top of page

ຄວາມບໍຣິສຸທຍ່ອມບໍ່ມີເພາະນ້ຳ ແຕ່ສັຈຈະແລະທັມຕ່າງຫາກທີ່ກະທຳໃຫ້ບໍຣິສຸທໄດ້

The Buddha's words

Jun 8, 2025

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ຄະຍາສີສະປະເທສ ໃກ້ໝູ່ບ້ານຄະຍາ ກໍໃນສມັຍນັ້ນ ພວກຊະດິນຈຳນວນຫລາຍພາກັນຜຸດຂຶ້ນ ມຸດລົງ ຜຸດຂຶ້ນແລະມຸດລົງໃນນ້ຳ ຣົດນ້ຳແດ່ ບູຊາໄຟແດ່ ໃນແມ່ນ້ຳຄະຍາ ໃນທ່າມກາງຫິມະຕົກກະໜ່ຳຕລອດ ໗ ວັນ ໃນຣາຕຣີແຫ່ງຄວາມເໜັບໜາວ ດ້ວຍຄິດວ່າ ຄວາມບໍຣິສຸທຍ່ອມມີໄດ້ດ້ວຍວິທີນີ້.

ພຣະຜູ້ມີພຣະພາຄໄດ້ທອດພຣະເນຕເຫັນພວກຊະດິນເຫລົ່ານັ້ນ ຜຸດຂຶ້ນ ມຸດລົງ ຜຸດຂຶ້ນແລະມຸດລົງໃນນ້ຳ ຣົດນ້ຳແດ່ ບູຊາໄຟແດ່ ໃນແມ່ນ້ຳຄະຍາ ໃນທ່າມກາງຫິມະຕົກກະໜ່ຳຕລອດ ໗ ວັນ ໃນຣາຕຣີແຫ່ງຄວາມເໜັບໜາວ ດ້ວຍຄິດວ່າ ຄວາມບໍຣິສຸທຍ່ອມມີໄດ້ດ້ວຍວິທີນີ້.


ລຳດັບນັ້ນ ພຣະຜູ້ມີພຣະພາຄຊາບເນື້ອຄວາມນີ້ແລ້ວ ຊົງເປັ່ງອຸທານໃນເວລານັ້ນວ່າ:


“ຄວາມບໍຣິສຸທຍ່ອມບໍ່ມີເພາະນ້ຳ ແຕ່ຊົນຈຳນວນຫລາຍກໍຍັງອາບຢູ່ໃນນ້ຳນີ້ ສັຈຈະແລະທັມມີຢູ່ໃນຜູ້ໃດ ຜູ້ນັ້ນເປັນຜູ້ບໍຣິສຸທສະອາດແລະເປັນພຣາມນ໌.”


ຂຸທທະກະນິກາຍ ຂຸທທະກະປາຖະ ໒໕/໕໗/໔໖


  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page