estrellas.

🙏🙏🙏

Me gusta

Invitado
03 oct 2023
Obtuvo 5 de 5 estrellas.

ສາທຸຂ້ານ້ອຍ ຂໍນ້ອມກຣາບໃນຄໍາສອນຂອງພຣະສາສດາ

Me gusta

Thonglouane Keorajavongsay
Thonglouane Keorajavongsay
03 sept 2023
Obtuvo 5 de 5 estrellas.

🙏🙏🙏ໃນພຣະທັມຄຳສອນຂອງພຣະຕະຖາຄົຕຂ້ານ້ອຍ

Me gusta
bottom of page