ອ່ານພຣະສູຕ
''ພິກຂຸທັງຫລາຍ ເຮົາສັນລະເສີນກາຣປະຕິບັຕຊອບຂອງບຸຄຄົລ ໒ ຈໍາພວກຄື ຄະຣືຫັສຖ໌ຫລືບັນພະຊິຕ. ພິກຂຸທັງຫລາຍ ຄະຣືຫັສຖ໌ຫລືບັນພະຊິຕປະຕິບັຕຊອບແລ້ວ ຍ່ອມຍັງກຸສົລທັມທີ່ນຳອອກໃຫ້ສຳເຣັຈໄດ້ ເພາະກາຣປະຕິບັຕຊອບເປັນເຫຕ.''

ພຣະສູຕຕ່າງໆ
Jun 8, 2025
ມຸງຄຸລໃນພຸທທະສາສນາ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອຣສາວັຕຖີ ຄັ້ງນັ້ນແລ ເທວະດາອົງຄ໌ໜຶ່ງ ເມື່ອປະຖົມຍາມລ່ວງໄປ ມີຣັສມີອັນງົດງາມຢ່າງຍິ່ງ ກະທຳພຣະວິຫາຣເຊຕະວັນທັງສິ້ນໃຫ້ສວ່າງສະໄຫວ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມແລ້ວຢືນຢູ່ໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄດ້ວຍຄາຖາວ່າ:
Jun 8, 2025
ຄວາມບໍຣິສຸທຍ່ອມບໍ່ມີເພາະນ້ຳ ແຕ່ສັຈຈະແລະທັມຕ່າງຫາກທີ່ກະທຳໃຫ້ບໍຣິສຸທໄດ້
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ຄະຍາສີສະປະເທສ ໃກ້ໝູ່ບ້ານຄະຍາ ກໍໃນສມັຍນັ້ນ ພວກຊະດິນຈຳນວນຫລາຍພາກັນຜຸດຂຶ້ນ ມຸດລົງ ຜຸດຂຶ້ນແລະມຸດລົງໃນນ້ຳ ຣົດນ້ຳແດ່ ບູຊາໄຟແດ່ ໃນແມ່ນ້ຳຄະຍາ ໃນທ່າມກາງຫິມະຕົກກະໜ່ຳຕລອດ ໗ ວັນ ໃນຣາຕຣີແຫ່ງຄວາມເໜັບໜາວ ດ້ວຍຄິດວ່າ ຄວາມບໍຣິສຸທຍ່ອມມີໄດ້ດ້ວຍວິທີນີ້.




