ບຸຄຄົລຜູ້ຮັກສາຕົນ ຊື່ວ່າເປັນຜູ້ຮັກສາຜູ້ອື່ນ
- 1 day ago
- 1 min read
The Buddha's words
ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໑໘໕-໑໘໖/໗໕໘-໘໒

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ນິຄົມຂອງຊາວສຸມະພະ ຊື່ເສທະກະ ໃນສຸມະພະຊົນບົທ ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສກັບພິກຂຸທັງຫລາຍວ່າ:
ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ຄົນຈັນທານຜູ້ເປັນນັກໄຕ່ຮາວ ຍົກໄມ້ໄຜ່ຂຶ້ນຕັ້ງໄວ້ແລ້ວ ໄດ້ຮຽກສິສຊື່ ເມທະກະຖາລິກະມາບອກວ່າ:
ເມທະກະຖາລິກະຜູ້ເປັນສະຫາຍ! ມາເຖີດ ທ່ານຈົ່ງຂຶ້ນຮາວໄມ້ໄຜ່ແລ້ວຢືນຢູ່ເທິງຄໍຂອງເຮົາ.
ເມທະກະຖາລິກະຜູ້ເປັນສິສຮັບຄຳຂອງນັກໄຕ່ຮາວແລ້ວ ຂຶ້ນຮາວໄມ້ໄຜ່ ຢືນຢູ່ເທິງຄໍຂອງອາຈາຣຍ໌.
ຄັ້ງນັ້ນ ຄົນຈັນທານຜູ້ເປັນນັກໄຕ່ຮາວໄດ້ກ່າວກັບເມທະກະຖາລິກະຜູ້ເປັນສິສວ່າ:
ເມທະກະຖາລິກະຜູ້ເປັນສະຫາຍ! ທ່ານຈົ່ງຮັກສາເຮົາ ເຮົາຈະຮັກສາທ່ານ ເຮົາທັງສອງຕ່າງຄຸ້ມຄອງກັນແລະກັນ ຕ່າງຮັກສາກັນແລະກັນຢ່າງນີ້ ຈັກສາມາດສະແດງສີລະປະ ຈັກໄດ້ລາພ ແລະຈັກລົງຈາກຮາວໄມ້ໄຜ່ໄດ້ຢ່າງປອດພັຍ.
ພິກຂຸທັງຫລາຍ! ເມື່ອອາຈາຣຍ໌ຂອງເຂົາກ່າວຢ່າງນີ້ແລ້ວ ເມທະກະຖາລິກະຜູ້ເປັນສິສໄດ້ກ່າວຕອບວ່າ:
ຂ້າແຕ່ທ່ານອາຈາຣຍ໌! ກໍເຣື່ອງນີ້ຈະເປັນເຊັ່ນນັ້ນໄປບໍ່ໄດ້ ທ່ານອາຈາຣຍ໌ຈົ່ງຮັກສາຕົນ ຂ້ານ້ອຍເອງກໍຈະຮັກສາຕົນ ເຮົາທັງສອງຕ່າງຄຸ້ມຄອງຕົນ ຕ່າງຮັກສາຕົນຢ່າງນີ້ ກໍຈັກສາມາດສະແດງສີລະປະ ຈັກໄດ້ລາພ ແລະຈັກລົງຈາກຮາວໄມ້ໄຜ່ໄດ້ຢ່າງປອດພັຍ.
ເຫຕຜົລໃນຂໍ້ນັ້ນເປັນເໝືອນສິສເມທະກະຖາລິກະກ່າວກັບອາຈາຣຍ໌ ສັນນັ້ນ.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຄວນຈະເຣີນສະຕິປັຕຖານ ໔ ດ້ວຍຄິດວ່າ ເຮົາຈັກຮັກສາຜູ້ອື່ນ; ບຸຄຄົລຜູ້ຮັກສາຕົນຍ່ອມຊື່ວ່າຮັກສາຜູ້ອື່ນ; ບຸຄຄົລຜູ້ຮັກສາຜູ້ອື່ນ ຍ່ອມຊື່ວ່າຮັກສາຕົນ.
ພິກຂຸທັງຫລາຍ! ກໍບຸຄຄົລຜູ້ຮັກສາຕົນຍ່ອມຊື່ວ່າຮັກສາຜູ້ອື່ນເປັນຢ່າງໃດ? ຄື ດ້ວຍກາຣຊ້ອງເສພ ດ້ວຍກາຣຈະເຣີນ ດ້ວຍກາຣກະທຳໃຫ້ຫລາຍ (ເຊິ່ງສະຕິປັຕຖານ ໔). ບຸຄຄົລຜູ້ຮັກສາຕົນຍ່ອມຊື່ວ່າຮັກສາຜູ້ອື່ນເປັນຢ່າງນີ້ແລ.
ພິກຂຸທັງຫລາຍ! ກໍບຸຄຄົລຜູ້ຮັກສາຜູ້ອື່ນຍ່ອມຊື່ວ່າຮັກສາຕົນເປັນຢ່າງໃດ? ຄື ດ້ວຍຄວາມອົດທົນ ດ້ວຍຄວາມບໍ່ພະຍາບາທ ດ້ວຍຄວາມມີຈິຕປະກອບດ້ວຍເມຕຕາ ດ້ວຍຄວາມເອັນດູກະຣຸນາ. ບຸຄຄົລຜູ້ຮັກສາຜູ້ອື່ນຍ່ອມຊື່ວ່າຮັກສາຕົນເປັນຢ່າງນີ້ແລ.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຄວນເສພສະຕິປັຕຖານດ້ວຍກາຣຄິດວ່າ ເຮົາຈັກຮັກສາຕົນ; ຄວນເສພສະຕິປັຕຖານດ້ວຍກາຣຄິດວ່າ ເຮົາຈັກຮັກສາຜູ້ອື່ນ. ບຸຄຄົລຜູ້ຮັກສາຕົນຍ່ອມຊື່ວ່າຮັກສາຜູ້ອື່ນ; ບຸຄຄົລຜູ້ຮັກສາຜູ້ອື່ນຍ່ອມຊື່ວ່າ ຮັກສາຕົນ.




🌷🙏🙏🙏🌷ໃນພຣະທັມຄຳສອນຂອງພຣະຕຖາຄົຕຂ້ານ້ອຍ
ສາທຸໆ