top of page

ຄວາມບໍຣິສຸທຍ່ອມບໍ່ມີເພາະນ້ຳ

The Buddha's words

Jun 8, 2023

ທີ່ນະຄອຣສາວັຕຖີ. ສມັຍນັ້ນ ສັງຄະຣະວະພຣາມນ໌ອາສັຍຢູ່ໃນນະຄອຣສາວັຕຖີ ມີລັທທິທີ່ເຊື່ອຖືຄວາມບໍຣິສຸທດ້ວຍນ້ຳ ປາຖນາຄວາມບໍຣິສຸທດ້ວຍນ້ຳ ຖືກາຣລົງອາບນ້ຳຊຳຣະຮ່າງກາຍທັງເວລາແລງແລະເວລາເຊົ້າເປັນປະຈຳ.

ຄັນເວລາເຊົ້າ ທ່ານພຣະອານົນທ໌ຄອງຜ້າອັນຕະຣະວາສົກ ຖືບາຕແລະຈີວອຣ ເຂົ້າໄປບິນທະບາຕໃນນະຄອຣສາວັຕຖີ ກັບຈາກບິນທະບາຕພາຍຫລັງສັນພັຕຕາຫາຣສຳເຣັຈແລ້ວ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍອະພິວາທແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ໄດ້ກຣາບທູລພຣະຜູ້ມີພຣະພາຄດັ່ງນີ້ວ່າ:


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ສັງຄະຣະວະພຣາມນ໌ອາສັຍຢູ່ໃນນະຄອຣສາວັຕຖີ ເຂົາມີລັທທິທີ່ເຊື່ອຖືຄວາມບໍຣິສຸທດ້ວຍນ້ຳ ປາຖນາຄວາມບໍຣິສຸທດ້ວຍນ້ຳ ຖືກາຣລົງອາບນ້ຳຊຳຣະຮ່າງກາຍທັງເວລາແລງແລະເວລາເຊົ້າເປັນປະຈຳ ຂໍພຣະອົງຄ໌ປະທານໂອກາສ ຂໍພຣະຜູ້ມີພຣະພາຄໂປດອະນຸເຄາະສະເດັຈເຂົ້າໄປຫາສັງຄະຣະວະພຣາມນ໌ເຖິງທີ່ຢູ່ດ້ວຍເຖີດ ພຣະອົງຄ໌ຜູ້ຈະເຣີນ ພຣະຜູ້ມີພຣະພາຄຊົງຮັບນິມົນດ້ວຍດຸສະນີພາບ.


ຄັັນເວລາເຊົ້າ ພຣະຜູ້ມີພຣະພາຄຊົງຄອງຜ້າອັນຕະຣະວາສົກ ຖືບາຕແລະຈີວອຣສະເດັຈເຂົ້າໄປຫາສັງຄະຣະວະພຣາມນ໌ເຖິງທີ່ຢູ່ ແລ້ວປະທັບນັ່ງເທິງອາສະນະທີ່ປູລາດໄວ້ແລ້ວ.


ລຳດັບນັ້ນ ສັງຄະຣະວະພຣາມນ໌ເຂົ້າໄປຫາພຣະຜູ້ມີພຣະພາຄເຖິງທີ່ປະທັບ ໄດ້ສົນທະນາປຣາສັຍພໍໃຫ້ເປັນທີ່ບັນເທິງໃຈ ພໍໃຫ້ຣະນຶກເຖິງກັນໄປແລ້ວ ກໍນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະຜູ້ມີພຣະພາຄຕຣັສຖາມສັງຄະຣະວະພຣາມນ໌ວ່າ:

ພຣາມນ໌! ເຂົາກ່າວກັນວ່າ ທ່ານໄດ້ຊື່ວ່າຖືຄວາມບໍຣິສຸທດ້ວຍນ້ຳ ປາຖນາຄວາມບໍຣິສຸທດ້ວຍນ້ຳ ຖືກາຣລົງອາບນ້ຳຊຳຣະຮ່າງກາຍທັງເວລາແລງແລະເວລາເຊົ້າເປັນປະຈຳຈິງຫລື?


ຈິງຢ່າງນັ້ນ ພຣະໂຄດົມຜູ້ຈະເຣີນ.


ພຣາມນ໌! ທ່ານມອງເຫັນອຳນາຈປະໂຍຊນ໌ອັນໃດ ຈຶ່ງໄດ້ຊື່ວ່າ ມີລັທທິຖືຄວາມບໍຣິສຸທດ້ວຍນ້ຳ ປາຖນາຄວາມບໍຣິສຸທດ້ວຍນ້ຳ ຖືກາຣລົງອາບນ້ຳຊຳຣະຮ່າງກາຍທັງເວລາແລງແລະເວລາເຊົ້າເປັນປະຈຳຢ່າງນັ້ນ?


ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ບາບກັມໃດທີ່ຂ້ານ້ອຍກະທຳໃນເວລາກາງເວັນ ຂ້ານ້ອຍກໍລອຍບາບກັມນັ້ນດ້ວຍກາຣອາບນ້ຳໃນເວລາແລງ; ບາບກັມໃດທີ່ຂ້ານ້ອຍກະທຳໃນເວລາກາງຄືນ ຂ້ານ້ອຍກໍລອຍບາບກັມນັ້ນດ້ວຍກາຣອາບນ້ຳໃນເວລາເຊົ້າ.


ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ນີ້ແລ ຈຶ່ງໄດ້ຊື່ວ່າມີລັທທິຖືຄວາມບໍຣິສຸທດ້ວຍນ້ຳ ປາຖນາຄວາມບໍຣິສຸທດ້ວຍນ້ຳ ຖືກາຣລົງອາບນ້ຳຊຳຣະຮ່າງກາຍທັງເວລາແລງແລະເວລາເຊົ້າເປັນປະຈຳ.


ພຣາມນ໌! ບຸຄຄົລຜູ້ເຖິງເວທທັງຫລາຍນັ້ນຍ່ອມອາບໃນສາຍນ້ຳຄືທັມຂອງສັປບຸຣຸສທັງຫລາຍ ເຊິ່ງມີທ່າຄືສີລບໍ່ຂຸ່ນມົວ ອັນສັປບຸຣຸສທັງຫລາຍສັນລະເສີນແລ້ວ ເປັນຜູ້ມີໂຕບໍ່ປຽກຊຸ່ມ ຍ່ອມຂ້າມເຖິງຝັ່ງໄດ້.


ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ສັງຄະຣະວະພຣາມນ໌ໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:


ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ພຣະອົງຄ໌ຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີປໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປໄດ້ ສັນນັ້ນ.


ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ຂ້ານ້ອຍຂໍເຖິງພຣະຜູ້ມີພຣະພາຄ ພຣະທັມ ແລະພຣະພິກຂຸສົງຄ໌ວ່າ ເປັນສະຣະນະ ຂໍພຣະອົງຄ໌ໂປດຊົງຈຳຂ້ານ້ອຍໄວ້ວ່າ ເປັນອຸປາສົກ ຜູ້ເຖິງສະຣະນະຕລອດຊີວິຕ ຕັ້ງແຕ່ວັນນີ້ເປັນຕົ້ນໄປ.


ສັງຍຸຕຕະນິກາຍ ສະຄາຖະວັຄ ໑໕/໒໒໑-໒໒໓/໗໑໙-໗໒໓

  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide education on Buddhism, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way.

The Buddha's Words. Powered and secured by Wix

bottom of page