top of page

ເຫຕທີ່ເຮັດໃຫ້ໃຄ່ຄວນໄດ້ໄວໃນກຸສົລທັມທັງຫລາຍ

Writer's picture: buddhavacanawordbuddhavacanaword

ຄັ້ງນັ້ນແລ ທ່ານພຣະອານົນທ໌ໄດ້ເຂົ້າໄປຫາທ່ານພຣະສາຣີບຸຕເຖິງທີ່ຢູ່ ໄດ້ປຣາສັຍກັບທ່ານພຣະສາຣີບຸຕ ຄັນຜ່ານກາຣປຣາສັຍພໍໃຫ້ຣະນຶກເຖິງກັນໄປແລ້ວ ຈຶ່ງນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ໄດ້ຖາມທ່ານພຣະສາຣີບຸຕວ່າ:


ອາວຸໂສ ສາຣີບຸຕ! ດ້ວຍເຫຕພຽງເທົ່າໃດໜໍ ພິກຂຸຈຶ່ງຈະເປັນຜູ້ໃຄ່ຄວນໄດ້ໄວໃນກຸສົລທັມທັງຫລາຍ ຮຽນໄດ້ດີ ຮຽນໄດ້ຫລາຍ ແລະສິ່ງທີ່ເຂົາຮຽນແລ້ວຍ່ອມບໍ່ຫລົງລືມ?


ທ່ານພຣະສາຣີບຸຕໄດ້ຕອບວ່າ ທ່ານອານົນທ໌ແລ ເປັນພະຫູສູຕ ຂໍເນື້ອຄວາມນັ້ນຈົ່ງແຈ່ມແຈ້ງກັບທ່ານພຣະອານົນທ໌ເຖີດ.



ອາວຸໂສ ສາຣີບຸຕ! ຖ້າເຊັ່ນນັ້ນ ທ່ານຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈັກກ່າວ.


ທ່ານພຣະສາຣີບຸຕຮັບຄຳຂອງທ່ານພຣະອານົນທ໌ວ່າ ຢ່າງນັ້ນ ອາວຸໂສ.


ທ່ານພຣະອານົນທ໌ໄດ້ກ່າວວ່າ:


ອາວຸໂສ ສາຣີບຸຕ! ພິກຂຸໃນທັມວິນັຍນີ້ ຍ່ອມເປັນຜູ້ສລາດໃນອັຕຖະ ສລາດໃນທັມ ສລາດໃນພະຍັນຊະນະ ສລາດໃນນິຣຸຕຕິ ສລາດໃນເບື້ອງຕົ້ນແລະເບື້ອງປາຍ. ອາວຸໂສສາຣີບຸຕ ດ້ວຍເຫຕພຽງເທົ່ານີ້ແລ ພິກຂຸຈຶ່ງຈະເປັນຜູ້ໃຄ່ຄວນໄດ້ໄວໃນກຸສົລທັມທັງຫລາຍ ຮຽນໄດ້ດີ ຮຽນໄດ້ຫລາຍ ແລະສິ່ງທີ່ເຂົາຮຽນແລ້ວຍ່ອມບໍ່ຫລົງລືມ.


ອາວຸໂສ! ໜ້າອັຈສະຈັນຍ໌ ບໍ່ເຄີຍມີມາແລ້ວ ຕາມທີ່ທ່ານອານົນທ໌ໄດ້ກ່າວໄວ້ດີແລ້ວນີ້ ແລະພວກເຮົາຈັກຊົງຈຳທ່ານອານົນທ໌ຜູ້ປະກອບດ້ວຍທັມ ໕ ປະກາຣນີ້ວ່າ ທ່ານອານົນທ໌ເປັນຜູ້ສລາດໃນອັຕຖະ ສລາດໃນທັມ ສລາດໃນພະຍັນຊະນະ ສລາດໃນນິຣຸຕຕິ ແລະສລາດໃນເບື້ອງຕົ້ນແລະເບື້ອງປາຍ.



178 views2 comments

Related Posts

See All

2 commenti

Valutazione 0 stelle su 5.
Non ci sono ancora valutazioni

Aggiungi una valutazione
Ospite
22 mar 2024
Valutazione 5 stelle su 5.

🙏🙏🙏ສາທຸຂ້ານ້ອຍ

Mi piace

thonglouane
08 set 2023
Valutazione 5 stelle su 5.

💐🙏🙏🙏ທີ່ປະກາສພຣະທັມຄຳສອນຂອງພຣະຕະຖາຄົຕ ຂ້ານ້ອຍ💐

Mi piace
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page