top of page

ອິນທຣີຍ໌ ໕ ປະກາຣ ສູຕທີ ໒

  • Writer: buddhavacanaword
    buddhavacanaword
  • Dec 15, 2023
  • 1 min read

Updated: Dec 16, 2023

The Buddha's words

ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໒໑/໘໖໔


Photo by form PxHere


ພິກຂຸທັງຫລາຍ ອິນທຣີຍ໌ ໕ ປະກາຣນີ້; ໕ ປະກາຣເປັນຢ່າງໃດ? ຄື ສັທທິນທຣີຍ໌ ວິຣິຍິນທຣີຍ໌ ສະຕິນທຣີຍ໌ ສະມາທິນທຣີຍ໌ ປັນຍິນທຣີຍ໌.


ພິກຂຸທັງຫລາຍ ກໍສັທທິນທຣີຍ໌ເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີສັທທາ ເຊື່ອໃນພຣະປັນຍາເຄື່ອງຕຣັສຮູ້ຂອງຕະຖາຄົຕວ່າ ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌ ຕຣັສຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ສະເດັຈໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກທັມ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັທທິນທຣີຍ໌.


ພິກຂຸທັງຫລາຍ ກໍວິຣິຍິນທຣີຍ໌ເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ເປັນຜູ້ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ. ອະຣິຍະສາວົກນັ້ນ ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມບໍ່ເກີດຂຶ້ນແຫ່ງອະກຸສົລທັມອັນເປັນບາບທັງຫລາຍທີ່ຍັງບໍ່ເກີດຂຶ້ນ, ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອລະອະກຸສົລທັມອັນເປັນບາບທັງຫລາຍທີ່ເກີດຂຶ້ນແລ້ວ, ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມເກີດຂຶ້ນແຫ່ງກຸສົລທັມທັງຫລາຍທີ່ຍັງບໍ່ເກີດຂຶ້ນ, ຍ່ອມຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມຕັ້ງຢູ່ ເພື່ອຄວາມບໍ່ເລືອນຫາຍ ເພື່ອຄວາມມີຍິ່ງໆຂຶ້ນໄປ ເພື່ອຄວາມໄພບູລ ເພື່ອຄວາມຈະເຣີນ ເພື່ອຄວາມບໍຣິບູນແຫ່ງກຸສົລທັມທັງຫລາຍທີ່ເກີດຂຶ້ນແລ້ວ. ພິກຂຸທັງຫລາຍ ນີ້ຮຽກວ່າ ວິຣິຍິນທຣີຍ໌.


ພິກຂຸທັງຫລາຍ ກໍສະຕິນທຣີຍ໌ເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີສະຕິ ປະກອບດ້ວຍສະຕິເປັນເຄື່ອງຮັກສາຕົນຢ່າງຍິ່ງ ຣະນຶກເຖິງສິ່ງທີ່ເຄີຍທຳ ຄຳທີ່ເຄີຍເວົ້າແມ່ນແຕ່ນານໄດ້. ອະຣິຍະສາວົກນັ້ນ ພິຈາຣະນາເຫັນກາຍໃນກາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້, ພິຈາຣະນາເຫັນເວທະນາໃນເວທະນາທັງຫລາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສ ໃນໂລກອອກເສຍໄດ້, ພິຈາຣະນາເຫັນຈິຕໃນຈິຕຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້, ພິຈາຣະນາເຫັນທັມໃນທັມທັງຫລາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້. ພິກຂຸທັງຫລາຍ ນີ້ຮຽກວ່າ ສະຕິນທຣີຍ໌.


ພິກຂຸທັງຫລາຍ ກໍສະມາທິນທຣີຍ໌ເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ກະທຳໂວສສັຄຄະໃຫ້ເປັນອາຣົມນ໌ ແລ້ວໄດ້ສະມາທິ ໄດ້ເອກັຄຄະຕາຈິຕ. ອະຣິຍະສາວົກນັ້ນ ສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່; ເພາະວິຕົກວິຈາຣສງົບຣະງັບໄປ ຍ່ອມບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິຢູ່; ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສເວີຍສຸຂດ້ວຍກາຍ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸຂ; ເພາະລະສຸຂແລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ຍ່ອມບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່. ພິກຂຸທັງຫລາຍ ນີ້ຮຽກວ່າ ສະມາທິນທຣີຍ໌.


ພິກຂຸທັງຫລາຍ ກໍປັນຍິນທຣີຍ໌ເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງເຈາະແທງກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ. ອະຣິຍະສາວົກນັ້ນ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ ນີ້ທຸກຂ໌, ນີ້ທຸກຂະສະມຸທັຍ, ນີ້ທຸກຂະນິໂຣທ, ນີ້ທຸກຂະນິໂຣທະຄາມິນີປະຕິປະທາ. ພິກຂຸທັງຫລາຍ ນີ້ຮຽກວ່າ ປັນຍິນທຣີຍ໌.


ພິກຂຸທັງຫລາຍ ອິນທຣີຍ໌ ໕ ປະກາຣເປັນຢ່າງນີ້ແລ.



 
 
 

5 Kommentare

Mit 0 von 5 Sternen bewertet.
Noch keine Ratings

Rating hinzufügen
Gast
15. Jan.
Mit 5 von 5 Sternen bewertet.

🙏🙏🙏

Gefällt mir

Gast
02. Sept. 2024
Mit 5 von 5 Sternen bewertet.

🙏🙏🙏

Gefällt mir

Gast
15. Dez. 2023
Mit 5 von 5 Sternen bewertet.

Paid Homage to the Blessed One, the Arahanta the perfectLu Enlightened One. Sadhu sadhu sadhu...

Gefällt mir

Gast
15. Dez. 2023
Mit 4 von 5 Sternen bewertet.

🙏🏻🙏🏻🙏🏻 ສາທຸຂ້ານ້ອຍ

Gefällt mir

Thonglouane Keorajavongsay
Thonglouane Keorajavongsay
15. Dez. 2023
Mit 5 von 5 Sternen bewertet.

🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະຕະຖາຄົຕ ຂ້ານ້ອຍ

Gefällt mir
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page