top of page

ເພາະອາສັຍສັມມັຕຕະ ຈຶ່ງມີກາຣບັນລຸຜົລ

Writer's picture: buddhavacanawordbuddhavacanaword

Updated: Dec 2, 2024

The Buddha's words

ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໑໘໒-໑໘໓/໑໐໔



ພິກຂຸທັງຫລາຍ! ເພາະອາສັຍສັມມັຕຕະ ຈຶ່ງມີກາຣບັນລຸຜົລ ບໍ່ມີກາຣພາດຈາກກາຣບັນລຸຜົລ. ເພາະອາສັຍສັມມັຕຕະຢ່າງໃດ ຈຶ່ງມີກາຣບັນລຸຜົລ ບໍ່ມີກາຣພາດຈາກກາຣບັນລຸຜົລ?


ພິກຂຸທັງຫລາຍ!

ບຸຄຄົລຜູ້ມີຄວາມເຫັນຊອບ ຍ່ອມມີຄວາມດຳຣິຊອບ,

ຜູ້ມີຄວາມດຳຣິຊອບ ຍ່ອມມີວາຈາຊອບ,

ຜູ້ມີວາຈາຊອບ ຍ່ອມມີກາຣກະທຳຊອບ,

ຜູ້ມີກາຣກະທຳຊອບ ຍ່ອມມີອາຊີບຊອບ,

ຜູ້ມີອາຊີບຊອບ ຍ່ອມມີຄວາມພຽນຊອບ,

ຜູ້ມີຄວາມພຽນຊອບ ຍ່ອມມີຄວາມຣະນຶກຊອບ,

ຜູ້ມີຄວາມຣະນຶກຊອບ ຍ່ອມມີຄວາມຕັ້ງໃຈຊອບ,

ຜູ້ມີຄວາມຕັ້ງໃຈຊອບ ຍ່ອມມີຄວາມຮູ້ຊອບ,

ຜູ້ມີຄວາມຮູ້ຊອບ ຍ່ອມມີຄວາມຫລຸດພົ້ນຊອບ.


ພິກຂຸທັງຫລາຍ! ເພາະອາສັຍສັມມັຕຕະ ຈຶ່ງມີກາຣບັນລຸຜົລ ບໍ່ມີກາຣພາດຈາກກາຣບັນລຸຜົລດ້ວຍປະກາຣຢ່າງນີ້ແລ.


ພິກຂຸທັງຫລາຍ! ປຸຣິສະບຸຄຄົລຜູ້ມີຄວາມເຫັນຜິດ ມີຄວາມດຳຣິຜິດ ມີວາຈາຜິດ ມີກາຣກະທຳຜິດ ມີອາຊີບຜິດ ມີຄວາມພຽນຜິດ ມີຄວາມຣະນຶກຜິດ ມີຄວາມຕັ້ງໃຈຜິດ ມີຄວາມຮູ້ຜິດ ມີຄວາມຫລຸດພົ້ນຜິດ ສະມາທານກາຍກັມ ວະຈີກັມ ມະໂນກັມ ໃຫ້ບໍຣິບູນຕາມຄວາມເຫັນຢ່າງໃດແລ້ວ ເຈຕະນາ ຄວາມປາຖນາ ຄວາມຕັ້ງໃຈ ແລະສັງຂາຣເຫລົ່າໃດ ທັມເຫລົ່ານັ້ນທັງໝົດ ຍ່ອມເປັນໄປເພື່ອຜົລທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ບໍ່ເປັນໄປເພື່ອຄວາມເກື້ອກູນ ຍ່ອມເປັນໄປເພື່ອຄວາມທຸກຂ໌ ຂໍ້ນັ້ນເພາະເຫຕໃດ? ເພາະເປັນຄວາມເຫັນອັນຊົ່ວຊ້າ.


ພິກຂຸທັງຫລາຍ! ປຽບເໝືອນພືຊກະເດົາ ພືຊບວບຂົມ ຫລືພືຊນ້ຳເຕົ້າຂົມ ອັນບຸຄຄົລເພາະແລ້ວໃນດິນທີ່ຊຸ່ມຊື່ນ ຍ່ອມເຂົ້າໄປຈັບທີ່ຣົສດິນແລະຣົສນ້ຳອັນໃດ ຣົສດິນແລະຣົສນ້ຳທັງໝົດນັ້ນຍ່ອມເປັນໄປເພື່ອຄວາມເປັນຣົສຂົມ ເປັນຣົສເຜັດຮ້ອນ ເປັນຣົສບໍ່ໜ້າຍິນດີ ຂໍ້ນັ້ນເປັນເພາະເຫຕໃດ? ເພາະພືຊເປັນຂອງບໍ່ດີ ສັນໃດ, ພິກຂຸທັງຫລາຍ ປຸຣິສະບຸຄຄົລຜູ້ມີຄວາມເຫັນຜິດ ມີຄວາມດຳຣິຜິດ ມີວາຈາຜິດ ມີກາຣກະທຳຜິດ ມີອາຊີບຜິດ ມີຄວາມພຽນຜິດ ມີຄວາມຣະນຶກຜິດ ມີຄວາມຕັ້ງໃຈຜິດ ມີຄວາມຮູ້ຜິດ ມີຄວາມຫລຸດພົ້ນຜິດ ສະມາທານກາຍກັມ ວະຈີກັມ ມະໂນກັມ ໃຫ້ບໍຣິບູນຕາມຄວາມເຫັນຢ່າງໃດແລ້ວ ເຈຕະນາ ຄວາມປາຖນາ ຄວາມຕັ້ງໃຈ ແລະສັງຂາຣເຫລົ່າໃດ ທັມເຫລົ່ານັ້ນທັງໝົດ ຍ່ອມເປັນໄປເພື່ອຜົລທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ບໍ່ເປັນໄປເພື່ອຄວາມເກື້ອກູນ ຍ່ອມເປັນໄປເພື່ອຄວາມທຸກຂ໌ ຂໍ້ນັ້ນເພາະເຫຕໃດ? ເພາະເປັນຄວາມເຫັນອັນຊົ່ວຊ້າ ສັນນັ້ນເໝືອນກັນ


ພິກຂຸທັງຫລາຍ! ປຸຣິສະບຸຄຄົລຜູ້ມີຄວາມເຫັນຊອບ ມີຄວາມດຳຣິຊອບ ມີວາຈາຊອບ ມີກາຣກະທຳຊອບ ມີອາຊີບຊອບ ມີຄວາມພຽນຊອບ ມີຄວາມຣະນຶກຊອບ ມີຄວາມຕັ້ງໃຈຊອບ ມີຄວາມຮູ້ຊອບ ມີຄວາມຫລຸດພົ້ນຊອບ ສະມາທານກາຍກັມ ວະຈີກັມ ມະໂນກັມ ໃຫ້ບໍຣິບູນຕາມຄວາມເຫັນຢ່າງໃດແລ້ວ ເຈຕະນາ ຄວາມປາຖນາ ຄວາມຕັ້ງໃຈ ແລະສັງຂາຣເຫລົ່າໃດ ທັມເຫລົ່ານັ້ນທັງໝົດ ຍ່ອມເປັນໄປເພື່ອຜົລທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ເປັນໄປເພື່ອຄວາມເກື້ອກູນ ເພື່ອຄວາມສຸຂ ຂໍ້ນັ້ນເປັນເພາະເຫຕໃດ? ເພາະເປັນຄວາມເຫັນທີ່ຈະເຣີນ.


ພິກຂຸທັງຫລາຍ! ປຽບເໝືອນພືຊອ້ອຍ ພືຊເຂົ້າສາລີ ຫລືພືຊອະງຸ່ນ ອັນບຸຄຄົລເພາະແລ້ວໃນດິນທີ່ຊຸ່ມຊື່ນ ຍ່ອມເຂົ້າໄປຈັບທີ່ຣົສດິນແລະຣົສນ້ຳອັນໃດ ຣົສດິນແລະຣົສນ້ຳທັງໝົດນັ້ນຍ່ອມເປັນໄປເພື່ອຄວາມເປັນຣົສທີ່ໜ້າຍິນດີ ເປັນຣົສຫວານ ເປັນຣົສອັນໜ້າຊື່ນໃຈ ຂໍ້ນັ້ນເປັນເພາະເຫຕໃດ? ເພາະພືຊເປັນຂອງດີ ສັນໃດ, ພິກຂຸທັງຫລາຍ ປຸຣິສະບຸຄຄົລຜູ້ມີຄວາມເຫັນຊອບ ມີຄວາມດຳຣິຊອບ ມີວາຈາຊອບ ມີກາຣກະທຳຊອບ ມີອາຊີບຊອບ ມີຄວາມພຽນຊອບ ມີຄວາມຣະນຶກຊອບ ມີຄວາມຕັ້ງໃຈຊອບ ມີຄວາມຮູ້ຊອບ ມີຄວາມຫລຸດພົ້ນຊອບ ສະມາທານກາຍກັມ ວະຈີກັມ ມະໂນກັມ ໃຫ້ບໍຣິບູນຕາມຄວາມເຫັນຢ່າງໃດແລ້ວ ເຈຕະນາ ຄວາມປາຖນາ ຄວາມຕັ້ງໃຈ ແລະສັງຂາຣເຫລົ່າໃດ ທັມເຫລົ່ານັ້ນທັງໝົດ ຍ່ອມເປັນໄປເພື່ອຜົລທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ເປັນໄປເພື່ອຄວາມເກື້ອກູນ ເພື່ອຄວາມສຸຂ ຂໍ້ນັ້ນເປັນເພາະເຫຕໃດ? ເພາະເປັນຄວາມເຫັນທີ່ຈະເຣີນ ສັນນັ້ນເໝືອນກັນ.



139 views3 comments

Related Posts

See All

3 Comments

Rated 0 out of 5 stars.
No ratings yet

Add a rating
Guest
Nov 30, 2023
Rated 5 out of 5 stars.

ສາທຸຂ້ານ້ອຍ

Like

sengphetkeomounla
Sep 19, 2023
Rated 4 out of 5 stars.

Good Sutta 🙏🙏🙏

Like

Thonglouane Keorajavongsay
Thonglouane Keorajavongsay
Sep 17, 2023

🌷🙏🙏🙏🌷 ໃນພຣະທັມຄຳສອນຂອງພຣະ ຕະຖາຄົຕ ຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page