
The Buddha's words
Jun 7, 2025
ພິກຂຸທັງຫລາຍ! ສັຕເຫລົ່າໃດປະພຶຕກາຍສຸຈະຣິຕ ປະພຶຕວະຈີສຸຈະຣິຕ ປະພຶຕມະໂນສຸຈະຣິຕ ໃນເວລາເຊົ້າ ເວລາເຊົ້າກໍເປັນເວລາເຊົ້າທີ່ດີຂອງສັຕເຫລົ່ານັ້ນ.
ພິກຂຸທັງຫລາຍ! ສັຕເຫລົ່າໃດປະພຶຕກາຍສຸຈະຣິຕ ປະພຶຕວະຈີສຸຈະຣິຕ ປະພຶຕມະໂນສຸຈະຣິຕ ໃນເວລາທ່ຽງ ເວລາທ່ຽງກໍເປັນເວລາທ່ຽງທີ່ດີຂອງສັຕເຫລົ່ານັ້ນ.
ພິກຂຸທັງຫລາຍ! ສັຕເຫລົ່າໃດປະພຶຕກາຍສຸຈະຣິຕ ປະພຶຕວະຈີສຸຈະຣິຕ ປະພຶຕມະໂນສຸຈະຣິຕ ໃນເວລາແລງ ເວລາແລງກໍເປັນເວລາແລງທີ່ດີຂອງສັຕເຫລົ່ານັ້ນ.
ສັຕທັງຫລາຍປະພຶຕຊອບໃນເວລາໃດ ເວລານັ້ນຊື່ວ່າ ເປັນເຣີກດີ ມຸງຄຸລດີ ສະວ່າງດີ ຮຸ່ງດີ ຂະນະດີ ຍາມດີ ແລະບູຊາດີໃນພຣົມມະຈາຣີບຸຄຄົລທັງຫລາຍ.
ກາຍະກັມເປັນສ່ວນເບື້ອງຂວາ ຄວາມປາຖນາຂອງເຂົາເປັນສ່ວນເບື້ອງຂວາ ສັຕທັງຫລາຍກະທຳກັມອັນເປັນສ່ວນເບື້ອງຂວາແລ້ວ ຍ່ອມໄດ້ຜົລປະໂຍຊນ໌ອັນເປັນສ່ວນເບື້ອງຂວາ ທ່ານເຫລົ່ານັ້ນໄດ້ປະໂຍຊນ໌ແລ້ວ ຍ່ອມໄດ້ຮັບຄວາມສຸຂ ຍ່ອມງອກງາມໃນພຸທທະສາສນາ ຍ່ອມບໍ່ມີໂຣຄ ເຖິງຄວາມສຸຂພ້ອມດ້ວຍຍາຕທັງມວນ.
ອັງຄຸຕຕະຣະນິກາຍ ເອກະ-ທຸກ-ຕິກະນິບາຕ ໒໐/໒໘໕-໒໘໖/໕໙໕
