
The Buddha's words
Jun 5, 2025
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ກູຕາຄາຣະສາລາ ໃນປ່າມະຫາວັນ ໃກ້ເມືອງເວສາລີ. ຄັ້ງນັ້ນ ມະຫາອະມາຕຍ໌ຂອງເຈົ້າລິຈສະວີຊື່ ນັນທະກະ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສກັບມະຫາອະມາຕຍ໌ຂອງເຈົ້າລິຈສະວີຊື່ນັນທະກະວ່າ:
ດູກ່ອນນັນທະກະ! ອະຣິຍະສາວົກຜູ້ປະກອບດ້ວຍທັມ ໔ ປະກາຣ ເປັນໂສດາບັນ ມີຄວາມບໍ່ຕົກຕ່ຳເປັນທັມມະດາ ເປັນຜູ້ທ່ຽງທີ່ຈະຕຣັສຮູ້ໃນເບື້ອງໜ້າ. ທັມ ໔ ປະກາຣເປັນຢ່າງໃດ?
ດູກ່ອນນັນທະກະ! ອະຣິຍະສາວົກໃນທັມວິນັຍນີ້ ປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະພຸທທະເຈົ້າວ່າ ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ເປັນ ພຣະອະຣະຫັນຕ໌, ຕຣັສຮູ້ເອງໂດຍຊອ ບ, ເຖິງພ້ອມດ້ວຍວິຊຊາແລະຈະຣະນະ, ສະເດັຈໄປດີແລ້ວ, ຊົງຮູ້ແຈ້ງໂລກ, ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ, ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ, ເປັນຜູ້ເບີກບານແລ້ວ, ເປັນຜູ້ຈຳແນກທັມ ດັ່ງນີ້.
ດູກ່ອນນັນທະກະ! ອີກປະກາຣໜຶ່ງ ອະຣິຍະສາວົກປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະທັມວ່າ ພຣະທັມເປັນສິ່ງທີ່ພຣະຜູ້ມີພຣະພາຄຕຣັສໄວ້ດີແລ້ວ, ເປັນສິ່ງທີ່ຜູ້ສຶກສາແລະປະຕິບັຕຍ່ອມເຫັນໄດ້ດ້ວຍຕົນເອງ, ເປັນສິ່ງທີ່ປະຕິບັຕໄດ້ແລະໃຫ້ຜົລໄດ້ບໍ່ຈໍາກັດກາລ, ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີດ, ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ໂຕ, ເປັນສິ່ງທີ່ວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ ດັ່ງນີ້.
ດູກ່ອນນັນທະກະ! ອີກປະກາຣໜຶ່ງ ອະຣິຍະສາວົກປະກອບດ້ວຍຄວາມເຫລື້ອມໃສອັນບໍ່ຫວັ່ນໄຫວໃນພຣະສົງຄ໌ວ່າ ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເປັນຜູ້ປະຕິບັຕດີແລ້ວ, ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເປັນຜູ້ປະຕິບັຕຕົງແລ້ວ, ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເປັນຜູ້ປະຕິບັຕຊອບແລ້ວ, ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເປັນຜູ້ປະຕິບັຕສົມຄວນແລ້ວ, ໄດ້ແກ່ບຸຄຄົລເຫລົ່ານີ້ຄື ຄູ່ແຫ່ງບຸຣຸສສີ່ຄູ່ ນັບຮຽງໂຕໄດ້ ໘ ບຸຣຸສ ນັ້ນແຫລະຄືສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົານຳມາບູຊາ, ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ, ເປັນສົງຄ໌ຄວນຮັບທັກຂິນາທານ, ເປັນສົງຄ໌ທີ່ບຸຄຄົລທົ່ວໄປຄວນທຳອັນຊະລີ, ເປັນສົງຄ໌ທີ່ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ດັ່ງນີ້.
ດູກ່ອ ນນັນທະກະ! ອີກປະກາຣໜຶ່ງ ອະຣິຍະສາວົກເປັນຜູ້ປະກອບດ້ວຍສີລທີ່ພຣະອະຣິຍະເຈົ້າໃຄ່ແລ້ວ ບໍ່ຂາດ ບໍ່ທະລຸ ບໍ່ດ່າງ ບໍ່ພ້ອຍ ເປັນອິສສະຣະ ວິນຍູຊົນສັນລະເສີນ ບໍ່ມີອັນໃດຄອບງຳ ເປັນໄປເພື່ອສະມາທິ.
ດູກ່ອນນັນທະກະ! ອະຣິຍະສາວົກຜູ້ປະກອບດ້ວຍທັມ ໔ ປະກາຣນີ້ແລ ເປັນໂສດາບັນ ມີຄວາມບໍ່ຕົກຕ່ຳເປັນທັມມະດາ ເປັນຜູ້ທ່ຽງທີ່ຈະຕຣັສຮູ້ໃນເບື້ອງໜ້າ.
ດູກ່ອນນັນທະກະ! ກໍແລ ອະຣິຍະສາວົກປະກອບດ້ວຍທັມ ໔ ປະກາຣນີ້ ເປັນຜູ້ປະກອບດ້ວຍອາຍຸທັງທີ່ເປັນທິພຍ໌ ທັງທີ່ເປັນຂອງມະນຸສ, ເປັນຜູ້ປະກອບດ້ວຍວັນນະທັງທີ່ເປັນທິພຍ໌ ທັງທີ່ເປັນຂອງມະນຸສ, ເປັນຜູ້ປະກອບດ້ວຍສຸຂທັງທີ່ເປັນທິພຍ໌ ທັງທີ່ເປັນຂອງມະນຸສ, ເປັນຜູ້ປະກອບດ້ວຍຍົສທັງທີ່ເປັນທິພຍ໌ ທັງທີ່ເປັນຂອງມະນຸສ, ເປັນຜູ້ປະກອບດ້ວຍຄວາມເປັນໃຫຍ່ທັງທີ່ເປັນທິພຍ໌ ທັງທີ່ເປັນຂອງມະນຸສ.
ດູກ່ອນນັນທະກະ! ກໍເຮົາບໍ່ໄດ້ຟັງຈາກສະມະນະຫລືພຣາມນ໌ອື່ນຈຶ່ງກ່າວເຣື່ອງນັ້ນ, ຄວາມຈິງ ເຮົາຮູ້ເອງ ເຫັນເອງ ຊາບເອງ ຈຶ່ງກ່າວເຣື່ອງນັ້ນ.
ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ບຸຣຸສຄົນໜຶ່ງໄດ້ກ່າວກັບມະຫາອະມາຕຍ໌ຂອງເຈົ້າລິຈສະວີຊື່ນັນທະກະວ່າ ເຖິງເວລາອາບນ້ຳແລ້ວ ທ່ານຜູ້ຈະເຣີນ. ນັນທະກະມະຫາອະມາຕຍ໌ກ່າວວ່າ ດູກ່ອນທ່ານ ບັດນີ້ຍັງບໍ່ຕ້ອງກາຣອາບນ້ຳພາຍນອກ ຕ້ອງກາຣອາບນ້ຳພາຍໃນ ຄືຄວາມເຫລື້ອມໃສໃນພຣະຜູ້ມີພຣະພາຄ (ອະລັນທານິ ພະເນ ເອເຕນະ ພາຫິເຣນະ ນຫະເນນະ ອະລະມິທັງ ອັຊຊັຕຕັງ ນຫານັ ງ ພະວິສສະຕິ ຍະທິທັງ ພະຄະວະຕິ ປະ-ສາໂທຕິ).
ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໓໘໖-໓໘໗/໑໕໘໐-໑໕໘໓
