
The Buddha's words
Jun 8, 2025
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອຣສາວັຕຖີ ຄັ້ງນັ້ນແລ ເທວະດາອົງຄ໌ໜຶ່ງ ເມື່ອປະຖົມຍາມລ່ວງໄປ ມີຣັສມີອັນງົດງາມຢ່າງຍິ່ງ ກະທຳພຣະວິຫາຣເຊຕະວັນທັງສິ້ນໃຫ້ສວ່າງສະໄຫວ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມແລ້ວຢືນຢູ່ໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄດ້ວຍຄາຖາວ່າ:
ເທວະດາແລະມະນຸສທັງຫລາຍ ຜູ້ຫວັງຄວາມສວັສດີໄດ້ພາກັນຄິດເຣື່ອງມຸງຄຸລທັງຫລາຍ ຂໍພຣະອົງຄ໌ໄດ້ໂປດຕຣັສອຸດົມມຸງຄຸລເຖີດ. ພຣະຜູ້ມີພຣະພາຄຕຣັສຕອບດ້ວຍຄາຖາວ່າ:
ກາຣບໍ່ຄົບຄົນພາລ,
ກາຣຄົບບັນດິຕ,
ກາຣບູຊາບຸຄຄົລທີ່ຄວນບູຊາ,
ນີ້ເປັນອຸດົມມຸງຄຸລ.
ກາຣຢູ່ໃນປະເທສອັນສົມຄວນ,
ຄວາມເປັນຜູ້ມີບຸນຍ໌ອັນກະທຳໄວ້ແລ້ວໃນກາລກ່ອນ,
ກາຣຕັ້ງຕົນໄວ້ຊອບ,
ນີ້ເປັນອຸດົມມຸງຄຸລ.
ພະຫຸສັຈຈະ (ຄວາມເປັນຜູ້ໄດ້ຍິນໄດ້ຟັງຫລາຍ),
ຄວາມມີສີລະປະ,
ວິນັຍທີ່ສຶກສາດີແລ້ວ,
ວາຈາສຸພາສິຕ,
ນີ້ເປັນອຸດົມມຸງຄຸລ.
ກາຣບຳຣຸງມາຣດາ ບິດາ,
ກາຣສົງເຄາະບຸຕພະຣິຍາ,
ກາຣງານອັນບໍ່ຄ້າງຄາ,
ນີ້ເປັນອຸດົມມຸງຄຸລ.
ກາຣບຳເພັນທານ,
ກາຣປະພຶຕທັມ,
ກາຣສົງເຄາະຍາຕ,
ກາຣກະທຳກັມອັນບໍ່ມີໂທສ,
ນີ້ເປັນອຸດົມມຸງຄຸລ.
ກາຣງົດເວັ້ນຈາກບາບ,
ຄວາມສັງຣວມຈາກກາຣດື່ມນ້ຳເມົາ,
ຄວາມບໍ່ປະມາທໃນທັມທັງຫລາຍ,
ນີ້ເປັນອຸດົມມຸງຄຸລ.
ຄວາມເຄົາຣົພ,
ຄວາມອ່ອນນ້ອມຖ່ອມຕົນ,
ຄວາມສັນໂດດ,
ຄວາມກະຕັນຍູ,
ກາຣຟັງທັມຕາມກາລ,
ນີ້ເປັນອຸດົມມຸງຄຸລ.
ຄວາມອົດທົນ,
ຄວາມເປັນຜູ້ວ່າງ່າຍ,
ກາຣໄດ້ເຫັນສະມະນະທັງຫລາຍ,
