top of page

ກິ່ນຫອມທວນລົມ

  • Apr 19, 2024
  • 1 min read

The Buddha's words

ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກນິບາຕ ໒໐/໒໑໔-໒໑໕/໕໑໙


ree

Photo by Katarzyna Kos on Unsplash


ຄັ້ງນັ້ນແລ ທ່ານພຣະອານົນທ໌ໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ໄດ້ທູລຖາມພຣະຜູ້ມີພຣະພາຄວ່າ:


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກິ່ນຫອມ ໓ ຢ່າງນີ້ ຟຸ້ງໄປຕາມລົມຢ່າງດຽວ ຟຸ້ງໄປທວນລົມບໍ່ໄດ້. ກິ່ນຫອມ ໓ ຢ່າງນັ້ນເປັນຢ່າງໃດ? ຄື ກິ່ນທີ່ຮາກ, ກິ່ນທີ່ແກ່ນ, ກິ່ນທີ່ດອກ, ກິ່ນຫອມ ໓ ຢ່າງນີ້ແລ ຟຸ້ງໄປຕາມລົມຢ່າງດຽວ ຟຸ້ງໄປທວນລົມບໍ່ໄດ້.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກິ່ນຫອມທີ່ຟຸ້ງໄປຕາມລົມກໍໄດ້ ຟຸ້ງໄປທວນລົມກໍໄດ້ ຟຸ້ງໄປທັງຕາມລົມແລະທວນລົມກໍໄດ້ ມີຢູ່ຫລືໜໍ?


ອານົນທ໌! ກິ່ນຫອມທີ່ຟຸ້ງໄປຕາມລົມກໍໄດ້ ຟຸ້ງໄປທວນລົມກໍໄດ້ ຟຸ້ງໄປທັງຕາມລົມແລະທວນລົມກໍໄດ້ມີຢູ່.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກິ່ນຫອມທີ່ຟຸ້ງໄປຕາມລົມກໍໄດ້ ຟຸ້ງໄປທວນລົມກໍໄດ້ ຟຸ້ງໄປທັງຕາມລົມແລະທວນລົມກໍໄດ້ເປັນຢ່າງໃດ?


ອານົນທ໌! ສະຕຣີຫລືບຸຣຸສໃນບ້ານຫລືນິຄົມໃດໃນໂລກນີ້ ເຖິງພຣະພຸທທະເຈົ້າເປັນສະຣະນະ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ ເວັ້ນຂາດຈາກກາຣຂ້າສັຕ, ເວັ້ນຂາດຈາກກາຣລັກຊັພຍ໌, ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ, ເວັ້ນຂາດຈາກກາຣເວົ້າຕົວະ, ເວັ້ນຂາດຈາກສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ, ເປັນຄົນມີສີລ, ມີກັລຍານະທັມ, ມີໃຈປາສະຈາກມັຈສະຣິຍະອັນເປັນມົລທິນ ມີຈາຄະອັນສະລະແລ້ວ ມີຝາມືອັນຊຸ່ມ ຍິນດີໃນກາຣສະລະ ຄວນແກ່ກາຣຂໍ ຍິນດີໃນທານແລະກາຣແຈກຈ່າຍທານ ຢູ່ຄອງເຮືອນ ສະມະນະຫລືພຣາມນ໌ທຸກທິສຍ່ອມກ່າວສັນລະເສີນຄຸນຂອງເຂົາວ່າ ສະຕຣີຫລືບຸຣຸສໃນບ້ານຫລືນິຄົມແຫ່ງນັ້ນ ເຖິງພຣະພຸທທະເຈົ້າເປັນສະຣະນະ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ ເວັ້ນຂາດຈາກກາຣຂ້າສັຕ, ເວັ້ນຂາດຈາກກາຣລັກຊັພຍ໌, ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ, ເວັ້ນຂາດຈາກກາຣເວົ້າຕົວະ, ເວັ້ນຂາດຈາກສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ, ເປັນຄົນມີສີລ, ມີກັລຍານະທັມ, ມີໃຈປາສະຈາກມັຈສະຣິຍະອັນເປັນມົລທິນ ມີຈາຄະອັນສະລະແລ້ວ ມີຝາມືອັນຊຸ່ມ ຍິນດີໃນກາຣສະລະ ຄວນແກ່ກາຣຂໍ ຍິນດີໃນທານແລະກາຣແຈກຈ່າຍທານ ຢູ່ຄອງເຮືອນ.


ແມ່ນແຕ່ເທວະດາທັງຫລາຍກໍກ່າວສັນລະເສີນຄຸນຂອງເຂົາວ່າ ສະຕຣີຫລືບຸຣຸສໃນບ້ານຫລືນິຄົມແຫ່ງນັ້ນ ເຖິງພຣະພຸທທະເຈົ້າເປັນສະຣະນະ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ ເວັ້ນຂາດຈາກກາຣຂ້າສັຕ, ເວັ້ນຂາດຈາກກາຣລັກຊັພຍ໌, ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ, ເວັ້ນຂາດຈາກກາຣເວົ້າຕົວະ, ເວັ້ນຂາດຈາກສຸຣາເມຣັຍແລະສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາທ, ເປັນຄົນມີສີລ, ມີກັລຍານະທັມ, ມີໃຈປາສະຈາກມັຈສະຣິຍະອັນເປັນມົລທິນ ມີຈາຄະອັນສະລະແລ້ວ ມີຝາມືອັນຊຸ່ມ ຍິນດີໃນກາຣສະລະ ຄວນແກ່ກາຣຂໍ ຍິນດີໃນທານແລະກາຣແຈກຈ່າຍທານ ຢູ່ຄອງເຮືອນ.

ອານົນທ໌! ກິ່ນຫອມນີ້ແລ ຟຸ້ງໄປຕາມລົມກໍໄດ້ ຟຸ້ງໄປທວນລົມກໍໄດ້ ຟຸ້ງໄປທັງຕາມລົມແລະທວນລົມກໍໄດ້.


ກິ່ນດອກໄມ້ຟຸ້ງທວນລົມໄປບໍ່ໄດ້ ກິ່ນຈັນທ໌ ກິ່ນກິດສນາ ຫລືກິ່ນມັລລິກາກໍຟຸ້ງທວນລົມໄປບໍ່ໄດ້ ສ່ວນກິ່ນຂອງສັປບຸຣຸສຍ່ອມຟຸ້ງທວນລົມໄປໄດ້ ເພາະສັປບຸຣຸສຟຸ້ງໄປທຸກທິສ.




 
 
 

2 Comments

Rated 0 out of 5 stars.
No ratings yet

Add a rating
Unknown member
Apr 19, 2024
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມຄຳສອນ ຂອງພຣະຕະຖາຄົດ ຂ້ານ້ອຍ

Like

Guest
Apr 19, 2024
Rated 5 out of 5 stars.

🙏🙏🙏ສາທຸຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide education on Buddhism, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way.

The Buddha's Words. Powered and secured by Wix

bottom of page