top of page

ເຣື່ອງພິກຂຸຖືກງູກັດຈົນມໍຣະນະພາບ ເນື່ອງຈາກບໍ່ໄດ້ຈະເຣີນເມຕຕາ

Writer's picture: buddhavacanawordbuddhavacanaword

Updated: Sep 22, 2024

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອຣສາວັຕຖີ ໃນສມັຍນັ້ນ ພິກຂຸອົງຄ໌ໜຶ່ງໃນພຣະນະຄອຣສາວັຕຖີຖືກງູກັດຈົນມໍຣະນະພາບ ຄັ້ງນັ້ນ ພິກຂຸຈຳນວນຫລາຍເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພິກຂຸອົງຄ໌ໜຶ່ງໃນພຣະນະຄອຣສາວັຕຖີຖືກງູກັດ ທຳກາລະແລ້ວ.


ພຣະຜູ້ມີພຣະພາຄຕຣັສວ່າ:


ພິກຂຸທັງຫລາຍ! ພິກຂຸອົງຄ໌ນັ້ນບໍ່ໄດ້ແຜ່ເມຕຕາຈິຕໄປສູ່ຕະກຸນພະຍາງູທັງ ໔ ຢ່າງແນ່ນອນ ເພາະຖ້າພິກຂຸນັ້ນແຜ່ເມຕຕາຈິຕໄປສູ່ຕະກຸນພະຍາງູທັງ ໔ ພິກຂຸນັ້ນຈະບໍ່ຖືກງູກັດຈົນມໍຣະນະພາບ ຕະກຸນພະຍາງູທັງ ໔ ເປັນຢ່າງໃດ? ຄື:



ພິກຂຸອົງຄ໌ນັ້ນບໍ່ໄດ້ແຜ່ເມຕຕາຈິຕໄປສູ່ຕະກຸນພະຍາງູທັງ ໔ ແນ່ນອນ ຖ້າພິກຂຸນັ້ນແຜ່ເມຕຕາຈິຕໄປສູ່ຕະກຸນພະຍາງູທັງ ໔ ພິກຂຸນັ້ນຈະບໍ່ຖືກງູກັດຈົນມໍຣະນະພາບ.



ພິກຂຸທັງຫລາຍ! ເຮົາອະນຸຍາດໃຫ້ແຜ່ເມຕຕາຈິຕໄປສູ່ຕະກຸນພະຍາງູທັງ ໔ ນີ້ ເພື່ອຄຸ້ມຄອງຕົນ ເພື່ອຮັກສາຕົນ ເພື່ອປ້ອງກັນຕົນ ແລະຈົ່ງກະທຳກາຣແຜ່ຢ່າງນີ້ວ່າ:


ເຮົາກັບຕະກຸນພະຍາງູວິຣູປັກຂະ ຈົ່ງມີເມຕຕາຕໍ່ກັນ.

ເຮົາກັບຕະກຸນພະຍາງູເອຣາປະຖະ ຈົ່ງມີເມຕຕາຕໍ່ກັນ.

ເຮົາກັບຕະກຸນພະຍາງູສັພພະຍາປຸຕຕະຈົ່ງມີເມຕຕາຕໍ່ກັນ.

ເຮົາກັບຕະກຸນພະຍາງູກັນຫາໂຄຕະມະກະ ຈົ່ງມີເມຕຕາຕໍ່ກັນ.

ເຮົາກັບຝູງສັຕທີ່ບໍ່ມີຕີນ ຈົ່ງມີເມຕຕາຕໍ່ກັນ.

ເຮົາກັບຝູງສັຕ ໒ ຕີນ ຈົ່ງມີເມຕຕາຕໍ່ກັນ.

ເຮົາກັບຝູງສັຕ ໔ ຕີນ ຈົ່ງມີເມຕຕາຕໍ່ກັນ.

ເຮົາກັບຝູງສັຕທີ່ມີຫລາຍຕີນ ຈົ່ງມີເມຕຕາຕໍ່ກັນ.


ສັຕບໍ່ມີຕີນຢ່າໄດ້ບຽດບຽນເຮົາ ສັຕສອງຕີນຢ່າໄດ້ບຽດບຽນເຮົາ ສັຕສີ່ຕີນຢ່າໄດ້ບຽດບຽນເຮົາ ສັຕມີຫລາຍຕີນຢ່າໄດ້ບຽດບຽນເຮົາ ແລະສັຕທີ່ເກີດແລ້ວທີ່ຍັງມີຊີວິຕທັງມວນ ທຸກໝູ່ເຫລົ່າຈົ່ງປະສົບຄວາມຈະເຣີນ ຢ່າໄດ້ພົບເຫັນສິ່ງຊົ່ວຮ້າຍແມ່ນແຕ່ນ້ອຍເລີຍ.

ພຣະພຸທທະເຈົ້າຊົງມີພຣະຄຸນຫາປະມານບໍ່ໄດ້ ພຣະທັມມີພຣະຄຸນຫາປະມານບໍ່ໄດ້ ພຣະສົງຄ໌ມີພຣະຄຸນຫາປະມານບໍ່ໄດ້ ແຕ່ສັຕເລືອຄານທັງຫລາຍຄື ງູ ແມງງອດ ຂີ້ເຂັບ ແມງມຸມ ກັບແກ້ ໜູ ມີຄຸນພໍປະມານ ຄວາມຮັກສາອັນເຮົາກະທຳແລ້ວ ຄວາມປ້ອງກັນອັນເຮົາກະທຳແລ້ວ ຂໍໝູ່ສັຕທັງຫລາຍຈົ່ງຖອຍກັບໄປເຖີດ ເຮົານັ້ນຂໍນອບນ້ອມແດ່ພຣະຜູ້ມີພຣະພາຄ ຂໍນອບນ້ອມແດ່ພຣະສັມມາສັມພຸທທະເຈົ້າທັງ ໗ ພຣະອົງຄ໌.


ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ອະຫິສູຕ ເຫລັ້ມທີ ໒໑/໗໑/໖໗


240 views2 comments

Related Posts

See All

2 comentários

Avaliado com 0 de 5 estrelas.
Ainda sem avaliações

Adicione uma avaliação
Convidado:
31 de jan. de 2024
Avaliado com 5 de 5 estrelas.

Sadhu Khanoi 🙏🙏🙏

Curtir

Thonglouane Keorajavongsay
Thonglouane Keorajavongsay
27 de set. de 2023
Avaliado com 5 de 5 estrelas.

🙏🙏🙏ໃນພຣະທັມຄຳສອນຂອງພຣະຕະຖາຄົດ ຂ້ານ້ອຍ

Curtir
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page