top of page

ອິນທຣີຍ໌ ໕ ປະກາຣ

  • Sep 6, 2023
  • 1 min read

Updated: Dec 15, 2023

The Buddha's words

ສູຕທີ ໑ ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໒໑໔/໘໕໘


ຜູ້ໃດເຫັນທັມ ຜູ້ນັ້ນຊື່ວ່າເຫັນພຣະພຸທທະເຈົ້າ

ພິກຂຸທັງຫລາຍ ອິນທຣີຍ໌ ໕ ປະກາຣນີ້; ໕ ປະກາຣເປັນຢ່າງໃດ? ຄື ສັທທິນທຣີຍ໌ ວິຣິຍິນທຣີຍ໌ ສະຕິນທຣີຍ໌ ສະມາທິນທຣີຍ໌ ປັນຍິນທຣີຍ໌.


ພິກຂຸທັງຫລາຍ ກໍສັທທິນທຣີຍ໌ເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີສັທທາ ເຊື່ອໃນພຣະປັນຍາເຄື່ອງຕຣັສຮູ້ຂອງຕະຖາຄົຕວ່າ ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌ ຕຣັສຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ສະເດັຈໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກທັມ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັທທິນທຣີຍ໌.


ພິກຂຸທັງຫລາຍ ກໍວິຣິຍິນທຣີຍ໌ເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ເປັນຜູ້ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ວິຣິຍິນທຣີຍ໌.


ພິກຂຸທັງຫລາຍ ກໍສະຕິນທຣີຍ໌ເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີສະຕິ ປະກອບດ້ວຍສະຕິເປັນເຄື່ອງຮັກສາຕົນຢ່າງຍິ່ງ ຣະນຶກເຖິງສິ່ງທີ່ເຄີຍທຳ ຄຳທີ່ເຄີຍເວົ້າແມ່ນແຕ່ນານໄດ້. ພິກຂຸທັງຫລາຍ ນີ້ຮຽກວ່າ ສະຕິນທຣີຍ໌.


ພິກຂຸທັງຫລາຍ ກໍສະມາທິນທຣີຍ໌ເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ກະທຳໂວສສັຄຄະໃຫ້ເປັນອາຣົມນ໌ ແລ້ວໄດ້ສະມາທິ ໄດ້ເອກັຄຄະຕາຈິຕ. ພິກຂຸທັງຫລາຍ ນີ້ຮຽກວ່າ ສະມາທິນທຣີຍ໌.


ພິກຂຸທັງຫລາຍ ກໍປັນຍິນທຣີຍ໌ເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງເຈາະແທງກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ. ພິກຂຸທັງຫລາຍ ນີ້ຮຽກວ່າ ປັນຍິນທຣີຍ໌.


ພິກຂຸທັງຫລາຍ ອິນທຣີຍ໌ ໕ ປະກາຣເປັນຢ່າງນີ້ແລ.



 
 
 

4 Comments

Rated 0 out of 5 stars.
No ratings yet

Add a rating
Guest
Feb 26, 2025
Rated 5 out of 5 stars.

🙏🌺🙏🌺🙏🌺

Like

Guest
Dec 19, 2024
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະຕຖາຄົຕ ຂ້ານ້ອຍ

Like

Guest
Oct 05, 2023
Rated 5 out of 5 stars.

ສາທຸຂ້ານ້ອຍ

Like

Unknown member
Sep 06, 2023
Rated 5 out of 5 stars.

🙏🙏🙏 ໃນທັມຂອງພຣະສາສດາ ຂ້ານອ້ຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma Site. Built to provide education in Buddhism, the site offers study materials on Dhamma, Suttas, and Vinaya. We share the true Dhamma, the Buddha’s teachings, because learning the authentic Dhamma is essential for developing right understanding of life and for knowing how to live in accordance with the Dhamma.

The Buddha's Words. Powered and secured by Wix

bottom of page