
The Buddha's words
Jun 8, 2025
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ
ກໍສມັຍນັ້ນ ບຸຕຂອງນາງພຣາມມະນີຄົນໜຶ່ງຊື່ ພຣົມເທວະ ອອກບວຊໃນສຳນັກຂອງພຣະຜູ້ມີພຣະພາຄ. ຄັ້ງນ ັ້ນ ທ່ານພຣະພຣົມເທວະເປັນຜູ້ຫລີກອອກຈາກໝູ່ ຢູ່ຜູ້ດຽວ ບໍ່ປະມາທ ມີຄວາມພຽນ ມີຕົນອັນສົ່ງໄປແລ້ວ ບໍ່ນານເທົ່າໃດ ກໍໄດ້ກະທຳໃຫ້ແຈ້ງເຊິ່ງຄຸນວິເສສອັນຍອດຢ້ຽມເປັນທີ່ສຸດແຫ່ງພຣົມມະຈັນຍ໌ ທີ່ກຸລະບຸຕທັງຫລາຍຜູ້ອອກຈາກເຮືອນບວຊເປັນບັນພະຊິຕໂດຍຊອບມີຄວາມຕ້ອງກາຣ ດ້ວຍປັນຍາອັນຍິ່ງເອງໃນປັຈຈຸບັນເຂົ້າເຖິງຢູ່ ທ່ານໄດ້ຊາບວ່າ ຊາຕສິ້ນແລ້ວ ພຣົມມະຈັນຍ໌ຢູ່ຈົບແລ້ວ ກິຈທີ່ຄວນທຳ ໄດ້ທຳສຳເຣັຈແລ້ວ ກິຈອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ ທ່ານພຣະພຣົມເທວະກໍໄດ້ເປັນພຣະອະຣະຫັນຕ໌ອົງຄ໌ໜຶ່ງໃນບັນດາພຣະອະຣະຫັນຕ໌ທັງຫລາຍ.
ຄັ້ງນັ້ນ ໃນເວລາຮຸ່ງເຊົ້າ ທ່ານພຣະພຣົມເທວະນຸ່ງຮົ່ມແລ້ວ ຖືບາຕແລະຈີວອຣເຂົ້າໄປບິນທະບາຕໃນພຣະນະຄອຣສາວັຕຖີ ທ່ານທ່ຽວບິນທະບາຕໃນພຣະນະຄອຣສາວັຕຖີຕາມລຳດັບ ໄດ້ເຂົ້າໄປຍັງ ນິເວສແຫ່ງມາຣດາຂອງຕົນ.
ກໍສມັຍນັ້ນ ນາງພຣາມມະນີຜູ້ເປັນມາຣດາຂອງທ່ານພຣະພຣົມເທວະ ຖືກາຣບູຊາ(ກ້ອນເຂົ້າ) ແກ່ພຣົມເປັນນິຈ.
ຄັ້ງນັ້ນ ທ້າວສະຫັມບໍດີພຣົມຄິດວ່າ ນາງພຣາມມະນີຜູ້ເປັນມາຣດາຂອງທ່ານພຣະພຣົມເທວະນີ້ຖືກາຣບູຊາກ້ອນເຂົ້າແກ່ພຣົມເປັນນິຈ ເປັນຫຍັງເຮົາຈຶ່ງບໍ່ເຂົ້າໄປຫານາງແລ້ວກະທຳໃຫ້ສະຫລົດໃຈ.
ລຳດັບນັ້ນ ທ້າວສະຫັມບໍດີພຣົມຫາຍໄປຈາກພຣົມມະໂລກມາປາກົຕທີ່ນິເວສຂອງມາຣດາຂອງທ່ານພຣະພຣົມເທວະ ປຽບ ເໝືອນບຸຣຸສທີ່ມີກຳລັງຢຽດແຂນທີ່ຄູ້ຫລືຄູ້ແຂນທີ່ຢຽດ ສັນນັ້ນ.
ຄັ້ງນັ້ນ ທ້າວສະຫັມບໍດີພຣົມລອຍຢູ່ໃນອາກາສໄດ້ກ່າວກັບນາງພຣາມມະນີຜູ້ເປັນມາຣດາຂອງທ່ານພຣະພຣົມເທວະດ້ວຍຄາຖາທັງຫລາຍວ່າ:
ດູກ່ອນນາງພຣາມມະນີ! ທ່ານຖືກາຣບູຊາກ້ອນເຂົ້າແກ່ພຣົມໃດເປັນນິຈ ພຣົມມະໂລກຂອງພຣົມນັ້ນຢູ່ຫ່າງໄກຈາກທີ່ນີ້.
ດູກ່ອນນາງພຣາມມະນີ! ພັກສາ(ອາຫາຣ) ຂອງພຣົມບໍ່ເປັນເຊັ່ນນີ້ ທ່ານບໍ່ຮູ້ຈັກທາງຂອງພຣົມ ເຫຕໃດທ່ານຈຶ່ງບົ່ນເຖິງພຣົມ.
ດູກ່ອນນາງພຣາມມະນີ! ກໍທ່ານພຣະພຣົມເທວະຂອງທ່ານນັ້ນເປັນຜູ້ໝົດອຸປະທິກິເລສ ເຖິງຄວາມເປັນອະຕິເທພ ບໍ່ມີກິເລສເຄື່ອງກັງວົນ ມີປົກກະຕິຂໍ ບໍ່ລ້ຽງດູຜູ້ອື່ນ ທ່ານພຣະພຣົມເທວະທີ່ເຂົ້າໄປສູ່ເຮືອນຂອງທ່ານເພື່ອບິນທະບາຕເປັນຜູ້ສົມຄວນແກ່ກ້ອນເຂົ້າທີ່ບຸຄຄົລຄວນນຳມາບູຊາ ເປັນຜູ້ເຖິງເວທ ມີຕົນອັນອົບຮົມແລ້ວ ສົມຄວນແກ່ທັກຂິນາທານຂອງມະນຸສແລະເທວະດາທັງຫລາຍ ລອຍບາບເສຍແລ້ວ ປາສະຈາກມົລທິນ(ອະນູປະຣິຕໂຕ) ເປັນຜູ້ເຢັນ ກຳລັງທ່ຽວສະແຫວງຫາອາຫາຣຢູ່.
ອະດີຕ ອະນາຄົຕບໍ່ມີແກ່ທ່ານພຣະພຣົມເທວະນັ້ນ ທ່ານພຣະພຣົມເທວະເປັນຜູ້ສງົບຣະງັບ ປາສະຈາກຄວັນ ບໍ່ມີທຸກຂ໌ ບໍ່ມີຄວາມຫວັງ ວາງອາຊຍາໃນປຸຖຸຊົນຜູ້ຍັງມີຄວາມຫວາດຫວັ່ນ ແລະພຣະຂີນາສົພຜູ້ໝັ້ນຄົງແລ້ວ ຂໍທ່ານ ພຣະພຣົມເທວະນັ້ນຈົ່ງບໍຣິໂພຄບິນທະບາຕອັນເລີດທີ່ສຳລັບບູຊາພຣົມຂອງທ່ານ.
ທ່ານພຣະພຣົມເທວະເປັນຜູ້ມີເສນາມາຣໄປປາສະຈາກແລ້ວ ມີຈິຕສງົບຣະງັບ ຝຶກຕົນແລ້ວ ທ່ຽວໄປເໝືອນຊ້າງຕົວປະເສີດ ບໍ່ຫວັ່ນໄຫວ ເປັນພິກຂຸມີສີລ ມີຈິຕຫລຸດພົ້ນດີແລ້ວ ຂໍທ່ານພຣະພຣົມເທວະນັ້ນຈົ່ງບໍຣິໂພຄບິນທະບາຕອັນເລີດທີ່ສຳລັບບູຊາພຣົມຂອງທ່ານ.
ທ່ານຈົ່ງເປັນຜູ້ເຫລື້ອມໃສໃນທ່ານພຣະພຣົມເທວະນັ້ນ ເປັນຜູ້ບໍ່ຫວັ່ນໄຫວ ຕັ້ງທັກຂິນາໄວ້ໃນທ່ານຜູ້ເປັນທັກຂິເນີຍຍະບຸຄຄົລ.
ດູກ່ອນນາງພຣາມມະນີ! ທ່ານເຫັນມຸນີຜູ້ມີໂອຄະອັນຂ້າມແລ້ວຈົ່ງກະທຳບຸນຍ໌ ເຊິ່ງຈະນຳຄວາມສຸຂມາໃຫ້ຕໍ່ໄປ. ທ່ານຈົ່ງເປັນຜູ້ເຫລື້ອມໃສໃນທ່ານພຣະພຣົມເທວະນັ້ນ ເປັນຜູ້ບໍ່ຫວັ່ນໄຫວ ຕັ້ງທັກຂິນາໄວ້ໃນທ່ານຜູ້ເປັນທັກຂິເນີຍຍະບຸຄຄົລ.
ດູກ່ອນນາງພຣາມມະນີ! ທ່ານເຫັນມຸນີຜູ້ມີໂອຄະອັນຂ້າມແລ້ວຈົ່ງກະທຳບຸນຍ໌ ເຊິ່ງຈະນຳຄວາມສຸຂມາໃຫ້ຕໍ່ໄປ.
ສັງຍຸຕຕະນິກາຍ ສະຄາຖະວັຄ ໑໕/໑໗໒/໕໖໓