top of page

ສັຕຕາວາສ ໙

  • 6 days ago
  • 1 min read

The Buddha's words

ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ ໒໓/໓໒໓-໓໒໔/໒໒໘

Image from Wix


ພິກຂຸທັງຫລາຍ! ສັຕຕາວາສ ໙ ເຫລົ່ານີ້, ສັຕຕາວາສ ໙ ເປັນຢ່າງໃດ?


ພິກຂຸທັງຫລາຍ! ສັຕພວກໜຶ່ງມີກາຍຕ່າງກັນ ມີສັນຍາຕ່າງກັນ ຄື ມະນຸສທັງຫລາຍ, ເທວະດາບາງພວກ, ວິນິບາຕບາງພວກ ນີ້ເປັນສັຕຕາວາສທີ ໑.


ສັຕພວກໜຶ່ງມີກາຍຕ່າງກັນ ມີສັນຍາຢ່າງດຽວກັນ ຄື ເທວະດາຊັ້ນພຣົມກາຍິກາ ທີ່ເກີດໃນປະຖະມາພິນິພພັຕຕາ ນີ້ເປັນສັຕຕາວາສທີ ໒.


ສັຕພວກໜຶ່ງມີກາຍຢ່າງດຽວກັນ ມີສັນຍາຕ່າງກັນ ຄື ເທວະດາຊັ້ນອາພັສສະຣະ ນີ້ເປັນສັຕຕາວາສທີ ໓.


ສັຕພວກໜຶ່ງມີກາຍຢ່າງດຽວກັນ ມີສັນຍາຢ່າງດຽວກັນ ຄື ເທວະດາຊັ້ນສຸພະກິນຫະ ນີ້ເປັນສັຕຕາວາສທີ ໔.


ສັຕພວກໜຶ່ງບໍ່ມີສັນຍາ ບໍ່ສເວີຍເວທະນາ ຄື ເທວະດາຜູ້ເປັນອະສັນຍີສັຕ ນີ້ເປັນສັຕຕາວາສທີ ໕


ສັຕພວກໜຶ່ງເຂົ້າເຖິງຊັ້ນອາກາສານັນຈາຍະຕະນະ ໂດຍມະນະສິກາຣວ່າ ອາກາສບໍ່ມີທີ່ສຸດ ເພາະລ່ວງຣູປສັນຍາໂດຍປະກາຣທັງປວງ ເພາະດັບປະຕິຄະສັນຍາ ເພາະບໍ່ໃສ່ໃຈໃນນານັຕຕະສັນຍາ ນີ້ເປັນສັຕຕາວາສທີ ໖.


ສັຕພວກໜຶ່ງເຂົ້າເຖິງຊັ້ນວິນຍານັນຈາຍະຕະນະ ໂດຍມະນະສິກາຣວ່າ ວິນຍານບໍ່ມີທີ່ສຸດ ເພາະລ່ວງອາກາສານັນຈາຍະຕະນະໂດຍປະກາຣທັງປວງ ນີ້ເປັນສັຕຕາວາສທີ ໗.


ສັຕພວກໜຶ່ງເຂົ້າເຖິງຊັ້ນອາກິນຈັນຍານັນຈາຍະຕະນະ ໂດຍມະນະສິກາຣວ່າ ບໍ່ມີອັນໃດໆ ເພາະລ່ວງວິນຍານັນຈາຍະຕະນະໂດຍປະກາຣທັງປວງ ນີ້ເປັນສັຕຕາວາສທີ ໘.


ສັຕພວກໜຶ່ງເຂົ້າເຖິງຊັ້ນເນວະສັນຍານາສັນຍານັນຈາຍະຕະນະ ເພາະລ່ວງອາກິນຈັນຍານັນຈາຍະຕະນະໂດຍປະກາຣທັງປວງ ນີ້ເປັນສັຕຕາວາສທີ ໙.


ພິກຂຸທັງຫລາຍ! ສັຕຕາວາສ ໙ ເຫລົ່ານີ້ແລ.



 
 
 

2 Comments

Rated 0 out of 5 stars.
No ratings yet

Add a rating
Guest
6 days ago
Rated 5 out of 5 stars.

ສາທຸໆ ຂ້ານ້ອຍ

Like

Guest
6 days ago
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມຂອງພຣະຕຖາຄົຕ ຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma Site. Built to provide education in Buddhism, the site offers study materials on Dhamma, Suttas, and Vinaya. We share the true Dhamma, the Buddha’s teachings, because learning the authentic Dhamma is essential for developing right understanding of life and for knowing how to live in accordance with the Dhamma.

The Buddha's Words. Powered and secured by Wix

bottom of page