top of page

Search Results

217 results found with an empty search

  • ວິບາກກັມຂອງນັກເຕັ້ນລຳ

    The Buddha's words ສັງຍຸຕຕະນິກາຍ ສະລາຍະຕະນະວັຄ ໑໘/໓໑໔/໕໘໙ Photo by Tijs van Leur on Unsplash ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເວລຸວັນ ກລັນທະກະນິວາປະສະຖານ ໃກ້ພຣະນະຄອຣຣາຊະຄຶ ຄັ້ງນັ້ນແລ ນາຍບ້ານນັກເຕັ້ນລຳນາມວ່າ ຕາລະບຸຕ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູລຖາມພຣະຜູ້ມີພຣະພາຄວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍເຄີຍໄດ້ຍິນຄຳຂອງນັກເຕັ້ນລຳຜູ້ເປັນອາຈາຣຍ໌ແລະປາຈາຣຍ໌ກ່ອນໆກ່າວວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ປະຫາສະ ໃນຂໍ້ນີ້ພຣະຜູ້ມີພຣະພາຄຊົງຕຣັສຢ່າງໃດ? ພຣະຜູ້ມີພຣະພາຄຕຣັສວ່າ: ຢ່າເລີຍຄາມະນິ ຂໍພັກຂໍ້ນີ້ໄວ້ເສຍເຖີດ ທ່ານຢ່າຖາມຂໍ້ນີ້ກັບເຮົາເລີຍ. ແມ່ນແຕ່ຄັ້ງທີ ໒ ນາຍບ້ານນັກເຕັ້ນລຳນາມວ່າ ຕາລະບຸຕ ກໍໄດ້ທູລຖາມພຣະຜູ້ມີພຣະພາຄວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍເຄີຍໄດ້ຍິນຄຳຂອງນັກເຕັ້ນລຳຜູ້ເປັນອາຈາຣຍ໌ແລະປາຈາຣຍ໌ກ່ອນໆກ່າວວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ປະຫາສະ ໃນຂໍ້ນີ້ພຣະຜູ້ມີພຣະພາຄຊົງຕຣັສຢ່າງໃດ? ພຣະຜູ້ມີພຣະພາຄຕຣັສວ່າ: ຢ່າເລີຍຄາມະນິ ຂໍພັກຂໍ້ນີ້ໄວ້ເສຍເຖີດ ທ່ານຢ່າຖາມຂໍ້ນີ້ກັບເຮົາເລີຍ. ແມ່ນແຕ່ຄັ້ງທີ ໓ ນາຍບ້ານນັກເຕັ້ນລຳນາມວ່າ ຕາລະບຸຕ ກໍໄດ້ທູລຖາມພຣະຜູ້ມີພຣະພາຄວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍເຄີຍໄດ້ຍິນຄຳຂອງນັກເຕັ້ນລຳຜູ້ເປັນອາຈາຣຍ໌ແລະປາຈາຣຍ໌ກ່ອນໆກ່າວວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ປະຫາສະ ໃນຂໍ້ນີ້ພຣະຜູ້ມີພຣະພາຄຊົງຕຣັສຢ່າງໃດ? ພຣະຜູ້ມີພຣະພາຄຕຣັສວ່າ: ຄາມະນິ! ເຮົາຫ້າມທ່ານບໍ່ໄດ້ແລ້ວວ່າ ຢ່າເລີຍ ຄາມະນິ ຂໍພັກຂໍ້ນີ້ໄວ້ເສຍເຖີດ ທ່ານຢ່າຖາມຂໍ້ນີ້ກັບເຮົາເລີຍ, ເຮົາຈັກພະຍາກອຣໃຫ້ທ່ານ. ຄາມະນິ! ເມື່ອກ່ອນສັຕທັງຫລາຍຍັງບໍ່ປາສະຈາກຣາຄະ ອັນກິເລສເຄື່ອງຜູກຄືຣາຄະຜູກໄວ້ ນັກເຕັ້ນລຳລວບລວມເຂົ້າໄວ້ເຊິ່ງທັມອັນເປັນທີ່ຕັ້ງແຫ່ງຄວາມກຳນັດ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພແກ່ສັຕເຫລົ່ານັ້ນຫລາຍຍິ່ງຂຶ້ນ. ຄາມະນິ! ເມື່ອກ່ອນສັຕທັງຫລາຍຍັງບໍ່ປາສະຈາກໂທສະ ອັນກິເລສເຄື່ອງຜູກຄືໂທສະຜູກໄວ້ ນັກເຕັ້ນລຳລວບລວມເຂົ້າໄວ້ເຊິ່ງທັມອັນເປັນທີ່ຕັ້ງແຫ່ງໂທສະ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພແກ່ສັຕເຫລົ່ານັ້ນຫລາຍຍິ່ງຂຶ້ນ. ຄາມະນິ! ເມື່ອກ່ອນສັຕທັງຫລາຍຍັງບໍ່ປາສະຈາກໂມຫະ ອັນກິເລສເຄື່ອງຜູກຄືໂມຫະຜູກໄວ້ ນັກເຕັ້ນລຳລວບລວມເຂົ້າໄວ້ເຊິ່ງທັມອັນເປັນທີ່ຕັ້ງແຫ່ງໂມຫະ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພແກ່ສັຕເຫລົ່ານັ້ນຫລາຍຍິ່ງຂຶ້ນ ນັກເຕັ້ນລຳນັ້ນ ຕົນເອງກໍມົວເມົາປະມາທ ຕັ້ງຢູ່ໃນຄວາມປະມາທ ເມື່ອແຕກກາຍຕາຍໄປ ຍ່ອມບັງເກີດໃນນະຣົກຊື່ ປະຫາສະ. ອີກຢ່າງໜຶ່ງ ຖ້າເຂົາມີຄວາມເຫັນຢ່າງນີ້ວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ ປະຫາສະ ຄວາມເຫັນຂອງເຂົານັ້ນເປັນຄວາມເຫັນຜິດ. ຄາມະນິ! ເຮົາຍ່ອມກ່າວຄະຕິ ໒ ຢ່າງຄື ນະຣົກ ຫລືກຳເນີດດິຣັຈສານ ຢ່າງໃດຢ່າງໜຶ່ງຂອງບຸຄຄົລຜູ້ມີຄວາມເຫັນຜິດ. ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ນາຍບ້ານນັກເຕັ້ນລຳ ນາມວ່າ ຕາລະບຸຕ ຮ້ອງໄຫ້ ສະອື້ນ ນ້ຳຕາໄຫລ. ພຣະຜູ້ມີພຣະພາຄຕຣັສວ່າ: ຄາມະນິ! ເຮົາໄດ້ຫ້າມທ່ານແລ້ວບໍ່ແມ່ນຫລືວ່າ ຢ່າເລີຍ ຄາມະນິ ຂໍພັກຂໍ້ນີ້ເສຍເຖີດ ຢ່າຖາມຂໍ້ນີ້ກັບເຮົາເລີຍ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍບໍ່ໄດ້ຮ້ອງໄຫ້ເຖິງຂໍ້ທີ່ພຣະຜູ້ມີພຣະພາຄຕຣັສຢ່າງນີ້ກັບຂ້ານ້ອຍດອກ, ແຕ່ຂ້ານ້ອຍຖືກນັກເຕັ້ນລຳຜູ້ເປັນອາຈາຣຍ໌ແລະປາຈາຣຍ໌ກ່ອນໆຫລອກລວງໃຫ້ຫລົງສິ້ນກາລນານວ່າ ນັກເຕັ້ນລຳຄົນໃດເຮັດໃຫ້ຄົນຫົວ ຣື່ນເຣິງ ດ້ວຍຄຳຈິງແດ່ ດ້ວຍຄຳບໍ່ຈິງແດ່ ໃນທ່າມກາງສະຖານເຕັ້ນລຳ ໃນທ່າມກາງມະຫໍຣະສົພ ຜູ້ນັ້ນເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊື່ ປະຫາສະ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພຣະທັມມະເທສນາຂອງພຣະອົງຄ໌ແຈ່ມແຈ້ງຫລາຍ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພຣະທັມມະເທສນາຂອງພຣະອົງຄ໌ແຈ່ມແຈ້ງຫລາຍ. ພຣະຜູ້ມີພຣະພາຄຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືຕາມປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປ ສັນນັ້ນ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍຂໍເຖິງພຣະຜູ້ມີພຣະພາຄ ກັບທັງພຣະທັມແລະພຣະພິກຂຸສົງຄ໌ວ່າ ເປັນສະຣະນະ ຂ້ານ້ອຍຂໍບັນພະຊາອຸປະສົມບົທໃນສຳນັກຂອງພຣະຜູ້ມີພຣະພາຄ. ທ່ານນະຕະຄາມະນິນາມວ່າ ຕາລະບຸຕໄດ້ບັນພະຊາ ໄດ້ອຸປະສົມບົທໃນສຳນັກຂອງພຣະຜູ້ມີພຣະພາຄແລ້ວ ທ່ານຕາລະບຸຕອຸປະສົມບົທແລ້ວບໍ່ນານ ຫລີກອອກຈາກໝູ່ ຢູ່ຜູ້ດຽວ ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວຢູ່ ບໍ່ນານເທົ່າໃດກໍກະທຳໃຫ້ແຈ້ງເຊິ່ງທີ່ສຸດແຫ່ງພຣົມມະຈັນຍ໌ ອັນບໍ່ມີທັມອື່ນຍິ່ງກວ່າ ທີ່ກຸລະບຸຕທັງຫລາຍຜູ້ອອກຈາກເຮືອນບວຊເປັນບັນພະຊິຕໂດຍຊອບມີຄວາມຕ້ອງກາຣດ້ວຍປັນຍາອັນຍິ່ງເອງ ໃນປັຈຈຸບັນເຂົ້າເຖິງຢູ່ ຮູ້ຊັດວ່າ ຊາຕສິ້ນແລ້ວ ພຣົມມະຈັນຍ໌ຢູ່ຈົບແລ້ວ ກິຈທີ່ຄວນທຳໄດ້ທຳສຳເຣັຈແລ້ວ ກິຈອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ ກໍແລທ່ານພຣະຕາລະບຸຕໄດ້ເປັນພຣະອະຣະຫັນຕ໌ອົງຄ໌ໜຶ່ງໃນຈຳນວນພຣະອະຣະຫັນຕ໌ທັງຫລາຍ.

  • Analysis of Dependent Origination

    The Buddha's words Vibhaṅgasutta SN 12.2 https://suttacentral.net/sn12.2 Photo by Bruno Aguirre on Unsplash At Savatthī. “Bhikkhus, I will teach you dependent origination and I will analyse it for you. Listen to that and attend closely, I will speak.” “Yes, venerable sir,” those bhikkhus replied. The Blessed One said this: “And what, bhikkhus, is dependent origination? With ignorance as condition, volitional formations come to be; with volitional formations as condition, consciousness; with consciousness as condition, name-and-form; with name-and-form as condition, the six sense bases; with the six sense bases as condition, contact; with contact as condition, feeling; with feeling as condition, craving; with craving as condition, clinging; with clinging as condition, existence; with existence as condition, birth; with birth as condition, aging-and-death, sorrow, lamentation, pain, displeasure, and despair come to be. Such is the origin of this whole mass of suffering. This, bhikkhus, is called dependent origination. “And what, bhikkhus, is aging-and-death? The aging of the various beings in the various orders of beings, their growing old, brokenness of teeth, greyness of hair, wrinkling of skin, decline of vitality, degeneration of the faculties: this is called aging. The passing away of the various beings from the various orders of beings, their perishing, breakup, disappearance, mortality, death, completion of time, the breakup of the aggregates, the laying down of the carcass: this is called death. Thus this aging and this death are together called aging-and-death. “And what, bhikkhus, is birth? The birth of the various beings into the various orders of beings, their being born, descent into the womb, production, the manifestation of the aggregates, the obtaining of the sense bases. This is called birth. “And what, bhikkhus, is existence? There are these three kinds of existence: sense-sphere existence, form-sphere existence, formless-sphere existence. This is called existence. “And what, bhikkhus, is clinging? There are these four kinds of clinging: clinging to sensual pleasures, clinging to views, clinging to rules and vows, clinging to a doctrine of self. This is called clinging. “And what, bhikkhus, is craving? There are these six classes of craving: craving for forms, craving for sounds, craving for odours, craving for tastes, craving for tactile objects, craving for mental phenomena. This is called craving. “And what, bhikkhus, is feeling? There are these six classes of feeling: feeling born of eye-contact, feeling born of ear-contact, feeling born of nose-contact, feeling born of tongue-contact, feeling born of body-contact, feeling born of mind-contact. This is called feeling. “And what, bhikkhus, is contact? There are these six classes of contact: eye-contact, ear-contact, nose-contact, tongue-contact, body-contact, mind-contact. This is called contact. “And what, bhikkhus, are the six sense bases? The eye base, the ear base, the nose base, the tongue base, the body base, the mind base. These are called the six sense bases. “And what, bhikkhus, is name-and-form? Feeling, perception, volition, contact, attention: this is called name. The four great elements and the form derived from the four great elements: this is called form. Thus this name and this form are together called name-and-form. “And what, bhikkhus, is consciousness? There are these six classes of consciousness: eye-consciousness, ear-consciousness, nose-consciousness, tongue-consciousness, body-consciousness, mind-consciousness. This is called consciousness. “And what, bhikkhus, are the volitional formations? There are these three kinds of volitional formations: the bodily volitional formation, the verbal volitional formation, the mental volitional formation. These are called the volitional formations. “And what, bhikkhus, is ignorance? Not knowing suffering, not knowing the origin of suffering, not knowing the cessation of suffering, not knowing the way leading to the cessation of suffering. This is called ignorance. “Thus, bhikkhus, with ignorance as condition, volitional formations come to be; with volitional formations as condition, consciousness; with consciousness as condition, name-and-form; with name-and-form as condition, the six sense bases; with the six sense bases as condition, contact; with contact as condition, feeling; with feeling as condition, craving; with craving as condition, clinging; with clinging as condition, existence; with existence as condition, birth; with birth as condition, aging-and-death, sorrow, lamentation, pain, displeasure, and despair come to be. Such is the origin of this whole mass of suffering. But with the remainderless fading away and cessation of ignorance comes cessation of volitional formations; with the cessation of volitional formations, cessation of consciousness; with the cessation of consciousness, cessation of name-and-form; with the cessation of name-and-form, cessation of the six sense bases; with the cessation of the six sense bases, cessation of contact; with the cessation of contact, cessation of feeling; with the cessation of feeling, cessation of craving; with the cessation of craving, cessation of clinging; with the cessation of clinging, cessation of existence; with the cessation of existence, cessation of birth; with the cessation of birth, aging-and-death, sorrow, lamentation, pain, displeasure, and despair cease. Such is the cessation of this whole mass of suffering.”

  • ທັມເປັນສິ່ງທີ່ຜູ້ໄດ້ບັນລຸຍ່ອມເຫັນເອງ

    The Buddha's words ອັງຄຸຕຕຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໕໐-໑໕໑/໔໙໓ Photo by Patrick Schneider on Unsplash ຄັ້ງນັ້ນແລ ພຣາມນ໌ຄົນໜຶ່ງໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ໄດ້ປຣາສັຍກັບພຣະຜູ້ມີພຣະພາຄ ຄັນຜ່ານກາຣປຣາສັຍພໍໃຫ້ຣະນຶກເຖິງກັນໄປແລ້ວ ຈຶ່ງນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູລຖາມພຣະຜູ້ມິພຣະພາຄວ່າ: ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ພຣະອົງຄ໌ຍ່ອມຕຣັສວ່າ “ທັມອັນຜູ້ໄດ້ບັນລຸຍ່ອມເຫັນເອງ, ທັມອັນຜູ້ໄດ້ບັນລຸຍ່ອມເຫັນເອງ ດັ່ງນີ້” ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ດ້ວຍເຫຕພຽງເທົ່າໃດໜໍ ທັມຈຶ່ງເປັນສິ່ງທີ່ຜູ້ໄດ້ບັນລຸຍ່ອມເຫັນເອງ, ບໍ່ປະກອບດ້ວຍກາລ, ຄວນຮຽກໃຫ້ມາເບິ່ງ, ຄວນນ້ອມເຂົ້າມາ, ອັນວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ? ພຣະຜູ້ມີພຣະພາຄຕຣັສຕອບວ່າ: ພຣາມນ໌! ບຸຄຄົລຜູ້ກຳນັດ ຖືກຣາຄະຄອບງຳແລ້ວ ມີຈິຕອັນຣາຄະກຸ້ມຣຸມແລ້ວ ຍ່ອມຄິດເພື່ອບຽດບຽນຕົນເອງແດ່, ຍ່ອມຄິດເພື່ອບຽດບຽນຄົນອື່ນແດ່, ຍ່ອມຄິດເພື່ອບຽດບຽນຕົນເອງແລະຄົນອື່ນທັງສອງຝ່າຍແດ່, ຍ່ອມສເວີຍທຸກຂ໌ໂທມະນັສອັນເປັນໄປໃນທາງຈິຕແດ່ ເມື່ອລະຣາຄະໄດ້ເດັດຂາດແລ້ວ ຍ່ອມບໍ່ຄິດເພື່ອບຽດບຽນຕົນເອງເລີຍ, ຍ່ອມບໍ່ຄິດເພື່ອບຽດບຽນຄົນອື່ນ, ຍ່ອມບໍ່ຄິດເພື່ອບຽດບຽນຕົນເອງແລະຄົນອື່ນທັງສອງຝ່າຍ, ຍ່ອມບໍ່ສເວີຍທຸກຂ໌ໂທມະນັສອັນເປັນໄປໃນທາງຈິຕດ້ວຍ. ພຣາມນ໌ ດ້ວຍເຫຕດັ່ງທີ່ກ່າວມານີ້ແລ ທັມຈຶ່ງເປັນສິ່ງທີ່ຜູ້ໄດ້ບັນລຸຍ່ອມເຫັນເອງ, ບໍ່ປະກອບດ້ວຍກາລ, ຄວນຮຽກໃຫ້ມາເບິ່ງ, ຄວນນ້ອມເຂົ້າມາ, ອັນວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ. ພຣາມນ໌! ບຸຄຄົລຜູ້ມີໂທສະ ຖືກໂທສະຄອບງຳແລ້ວ ມີຈິຕອັນໂທສະກຸ້ມຣຸມແລ້ວ ຍ່ອມຄິດເພື່ອບຽດບຽນຕົນເອງແດ່, ຍ່ອມຄິດເພື່ອບຽດບຽນຄົນອື່ນແດ່, ຍ່ອມຄິດເພື່ອບຽດບຽນຕົນເອງແລະຄົນອື່ນທັງສອງຝ່າຍແດ່, ຍ່ອມສເວີຍທຸກຂ໌ໂທມະນັສອັນເປັນໄປໃນທາງຈິຕແດ່ ເມື່ອລະໂທສະໄດ້ເດັດຂາດແລ້ວ ຍ່ອມບໍ່ຄິດເພື່ອບຽດບຽນຕົນເອງເລີຍ, ຍ່ອມບໍ່ຄິດເພື່ອບຽດບຽນຄົນອື່ນ, ຍ່ອມບໍ່ຄິດເພື່ອບຽດບຽນຕົນເອງແລະຄົນອື່ນທັງສອງຝ່າຍ, ຍ່ອມບໍ່ສເວີຍທຸກຂ໌ໂທມະນັສອັນເປັນໄປໃນທາງຈິຕດ້ວຍ. ພຣາມນ໌ ດ້ວຍເຫຕດັ່ງທີ່ກ່າວມານີ້ແລ ທັມຈຶ່ງເປັນສິ່ງທີ່ຜູ້ໄດ້ບັນລຸຍ່ອມເຫັນເອງ, ບໍ່ປະກອບດ້ວຍກາລ, ຄວນຮຽກໃຫ້ມາເບິ່ງ, ຄວນນ້ອມເຂົ້າມາ, ອັນວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ. ພຣາມນ໌! ບຸຄຄົລຜູ້ມີໂມຫະ ຖືກໂມຫະຄອບງຳແລ້ວ ມີຈິຕອັນໂມຫະກຸ້ມຣຸມແລ້ວ ຍ່ອມຄິດເພື່ອບຽດບຽນຕົນເອງແດ່, ຍ່ອມຄິດເພື່ອບຽດບຽນຄົນອື່ນແດ່, ຍ່ອມຄິດເພື່ອບຽດບຽນຕົນເອງແລະຄົນອື່ນທັງສອງຝ່າຍແດ່, ຍ່ອມສເວີຍທຸກຂ໌ໂທມະນັສອັນເປັນໄປໃນທາງຈິຕແດ່ ເມື່ອລະໂມຫະໄດ້ເດັດຂາດແລ້ວ ຍ່ອມບໍ່ຄິດເພື່ອບຽດບຽນຕົນເອງເລີຍ, ຍ່ອມບໍ່ຄິດເພື່ອບຽດບຽນຄົນອື່ນ, ຍ່ອມບໍ່ຄິດເພື່ອບຽດບຽນຕົນເອງແລະຄົນອື່ນທັງສອງຝ່າຍ, ຍ່ອມບໍ່ສເວີຍທຸກຂ໌ໂທມະນັສອັນເປັນໄປໃນທາງຈິຕດ້ວຍ. ພຣາມນ໌ ດ້ວຍເຫຕດັ່ງທີ່ກ່າວມານີ້ແລ ທັມຈຶ່ງເປັນສິ່ງທີ່ຜູ້ໄດ້ບັນລຸຍ່ອມເຫັນເອງ, ບໍ່ປະກອບດ້ວຍກາລ, ຄວນຮຽກໃຫ້ມາເບິ່ງ, ຄວນນ້ອມເຂົ້າມາ, ອັນວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ. ພຣາມນ໌ນັ້ນກຣາບທູລວ່າ ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ພຣະອົງຄ໌ຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນຫງາຍຂອງທີ່ຄວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີປໄວ້ໃນທີ່ມືດ ດ້ວຍຫວັງວ່າ ຄົນມີຈັກຂຸຈັກເຫັນຣູປໄດ້ ສັນນັ້ນ. ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ຂ້ານ້ອຍຂໍເຖິງພຣະຜູ້ມີພຣະພາຄ ກັບທັງພຣະທັມແລະພຣະພິກຂຸສົງຄ໌ເປັນສະຣະນະ ຂໍພຣະອົງຄ໌ຈົ່ງຊົງຈຳຂ້ານ້ອຍວ່າ ເປັນອຸປາສົກຜູ້ເຖິງສະຣະນະຕລອດທຣີຍ໌ວິຕຕັ້ງແຕ່ວັນນີ້ເປັນຕົ້ນໄປ.

  • ອະນຸຕຕະຣິຍະ ໖

    The Buddha's words ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໒໙໖-໒໙໙/໓໐໑ ພິກຂຸທັງຫລາຍ! ອະນຸຕຕະຣິຍະ ໖ ປະກາຣນີ້; ໖ ປະກາຣເປັນຢ່າງໃດ? ຄື: ທັສສະນານຸຕຕະຣິຍະ (ກາຣເຫັນທີ່ເລີດ) ສະວະນານຸຕຕະຣິຍະ (ກາຣຟັງທີ່ເລີດ) ລາພານຸຕຕະຣິຍະ (ກາຣໄດ້ທີ່ເລີດ) ສິກຂານຸຕຕະຣິຍະ (ກາຣສຶກສາທີ່ເລີດ) ປາຣິຈະຣິຍານຸຕຕະຣິຍະ (ກາຣບຳຣຸງທີ່ເລີດ) ອະນຸສສະຕານຸຕຕະຣິຍະ (ກາຣຣະນຶກທີ່ເລີດ) ພິກຂຸທັງຫລາຍ! ກໍທັສສະນານຸຕຕະຣິຍະເປັນຢ່າງໃດ? ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ຍ່ອມໄປເບິ່ງຊ້າງແກ້ວແດ່ ມ້າແກ້ວແດ່ ມະນີແກ້ວແດ່ ຍ່ອມໄປເພື່ອເຫັນສິ່ງທີ່ໃຫຍ່ແດ່ນ້ອຍແດ່ (ອຸຈຈາວະຈັງ ວາ ປະນະ ທັສສະນາຍະ ຄັຈສະຕິ) ຫລືໄປເພື່ອເຫັນສະມະນະຫລືພຣາມຜູ້ເຫັນຜິດ ປະຕິບັຕຜິດແດ່. ພິກຂຸທັງຫລາຍ ທັສສະນະ (ກາຣເຫັນ) ນັ້ນມີຢູ່ ເຮົາບໍ່ກ່າວວ່າບໍ່ມີ ແຕ່ວ່າທັສສະນະນີ້ນັ້ນແລເປັນຂອງຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສງົບ ເພື່ອຄວາມຮູ້ຍິ່ງ ເພື່ອກາຣຕຣັສຮູ້ ເພື່ອນິພພານ. ພິກຂຸທັງຫລາຍ! ສ່ວນຜູ້ໃດມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມໄປເພື່ອເຫັນຕະຖາຄົຕ ຫລືສາວົກຂອງຕະຖາຄົຕ, ກາຣເຫັນນີ້ເລີດກວ່າກາຣເຫັນທັງຫລາຍ ຍ່ອມເປັນໄປເພື່ອຄວາມບໍຣິສຸທຂອງສັຕທັງຫລາຍ ເພື່ອກ້າວລ່ວງຄວາມໂສກແລະປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ແລະໂທມະນັສ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິພພານ. ພິກຂຸທັງຫລາຍ! ຂໍ້ທີ່ບຸຄຄົລຜູ້ມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມໄປເພື່ອເຫັນຕະຖາຄົຕ ຫລືສາວົກຂອງ ຕະຖາຄົຕ ນີ້ເຮົາຮຽກວ່າ ທັສສະນານຸຕຕະຣິຍະ, ທັສສະນານຸຕຕະຣິຍະເປັນດັ່ງນີ້. ພິກຂຸທັງຫລາຍ! ກໍສະວະນານຸຕຕະຣິຍະເປັນຢ່າງໃດ? ຄື ບຸຄຄົລບາງຄົນໃນໂລກນີ້ ຍ່ອມໄປເພື່ອຟັງສຽງກອງແດ່ ສຽງພິນແດ່ ສຽງເພງຂັບແດ່ ຫລືສຽງສູງໆຕ່ຳໆແດ່ ຍ່ອມໄປເພື່ອຟັງທັມຂອງສະມະນະຫລືພຣາມຜູ້ເຫັນຜິດ ຜູ້ປະຕິບັຕຜິດແດ່. ພິກຂຸທັງຫລາຍ ກາຣຟັງນີ້ມີຢູ່ ເຮົາບໍ່ກ່າວວ່າບໍ່ມີ ແຕ່ວ່າກາຣຟັງນີ້ນັ້ນແລເປັນຂອງຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສງົບ ເພື່ອຄວາມຮູ້ຍິ່ງ ເພື່ອກາຣຕຣັສຮູ້ ເພື່ອນິພພານ. ພິກຂຸທັງຫລາຍ! ສ່ວນຜູ້ໃດມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມໄປເພື່ອຟັງທັມຂອງຕະຖາຄົຕ ຫລືສາວົກຂອງຕະຖາຄົຕ, ກາຣຟັງນີ້ເລີດກວ່າກາຣຟັງທັງຫລາຍ ຍ່ອມເປັນໄປເພື່ອຄວາມບໍຣິສຸທຂອງສັຕທັງຫລາຍ ເພື່ອກ້າວລ່ວງຄວາມໂສກແລະປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ແລະໂທມະນັສ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິພພານ. ພິກຂຸທັງຫລາຍ! ຂໍ້ທີ່ບຸຄຄົລຜູ້ມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມໄປເພື່ອຟັງທັມຂອງຕະຖາຄົຕ ຫລືສາວົກຂອງຕະຖາຄົຕ ນີ້ເຮົາຮຽກວ່າ ສະວະນານຸຕຕະຣິຍະ. ທັສສະນານຸຕຕະຣິຍະ ສະວະນານຸຕຕະຣິຍະເປັນດັ່ງນີ້. ພິກຂຸທັງຫລາຍ! ກໍລາພານຸຕຕະຣິຍະເປັນຢ່າງໃດ? ຄື ບຸຄຄົລບາງຄົນໃນໂລກນີ້ ຍ່ອມໄດ້ລາພຄື ບຸຕແດ່ ພະຣິຍາແດ່ ຊັພຍ໌ແດ່ ຫລືລາພຫລາຍແດ່ ໜ້ອຍແດ່ ຫລືໄດ້ສັທທາໃນສະມະນະຫລືພຣາມຜູ້ເຫັນຜິດ ຜູ້ປະຕິບັຕຜິດແດ່. ພິກຂຸທັງຫລາຍ ລາພນີ້ມີຢູ່ ເຮົາບໍ່ກ່າວວ່າບໍ່ມີ ແຕ່ວ່າລາພນີ້ເປັນຂອງຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສງົບ ເພື່ອຄວາມຮູ້ຍິ່ງ ເພື່ອກາຣຕຣັສຮູ້ ເພື່ອນິພພານ. ພິກຂຸທັງຫລາຍ! ສ່ວນຜູ້ໃດມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມໄດ້ສັທທາໃນຕະຖາຄົຕ ຫລືສາວົກຂອງຕະຖາຄົຕ, ກາຣໄດ້ນີ້ເລີດກວ່າກາຣໄດ້ທັງຫລາຍ ຍ່ອມເປັນໄປເພື່ອຄວາມບໍຣິສຸທຂອງສັຕທັງຫລາຍ ເພື່ອກ້າວລ່ວງຄວາມໂສກແລະປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ແລະໂທມະນັສ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິພພານ. ພິກຂຸທັງຫລາຍ! ຂໍ້ທີ່ບຸຄຄົລຜູ້ມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມໄດ້ສັທທາໃນຕະຖາຄົຕ ຫລືສາວົກຂອງ ຕະຖາຄົຕ ນີ້ເຮົາຮຽກວ່າ ລາພານຸຕຕະຣິຍະ; ທັສສະນານຸຕຕະຣິຍະ ສະວະນານຸຕຕະຣິຍະ ລາພານຸຕຕະຣິຍະເປັນດັ່ງນີ້. ພິກຂຸທັງຫລາຍ! ກໍສິກຂານຸຕຕະຣິຍະເປັນຢ່າງໃດ? ຄື ບຸຄຄົລບາງຄົນໃນໂລກນີ້ ຍ່ອມສຶກສາສີລະປະກ່ຽວກັບຊ້າງແດ່ ມ້າແດ່ ຣົຖແດ່ ທະນູແດ່ ດາບແດ່ ຫລືສຶກສາສີລະປະຊັ້ນສູງຊັ້ນຕ່ຳແດ່ ຍ່ອມສຶກສາໃນສະມະນະຫລືພຣາມຜູ້ເຫັນຜິດ ຜູ້ປະຕິບັຕຜິດແດ່. ພິກຂຸທັງຫລາຍ ກາຣສຶກສານີ້ມີຢູ່ ເຮົາບໍ່ກ່າວວ່າບໍ່ມີ ກໍແຕ່ວ່າກາຣສຶກສານັ້ນເປັນຂອງທີ່ຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສງົບ ເພື່ອຄວາມຮູ້ຍິ່ງ ເພື່ອກາຣຕຣັສຮູ້ ເພື່ອນິພພານ. ພິກຂຸທັງຫລາຍ! ສ່ວນຜູ້ໃດມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມສຶກສາອະທິສີລແດ່ ອະທິຈິຕແດ່ ອະທິປັນຍາແດ່ ໃນທັມວິນັຍທີ່ຕະຖາຄົຕປະກາສແລ້ວ ກາຣສຶກສານີ້ເລີດກວ່າກາຣສຶກສາທັງຫລາຍ ຍ່ອມເປັນໄປເພື່ອຄວາມບໍຣິສຸທຂອງສັຕທັງຫລາຍ ເພື່ອກ້າວລ່ວງຄວາມໂສກແລະປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ແລະໂທມະນັສ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິພພານ. ພິກຂຸທັງຫລາຍ! ຂໍ້ທີ່ບຸຄຄົລຜູ້ມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມສຶກສາອະທິສີລແດ່ ອະທິຈິຕແດ່ ອະທິປັນຍາແດ່ ໃນທັມວິນັຍທີ່ຕະຖາຄົຕປະກາສແລ້ວ ນີ້ເຮົາຮຽກວ່າ ສິກຂານຸຕຕະຣິຍະ; ທັສສະນານຸຕຕະຣິຍະ ສະວະນານຸຕຕະຣິຍະ ລາພານຸຕຕະຣິຍະ ສິກຂານຸຕຕະຣິຍະເປັນດັ່ງນີ້. ພິກຂຸທັງຫລາຍ! ກໍປາຣິຈະຣິຍານຸຕຕະຣິຍະເປັນຢ່າງໃດ? ຄື ບຸຄຄົລບາງຄົນໃນໂລກນີ້ ຍ່ອມບຳຣຸງກະສັຕແດ່ ພຣາມແດ່ ຄະຫະບໍດີແດ່ ບຳຣຸງຄົນຊັ້ນສູງຊັ້ນຕ່ຳ ບຳຣຸງສະມະນະຫລືພຣາມຜູ້ເຫັນຜິດ ຜູ້ປະຕິບັຕຜິດແດ່. ພິກຂຸທັງຫລາຍ ກາຣບຳຣຸງນີ້ມີຢູ່ ເຮົາບໍ່ກ່າວວ່າບໍ່ມີ ກໍແຕ່ວ່າ ກາຣບຳຣຸງນີ້ນັ້ນເປັນກາຣບຳຣຸງທີ່ຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສງົບ ເພື່ອຄວາມຮູ້ຍິ່ງ ເພື່ອກາຣຕຣັສຮູ້ ເພື່ອນິພພານ. ພິກຂຸທັງຫລາຍ! ສ່ວນຜູ້ໃດມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມບຳຣຸງຕະຖາຄົຕຫລືສາວົກຂອງຕະຖາຄົຕ ກາຣບຳຣຸງນີ້ເລີດກວ່າກາຣບຳຣຸງທັງຫລາຍ ຍ່ອມເປັນໄປເພື່ອຄວາມບໍຣິສຸທຂອງສັຕທັງຫລາຍ ເພື່ອກ້າວລ່ວງຄວາມໂສກແລະປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ແລະໂທມະນັສ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິພພານ. ພິກຂຸທັງຫລາຍ! ຂໍ້ທີ່ບຸຄຄົລຜູ້ມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມບຳຣຸງຕະຖາຄົຕຫລືສາວົກຂອງຕະຖາຄົຕ ນີ້ເຮົາຮຽກວ່າ ປາຣິຈະຣິຍານຸຕຕະຣິຍະ; ທັສສະນານຸຕຕະຣິຍະ ສະວະນານຸຕຕະຣິຍະ ລາພານຸຕຕະຣິຍະ ສິກຂານຸຕຕະຣິຍະ ປາຣິຈະຣິຍານຸຕຕະຣິຍະເປັນດັ່ງນີ້. ພິກຂຸທັງຫລາຍ! ກໍອະນຸສສະຕານຸຕຕະຣິຍະເປັນຢ່າງໃດ? ຄື ບຸຄຄົລບາງຄົນໃນໂລກນີ້ ຍ່ອມຣະນຶກເຖິງກາຣໄດ້ບຸຕແດ່ ພະຣິຍາແດ່ ຊັພຍ໌ແດ່ ຫລືກາຣໄດ້ຫລາຍ ໄດ້ໜ້ອຍ ຍ່ອມຣະນຶກເຖິງສະມະນະພຣາມຜູ້ເຫັນຜິດ ຜູ້ປະຕິບັຕຜິດແດ່. ພິກຂຸທັງຫລາຍ ກາຣຣະນຶກນີ້ມີຢູ່ ເຮົາບໍ່ກ່າວວ່າບໍ່ມີ ແຕ່ວ່າກາຣຣະນຶກນີ້ນັ້ນເປັນຂອງຕ່ຳຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສງົບ ເພື່ອຄວາມຮູ້ຍິ່ງ ເພື່ອກາຣຕຣັສຮູ້ ເພື່ອນິພພານ. ພິກຂຸທັງຫລາຍ! ສ່ວນຜູ້ໃດມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມຣະນຶກເຖິງຕະຖາຄົຕຫລືສາວົກຂອງຕະຖາຄົຕ ກາຣຣະນຶກເຖິງນີ້ເລີດກວ່າກາຣຣະນຶກເຖິງທັງຫລາຍ ຍ່ອມເປັນໄປເພື່ອຄວາມບໍຣິສຸທຂອງສັຕທັງຫລາຍ ເພື່ອກ້າວລ່ວງຄວາມໂສກແລະປະຣິເທວະ ເພື່ອຄວາມດັບສູນແຫ່ງທຸກຂ໌ແລະໂທມະນັສ ເພື່ອບັນລຸຍາຍະທັມ ເພື່ອກະທຳໃຫ້ແຈ້ງເຊິ່ງນິພພານ. ພິກຂຸທັງຫລາຍ! ຂໍ້ທີ່ບຸຄຄົລຜູ້ມີສັທທາຕັ້ງໝັ້ນ ມີຄວາມຮັກຕັ້ງໝັ້ນ ມີສັທທາບໍ່ຫວັ່ນໄຫວ ມີຄວາມເຫລື້ອມໃສຢ່າງຍິ່ງ ຍ່ອມຣະນຶກເຖິງຕະຖາຄົຕຫລືສາວົກຂອງ ຕະຖາຄົຕ ນີ້ເຮົາຮຽກວ່າ ອະນຸສສະຕານຸຕຕະຣິຍະ; ທັສສະນານຸຕຕະຣິຍະ ສະວະນານຸຕຕະຣິຍະ ລາພານຸຕຕະຣິຍະ ສິກຂານຸຕຕະຣິຍະ ປາຣິຈະຣິຍານຸຕຕະຣິຍະ ອະນຸສສະຕານຸຕຕະຣິຍະເປັນດັ່ງນີ້. ພິກຂຸທັງຫລາຍ! ອະນຸຕຕະຣິຍະ ໖ ປະກາຣນີ້ແລ. ພິກຂຸເຫລົ່າໃດໄດ້ທັສສະນານຸຕຕະຣິຍະ ສະວະນານຸຕຕະຣິຍະ ລາພານຸຕຕະຣິຍະ ຍິນດີໃນສິກຂານຸຕຕະຣິຍະ ຕັ້ງຢູ່ໃນປາຣິຈະຣິຍານຸຕຕະຣິຍະ ຈະເຣີນອະນຸສສະຕິທີ່ປະກອບດ້ວຍວິເວກ ເປັນແດນກະເສມ ໃຫ້ເຖິງອະມະຕະທັມ ຜູ້ບັນເທີງໃນຄວາມບໍ່ປະມາທ ມີປັນຍາຮັກສາຕົນ ສັງຣວມໃນສີລ ພິກຂຸເຫລົ່ານັ້ນແລ ຍ່ອມຮູ້ຊັດເຊິ່ງບ່ອນເປັນທີ່ດັບທຸກຂ໌ຕາມກາລອັນຄວນ.

  • When one dwells contemplating gratification in things that can be clung to, craving increases

    The Buddha's words Mahārukkhasutta SN 12.55 https://suttacentral.net/sn12.55 At Savatthī. “Bhikkhus, when one dwells contemplating gratification in things that can be clung to, craving increases. With craving as condition, clinging comes to be; with clinging as condition, existence; with existence as condition, birth; with birth as condition, aging-and-death, sorrow, lamentation, pain, displeasure, and despair come to be. Such is the origin of this whole mass of suffering. “Suppose, bhikkhus, there was a great tree, and all its roots going downwards and across would send the sap upwards. Sustained by that sap, nourished by it, that great tree would stand for a very long time. So too, when one lives contemplating gratification in things that can be clung to, craving increases. With craving as condition, clinging comes to be; with clinging as condition, existence; with existence as condition, birth; with birth as condition, aging-and-death, sorrow, lamentation, pain, displeasure, and despair come to be. Such is the origin of this whole mass of suffering. “When, bhikkhus, one dwells contemplating danger in things that can be clung to, craving ceases. With the cessation of craving comes cessation of clinging; with the cessation of clinging, cessation of existence; with the cessation of existence, cessation of birth; with the cessation of birth, aging-and-death, sorrow, lamentation, pain, displeasure, and despair cease. Such is the cessation of this whole mass of suffering. “Suppose, bhikkhus, there was a great tree. Then a man would come along bringing a shovel and a basket. He would cut down the tree at its foot, dig it up, and pull out the roots, even the fine rootlets and root-fibre. He would cut the tree into pieces, split the pieces, and reduce them to slivers. Then he would dry the slivers in the wind and sun, burn them in a fire, and collect the ashes. Having done so, he would winnow the ashes in a strong wind or let them be carried away by the swift current of a river. Thus that great tree would be cut off at the root, made like a palm stump, obliterated so that it is no more subject to future arising. “So too, bhikkhus, when one dwells contemplating danger in things that can be clung to, craving ceases. With the cessation of craving comes cessation of clinging; with the cessation of clinging, cessation of existence; with the cessation of existence, cessation of birth; with the cessation of birth, aging-and-death, sorrow, lamentation, pain, displeasure, and despair cease. Such is the cessation of this whole mass of suffering.”

  • When one dwells contemplating gratification in things that can fetter, craving increases

    The Buddha's words Saṁyojanasutta SN 12.53 https://suttacentral.net/sn12.53 At Savatthī. “Bhikkhus, when one dwells contemplating gratification in things that can fetter, craving increases. With craving as condition, clinging comes to be; with clinging as condition, existence; with existence as condition, birth; with birth as condition, aging-and-death, sorrow, lamentation, pain, displeasure, and despair come to be. Such is the origin of this whole mass of suffering. “Suppose, bhikkhus, an oil lamp was burning in dependence on oil and a wick, and a man would pour oil into it and adjust the wick from time to time. Thus, sustained by that oil, fuelled by it, that oil lamp would burn for a very long time. So too, when one dwells contemplating gratification in things that can fetter, craving increases. With craving as condition, clinging comes to be; with clinging as condition, existence; with existence as condition, birth; with birth as condition, aging-and-death, sorrow, lamentation, pain, displeasure, and despair come to be. Such is the origin of this whole mass of suffering. “Bhikkhus, when one dwells contemplating danger in things that can fetter, craving ceases. With the cessation of craving comes cessation of clinging; with the cessation of clinging, cessation of existence; with the cessation of existence, cessation of birth; with the cessation of birth, aging-and-death, sorrow, lamentation, pain, displeasure, and despair cease. Such is the cessation of this whole mass of suffering. “Suppose, bhikkhus, an oil lamp was burning in dependence on oil and a wick, and the man would not pour oil into it or adjust the wick from time to time. Thus, when the former supply of fuel is exhausted, that oil lamp, not being fed with any more fuel, lacking sustenance, would be extinguished. So too, when one lives contemplating danger in things that can fetter, craving ceases. With the cessation of craving comes cessation of clinging; with the cessation of clinging, cessation of existence; with the cessation of existence, cessation of birth; with the cessation of birth, aging-and-death, sorrow, lamentation, pain, displeasure, and despair cease. Such is the cessation of this whole mass of suffering.

  • ບັນດິຕປາຖນາຄວາມສຸຂ ໓ ປະກາຣຈຶ່ງຮັກສາສີລ

    The Buddha's words ຂຸທທະກະນິກາຍ. ຂຸທທ-ທັມມະບົທ-ອຸທານ-ອິຕິວຸຕຕະກະ-ສຸຕຕະນິບາຕ ໒໕/໒໑໗-໒໑໘/໒໕໔ ພິກຂຸທັງຫລາຍ! ບັນດິຕປາຖນາຄວາມສຸຂ ໓ ປະກາຣ ຈຶ່ງຮັກສາສີລ; ໓ ປະກາຣເປັນຢ່າງໃດ? ຄື ບັນດິຕປາຖນາຢູ່ວ່າ: ຂໍຄວາມສັນລະເສີນຈົ່ງມາເຖິງເຮົາ, ຂໍໂພຄະສົມບັຕຈົ່ງເກີດຂຶ້ນແກ່ເຮົາ, ເມື່ອແຕກກາຍຕາຍໄປ ຂໍເຮົາໄດ້ເຂົ້າເຖິງສຸຄະຕິໂລກສວັນ, ພິກຂຸທັງຫລາຍ! ບັນດິຕປາຖນາຄວາມສຸຂ ໓ ປະກາຣນີ້ແລ ຈຶ່ງຮັກສາສີລ. ຊົນຜູ້ມີປັນຍາປາຖນາຄວາມສຸຂ ໓ ປະກາຣຄື ຄວາມສັນລະເສີນ, ກາຣໄດ້ມາເຊິ່ງໂພຄະຊັພຍ໌ເຄື່ອງປຶ້ມໃຈ, ຄວາມບັນເທີງໃນສວັນໃນໂລກໜ້າ ຈຶ່ງຮັກສາສີລ. ຖ້າວ່າບຸຄຄົລບໍ່ກະທຳຄວາມຊົ່ວ ແຕ່ເຂົ້າໄປສະມາຄົມກັບບຸຄຄົລຜູ້ກະທຳຄວາມຊົ່ວຢູ່ ບຸຄຄົລນັ້ນເປັນຜູ້ທີ່ຄົນເຂົາລັງກຽດເພາະຄວາມຊົ່ວ ແລະໂທສຂອງບຸຄຄົລຜູ້ສະມາຄົມກັບຄົນຊົ່ວນີ້ຍ່ອມງອກງາມ. ບຸຄຄົລທີ່ກະທຳຄົນເຊັ່ນໃດໃຫ້ເປັນມິຕ ແລະເຂົ້າໄປສະມາຄົມກັບຄົນເຊັ່ນໃດ ບຸຄຄົລນັ້ນແຫລະຊື່ວ່າເປັນເຊັ່ນດຽວກັບບຸຄຄົລນັ້ນ ເພາະເຫຕແຫ່ງກາຣຢູ່ຮ່ວມກັນ. ຄົນຊົ່ວຊ້ອງເສພບຸຄຄົລອື່ນຜູ້ບໍຣິສຸທໂດຍປົກກະຕິຢູ່ ຍ່ອມກະທຳບຸຄຄົລຜູ້ບໍຣິສຸທໂດຍປົກກະຕິທີ່ຊ້ອງເສພຕົນໃຫ້ຕິດເປື້ອນດ້ວຍຄວາມຊົ່ວ ເໝືອນລູກສອນທີ່ແຊ່ຢາພິດ ຖືກຢາພິດຕິດເປື້ອນແລ້ວ ຍ່ອມກະທຳໂບກລູກສອນທີ່ບໍ່ຕິດເປື້ອນ ໃຫ້ຕິດເປື້ອນດ້ວຍຢາພິດ ສັນນັ້ນ. ຜູ້ມີປັນຍາຍ່ອມບໍ່ມີຄົນຊົ່ວເປັນເພື່ອນເລີຍ ເພາະຄວາມຢ້ານກົວຄວາມເປິເປື້ອນ. ຄົນໃດຫໍ່ປາເນົ່າໄວ້ດ້ວຍໃບຫຍ້າຄາ ຫຍ້າຄາຂອງຄົນນັ້ນຍ່ອມມີກິ່ນເໝັນຟຸ້ງໄປ ກາຣເຂົ້າໄປສະມາຄົມກັບຄົນພາລຍ່ອມເປັນເຊັ່ນນັ້ນ. ສ່ວນຄົນໃດຫໍ່ກິດສນາໄວ້ດ້ວຍໃບໄມ້ ແມ່ນແຕ່ໃບໄມ້ຂອງຄົນນັ້ນຍ່ອມມີກິ່ນຫອມຟຸ້ງໄປ ກາຣເຂົ້າໄປສະມາຄົມກັບບັນດິຕຍ່ອມເປັນເຊັ່ນນັ້ນ. ເພາະສະນັ້ນ ບັນດິຕຮູ້ຄວາມສຳເຣັຈຜົລແຫ່ງຕົນເໝືອນຫໍ່ໃບໄມ້ແລ້ວ ຍ່ອມບໍ່ເຂົ້າໄປສະມາຄົມກັບອະສັປບຸຣຸສ ຍ່ອມສະມາຄົມກັບສັປບຸຣຸສ ເພາະວ່າ ອະສັປບຸຣຸສຍ່ອມນຳໄປສູ່ນະຣົກ ສັປບຸຣຸສຍ່ອມນຳໄປສູ່ສຸຄະຕິ.

  • ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌໘ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານ

    The Buddha's words ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ ໒໓/໒໐໓-໒໐໔/໑໓໔ ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ກູຕາຄາຣະສາລາ ປ່າມະຫາວັນ ໃກ້ພຣະນະຄອຣເວສາລີ. ຄັ້ງນັ້ນແລ ວາເສຕຖະອຸປາສົກເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະຜູ້ມີພຣະພາຄໄດ້ຕຣັສວ່າ: ວາເສຕຖະ! ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ອັນບຸຄຄົລຮັກສາແລ້ວ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍ. ວາເສຕຖະ! ກໍອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ອັນບຸຄຄົລຮັກສາແລ້ວຢ່າງໃດ ຈຶ່ງມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍ? ວາເສຕຖະ! ອະຣິຍະສາວົກໃນທັມວິນັຍນີ້ ຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະປານາຕິບາຕ ງົດເວັ້ນຈາກປານາຕິບາຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ເຖິງພ້ອມດ້ວຍຄວາມເອັນດູ ອະນຸເຄາະເກື້ອກູນແກ່ສັຕທັງປວງຢູ່ ຕລອດຊີວິຕ; ໃນວັນນີ້ ເຮົາກໍລະປານາຕິບາຕ ງົດເວັ້ນຈາກປານາຕິບາຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ເຖິງພ້ອມດ້ວຍຄວາມເອັນດູ ອະນຸເຄາະເກື້ອກູນແກ່ສັຕທັງປວງຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໑ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ. ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະອະທິນນາທານ, ງົດເວັ້ນຈາກອະທິນນາທານ, ຖືເອົາແຕ່ສິ່ງຂອງທີ່ເຂົາໃຫ້ ຫວັງແຕ່ສິ່ງຂອງທີ່ເຂົາໃຫ້ ບໍ່ເປັນຂະໂມຍ ເປັນຜູ້ສະອາດຢູ່ຕລອດຊີວິຕ; ໃນວັນນີ້ ເຮົາກໍລະອະທິນນາທານ, ງົດເວັ້ນຈາກອະທິນນາທານ, ຖືເອົາແຕ່ສິ່ງຂອງທີ່ເຂົາໃຫ້ ຫວັງແຕ່ສິ່ງຂອງທີ່ເຂົາໃຫ້ ບໍ່ເປັນຂະໂມຍ ເປັນຜູ້ສະອາດຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໒ ກໍຊື່ວ່າ ເຮົາໄດ້ສະມາ ທານຮັກສາແລ້ວ. ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍ ລະອະພຣົມມະຈັນຍ໌ ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກ ເວັ້ນຈາກເມຖຸນອັນເປັນທັມຂອງຊາວບ້ານຕລອດຊີວິຕ; ໃນວັນນີ້ ເຮົາກໍລະອະພຣົມມະຈັນຍ໌ ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກ ເວັ້ນຈາກເມຖຸນອັນເປັນທັມຂອງຊາວບ້ານຕລອດຄືນໜຶ່ງກັບວັນໜຶ່ງ ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໓ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ. ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍ ລະມຸສາວາທ ງົດເວັ້ນຈາກມຸສາວາທ ເວົ້າແຕ່ຄຳຈິງ ດຳຣົງຄວາມສັຈ ມີຖ້ອຍຄຳທີ່ເຊື່ອຖືໄດ້ ບໍ່ກ່າວໃຫ້ຄາດເຄື່ອນຈາກຄວາມຈິງແກ່ໂລກຕລອດຊີວິຕ; ໃນວັນນີ້ ເຮົາກໍລະມຸສາວາທ ງົດເວັ້ນຈາກມຸສາວາທ ເວົ້າແຕ່ຄຳຈິງ ດຳຣົງຄວາມສັຈ ມີຖ້ອຍຄຳທີ່ເຊື່ອຖືໄດ້ ບໍ່ກ່າວໃຫ້ຄາດເຄື່ອນຈາກຄວາມຈິງແກ່ໂລກຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໔ ກໍຊື່ວ່າ ເຮົາໄດ້ສະມາ ທານຮັກສາແລ້ວ. ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທຕລອດຊີວິຕ; ໃນວັນນີ້ ເຮົາກໍລະສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໕ ກໍຊື່ວ່າ ເຮົາໄດ້ສະມາ ທານຮັກສາແລ້ວ. ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍເປັນຜູ້ບໍຣິໂພຄອາຫາຣຄັ້ງດຽວ ງົດກາຣບໍຣິໂພຄໃນຣາຕຣີ, ເວັ້ນຈາກກາຣບໍຣິໂພຄອາຫາຣໃນເວລາວິກາລຢູ່ຕລອດຊີວິຕ; ໃນວັນນີ້ ເຮົາກໍບໍຣິໂພຄອາຫາຣຄັ້ງດຽວ ງົດກາຣບໍຣິໂພຄໃນຣາຕຣີ, ເວັ້ນຈາກກາຣບໍຣິໂພຄອາຫາຣໃນເວລາວິກາລຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໖ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ. ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍງົດເວັ້ນຈາກກາຣຟ້ອນລຳ ຂັບຮ້ອງ ປະໂຄມດົນຕຣີ ເບິ່ງກາຣຫລິ້ນອັນເປັນຂ້າເສິກແກ່ກຸສົລ ແລະກາຣປະດັບຕົກແຕ່ງດ້ວຍດອກໄມ້ຂອງຫອມ ເຄື່ອງລູບທາອັນເປັນຖານແຫ່ງກາຣແຕ່ງໂຕຕລອດຊີວິຕ; ໃນວັນນີ້ ເຮົາກໍງົດເວັ້ນຈາກກາຣຟ້ອນລຳ ຂັບຮ້ອງ ປະໂຄມດົນຕຣີ ເບິ່ງກາຣຫລິ້ນອັນເປັນຂ້າເສິກແກ່ກຸສົລ ແລະກາຣປະດັບຕົກແຕ່ງດ້ວຍດອກໄມ້ຂອງຫອມ ເຄື່ອງລູບທາອັນເປັນຖານແຫ່ງກາຣແຕ່ງໂຕຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໗ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ. ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະທີ່ນອນອັນສູງໃຫຍ່ ງົດເວັ້ນຈາກທີ່ນອນອັນສູງໃຫຍ່ ສຳເຣັຈກາຣນອນໃນທີ່ນອນອັນຕ່ຳ ຄືເທິງຕຽງ ຫລືເຄື່ອງປູດ້ວຍຫຍ້າຕລອດຊີວິຕ; ໃນວັນນີ້ ເຮົາກໍລະທີ່ນອນອັນສູງໃຫຍ່ ງົດເວັ້ນຈາກທີ່ນອນອັນສູງໃຫຍ່ ສຳເຣັຈກາຣນອນໃນທີ່ນອນອັນຕ່ຳ ຄືເທິງຕຽງ ຫລືເຄື່ອງປູດ້ວຍຫຍ້າຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໘ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ. ວາເສຕຖະ! ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນີ້ແລ ອັນບຸຄຄົລຮັກສາແລ້ວ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍ. ວາເສຕຖະ! ກໍອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນີ້ ອັນບຸຄຄົລຮັກສາແລ້ວ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍພຽງໃດ? ວາເສຕຖະ! ປຽບເໝືອນພຣະຣາຊາສເວີຍຣາຊະສົມບັຕ ດຳຣົງອິສສະຣາທິປັຈໃນຊົນບົທໃຫຍ່ໆ ໑໖ ຣັຖ, ມີຣັຕນະ ໗ ປະກາຣມາກມາຍ, ເຫລົ່ານີ້ຄື ອັງຄະ ມະຄະທະ ກາສີ ໂກສົລ ວັຊຊີ ມັລລະ ເຈດີຍ໌ ວັງສະ ກຸຣຸ ປັນຈາລະ ມັຈສະ ສຸຣະເສນະ ອັສສະກະ ອະວັນຕີ ຄັນທາຣະ ກັມໂພຊະ ກາຣສເວີຍຣາຊະສົມບັຕ ດຳຣົງອິສສະຣາທິປັຈຂອງພຣະຣາຊານັ້ນ ຍ່ອມບໍ່ເຖິງສ້ຽວທີ ໑໖ ແຫ່ງອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ຂໍ້ນັ້ນເພາະເຫຕໃດ? ເພາະຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ. ວາເສຕຖະ! ໕໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນຈາຕຸມມະຫາຣາຊິກາ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໕໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນຈາຕຸມມະຫາຣາຊິກາ. ວາເສຕຖະ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນຈາຕຸມມະຫາຣາຊິກາ ນີ້ເປັນຖານະທີ່ຈະມີໄດ້. ວາເສຕຖະ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ. ວາເສຕຖະ! ໑໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນດາວະດຶງສ໌, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໑໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນດາວະດຶງສ໌. ວາເສຕຖະ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນດາວະດຶງສ໌ ນີ້ເປັນຖານະທີ່ຈະມີໄດ້. ວາເສຕຖະ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ. ວາເສຕຖະ! ໒໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນຍາມາ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໒໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນຍາມາ. ວາເສຕຖະ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນຍາມາ ນີ້ເປັນຖານະທີ່ຈະມີໄດ້. ວາເສຕຖະ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ. ວາເສຕຖະ! ໔໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນດຸສິຕ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໔໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນດຸສິຕ. ວາເສຕຖະ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນດຸສິຕ ນີ້ເປັນຖານະທີ່ຈະມີໄດ້. ວາເສຕຖະ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ. ວາເສຕຖະ! ໘໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນນິມມານະຣະດີ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນ ໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໘໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນນິມມານະຣະດີ. ວາເສຕຖະ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນນິມມານະຣະດີ ນີ້ເປັນຖານະທີ່ຈະມີໄດ້. ວາເສຕຖະ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ. ວາເສຕຖະ! ໑,໖໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນປະຣະນິມມິຕະວະສະວັຕດີ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໑໖,໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນປະຣະນິມມິຕະວະສະວັຕດີ. ວາເສຕຖະ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນປະຣະນິມມິຕະວະສະວັຕດີ ນີ້ເປັນຖານະທີ່ຈະມີໄດ້. ວາເສຕຖະ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ. ບຸຄຄົລບໍ່ຄວນຂ້າສັຕ ບໍ່ຄວນຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ຄວນເວັ້ນຈາກເມຖຸນທັມ ອັນບໍ່ແມ່ນຄວາມປະພຶຕຂອງພຣົມ ບໍ່ຄວນເວົ້າຕົວະ ບໍ່ຄວນດື່ມນ້ຳເມົາ ບໍ່ຄວນບໍຣິໂພຄອາຫາຣໃນເວລາວິກາລ ໃນຣາຕຣີ ບໍ່ຄວນປະດັບຕົກແຕ່ງດ້ວຍດອກໄມ້ແລະຂອງຫອມ ຄວນນອນເທິງຕຽງ ເທິງແຜ່ນດິນ ຫລືເທິງເຄື່ອງລາດດ້ວຍຫຍ້າ ບັນດິຕທັງຫລາຍກ່າວອຸໂປສົຖ ໘ ປະກາຣ ທີ່ພຣະພຸທທະເຈົ້າຜູ້ເຖິງທີ່ສຸດແຫ່ງທຸກຂ໌ຊົງປະກາສແລ້ວ ດວງຈັນທ໌ແລະດວງອາທິຕທັງສອງສ່ອງແສງສະວ່າງສະໄຫວ ຍ່ອມໂຄຈອຣໄປຕາມວິຖີພຽງໃດ ດວງຈັນທ໌ແລະດວງອາທິຕນັ້ນກໍກຳຈັດຄວາມມືດໄດ້ພຽງນັ້ນ ລອຍຢູ່ເທິງອາກາສ ສ່ອງແສງທົ່ວທຸກທິສໃນທ້ອງຟ້າ ຊັພຍ໌ໃດອັນມີຢູ່ໃນລະຫວ່າງນີ້ ຄື ແກ້ວມຸກດາ ແກ້ວມະນີ ແກ້ວໄພທູຣຍ໌ ຫລືທອງຄຳມີສີສຸກໃສ ທີ່ຮຽກກັນວ່າ ຫະຕະກະ ດວງຈັນທ໌ດວງອາທິຕແລະຊັພຍ໌ ນັ້ນໆ ຍ່ອມບໍ່ເຖິງສ້ຽວທີ ໑໖ ແຫ່ງອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ປຽບເໝືອນຣັສມີຂອງດວງຈັນທ໌ຍ່ອມຂົ່ມໝູ່ດາວທັງຫລາຍ ສັນນັ້ນ. ເພາະເຫຕນັ້ນແລ ຍິງຫລືຊາຍຜູ້ມີສີລ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ກະທຳບຸນຍ໌ທັງຫລາຍອັນມີສຸຂເປັນກຳໄຣ ບໍ່ມີໃຜຕິຕຽນ ຍ່ອມເຂົ້າເຖິງສວັນ. ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ວາເສຕຖະອຸປາສົກໄດ້ກຣາບທູລພຣະຜູ້ມີພຣະພາຄຢ່າງນີ້ວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າຍາຕສາຍໂລຫິຕຜູ້ເປັນທີ່ຮັກຂອງຂ້ານ້ອຍຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ຍາຕສາຍໂລຫິຕຜູ້ເປັນທີ່ຮັກຂອງຂ້ານ້ອຍ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າກະສັຕທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ກະສັຕທັງປວງ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າພຣາມນ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ພຣາມນ໌ທັງປວງ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າແພສຍ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ແພສຍ໌ທັງປວງ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າສູທທ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ສູທທ໌ທັງປວງ. ວາເສຕຖະ! ຂໍ້ນີ້ເປັນຢ່າງນັ້ນ. ວາເສຕຖະ! ຂໍ້ນີ້ເປັນຢ່າງນັ້ນ. ວາເສຕຖະ! ຖ້າກະສັຕທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ກະສັຕທັງປວງ. ວາເສຕຖະ! ຖ້າພຣາມນ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ພຣາມນ໌ທັງປວງ. ວາເສຕຖະ! ຖ້າແພສຍ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ແພສຍ໌ທັງປວງ. ວາເສຕຖະ! ຖ້າສູທທ໌ທັງປວງຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ສູທທ໌ທັງປວງ. ວາເສຕຖະ! ຖ້າໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕ ພ້ອມທັງສະມະນະພຣາມນ໌ ເທວະດາແລະມະນຸສ ຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕ ພ້ອມທັງສະມະນະພຣາມນ໌ ເທວະດາແລະມະນຸສ. ວາເສຕຖະ! ຖ້າທ່ານຜູ້ມະຫາສາຣເຫລົ່ານີ້ຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ, ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນັ້ນ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂຕລອດກາລນານແກ່ທ່ານຜູ້ມະຫາສາຣເຫລົ່ານີ້ ຖ້າຫາກວ່າຕັ້ງໃຈ ຈະກ່າວຫຍັງເຖິງມະນຸສໜໍ.

  • Whatever wholesome states there are, they are all rooted in diligence, converge upon diligence, and diligence is declared to be the chief among them

    The Buddha's words Tathāgatasutta SN 45.139 https://suttacentral.net/sn45.139 At Savatthī. “Bhikkhus, whatever beings there are—whether those without feet or those with two feet or those with four feet or those with many feet, whether consisting of form or formless, whether percipient, nonpercipient, or neither percipient nor nonpercipient—the Tathagata, the Arahant, the Perfectly Enlightened One, is declared to be the chief among them. So too, whatever wholesome states there are, they are all rooted in diligence, converge upon diligence, and diligence is declared to be the chief among them. When a bhikkhu is diligent, it is to be expected that he will develop and cultivate the Noble Eightfold Path. “And how, bhikkhus, does a bhikkhu who is diligent develop and cultivate the Noble Eightfold Path? Here, bhikkhus, a bhikkhu develops right view, which is based upon seclusion, dispassion, and cessation, maturing in release. He develops right intention, which is based upon seclusion, dispassion, and cessation, maturing in release. He develops right speech, which is based upon seclusion, dispassion, and cessation, maturing in release. He develops right action, which is based upon seclusion, dispassion, and cessation, maturing in release. He develops right livelihood, which is based upon seclusion, dispassion, and cessation, maturing in release. He develops right effort, which is based upon seclusion, dispassion, and cessation, maturing in release. He develops right mindfulness, which is based upon seclusion, dispassion, and cessation, maturing in release. He develops right concentration, which is based upon seclusion, dispassion, and cessation, maturing in release. It is in this way, bhikkhus, that a bhikkhu who is diligent develops and cultivates the Noble Eightfold Path.”

  • It is for the full understanding of suffering that the holy life is lived under the Blessed One

    The Buddha's words Kimatthiyasutta SN 45.5 https://suttacentral.net/sn45.5 At Savatthī. Then a number of bhikkhus approached the Blessed One…. Sitting to one side, those bhikkhus said to the Blessed One: “Here, venerable sir, wanderers of other sects ask us: ‘For what purpose, friends, is the holy life lived under the ascetic Gotama?’ When we are asked thus, venerable sir, we answer those wanderers thus: ‘It is, friends, for the full understanding of suffering that the holy life is lived under the Blessed One.’ We hope, venerable sir, that when we answer thus we state what has been said by the Blessed One and do not misrepresent him with what is contrary to fact; that we explain in accordance with the Dhamma, and that no reasonable consequence of our assertion gives ground for criticism.” “Surely, bhikkhus, when you answer thus you state what has been said by me and do not misrepresent me with what is contrary to fact; you explain in accordance with the Dhamma, and no reasonable consequence of your assertion gives ground for criticism. For, bhikkhus, it is for the full understanding of suffering that the holy life is lived under me. “If, bhikkhus, wanderers of other sects ask you: ‘But, friends, is there a path, is there a way for the full understanding of this suffering? ’—being asked thus, you should answer them thus: ‘There is a path, friends, there is a way for the full understanding of this suffering.’ “And what, bhikkhus, is that path, what is that way for the full understanding of this suffering? It is this Noble Eightfold Path; that is, Right view, right intention, right speech, right action, right livelihood, right effort, right mindfulness, right concentration. This is the path, this is the way for the full understanding of this suffering. “Being asked thus, bhikkhus, you should answer those wanderers of other sects in such a way.”

  • Beings Are Owners of Their Actions

    The Buddha's Words Cūḷakammavibhaṅgasutta MN 135 https://suttacentral.net/mn135 THUS HAVE I HEARD. On one occasion the Blessed One was living at Sāvatthī in Jeta’s Grove, Anāthapiṇḍika’s Park. Then the brahmin student Subha, Todeyya’s son, went to the Blessed One and exchanged greetings with him. When this courteous and amiable talk was finished, he sat down at one side and asked the Blessed One: “Master Gotama, what is the cause and condition why human beings are seen to be inferior and superior? For people are seen to be short-lived and long-lived, sickly and healthy, ugly and beautiful, uninfluential and influential, poor and wealthy, low-born and high-born, stupid and wise. What is the cause and condition, Master Gotama, why human beings are seen to be inferior and superior?” “Student, beings are owners of their actions, heirs of their actions; they originate from their actions, are bound to their actions, have their actions as their refuge. It is action that distinguishes beings as inferior and superior.” “I do not understand in detail the meaning of Master Gotama’s statement, which he spoke in brief without expounding the meaning in detail. It would be good if Master Gotama would teach me the Dhamma so that I might understand in detail the meaning of Master Gotama’s statement.” “Then, student, listen and attend closely to what I shall say.” “Yes, sir,” the brahmin student Subha replied. The Blessed One said this: “Here, student, some man or woman kills living beings and is murderous, bloody-handed, given to blows and violence, merciless to living beings. Because of performing and undertaking such action, on the dissolution of the body, after death, he reappears in a state of deprivation, in an unhappy destination, in perdition, even in hell. But if on the dissolution of the body, after death, he does not reappear in a state of deprivation, in an unhappy destination, in perdition, in hell, but instead comes back to the human state, then wherever he is reborn he is short-lived. This is the way, student, that leads to short life, namely, one kills living beings and is murderous, bloody-handed, given to blows and violence, merciless to living beings. “But here, student, some man or woman, abandoning the killing of living beings, abstains from killing living beings; with rod and weapon laid aside, gentle and kindly, he abides compassionate to all living beings. Because of performing and undertaking such action, on the dissolution of the body, after death, he reappears in a happy destination, even in the heavenly world. But if on the dissolution of the body, after death, he does not reappear in a happy destination, in the heavenly world, but instead comes back to the human state, then wherever he is reborn he is long-lived. This is the way, student, that leads to long life, namely, abandoning the killing of living beings, one abstains from killing living beings; with rod and weapon laid aside, gentle and kindly, one abides compassionate to all living beings. “Here, student, some man or woman is given to injuring beings with the hand, with a clod, with a stick, or with a knife. Because of performing and undertaking such action, on the dissolution of the body, after death, he reappears in a state of deprivation, in an unhappy destination, in perdition, even in hell. But if on the dissolution of the body, after death, he does not reappear in a state of deprivation, in an unhappy destination, in perdition, in hell, but if instead he comes back to the human state, then wherever he is reborn he is sickly. This is the way, student, that leads to sickliness, namely, one is given to injuring beings with the hand, with a clod, with a stick, or with a knife. “But here, student, some man or woman is not given to injuring beings with the hand, with a clod, with a stick, or with a knife. Because of performing and undertaking such action, on the dissolution of the body, after death, he reappears in a happy destination, even in the heavenly world. But if on the dissolution of the body, after death, he does not reappear in a happy destination, in the heavenly world, but if instead he comes back to the human state, then wherever he is reborn he is healthy. This is the way, student, that leads to health, namely, one is not given to injuring beings with the hand, with a clod, with a stick, or with a knife. “Here, student, some man or woman is of an angry and irritable character; even when criticised a little, he is offended, becomes angry, hostile, and resentful, and displays anger, hate, and bitterness. Because of performing and undertaking such action, on the dissolution of the body, after death, he reappears in a state of deprivation, in an unhappy destination, in perdition, even in hell. But if on the dissolution of the body, after death, he does not reappear in a state of deprivation, in an unhappy destination, in perdition, in hell, but if instead he comes back to the human state, then wherever he is reborn he is ugly. This is the way, student, that leads to ugliness, namely, one is of an angry and irritable character; even when criticised a little, he is offended, becomes angry, hostile, and resentful, and displays anger, hate, and bitterness. “But here, student, some man or woman is not of an angry and irritable character; even when criticised a lot, he is not offended, does not become angry, hostile, and resentful, and does not display anger, hate, and bitterness. Because of performing and undertaking such action, on the dissolution of the body, after death, he reappears in a happy destination, even in the heavenly world. But if on the dissolution of the body, after death, he does not reappear in a happy destination, in the heavenly world, but if instead he comes back to the human state, then wherever he is reborn he is beautiful. This is the way, student, that leads to being beautiful, namely, one is not of an angry and irritable character; even when criticised a lot, he is not offended, does not become angry, hostile, and resentful, and does not display anger, hate, and bitterness. “Here, student, some man or woman is envious, one who envies, resents, and begrudges the gains, honour, respect, reverence, salutations, and veneration received by others. Because of performing and undertaking such action, on the dissolution of the body, after death, he reappears in a state of deprivation, in an unhappy destination, in perdition, even in hell. But if on the dissolution of the body, after death, he does not reappear in a state of deprivation, in an unhappy destination, in perdition, in hell, but if instead he comes back to the human state, then wherever he is reborn he is uninfluential. This is the way, student, that leads to being uninfluential, namely, one is envious…towards the gains, honour, respect, reverence, salutations, and veneration received by others. “But here, student, some man or woman is not envious, one who does not envy, resent, and begrudge the gains, honour, respect, reverence, salutations, and veneration received by others. Because of performing and undertaking such action, on the dissolution of the body, after death, he reappears in a happy destination, even in the heavenly world. But if on the dissolution of the body, after death, he does not reappear in a happy destination, in the heavenly world, but if instead he comes back to the human state, then wherever he is reborn he is influential. This is the way, student, that leads to being influential, namely, one is not envious…towards the gains, honour, respect, reverence, salutations, and veneration received by others. “Here, student, some man or woman does not give food, drink, clothing, carriages, garlands, scents, unguents, beds, dwelling, and lamps to recluses or brahmins. Because of performing and undertaking such action, on the dissolution of the body, after death, he reappears in a state of deprivation, in an unhappy destination, in perdition, even in hell. But if on the dissolution of the body, after death, he does not reappear in a state of deprivation, in an unhappy destination, in perdition, in hell, but if instead he comes back to the human state, then wherever he is reborn he is poor. This is the way, student, that leads to poverty, namely, one does not give food, drink, clothing, carriages, garlands, scents, unguents, beds, dwelling, and lamps to recluses or brahmins. “But here, student, some man or woman gives food, drink, clothing, carriages, garlands, scents, unguents, beds, dwelling, and lamps to recluses or brahmins. Because of performing and undertaking such action, on the dissolution of the body, after death, he reappears in a happy destination, even in the heavenly world. But if on the dissolution of the body, after death, he does not reappear in a happy destination, in the heavenly world, but if instead he comes back to the human state, then wherever he is reborn he is wealthy. This is the way, student, that leads to wealth, namely, one gives food, drink, clothing, carriages, garlands, scents, unguents, beds, dwelling, and lamps to recluses or brahmins. “Here, student, some man or woman is obstinate and arrogant; he does not pay homage to one who should receive homage, does not rise up for one in whose presence he should rise up, does not offer a seat to one who deserves a seat, does not make way for one for whom he should make way, and does not honour, respect, revere, and venerate one who should be honoured, respected, revered, and venerated. Because of performing and undertaking such action, on the dissolution of the body, after death, he reappears in a state of deprivation, in an unhappy destination, in perdition, even in hell. But if on the dissolution of the body, after death, he does not reappear in a state of deprivation, in an unhappy destination, in perdition, in hell, but if instead he comes back to the human state, then wherever he is reborn he is low-born. This is the way, student, that leads to low birth, namely, one is obstinate and obstinate and arrogant; he does not pay homage to one who should receive homage, does not rise up for one in whose presence he should rise up, does not offer a seat to one who deserves a seat, does not make way for one for whom he should make way, and does not honour, respect, revered, and venerated. “But here, student, some man or woman is not obstinate and arrogant; he pays homage to one who should receive homage, rises up for one in whose presence he should rise up, offers a seat to one who deserves a seat, makes way for one for whom he should make way, and honours, respects, reveres, and venerates one who should be honoured, respected, revered, and venerated. Because of performing and undertaking such action, on the dissolution of the body, after death, he reappears in a happy destination, even in the heavenly world. But if on the dissolution of the body, after death, he does not reappear in a happy destination, in the heavenly world, but if instead he comes back to the human state, then wherever he is reborn he is high-born. This is the way, student, that leads to high birth, namely, one is not obstinate and arrogant; he pays homage to one who should receive homage, rises up for one in whose presence he should rise up, offers a seat to one who deserves a seat, makes way for one for whom he should make way, and honours, respects, reveres, and venerates one who should be honoured, respected, revered, and venerated. “Here, student, some man or woman does not visit a recluse or a brahmin and ask: ‘Venerable sir, what is wholesome? What is unwholesome? What is blameable? What is blameless? What should be cultivated? What should not be cultivated? What kind of action will lead to my harm and suffering for a long time? What kind of action will lead to my welfare and happiness for a long time?’ Because of performing and undertaking such action, on the dissolution of the body, after death, he reappears in a state of deprivation, in an unhappy destination, in perdition, even in hell. But if on the dissolution of the body, after death, he does not reappear in a state of deprivation, in an unhappy destination, in perdition, in hell, but if instead he comes back to the human state, then wherever he is reborn he is stupid. This is the way, student, that leads to stupidity, namely, one does not visit a recluse or brahmin and ask such questions. “But here, student, some man or woman visits a recluse or a brahmin and asks: ‘Venerable sir, what is wholesome? What is unwholesome? What is blameable? What is blameless? What should be cultivated? What should not be cultivated? What kind of action will lead to my harm and suffering for a long time? What kind of action will lead to my welfare and happiness for a long time?’ Because of performing and undertaking such action, on the dissolution of the body, after death, he reappears in a happy destination, even in the heavenly world. But if on the dissolution of the body, after death, he does not reappear in a happy destination, in the heavenly world, but if instead he comes back to the human state, then wherever he is reborn he is wise. This is the way, student, that leads to wisdom, namely, one visits a recluse or brahmin and asks such questions. “Thus, student, the way that leads to short life makes people short-lived, the way that leads to long life makes people long-lived; the way that leads to sickliness makes people sickly, the way that leads to health makes people healthy; the way that leads to ugliness makes people ugly, the way that leads to beauty makes people beautiful; the way that leads to being uninfluential makes people uninfluential, the way that leads to being influential makes people influential; the way that leads to poverty makes people poor, the way that leads to wealth makes people wealthy; the way that leads to low birth makes people low-born, the way that leads to high birth makes people high-born; the way that leads to stupidity makes people stupid, the way that leads to wisdom makes people wise. “Beings are owners of their actions, student, heirs of their actions; they originate from their actions, are bound to their actions, have their actions as their refuge. It is action that distinguishes beings as inferior and superior.” When this was said, the brahmin student Subha, Todeyya’s son, said to the Blessed One: “Magnificent, Master Gotama! Magnificent, Master Gotama! Master Gotama has made the Dhamma clear in many ways, as though he were turning upright what had been overturned, revealing what was hidden, showing the way to one who was lost, or holding up a lamp in the dark for those with eyesight to see forms. I go to Master Gotama for refuge and to the Dhamma and to the Sangha of bhikkhus. Let Master Gotama remember me as a lay follower who has gone to him for refuge for life.”

  • Yoke with a Hole

    The Buddha's words Paṭhamachiggaḷayugasutta SN 56.47 https://suttacentral.net/sn56.47 Photo by Andres Abogabir on Unsplash “Bhikkhus, suppose a man would throw a yoke with a single hole into the great ocean, and there was a blind turtle which would come to the surface once every hundred years. What do you think, bhikkhus, would that blind turtle, coming to the surface once every hundred years, insert its neck into that yoke with a single hole?” “If it would ever do so, venerable sir, it would be only after a very long time.” “Sooner, I say, would that blind turtle, coming to the surface once every hundred years, insert its neck into that yoke with a single hole than the fool who has gone once to the nether world would regain the human state. For what reason? Because here, bhikkhus, there is no conduct guided by the Dhamma, no righteous conduct, no wholesome activity, no meritorious activity. Here there prevails mutual devouring, the devouring of the weak. For what reason? Because, bhikkhus, they have not seen the Four Noble Truths. What four? The noble truth of suffering, the noble truth of the origin of suffering, the noble truth of the cessation of suffering, the noble truth of the way leading to the cessation of suffering. “Therefore, bhikkhus, an exertion should be made to understand: ‘This is suffering.’ An exertion should be made to understand: ‘This is the origin of suffering.’ An exertion should be made to understand: ‘This is the cessation of suffering.’ An exertion should be made to understand: ‘This is the way leading to the cessation of suffering.’”

  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page