top of page
jennifer-myzia-GCHtM_F7rhA-unsplash.jpg

ໂພທິປັກຂິຍະທັມ ໗

"ພິກຂຸທັງຫລາຍ! ທັມເຫລົ່າໃດທີ່ເຮົາສະແດງແລ້ວດ້ວຍປັນຍາອັນຍິ່ງ ທັມເຫລົ່ານັ້ນ ພວກເຈົ້າທັງຫລາຍຮຽນແລ້ວ ຄວນຊ້ອງເສພ ຄວນຈະເຣີນ ຄວນກະທຳໃຫ້ຫລາຍດ້ວຍດີ ໂດຍປະກາຣທີ່ພຣົມມະຈັນຍ໌ນີ້ຈະຢືນຍົງ ດຳຣົງຢູ່ໄດ້ນານ ເພື່ອປະໂຍຊນ໌ແກ່ພະຫຸຊົນ ເພື່ອຄວາມສຸຂແກ່ພະຫຸຊົນ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂແກ່ເທວະດາແລະມະນຸສທັງຫລາຍ.

 

ພິກຂຸທັງຫລາຍ! ກໍທັມທີ່ເຮົາສະແດງແລ້ວດ້ວຍປັນຍາອັນຍິ່ງ ທັມເຫລົ່ານັ້ນ ພວກເຈົ້າທັງຫລາຍຮຽນແລ້ວ ຄວນຊ້ອງເສພ ຄວນຈະເຣີນ ຄວນກະທຳໃຫ້ຫລາຍດ້ວຍດີ ໂດຍປະກາຣທີ່ພຣົມມະຈັນຍ໌ນີ້ຈະຢືນຍົງ ດຳຣົງຢູ່ໄດ້ນານ ເພື່ອປະໂຍຊນ໌ແກ່ພະຫຸຊົນ ເພື່ອຄວາມສຸຂແກ່ພະຫຸຊົນ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂແກ່ເທວະດາແລະມະນຸສທັງຫລາຍເປັນຢ່າງໃດ? ຄື ສະຕິປັຕຖານ ໔, ສັມມັປປະທານ ໔, ອິທທິບາທ ໔, ອິນຊີ ໕, ພະລະ ໕, ໂພຊຊົງຄ໌ ໗, ອະຣິຍະມັຄປະກອບດ້ວຍອົງຄ໌ ໘.

 

ພິກຂຸທັງຫລາຍ! ທັມເຫລົ່ານີ້ແລ ທີ່ເຮົາສະແດງແລ້ວດ້ວຍປັນຍາອັນຍິ່ງ ທັມເຫລົ່ານັ້ນ ພວກເຈົ້າທັງຫລາຍຮຽນແລ້ວ ຄວນຊ້ອງເສພ ຄວນຈະເຣີນ ຄວນກະທຳໃຫ້ຫລາຍດ້ວຍດີ ໂດຍປະກາຣທີ່ພຣົມມະຈັນຍ໌ນີ້ຈະຢືນຍົງ ດຳຣົງຢູ່ໄດ້ນານ ເພື່ອປະໂຍຊນ໌ແກ່ພະຫຸຊົນ ເພື່ອຄວາມສຸຂແກ່ພະຫຸຊົນ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂແກ່ເທວະດາແລະມະນຸສທັງຫລາຍ."

 

 

ທີຄະນິກາຍ ມະຫາວັຄ ໑໐/໙໙/໑໐໗

sayan-majhi-eofzfyQBdfA-unsplash.jpg

ສະຕິປັຕຖານ ໔

ພິກຂຸທັງຫລາຍ! ຫົນທາງນີ້ເປັນທີ່ໄປອັນເອກ ເພື່ອຄວາມບໍຣິສຸທຂອງສັຕທັງຫລາຍ...(Read more)

haytham-reslan-oSa0Xmyv-tU-unsplash.jpg

ສັມມັປປະທານ ໔

ພິກຂຸຈະເຣີນສັມມັປປະທານ ໔ ກະທຳໃຫ້ຫລາຍເຊິ່ງສັມມັປປະທານ ໔ ຍ່ອມເປັນຜູ້ນ້ອມໄປສູ່ນິພພານ...

luis-graterol-uAROvYw9WDs-unsplash.jpg

ອິທທິບາທ ໔

ພິກຂຸທັງຫລາຍ! ເມື່ອກ່ອນແຕ່ຕຣັສຮູ້ ຄັ້ງເຮົາເປັນໂພທິສັຕ ຍັງບໍ່ໄດ້ຕຣັສຮູ້ ໄດ້ມີຄວາມຄິດຢ່າງນີ້ວ່າ ອັນໃດໜໍ ເປັນມັຄຄາ ເປັນປະຕິປະທາແຫ່ງກາຣຈະເຣີນອິທທິບາທ.

statue-buddhism-asia-painting-face-art-760803-pxhere.com.jpg

ອິນທຣີຍ໌ ໕ ປະກາຣ

ພິກຂຸທັງຫລາຍ ອິນທຣີຍ໌ ໕ ປະກາຣນີ້; ໕ ປະກາຣເປັນຢ່າງໃດ? ຄື ສັທທິນທຣີຍ໌ ວິຣິຍິນທຣີຍ໌ ສະຕິນທຣີຍ໌ ສະມາທິນທຣີຍ໌ ປັນຍິນທຣີຍ໌.

IMG-0931.jpg

ພະລະ ໕ ປະກາຣ

ພິກຂຸທັງຫລາຍ! ພະລະ ໕ ປະກາຣນີ້; ໕ ປະກາຣເປັນຢ່າງໃດ? ຄື ສັທທາພະລະ ວິຣິຍະພະລະ ສະຕິພະລະ ສະມາທິພະລະ ປັນຍາພະລະ.

tree-nature-branch-light-plant-sunlight-548906-pxhere.com.jpg

ໂພຊຊົງຄ໌ ໗

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ທີ່ຮຽກວ່າ ໂພຊຊົງຄ໌ ໂພຊຊົງຄ໌ ດັ່ງນີ້ ດ້ວຍເຫຕພຽງເທົ່າໃດໜໍຈຶ່ງຮຽກວ່າ ໂພຊຊົງຄ໌?

amandine-bataille-FeseLMnqc6k-unsplash.jpg

ອະຣິຍະມັຄອັນປະກອບດ້ວຍອົງຄ໌ ໘

ພິກຂຸທັງຫລາຍ ເຮົາຈັກສະແດງ ຈັກຈຳແນກ ອະຣິຍະມັຄອັນປະກອບດ້ວຍອົງຄ໌ ໘ ແກ່ພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງຟັງອະຣິຍະມັຄນັ້ນ ຈົ່ງໃສ່ໃຈໃຫ້ດີ ເຮົາຈັກກ່າວ.

  • Facebook
  • Twitter

ABOUT US.

Welcome everyone to the Dhamma Site. Built to provide education in Buddhism, the site offers study materials on Dhamma, Suttas, and Vinaya. We share the true Dhamma, the Buddha’s teachings, because learning the authentic Dhamma is essential for developing right understanding of life and for knowing how to live in accordance with the Dhamma.

The Buddha's Words. Powered and secured by Wix

bottom of page