top of page

ພະລະ ໕ ປະກາຣ

  • Sep 6, 2023
  • 1 min read

Updated: Sep 8, 2023

ພິກຂຸທັງຫລາຍ! ພະລະ ໕ ປະກາຣນີ້; ໕ ປະກາຣເປັນຢ່າງໃດ? ຄື ສັທທາພະລະ ວິຣິຍະພະລະ ສະຕິພະລະ ສະມາທິພະລະ ປັນຍາພະລະ.


ພິກຂຸທັງຫລາຍ! ກໍສັທທາພະລະເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີສັທທາ ເຊື່ອໃນພຣະປັນຍາເຄື່ອງຕຣັສຮູ້ຂອງຕະຖາຄົຕວ່າ ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌ ຕຣັສຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ສະເດັຈໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກທັມ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັທທາພະລະ.


ຈະເຣີນສະມາທິ
ຈະເຣີນສະມາທິ

ພິກຂຸທັງຫລາຍ! ກໍວິຣິຍະພະລະເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ເປັນຜູ້ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ວິຣິຍະພະລະ.


ພິກຂຸທັງຫລາຍ! ກໍສະຕິພະລະເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີສະຕິ ປະກອບດ້ວຍສະຕິເປັນເຄື່ອງຮັກສາຕົນຢ່າງຍິ່ງ ຣະນຶກເຖິງສິ່ງທີ່ເຄີຍທຳ ຄຳທີ່ເຄີຍເວົ້າແມ່ນແຕ່ນານໄດ້. ພິກຂຸທັງຫລາຍ ນີ້ຮຽກວ່າ ສະຕິພະລະ.


ພິກຂຸທັງຫລາຍ! ກໍສະມາທິພະລະເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່;


ເພາະວິຕົກວິຈາຣສງົບຣະງັບໄປ ຍ່ອມບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິຢູ່;


ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສເວີຍສຸຂດ້ວຍກາຍ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸຂ.


ເພາະລະສຸຂແລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ຍ່ອມບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່. ພິກຂຸທັງຫລາຍ ນີ້ຮຽກວ່າ ສະມາທິພະລະ.


ພິກຂຸທັງຫລາຍ ກໍປັນຍາພະລະເປັນຢ່າງໃດ?

ພິກຂຸທັງຫລາຍ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ອັນເປັນເຄື່ອງເຈາະແທງກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ. ພິກຂຸທັງຫລາຍ ນີ້ຮຽກວ່າ ປັນຍາພະລະ.


ພິກຂຸທັງຫລາຍ! ພະລະ ໕ ປະກາຣເປັນຢ່າງນີ້ແລ.


ອັງຄຸຕຕຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໐/໑໔

 
 
 

3 Comments

Rated 0 out of 5 stars.
No ratings yet

Add a rating
Guest
Feb 26, 2025
Rated 5 out of 5 stars.

🙏🌻🙏🌻🙏🌻

Like

Guest
Dec 13, 2023
Rated 5 out of 5 stars.

ສາທຸໆ

Like

Unknown member
Sep 06, 2023
Rated 5 out of 5 stars.

🙏🙏🙏 for the good Sutta of Buddha’s words kanoi

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma Site. Built to provide education in Buddhism, the site offers study materials on Dhamma, Suttas, and Vinaya. We share the true Dhamma, the Buddha’s teachings, because learning the authentic Dhamma is essential for developing right understanding of life and for knowing how to live in accordance with the Dhamma.

The Buddha's Words. Powered and secured by Wix

bottom of page