top of page

ຄວາມສຳຄັນຂອງກາຣຈະເຣີນພາວະນາ

  • Writer: buddhavacanaword
    buddhavacanaword
  • Jan 6, 2024
  • 1 min read

The Buddha's words

ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ ໒໓/໙໘-໙໙/໖໘



ພິກຂຸທັງຫລາຍ! ຖ້າພິກຂຸບໍ່ໝັ່ນຈະເຣີນພາວະນາ ເຖິງຈະມີຄວາມປາຖນາຢ່າງນີ້ວ່າ: ໂອໜໍ ຂໍຈິຕຂອງເຮົາຈົ່ງຫລຸດພົ້ນຈາກອາສະວະທັງຫລາຍເພາະບໍ່ຖືໝັ້ນກໍຈິງ ແຕ່ຈິຕຂອງພິກຂຸນັ້ນຍ່ອມບໍ່ຫລຸດພົ້ນຈາກອາສະວະທັງຫລາຍເພາະບໍ່ຖືໝັ້ນ ຂໍ້ນັ້ນເພາະເຫຕໃດ?


ເພາະບໍ່ໄດ້ຈະເຣີນ ເພາະບໍ່ໄດ້ຈະເຣີນອັນໃດ?


ເພາະບໍ່ໄດ້ຈະເຣີນສະຕິປັຕຖານ ໔,

ສັມມັປປະທານ ໔,

ອິທທິບາທ ໔,

ອິນຊີ ໕,

ພະລະ ໕,

ໂພຊຊົງ ໗,

ອະຣິຍະມັຄປະກອບດ້ວຍອົງຄ໌ ໘.


ປຽບເໝືອນແມ່ໄກ່ມີໄຂ່ຢູ່ ໘ ໜ່ວຍແດ່, ໑໐ ໜ່ວຍແດ່ ໑໒ ໜ່ວຍແດ່, ໄຂ່ເຫລົ່ານັ້ນອັນແມ່ໄກ່ຕຸ້ມບໍ່ດີ ໃຫ້ຄວາມອົບອຸ່ນບໍ່ພໍ ຟັກບໍ່ດີ ເຖິງແມ່ໄກ່ນັ້ນຈະມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ຂໍລູກຂອງເຮົາຈົ່ງໃຊ້ປາຍເລັບຕີນ ຫລືງອຍປາກເຈາະເປືອກໄຂ່ ຟັກຕົວອອກມາດ້ວຍຄວາມສວັສດີກໍຈິງ ແຕ່ລູກໄກ່ເຫລົ່ານັ້ນກໍບໍ່ສາມາດທີ່ຈະໃຊ້ປາຍເລັບຕີນ ຫລືງອຍປາກເຈາະເປືອກໄຂ່ ຟັກຕົວອອກມາດ້ວຍຄວາມສວັສດີໄດ້ ຂໍ້ນັ້ນເພາະເຫຕໃດ? ເພາະແມ່ໄກ່ຕຸ້ມບໍ່ດີ ໃຫ້ຄວາມອົບອຸ່ນບໍ່ພໍ ຟັກບໍ່ດີ ສັນນັ້ນ.


ພິກຂຸທັງຫລາຍ! ຖ້າພິກຂຸໝັ່ນຈະເຣີນພາວະນາ ເຖິງຈະບໍ່ມີຄວາມປາຖນາຢ່າງນີ້ວ່າ: ໂອໜໍ ຂໍຈິຕຂອງເຮົາຈົ່ງຫລຸດພົ້ນຈາກອາສະວະທັງຫລາຍເພາະບໍ່ຖືໝັ້ນກໍຈິງ ແຕ່ຈິຕຂອງພິກຂຸນັ້ນຍ່ອມຫລຸດພົ້ນຈາກອາສະວະທັງຫລາຍເພາະບໍ່ຖືໝັ້ນ ຂໍ້ນັ້ນເພາະເຫຕໃດ? ເພາະໄດ້ຈະເຣີນ ເພາະໄດ້ຈະເຣີນອັນໃດ? ເພາະໄດ້ຈະເຣີນສະຕິປັຕຖານ ໔, ສັມມັປປະທານ ໔, ອິທທິບາທ ໔, ອິນຊີ ໕, ພະລະ ໕, ໂພຊຊົງ ໗, ອະຣິຍະມັຄປະກອບດ້ວຍອົງຄ໌ ໘.


ປຽບເໝືອນແມ່ໄກ່ມີໄຂ່ຢູ່ ໘ ໜ່ວຍແດ່, ໑໐ ໜ່ວຍແດ່ ໑໒ ໜ່ວຍແດ່, ໄຂ່ເຫລົ່ານັ້ນອັນແມ່ໄກ່ຕຸ້ມດີ ໃຫ້ຄວາມອົບອຸ່ນພຽງພໍ ຟັກດີແລ້ວ ເຖິງແມ່ໄກ່ນັ້ນຈະບໍ່ມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ຂໍລູກຂອງເຮົາຈົ່ງໃຊ້ປາຍເລັບຕີນ ຫລືງອຍປາກເຈາະເປືອກໄຂ່ ຟັກຕົວອອກມາດ້ວຍຄວາມສວັສດີກໍຈິງ ແຕ່ລູກໄກ່ເຫລົ່ານັ້ນກໍສາມາດທີ່ຈະໃຊ້ປາຍເລັບຕີນ ຫລືງອຍປາກເຈາະເປືອກໄຂ່ ຟັກຕົວອອກມາດ້ວຍຄວາມສວັສດີໄດ້ ຂໍ້ນັ້ນເພາະເຫຕໃດ? ເພາະແມ່ໄກ່ຕຸ້ມດີ ໃຫ້ຄວາມອົບອຸ່ນພຽງພໍ ຟັກດີແລ້ວ ສັນນັ້ນ.


ປຽບເໝືອນຮອຍນິ້ວມື ຮອຍນິ້ວໂປ້ໃນດ້າມມີດ ຍ່ອມປາກົຕແກ່ນາຍຊ່າງໄມ້ ຫລືລູກນ້ອງຂອງນາຍຊ່າງໄມ້ ແຕ່ເຂົາບໍ່ຮູ້ຢ່າງນີ້ວ່າ: ວັນນີ້ດ້າມມີດຂອງເຮົາຫ້ຽນໄປເທົ່ານີ້ ມື້ວານນີ້ຫ້ຽນໄປເທົ່ານີ້ ຫລືມື້ຊືນຫ້ຽນໄປເທົ່ານີ້ ຄວາມຈິງແລ້ວ ເມື່ອດ້າມມີດຫ້ຽນໄປ ເຂົາກໍຮູ້ວ່າຫ້ຽນໄປເທົ່ານັ້ນ ສັນໃດ;


ພິກຂຸທັງຫລາຍ! ເມື່ອພິກຂຸໝັ່ນຈະເຣີນພາວະນາຢູ່ກໍສັນນັ້ນເໝືອນກັນ ເຖິງຈະບໍ່ຮູ້ຢ່າງນີ້ວ່າ: ວັນນີ້ອາສະວະຂອງເຮົາສິ້ນໄປເທົ່ານີ້ ມື້ວານນີ້ສິ້ນໄປເທົ່ານີ້ ຫລືມື້ຊືນສິ້ນໄປເທົ່ານີ້ ແຕ່ຄວາມຈິງແລ້ວ ເມື່ອອາສະວະສິ້ນໄປ ພິກຂຸນັ້ນກໍຮູ້ວ່າສິ້ນໄປເທົ່ານັ້ນ.


ພິກຂຸທັງຫລາຍ! ປຽບເໝືອນເຮືອເດີນສະມຸທທີ່ເຂົາຜູກຫວາຍ ຂັນຊະໝໍແລ້ວແລ່ນໄປໃນນ້ຳຕລອດ ໖ ເດືອນ ເມື່ອເຖິງລະດູໜາວກໍເຂັນຂຶ້ນເທິງບົກ ເຄື່ອງຜູກປະຈຳເຮືອຕາກລົມແລະແດດໄວ້ ເຄື່ອງຜູກເຫລົ່ານັ້ນຖືກຝົນຊະຍ່ອມຜຸຝຸ່ຍເສຍຫາຍ ເປັນຂອງເປື່ອຍໄປໂດຍບໍ່ຍາກ ສັນໃດ;


ພິກຂຸທັງຫລາຍ! ເມື່ອພິກຂຸໝັ່ນຈະເຣີນພາວະນາຢູ່ ສັງໂຍຊນ໌ທັງຫລາຍຍ່ອມສງົບຣະງັບໄປໂດຍບໍ່ຍາກ ສັນນັ້ນເໝືອນກັນແລ.




 
 
 

2 Comments

Rated 0 out of 5 stars.
No ratings yet

Add a rating
Guest
Jan 07, 2024
Rated 5 out of 5 stars.

🙏🙏🙏 ສາທຸ

Like

Thonglouane Keorajavongsay
Thonglouane Keorajavongsay
Jan 06, 2024
Rated 5 out of 5 stars.

🌷🙏🙏🙏🌷ໃນພຣະທັມ ຄຳສອນຂອງພຣະຕຖາຄົຕ ຂ້ານ້ອຍ

Like
  • Facebook
  • Twitter

ABOUT US.

Welcome everyone to the Dhamma site. This website is built to provide Buddhist education, the Buddha's teachings such as Learning Dhamma, Suttas, and Vinaya. We provide you with the true Dhamma which is the Buddha's teachings. Learning the true Dhamma is the most important to rightly understanding the ways of life, and knowing how to live in the right way. If you would like to visit us or want to practice meditation or listen to the Dhamma, please contact us by email address.

The Buddha's Words. Powered and secured by Wix

bottom of page