ອຸໂປສົຖປະກອບດ້ວຍອົງຄ໌ ໙
- 21 hours ago
- 1 min read
The Buddha's words
ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ
໒໓/໓໑໒/໒໒໒

ພິກຂຸທັງຫລາຍ! ອຸໂປສົຖປະກອບດ້ວຍອົງຄ໌ ໙ ປະກາຣ ອັນບຸຄຄົລຮັກສາແລ້ວ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍ.
ພິກຂຸທັງຫລາຍ! ກໍອຸໂປສົຖປະກອບດ້ວຍອົງຄ໌ ໙ ປະກາຣ ອັນບຸຄຄົລຮັກສາແລ້ວຢ່າງໃດ ຈຶ່ງມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍ?
ພິກຂຸທັງຫລາຍ! ອະຣິຍະສາວົກໃນທັມວິນັຍນີ້ ຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະປານາຕິບາຕ ງົດເວັ້ນຈາກປານາຕິບາຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ເຖິງພ້ອມດ້ວຍຄວາມເອັນດູ ອະນຸເຄາະເກື້ອກູນແກ່ສັຕທັງປວງຢູ່ ຕລອດຊີວິຕ; ໃນວັນນີ້ ເຮົາກໍລະປານາຕິບາຕ ງົດເວັ້ນຈາກປານາຕິບາຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ເຖິງພ້ອມດ້ວຍຄວາມເອັນດູ ອະນຸເຄາະເກື້ອກູນແກ່ສັຕທັງປວງຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໑ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ພຣະອະຣະຫັນຕ໌ທັງຫລາຍລະອະທິນນາທານ, ງົດເວັ້ນຈາກອະທິນນາທານ, ຖືເອົາແຕ່ສິ່ງຂອງທີ່ເຂົາໃຫ້ ຫວັງແຕ່ສິ່ງຂອງທີ່ເຂົາໃຫ້ ບໍ່ເປັນຂະໂມຍ ເປັນຜູ້ສະອາດຢູ່ຕລອດຊີວິຕ; ໃນວັນນີ້ ເຮົາກໍລະອະທິນນາທານ, ງົດເວັ້ນຈາກອະທິນນາທານ, ຖືເອົາແຕ່ສິ່ງຂອງທີ່ເຂົາໃຫ້ ຫວັງແຕ່ສິ່ງຂອງທີ່ເຂົາໃຫ້ ບໍ່ເປັນຂະໂມຍ ເປັນຜູ້ສະອາດຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໒ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ພຣະອະຣະຫັນຕ໌ທັງຫລາຍ ລະອະພຣົມມະຈັນຍ໌ ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກ ເວັ້ນຈາກເມຖຸນອັນເປັນທັມຂອງຊາວບ້ານຕລອດຊີວິຕ; ໃນວັນນີ້ ເຮົາກໍລະອະພຣົມມະຈັນຍ໌ ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກ ເວັ້ນຈາກເມຖຸນອັນເປັນທັມຂອງຊາວບ້ານຕລອດຄືນໜຶ່ງກັບວັນໜຶ່ງ ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໓ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ພຣະອະຣະຫັນຕ໌ທັງຫລາຍ ລະມຸສາວາທ ງົດເວັ້ນຈາກມຸສາວາທ ເວົ້າແຕ່ຄຳຈິງ ດຳຣົງຄຳສັຈ ມີຖ້ອຍຄຳທີ່ເຊື່ອຖືໄດ້ ບໍ່ກ່າວໃຫ້ຄາດເຄື່ອນຈາກຄວາມຈິງແກ່ໂລກຕລອດຊີວິຕ; ໃນວັນນີ້ ເຮົາກໍລະມຸສາວາທ ງົດເວັ້ນຈາກມຸສາວາທ ເວົ້າແຕ່ຄຳຈິງ ດຳຣົງຄວາມສັຈ ມີຖ້ອຍຄຳທີ່ເຊື່ອຖືໄດ້ ບໍ່ກ່າວໃຫ້ຄາດເຄື່ອນຈາກຄວາມຈິງແກ່ໂລກຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໔ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ພຣະອະຣະຫັນຕ໌ທັງຫລາຍລະສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທຕລອດຊີວິຕ; ໃນວັນນີ້ ເຮົາກໍລະສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໕ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ພຣະອະຣະຫັນຕ໌ທັງຫລາຍເປັນຜູ້ບໍຣິໂພຄອາຫາຣຄັ້ງດຽວ ງົດກາຣບໍຣິໂພຄໃນຣາຕຣີ, ເວັ້ນຈາກກາຣບໍຣິໂພຄອາຫາຣໃນເວລາວິກາລຢູ່ຕລອດຊີວິຕ; ໃນວັນນີ້ ເຮົາກໍບໍຣິໂພຄອາຫາຣຄັ້ງດຽວ ງົດກາຣບໍຣິໂພຄໃນຣາຕຣີ, ເວັ້ນຈາກກາຣບໍຣິໂພຄອາຫາຣໃນເວລາວິກາລຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໖ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ພຣະອະຣະຫັນຕ໌ທັງຫລາຍງົດເວັ້ນຈາກກາຣຟ້ອນລຳ ຂັບຮ້ອງ ປະໂຄມດົນຕຣີ ເບິ່ງກາຣຫລິ້ນອັນເປັນຂ້າເສິກແກ່ກຸສົລ ແລະກາຣປະດັບຕົກແຕ່ງດ້ວຍດອກໄມ້ຂອງຫອມ ເຄື່ອງລູບທາອັນເປັນຖານແຫ່ງກາຣແຕ່ງໂຕຕລອດຊີວິຕ; ໃນວັນນີ້ ເຮົາກໍງົດເວັ້ນຈາກກາຣຟ້ອນລຳ ຂັບຮ້ອງ ປະໂຄມດົນຕຣີ ເບິ່ງກາຣຫລິ້ນອັນເປັນຂ້າເສິກແກ່ກຸສົລ ແລະກາຣປະດັບຕົກແຕ່ງດ້ວຍດອກໄມ້ຂອງຫອມ ເຄື່ອງລູບທາອັນເປັນຖານແຫ່ງກາຣແຕ່ງໂຕຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໗ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ພຣະອະຣະຫັນຕ໌ທັງຫລາຍລະທີ່ນອນອັນສູງໃຫຍ່ ງົດເວັ້ນຈາກທີ່ນອນອັນສູງໃຫຍ່ ສຳເຣັຈກາຣນອນໃນທີ່ນອນອັນຕ່ຳ ຄືເທິງຕຽງ ຫລືເຄື່ອງປູດ້ວຍຫຍ້າຕລອດຊີວິຕ; ໃນວັນນີ້ ເຮົາກໍລະທີ່ນອນອັນສູງໃຫຍ່ ງົດເວັ້ນຈາກທີ່ນອນອັນສູງໃຫຍ່ ສຳເຣັຈກາຣນອນໃນທີ່ນອນອັນຕ່ຳ ຄືເທິງຕຽງ ຫລືເຄື່ອງປູດ້ວຍຫຍ້າຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໘ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ບຸຄຄົລມີໃຈປະກອບດ້ວຍເມຕຕາ ແຜ່ໄປຕລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕລອດໂລກທັງປວງ ທົ່ວສັຕທຸກເຫລົ່າໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍເມຕຕາ ອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ອຸໂປສົຖຊື່ວ່າ ປະກອບດ້ວຍອົງຄ໌ທີ ໙ ດ້ວຍປະກາຣດັ່ງນີ້ແລ.
ພິກຂຸທັງຫລາຍ! ອຸໂປສົຖປະກອບດ້ວຍອົງຄ໌ ໙ ປະກາຣນີ້ແລ ອັນບຸຄຄົລຮັກສາແລ້ວ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍ.




🌷🙏🙏🙏🌷ໃນທັມ ຂ້ານ້ອຍ