top of page

ໂພຊຊົງຄ໌ ໗

  • Sep 8, 2023
  • 1 min read

Updated: Dec 17, 2024

The Buddha's words

ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໑໑໒/໔໓໕-໔໓໖



ຄັ້ງນັ້ນແລ ພິກຂຸອົງຄ໌ໜຶ່ງເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູລຖາມພຣະຜູ້ມີພຣະພາຄວ່າ:


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ທີ່ຮຽກວ່າ ໂພຊຊົງຄ໌ ໂພຊຊົງຄ໌ ດັ່ງນີ້ ດ້ວຍເຫຕພຽງເທົ່າໃດໜໍຈຶ່ງຮຽກວ່າ ໂພຊຊົງຄ໌?


ພຣະຜູ້ມີພຣະພາຄຕຣັສວ່າ:


ພິກຂຸ! ທີ່ຮຽກວ່າ ໂພຊຊົງຄ໌ ໂພຊຊົງຄ໌ ດັ່ງນີ້ ເພາະເປັນໄປເພື່ອຕຣັສຮູ້.


ພິກຂຸ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເຣີນສະຕິສັມໂພຊຊົງຄ໌ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.


ຍ່ອມຈະເຣີນທັມມະວິຈະຍະສັມໂພຊຊົງຄ໌ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.


ຍ່ອມຈະເຣີນວິຣິຍະສັມໂພຊຊົງຄ໌ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.


ຍ່ອມຈະເຣີນປີຕິສັມໂພຊຊົງຄ໌ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.


ຍ່ອມຈະເຣີນປັສສັທທິສັມໂພຊຊົງຄ໌ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.


ຍ່ອມຈະເຣີນສະມາທິສັມໂພຊຊົງຄ໌ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.


ຍ່ອມຈະເຣີນອຸເປກຂາສັມໂພຊຊົງຄ໌ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.


ພິກຂຸ! ທີ່ຮຽກວ່າ ໂພຊຊົງຄ໌ ເພາະເປັນໄປເພື່ອຕຣັສຮູ້ ດັ່ງນີ້ແລ.




 
 
 

6 Comments

Rated 0 out of 5 stars.
No ratings yet

Add a rating
Guest
Aug 31, 2025
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະສາສະດາ ຂ້ານ້ອຍ

Like

Guest
Feb 26, 2025
Rated 5 out of 5 stars.

🙏🌻🙏🌻🙏🌻

Like

Guest
Feb 15, 2024
Rated 5 out of 5 stars.

Sadhu Khanoi 🙏🙏🙏

Like

Guest
Nov 04, 2023
Rated 5 out of 5 stars.

Sadhu khanoi

Like

Unknown member
Sep 08, 2023

🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະສາສດາຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma Site. Built to provide education in Buddhism, the site offers study materials on Dhamma, Suttas, and Vinaya. We share the true Dhamma, the Buddha’s teachings, because learning the authentic Dhamma is essential for developing right understanding of life and for knowing how to live in accordance with the Dhamma.

The Buddha's Words. Powered and secured by Wix

bottom of page