top of page

ອົງຄ໌ແຫ່ງຄວາມພຽນ ໕ ປະກາຣ

  • May 12, 2024
  • 1 min read

Updated: Jul 12

The Buddha's words

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໕໗-໕໘/໕໓


ree

ພິກຂຸທັງຫລາຍ! ອົງຄ໌ແຫ່ງຄວາມພຽນ ໕ ປະກາຣນີ້, ໕ ປະກາຣເປັນຢ່າງໃດ? (ປັນຈິມານິ ພິກຂະເວ ປະທານິຍັງຄານິ ກະຕະມານິ ປັນຈະ)


ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ມີສັທທາ ເຊື່ອພຣະປັນຍາກາຣຕຣັສຮູ້ຂອງພຣະຕະຖາຄົຕວ່າ ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄ ພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌, ຕຣັສຮູ້ເອງໂດຍຊອບ, ເຖິງພ້ອມດ້ວຍວິຊຊາແລະຈະຣະນະ, ສະເດັຈໄປດີແລ້ວ, ຊົງຮູ້ແຈ້ງໂລກ, ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ, ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ, ເປັນຜູ້ເບີກບານແລ້ວ, ເປັນຜູ້ຈຳແນກທັມ ດັ່ງນີ້.


ເປັນຜູ້ມີອາພາທໜ້ອຍ, ມີທຸກຂ໌ໜ້ອຍ, ປະກອບດ້ວຍໄຟທາຕທີ່ມີຜົລສະໝ່ຳສະເໝີ ບໍ່ເຢັນຫລາຍ ບໍ່ຮ້ອນຫລາຍ ພໍປານກາງ ຄວນແກ່ກາຣບຳເພັນພຽນ.


ເປັນຜູ້ບໍ່ໂອ້ອວດ ບໍ່ມີມາຍາ ກະທຳຕົນໃຫ້ເປີດເຜີຍຕາມທີ່ເປັນຈິງໃນພຣະສາສດາ ຫລືໃນເພື່ອນພຣົມມະຈັນຍ໌ຜູ້ເປັນວິນຍູຊົນ.


ເປັນຜູ້ປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ.


ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ.


ພິກຂຸທັງຫລາຍ! ອົງຄ໌ແຫ່ງຄວາມພຽນ ໕ ປະກາຣນີ້ແລ.



 
 
 

3 Comments

Rated 0 out of 5 stars.
No ratings yet

Add a rating
Unknown member
May 24, 2024
Rated 5 out of 5 stars.

🙏🙏🙏ໃນທັມຂ້ານ້ອຍ

Like

Guest
May 20, 2024

ສາທຸ🙏🙏🙏

Like

Guest
May 13, 2024
Rated 5 out of 5 stars.

🙏🙏🙏 Sadhu Khanoi

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide education on Buddhism, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way.

The Buddha's Words. Powered and secured by Wix

bottom of page