top of page

ໂທສຂອງທຸຈະຣິຕ ອານິສົງສ໌ຂອງສຸຈະຣິຕ

Writer: buddhavacanawordbuddhavacanaword

Updated: Nov 11, 2024

The Buddha's Words

ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໕໔/໒໖໔


Photo by Nilantha Sanjeewa on Unsplash


ຄັ້ງນັ້ນແລ ທ່ານພຣະອານົນທ໌ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວພຣະຜູ້ມີພຣະພາຄໄດ້ຕຣັສກັບທ່ານພຣະອານົນທ໌ວ່າ:


ອານົນທ໌! ເຮົາກ່າວກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕວ່າ ເປັນກິຈທີ່ບໍ່ຄວນກະທຳໂດຍສ່ວນດຽວ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ເມື່ອບຸຄຄົລກະທຳກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ທີ່ພຣະຜູ້ມີພຣະພາຄຕຣັສວ່າ ເປັນກິຈທີ່ບໍ່ຄວນກະທຳໂດຍສ່ວນດຽວ ໂທສອັນໃດໜໍທີ່ຜູ້ນັ້ນຍ່ອມຫວັງໄດ້?


ອານົນທ໌! ເມື່ອບຸຄຄົລກະທຳກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ທີ່ເຮົາກ່າວວ່າ ເປັນກິຈທີ່ບໍ່ຄວນກະທຳໂດຍສ່ວນດຽວ ໂທສຢ່າງນີ້ທີ່ຜູ້ນັ້ນຍ່ອມຫວັງໄດ້ຄື:

ແມ່ນແຕ່ຕົນເອງກໍຕິຕຽນຕົນເອງໄດ້,

ຜູ້ຮູ້ໃຄ່ຄວນແລ້ວຍ່ອມຕິຕຽນ,

ກິຕຕິສັທອັນຕ່ຳຊາມຍ່ອມແຜ່ຂະຈອນໄປ,

ເປັນຜູ້ຫລົງທຳກາລະ,

ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.


ອານົນທ໌! ເມື່ອບຸຄຄົລກະທຳກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ທີ່ເຮົາກ່າວວ່າ ເປັນກິຈທີ່ບໍ່ຄວນກະທຳໂດຍສ່ວນດຽວ ໂທສຢ່າງນີ້ແລ ທີ່ຜູ້ນັ້ນຍ່ອມຫວັງໄດ້.


ອານົນທ໌! ເຮົາກ່າວກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕວ່າ ເປັນກິຈທີ່ຄວນກະທຳໂດຍສ່ວນດຽວ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ເມື່ອບຸຄຄົລກະທຳກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ທີ່ພຣະຜູ້ມີພຣະພາຄຕຣັສວ່າ ເປັນກິຈທີ່ຄວນກະທຳໂດຍສ່ວນດຽວ ອານິສົງສ໌ອັນໃດໜໍທີ່ຜູ້ນັ້ນຍ່ອມຫວັງໄດ້?


ອານົນທ໌! ເມື່ອບຸຄຄົລກະທຳກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ທີ່ເຮົາກ່າວວ່າ ເປັນກິຈທີ່ຄວນກະທຳໂດຍສ່ວນດຽວ ອານິສົງສ໌ຢ່າງນີ້ທີ່ຜູ້ນັ້ນຍ່ອມຫວັງໄດ້ຄື:


ແມ່ນແຕ່ຕົນເອງກໍຕິຕຽນຕົນເອງບໍ່ໄດ້,

ຜູ້ຮູ້ໃຄ່ຄວນແລ້ວຍ່ອມສັນລະເສີນ,

ກິຕຕິສັທອັນງາມຍ່ອມແຜ່ຂະຈອນໄປ,

ເປັນຜູ້ບໍ່ຫລົງທຳກາລະ,

ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ.


ອານົນທ໌! ເມື່ອບຸຄຄົລກະທຳກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ທີ່ເຮົາກ່າວວ່າ ເປັນກິຈທີ່ຄວນກະທຳໂດຍສ່ວນດຽວ ອານິສົງສ໌ຢ່າງນີ້ແລ ທີ່ຜູ້ນັ້ນຍ່ອມຫວັງໄດ້.




 
 
 

4 comentarios

Obtuvo 0 de 5 estrellas.
Aún no hay calificaciones

Agrega una calificación
Invitado
08 oct 2023
Obtuvo 5 de 5 estrellas.

🌹🙏🙏🙏🌹ຂ້ານ້ອຍ

Me gusta

sengphetkeomounla
07 oct 2023
Obtuvo 5 de 5 estrellas.

🙏🙏🙏

Me gusta

Thonglouane Keorajavongsay
Thonglouane Keorajavongsay
07 oct 2023
Obtuvo 5 de 5 estrellas.

🪷🙏🙏🙏🪷ໃນພຣະທັມຄຳສອນຂອງພຣະຕະຖາຄົຕ ຂ້ານ້ອຍ

Me gusta

Invitado
07 oct 2023
Obtuvo 5 de 5 estrellas.

🙏🙏🙏ສາທຸຂ້ານ້ອຍ

Me gusta
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page